ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາບ ອາກາດ ໜາວຈັດ ໃນ ສະຫະລັດ ຈະເລີ້ມ ດີຂຶ້ນ (ສະໄລດ໌/ວີດີໂອ)


Polar Vortex Hits Northeast US
please wait

No media source currently available

0:00 0:01:22 0:00
ລິງໂດຍກົງ
ສະຫະລັດພວມ​ຈະ​ໄດ້​ຮັບ​ການ​ບັນ​ເທົາ ຫລັງ​ຈາກ​ໄດ້​ປະ​ເຊີນ​
ໜ້າ​ກັບ​ສະພາບ​ອາ ກາດ​ທີ່ໜາວຈັດ​ເປັນ​ອັນ​ຕະລາຍ ມາ​ໄດ້​
ຫຼາຍ​ມື້ ​ເນື່ອງ​ຈາກ​ອຸນຫະພູມ​ຕໍ່າ​ເປັນ​ປະ ຫວັດ​ການ.

​ເປັນ​ທີ່​ຄາດ​ກັນ​ວ່າ ອຸນຫະພູມ ຈະ​ສູງ​ຂື້ນ ​ໃກ້​ກັບສະພາບ​ປົກ
ກະຕິ​ ​ໃນ​ເຂດພາກ​ກາງ​ຂອງ​ສະຫະລັດ ໃນ​ວັນ​ພະຫັດ​ມື້​ອື່ນນີ້
ຊຶ່ງ​ຈະ​ມີ​ອາກາດ​ຄ້າຍຄື​ກັບລະດູ​ບານໃໝ່ ແລະ​ຄາດ​ວ່າຢູ່​ໃນ
ພາກ​ຕາ​ເວັນ​ອອກນັ້ອາກາດຈະ​ດີ​ຂຶ້ນ ​ໃນ​ທ້າຍ​ອາທິດ​ນີ້.

ອຸນຫະພູມຢູ່​ໃນ​ທັງ​ໝົດ 50 ລັດແມ່ນຕໍ່າ​ກວ່າ​ລະດັບ​ນໍ້າກ້ອນ​
ໃນ​ບາງ​ຕອນ​ຂອງ ​ວັນ​ອັງຄານວານ​ມື້​ນີ້ ​ແມ່ນ​ແຕ່ລັດ​ຮາ​ວາຍ
ກໍ​ຕິດ​ລົບ 6 ອົງສາ​ແຊລຊຽດ ຢູ່ທີ່​ເທິງພູ​ສູງສຸດ​ຂອງ​ລັດ.



ສະພາບອາກາດ​ໜາວຈັດ ​ທີ່​ເຮັດ​ໃຫ້​ຫົວເມືອງ​ຕ່າງໆ​ທາງ​ພາ​ກກາງແຂງ​ກະດ້າງ ເຊັນ​ວ່າ
ນະຄອນ Chicago ​ແລະ Minneapolis ​ໄດ້​ແຜ່​ລາມ​ມາ​ສູ່​ພາກ​ຕາ​ເວັນ​ອອກ​ໃນ​ມື້ວັນ​ອັງ​
ຄານວານ​ນີ້ ຄື​ລົບ 10 ອົງສາ​ແຊລ​ຊຽດ ທີ່​ນະຄອນ​ຫລວງ Washington, New York,
Philadelphia ​ແລະ Boston ປະກອບ​ກັບ​ລົມ​ໜາວ​ແລ້ວ ​ເຮັດ​ໃຫ້ຮູ້ສຶກ​ໜາວ​ກວ່າ​ນັ້ນອີກ.

ອຸນຫະພູມ ​ໄດ້​ຫລຸດຕໍ່​າລົງ​ຢ່າງ​ເປັນ​ປະຫວັດ​ການຢູ່​ທາງ​ພາກ​ໃຕ້ຂອງ​ສະຫະລັດ ​ບ່ອນ​ທີ່​
ທຳ​ມະ​ດາ​ແລ້ວມີ​ອາກາດ​ປົກກະຕິນັ້ນ.

ສະພາບອາກາດໜາວ​ເຢັນ​ຈັດ ​ໄດ້ພາ​ໃຫ້​ມີ​ການ​ປິດ​ໂຮງຮຽນຕ່າງໆ ລົບ​ກວນ​ການ​ບໍລິ
ການ​ທາງ​ລົດ​ໄຟ ​ແລະ​ຍົກ​ເ​ລີກ​ຖ້ຽວ​ບິນ​ຫລາຍ​ພັນ​ຖ້ຽວ. ຢ່າງໜ້ອຍ​ຫ້າ​ຄົນ​ມີລາຍ​ງານ
​ເສຍ ​ໄດ້​ເສຍ​ຊີວິດ​ ຢູ່​ໃນທົ່ວ​ປະ​ເທດ.

'Polar Vortex' Dumps Arctic Air on 187 Million Americans
please wait

No media source currently available

0:00 0:02:27 0:00
ລິງໂດຍກົງ
XS
SM
MD
LG