ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກາແດງ ໃຫ້ການຊ່ອຍເຫຼືອ ດ້ານການແພດ ຢູ່ເຂດກາຊາ


ທ່ານ ຟຣານຊິສໂກ ຣອກກາ (Francesco Rocca - ທີ 2 ຈາກຊ້າຍ), ປະທານຂອງອົງການສະພາກາແດງ ແລະອົງການ
ກາແດງສາກົນ ພົບປະກັຍຊາຍຊາວປາແລັສໄຕນ໌ ຜູ້ນຶ່ງ ທີ່ຮັບ
ບາດເຈັບຈາກການປະທ້ວງ ໃນຊາຍແດນຂອງແຫຼມກາຊາ ກັບອິສຣາແອລ ມຮການຢ້ຽມຢາມໂຮງພະຍາບານ ຄານ ຢູນິສ ທາງພາກໃຕ້ຂອງແຫຼມກາຊາ, 22 ພຶດສະພາ 2018.
ທ່ານ ຟຣານຊິສໂກ ຣອກກາ (Francesco Rocca - ທີ 2 ຈາກຊ້າຍ), ປະທານຂອງອົງການສະພາກາແດງ ແລະອົງການ ກາແດງສາກົນ ພົບປະກັຍຊາຍຊາວປາແລັສໄຕນ໌ ຜູ້ນຶ່ງ ທີ່ຮັບ ບາດເຈັບຈາກການປະທ້ວງ ໃນຊາຍແດນຂອງແຫຼມກາຊາ ກັບອິສຣາແອລ ມຮການຢ້ຽມຢາມໂຮງພະຍາບານ ຄານ ຢູນິສ ທາງພາກໃຕ້ຂອງແຫຼມກາຊາ, 22 ພຶດສະພາ 2018.

ອົງການກາແດງສາກົນ ຫຼື ICRC ໄດ້ປະກາດໃນວັນພຸດວານນີ້ວ່າ ຕົນກຳ ລັງສົ່ງທີມ
ໝໍຜ່າຕັດ ແລະແພດຜູ້ຊ່ຽວຊານ ພ້ອມດ້ວຍອຸປະກອນຕ່າງໆ ເພື່ອຊ່ອຍໃນອັນທີ່ຕົນ
ເອີ້ນວ່າ “ຄວາມຕ້ອງການດ້ານການແພດ ທີ່ມີເພີ້ມຂຶ້ນຢ່າງຖ້ວມລົ້ນຢູ່ໃນເຂດກາຊາ.”

ອົງການ ICRC ໄດ້ກ່າວວ່າ ການເພີ້ິ້ມການຊ່ອຍເຫຼືອ ໃນໄລຍະ 6 ເດືອນ ຂອງຕົນນັ້ນ ຈະປະກອບດ້ວຍ ການເປີດບ່ອນຜ່າຕັດທີ່ມີ 50 ຕຽງ ໂດຍຈະໃຫ້ບູລິມະສິດໃນການຮັກ
ສາປິ່ນປົວພວກຄົນທີ່ຖືກຍິງບາດເຈັບ ຫຼັງຈາກເກີດຄວາມຮຸນແຮງເພີ້ມຂຶ້ນ ຢູ່ຕາມຊາຍ
ແດນ ລະຫວ່າງ ອິສຣາແອລ ແລະເຂດກາຊາ.

ກຳລັງທະຫານຂອງອິສຣາແອລ ໄດ້ສັງຫານຊາວປາແລສໄຕນ໌ ຢ່າງໜ້ອຍ 115 ຄົນ ນັບຕັ້ງແຕ່ທ້າຍເດືອນມີນາຜ່ານມາ ທີ່ໄດ້ນຳມາ ເຊິ່ງການຕິຕຽນຕໍ່ການໃຊ້ກຳລັງເກີນ
ຂອບເຂດ. ອິສຣາແອລ ໄດ້ຖິ້ມໂທດໃສ່ ກຸ່ມຫົວຮຸນແຮງຮາມັສ ໃນການຍຸແຍ່ໃຫ້ເກີດ
ຄວາມຮຸນແຮງ ແລະກ່າວວ່າ ຕົນໄດ້ກະທຳລົງ ໄປ ເພື່ອປົກປ້ອງຊາຍແດນຂອງຕົນ.

ຄວາມຮຸນແຮງທີ່ໄດ້ລະເບີດຂຶ້ນ ຢູ່ຕາມຊາຍແດນ ໄດ້ຫລຸດລົງ ໃນວັນພຸດວານນີ້ ຂະນະທີ່ບັນດາເຈົ້າໜ້າທີ່ປາແລສໄຕນ໌ ໄດ້ກ່າວວ່າ ສັນຍາຢຸດຍິງທີ່ໄກ່ເກ່ຍໂດຍອີຈິບ ໄດ້ບັນລຸກັນແລ້ວ ກັບອິສຣາແອລ.

