ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປະ​ຕິ​ຮູບ​ໂຄງ​ການ ວີ​ຊາ ພະ​ນັກ​ງານ ​ທີ່​ມີ​ທັກ​ສະຂອງ ສະ​ຫະ​ລັດ ໄດ້​ຮັບ​ການ​ຍົກ​ຍ້ອງ


ກາ​ສັນ​ຍາ​ລັກ ຂອງ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ຢູ່ຫ້ອງ​ການຂອງ​ເຂົາ​ເຈົ້າ​ໃນເມືອງ ແຟ​ແຟັກ​ສ໌, ລັດ ເວີ​ຈິ​ເນຍ. 22 ກໍ​ລະ​ກົດ, 2015.
ກາ​ສັນ​ຍາ​ລັກ ຂອງ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ຢູ່ຫ້ອງ​ການຂອງ​ເຂົາ​ເຈົ້າ​ໃນເມືອງ ແຟ​ແຟັກ​ສ໌, ລັດ ເວີ​ຈິ​ເນຍ. 22 ກໍ​ລະ​ກົດ, 2015.

ກົດ​ລະ​ບຽບ​ໃໝ່​ຂອງ​ລັດ​ຖະ​ບານ​ທ່ານ ທ​ຣຳ ສຳ​ລັບ​ໂຄງ​ການ​ວີ​ຊາ ສະ​ຫະ​ລັດ ທີ່​ຖືກ
ໃຊ້ຢ່າງກວ້າງຂວາງສຳລັບພະນັກງານດ້ານ ເທັກໂນໂລຈີ ແມ່ນໄດ້ຮັບການຍົກຍ້ອງ
ພໍສົມຄວນຈາກ ຊິລິຄອນ ວາເລ ທ່າມກາງການຮຽກຮ້ອງສຳລັບພະນັກງານທີ່ມີ
ຄວາມສາມາດສູງ.

ໂຄງ​ການ​ວີ​ຊາ H-1B, ເຊິ່ງ​ອອກໃຫ້​ຄົນ​ຕ່າງ​ປະ​ເທດ​ປະ​ມານ 85,000 ຄົນ​ໃນ​ແຕ່ລະ
ປີ, ຈະໃຫ້ບູລິມະສິດທີ່ສູງກວ່າສຳລັບຄົນຜູ້ທີ່ມີປະລິຍາໂທຈາກມະຫາວິທະຍາໄລ
ສະຫະລັດ, ພາຍໃຕ້ກົດລະບຽບສະບັບສຸດທ້າຍທີ່ໄດ້ເປີດເຜີຍໃນເດືອນມັງກອນ
ທີ່ຜ່ານມາ ໂດຍກະຊວງຮັກສາຄວາມປອດໄພພາຍໃນ.

ທ່ານ​ ແຟ​ຣນ​ຊິ​ສ ຊິ​ສ​ນາ, ຜູ້​ອຳ​ນວຍ​ການ​ພະ​ແນກ​ບໍ​ລິ​ການ​ສັນ​ຊາດ​ສະ​ຫະ​ລັດ ແລະ
ຄົນເຂົ້າເມືອງ, ໄດ້ເວົ້າກ່ຽວກັບການປະກາດການປ່ຽນແປງໃນວັນທີ 30 ມັງກອນທີ່
ຜ່ານມາວ່າ “ຜູ້ຈ້າງງານ ສະຫະລັດ ທີ່ພະຍາຍາມຈ້າງພະນັກງານຕ່າງປະເທດທີ່ມີ
ປະລິຍາໂທ ຫຼື ສູງກວ່າໃນ ສະຫະລັດ ຈະມີໂອກາດໃນການຖືກເລືອກສູງກວ່າ ໃນ
ການອອກຫວຍວີຊາ H-1B.”

ການ​ປ່ຽນ​ແປງ​ຕ່າງໆ​ໄດ້​ມີ​ຂຶ້ນ​ເມື່ອ​ອຸດ​ສາ​ຫະ​ກຳ​ເທັກ​ໂນ​ໂລ​ຈີ ໄດ້​ຮຽກ​ຮ້ອງ​ຄົນ​ເຂົ້າ​
ເມືອງເພີ່ມເຕີມເພື່ອ ຕື່ມຕຳແໜ່ງຄວາມສາມາດທີ່ສຳຄັນ, ແລະ ຕອບສະໜອງຕໍ່
ຄວາມເປັນຫ່ວງສ່ວນນຶ່ງທີ່ວ່າ ໂຄງການດັ່ງກ່າວໄດ້ຖືກເອົາປຽບໂດຍບໍລິສັດຍັກ
ໃຫຍ່ເທັກໂນໂລຈີບາງແຫ່ງ ແລະ ບໍລິສັດຈ້າງຄົນຈາກພາຍນອກ ເພື່ອຫຼຸດຄ່າຈ້າງ
ແລະ ເຮັດໃຫ້ພະນັກງານ ສະຫະລັດ ບໍ່ມີບ່ອນເຮັດວຽກ.

ໂຄງ​ການ​ວີ​ຊາ H-1B, ເຊິ່ງໄດ້​ເລີ່ມ​ຂຶ້ນ​ນັບ​ຕັ້ງ​ແຕ່​ປີ 1990 ເປັນ​ຕົ້ນ​ມານັ້ນ, ໄດ້​ຖືກ​
ໃຊ້ສຳລັບວຽກງານທີ່ມີທັກສະສູງຫຼາກຫຼາຍ ລວມມີພະຍາບານ ແລະ ພໍ່ຄົວຮ້ານເຂົ້າ
ຈີ່, ແຕ່ໃນສອງສາມປີທີ່ຜ່ານມາ ຈຳນວນສອງສ່ວນສາມຂອງວີຊານັ້ນ ແມ່ນໄດ້ອອກ
ໃຫ້ວຽກທີ່ກ່ຽວຂ້ອງກັບຄອມພິວເຕີ ແລະ ສາມສ່ວນສີ່ຂອງຈຳນວນພະນັກງານນັ້ນ
ແມ່ນມາຈາກປະເທດ ອິນເດຍ. ຍ້ອນຜູ້ຖືວີຊາດັ່ງກ່າວ ສາມາດອາໄສຢູ່ໃນ ສະຫະ
ລັດ ໄດ້ເຖິງ 6 ປີ, ຕົວເລກ​ຄົນທີ່ອາໄສຢູ່ ສະຫະລັດ ໃນປັດຈຸບັນນີ້ຄາດວ່າມີຢູ່ຫຼາຍ
ກວ່າເຄິ່ງລ້ານຄົນ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG