ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອາກາດຮ້ອນເປັນປະຫວັດການ ໃນລັດອໍເຣກອນ ເຮັດໃຫ້ງານແຕ່ງດອງ ຢູ່ພາຍນອກ ຕ້ອງໄດ້ຍ້າຍເຂົ້າໄປຂ້າງໃນ


ທ່ານນາງວຸດທິນີ ມາຣແນລ ອາໄສຢູ່ໃນນະຄອນພອດແລນ ລັດອໍເຣກອນ ຈັດງານແຕ່ງດອງຢູ່ດ້ານນອກໃຫ້ລູກຊາຍ ເມື່ອວັນເສົາ ທີ 26 ມິຖຸນາ ເມື່ອມີອາກາດຮ້ອນເປັນປະຫວັດການ ຈຶ່ງຕ້ອງໄດ້ຍ້າຍໄປຈັດຢູ່ພາຍໃນ.
ທ່ານນາງວຸດທິນີ ມາຣແນລ ອາໄສຢູ່ໃນນະຄອນພອດແລນ ລັດອໍເຣກອນ ຈັດງານແຕ່ງດອງຢູ່ດ້ານນອກໃຫ້ລູກຊາຍ ເມື່ອວັນເສົາ ທີ 26 ມິຖຸນາ ເມື່ອມີອາກາດຮ້ອນເປັນປະຫວັດການ ຈຶ່ງຕ້ອງໄດ້ຍ້າຍໄປຈັດຢູ່ພາຍໃນ.

ອຸນຫະພູມທີ່ນະຄອນພອດແລນ ລັດອໍເຣກອນ ເມື່ອວັນເສົາທີ 26 ມິຖຸນາຜ່ານມາ ໄດ້ຂຶ້ນສູງເຖິງ 115 ອົງສາຟາເຣັນໄຮ ເທົ່າກັບ 46 ອົງສາແຊລຊຽສ ເຊິ່ງ ສູງເປັນປະຫວັດການສຳລັບພື້ນທີ່ດັ່ງກ່າວ. ໃນມື້ດຽວກັນນັ້ນ ຄອບຄົວທ່ານນາງ ວຸດທິນີ ມາຣແນລ ໃນເບື້ອງຕົ້ນ ໄດ້ຈັດພິທີແຕ່ງງານໃຫ້ລູກຊາຍ ຢູ່ດ້ານນອກຂອງສະຖານທີ່ຈັດງານ ໂດຍມີແຂກເຂົ້າຮ່ວມ ຈາກທັງສອງຄອບຄົວ ຝ່າຍເຈົ້າບ່າວແລະເຈົ້າສາວ ປະມານຊາວກວ່າຄົນ ຊຶ່ງປະຕິບັດຕາມຂໍ້ຈຳກັດ ຂອງທາງການແພດຍ້ອນການລະບາດຂອງໂຄວິດ-19.

ທ່ານນາງວຸດທິນີ ກ່າວວ່າ ພິທີຂອງງານແຕ່ງດອງໄດ້ເລີ້ມຕົ້ນຂຶ້ນໃນເວລາບ່າຍ 3 ໂມງ ແລະອາກາດໃນຊ່ວງນັ້ນ ກໍຮ້ອນເຖິງ 90 ອົງສາຟາເຣນໄຮ ເທົ່າກັບ 32 ອົງສາແຊລຊຽສ ແລະສູງຂຶ້ນເລື້ອຍໆຈົນຮອດຮ້ອຍກວ່າອົງສາ ດັ່ງທີ່ທ່ານນາງກ່າວວ່າ:

“ງານເລີ້ມດອງແມ່ນ 3 ໂມງ ໂອ້ອາກາດແມ່ນມ້ອງຮ້ອຍ ຄືວ່າອາກາດມ້ອງຮ້ອຍ ຢູ່ອໍເຣກອນນີ້ ມັນບໍ່ອົບເອົ້າ ມັນແຫ້ງມັນແມ່ອາກາດທີ່ແຫ້ງ ບໍ່ຄືກັບຢູ່ທາງແຖວຟາກແຄມຝັ່ງຕາເວັນອອກ ຫຼືວ່າ ພາກຕາເວັນຕົກຕອນກາງເນາະ ເພາະວ່າເຂົາເຈົ້າມີຄວາມອົບເອົາມັນສູງແຕ່ຢູ່ທີ່ນີ້ ມັນແຫ້ງ ອາກາດແຫ້ງ ສະນັ້ນມັນກໍບໍ່ຮ້ອນຫຼາຍ ແຕ່ວ່າເຮົາບໍ່ເຄີຍ ເຮົາບໍ່ເຄີຍມີອາກາດຮ້ອນ ແບບຈັ່ງຊີ້ຈັກເທື່ອ ແບບວ່າ ຮ້ອຍສິບຂຶ້ນເມືອນີ້ ບໍ່ເຄີຍເຫັນຈັກເທື່ອ.”

ທ່ານນາງວຸດທິນີ ກ່າວອີກວ່າ ໃນເວລາ 5 ໂມງແລງ ຍ້ອນອາກາດຮ້ອນຂຶ້ນຫຼາຍ ເພິ່ນຈຶ່ງໄດ້ປ່ຽນແຜນຈາກທີ່ວ່າ ຈະໃຫ້ແຂກຮັບປະທານອາຫານຢູ່ດ້ານນອກນັ້ນ ໄປເປັນການຮັບປະທານອາຫານ ຢູ່ພາຍໃນສະຖານທີ່ຈັດງານ.

ສຳລັບມື້ນັ້ນ ທ່ານນາງກ່າວໃຫ້ຟັງຕື່ມວ່າ “ຢູ່ໃນລັດອໍເຣກອນນີ້ ວ່າມີຄົນຜູ້ເສຍຊີວິດ 92 ຄົນ ເພາະວ່າ ເຮືອນຂອງຄົນບາງຄົນຫັ້ນ ບໍ່ມີເຄື່ອງປັບອາກາດເຢັນ ຖ້າວ່າພວກຜູ້ເຖົ້າ ເຂົາຢູ່ເຮືອນຂອງເຂົາເຈົ້າມັນເຮືອນເກົ່າຫຼາຍຫັ້ນນະ ມັນຊິບໍ່ມີເຄື່ອງປັບອາຍເຢັນ ເພາະວ່າ ຢູ່ທາງແຖວພາກຕາເວັນຕົກສຽງເໜືອນີ້ ມັນຊິບໍ່ຮ້ອນຫຼາຍ ຖ້າວ່າໃນລະດູຮ້ອນນີ້ ກະປະມານ 80 ຫາ 85 ອົງສາ ຖ້າວ່າຮ້ອນສຸດ ກະເຄີຍມີແບບວ່າ ມື້ນຶ່ງຫຼືສອງມື້ ປະມານຮ້ອຍນຶ່ງຫາຮ້ອຍສອງ.”

XS
SM
MD
LG