ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພາກ​ກາງ​ ຕອນ​ເໜືອ ສຫລ ກາຍ​​ເປັນ ​​ເຂດທີ່ ​ໜາວ​ເຢັນ​ທີ່​ສຸດ (ສະໄລດ໌/ວີດີໂອ)


ອາກາດໜາວຈັດ ເຮັດໃຫ້ເຫັນອາຍນໍ້າ ພົ້ນຂື້ນມາຈາກ ແມ່ນໍ້າ
Lake Michigan.
ອາກາດໜາວຈັດ ເຮັດໃຫ້ເຫັນອາຍນໍ້າ ພົ້ນຂື້ນມາຈາກ ແມ່ນໍ້າ Lake Michigan.
ສະພາບ​ອາກາດ​ໜາວທີ່​ເປັນອັນ​ຕະລາຍ​ ທີ່​ເຮັດ​ໃຫ້​ພາກ​ກາງ​
ຕອນ​ເໜືອຂອງສະຫະລັດ ກາຍເປັນເຂດ​ໜາວ​ເຢັນ​ທີ່​ສຸດນັ້ນ
ຄາດ​ວ່າ​ ຈະ​ເຄື່ອນ​ຍ້າຍ​ມາສູ່​ພາກ​ຕາ​ເວັນ​ອອກ ​ແລະ​ພາກ​ໃຕ້
​ໃນ​ວັນ​ອັງ​ຄານ​ມື້​ນີ້.

ອຸນຫະ​ພູມ​ສູງໃນໂຕ​ເມືອງໃຫຍ່ໆ​ທາງ​ພາກ​ຕາ​ເວັນ​ອອກຂອງ
​ສະຫະລັດ ​ເຊັ່ນ​ວ່າ ນະຄອນ Boston, New York, Phila-
delphia ​ແລະນະຄອນຫລວງວໍ​ຊິງ​ຕັນ ຄາດ​ວ່າ ຈະຫລຸດ​ລົງ​
ເປັນລົບ 10 ອົງສາແຊ​ລ​ເຊິສ ​ໃນ​ວັນ​ອັງຄານ​ມື້​ນີ້ ດ້ວຍຄວາມ​
ໜາວຂອງລົມ​ແລ້ວ ຈະ​ພາ​ໃຫ້ຮູ້ສຶກ​ວ່າ​ໜາວ​ຈັດຈົນທົນ​ບໍ່​ໄດ້.



​ແມ່ນ​ກະທັ້ງ ອຸນຫະພູມ​ທີ່​ປົກກະຕິ ​ຂອງລັດຕ່າງ​ໆ ເຊັນ​ວ່າ Florida ​ແລະ​ລັດ Texas ​ໃນ​
ເຂດ​ພາກ​ໃຕ້ ກໍ​ຄາດວ່າ ຈະຕໍ່າ​ກວ່າປົກກະຕິ 20 ອົງສາ.

ບັນດາ​ເຈົ້າ​ໜ້າ​ທີ່ ​ໄດ້​ປິດ​ໂຮງຮຽນຢູ່​ໃນ​ຫລາຍ​ໂຕ​ເມືອງ​ ​ໃນ​ວັນ​ອັງຄານມື້ນີ້ ​ໃນ​ຂະນະ​ທີ່​ເຈົ້າ​
ໜ້າ​ທີ່​ພາກັນ​ເຕືອນ​ໃຫ້​ທຸກໆ​ຄົນລະມັດລະວັງ. ພວກ​ນາຍ​ໝໍ​ເຕືອນ​ວ່າ ການອອກ​ໄປຖືກກັບ
ອາກາດ​ໜາວດັ່ງກ່າວ​ນີ້ ສາມາດ​ເຮັດ​ໃຫ້​ເກີດ​ແຂງ​ກະດ້າງ​ ພາຍ​ໃນບໍ່ພໍ​ເທົ່າໃດ​ນາ​ທີ.

ສະພາບ​ອາກາດ​ໜາວຈັດ ​ທີ່​ເປັນ​ໄພ​ຂົ່ມຂູ່​ຕໍ່​ຊີວິດ ​ໄດ້ເຮັດ​ໃຫ້​ສ່ວນ​ໃຫຍ່ ຂອງພາກ​ກາງສະ
ຫະລັດ​ເປັນ​ອຳມະພາດໃນ​ວັນ​ຈັນ​ມື້​ນີ້. ອຸນຫະ​ພຸມຂອງ​ອາກາດແມ່ນ​ຕິດລົບ 23 ອົງສາ​ແຊ​ລ​ເຊິ​ສ ຢູ່ນະຄອນ Chicago ນະຄອນ Indianapolis ເມືອງ Minneapolis ​ແລະລົບ 29 ຢູ່ International Falls ລັດ Minnesota ຊຶ່ງໜາວ​ກ່ອນ​ຢູ່ຂົ້ວ​ໂລກ​ໃຕ້.

ມີ​ການພະຍາກອນ​ອາກາດວ່າ ອຸນຫະພູມ​ແບບເປັນ​ປົກກະຕິຈະ​ກັບ​ຄືນ​ມາ​ໃ​ນ ທ້າຍອາທິດ​ນີ້.

us weather
please wait
Embed

No media source currently available

0:00 0:00:11 0:00
XS
SM
MD
LG