ຊາຍຜູ້ນຶ່ງ ກວດກາເບິ່ງສາກຫັກພັງ ໃນສະຖານທີ່ເປົ້າໝາຍ ຂອງການໂຈມຕີທາງອາກາດນຶ່ງມື້ ກ່ອນທ່ານຄານ ຢູນິສ ໃນພາກຕາໃຕ້ຂອງແຫຼມກາຊາ, 30 ພຶດສະພາ 2018.
ຊາຍຜູ້ນຶ່ງ ກວດກາເບິ່ງສາກຫັກພັງ ໃນສະຖານທີ່ເປົ້າໝາຍ ຂອງການໂຈມຕີທາງອາກາດນຶ່ງມື້ ກ່ອນທ່ານຄານ ຢູນິສ ໃນພາກຕາໃຕ້ຂອງແຫຼມກາຊາ, 30 ພຶດສະພາ 2018.

ສ່ວນບັນດາເຈົ້າໜ້າທີ່ຂອງອິສຣາແອລບໍ່ໄດ້ຢືນຢັນກ່ຽວກັບສັນຍາດັ່ງກ່າວ ແຕ່ໄດ້
ກ່າວວ່າ ຖ້າປືນຄົກ ແລະ ລູກຈະຫຼວດ ທີ່ຍິງມາຈາກພວກຫົວຮຸນແຮງ ໃນເຂດ
ກາຊາ ຍຸຕິລົງ ເວລານັ້ນ ອິສຣາແອລກໍຈະເຊົາການໂຈມຕີຕອບໂຕ້.

ທ່ານ ນິໂກໄລ ເມີລາດີນັອຟ ຜູ້ປະສານງານພິເສດ ສະຫະປະຊາຊາດ ເພື່ອຂັ້ນຕອນ
ສັນຕິພາບ ໃນພາກຕາເວັນອອກກາງ ໄດ້ກ່າວວ່າ “ມັນມີຄວາມຈຳ ເປັນແທ້ໆ
ໃນຊ່ວງເວລາ ຂອງຄວາມສະຫງົບນີ້ ຈະຕ້ອງຮັກສາໄວ້ ບໍ່ວ່າໃນກໍລະນີໃດກໍຕາມ.”

ທ່ານກ່າວຕື່ມວ່າ “ໝົດທຸກຄົນ ມີຄວາມຮັບຜິດຊອບທີ່ຈະຕ້ອງເຮັດ ໃນພາກສ່ວນ
ຂອງພວກເຂົາເຈົ້າ ເພື່ອຫລຸດຜ່ອນ ແລະ ກ້າວຖອຍຈາກຄວາມຫາຍະນະ ເພື່ອປະ
ໂຫຍດຂອງປະຊາຊົນ ແລະອະນາຄົດຂອງພວກເດັກນ້ອຍ ຂອງພວກເຂົາເຈົ້າເອງ.”

ທ່ານ ເມີລາດີນັອຟ ໄດ້ກ່າວຢູ່ທີ່ກອງປະຊຸມສຸກເສີນ ຂອງສະພາຄວາມໝັ້ນຄົງ
ສະຫະປະຊາຊາດ ໃນວັນພຸດວານນີ້ ທີ່ໄດ້ຮຽກຮ້ອງໃຫ້ຈັດຂຶ້ນໂດຍ ສະຫະລັດ
ເພື່ອປຶກສາຫາລື ກ່ຽວກັບ ການຍິງຈະຫຼວດ ແລະປືນຄົກ ຫຼາຍສິບລູກ ຈາກເຂດ
ກາຊາ ໂດຍກຸ່ມຮາມັສ ແລະພວກກຸ່ມຫົວຮຸນແຮງທີ່ເປັນພັນທະມິດ ເຂົ້າໄປໃສ່
ອິສຣາແອລ ນັບຕັ້ງແຕ່ວັນຈັນຜ່ານມາ. ລະບົບປ້ອງກັນລູກສອນໄຟ Iron
Dome ສາມາດສະກັດ ພວກຫົວອາວຸດດັ່ງກ່າວ ໄດ້ ແລະບໍ່ມີລາຍງານ ການສູນ
ເສຍຊີວິດ ຫຼື ບາດເຈັບຂອງຊາວອິສຣາແອລ ແຕ່ຢ່າງໃດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທະຫານອິສຣາແອລ ຢືນເຝົ້າຍາມຢູ່ທີ່ປ້ອມສອດສ່ອງຕາມຊາຍແດນອິສຣາແອລ ກັບແຫຼມກາຊາ, 15 ພຶດສະພາ 2018.
ທະຫານອິສຣາແອລ ຢືນເຝົ້າຍາມຢູ່ທີ່ປ້ອມສອດສ່ອງຕາມຊາຍແດນອິສຣາແອລ ກັບແຫຼມກາຊາ, 15 ພຶດສະພາ 2018.

XS
SM
MD
LG