ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງ ອອກຄຳສັ່ງເອີ້ນຄືນ ຜະລິດຕະພັນ ນົມຜົງ ຂອງບໍລິສັດ ແລັກຕາລິສ ທົ່ວໂລກ


ນາງ ບຣິຈິດ ເອັນຣິເກສ໌ ອາຍຸ 2 ປີ, ກຳລັງກິນນົມໝົດຈາກຈອກ ໃນລະຫວ່າງການຮັບປະທານອາຫານເຊົ້າທີ່ສູນກາງຄອບຄົວໃນ
ຂົງເຂດ ຮາວຫວາດ. ນະຄອນ ຊິຄາໂກ. 4 ກຸມພາ, 2005,
ນາງ ບຣິຈິດ ເອັນຣິເກສ໌ ອາຍຸ 2 ປີ, ກຳລັງກິນນົມໝົດຈາກຈອກ ໃນລະຫວ່າງການຮັບປະທານອາຫານເຊົ້າທີ່ສູນກາງຄອບຄົວໃນ ຂົງເຂດ ຮາວຫວາດ. ນະຄອນ ຊິຄາໂກ. 4 ກຸມພາ, 2005,

ປະເທດ ຝຣັ່ງ ໄດ້ສັ່ງໃຫ້ທຳການເອີ້ນຄືນ ຜະລິດຕະພັນນົມຜົງສຳລັບເດັກນ້ອຍ ແລະ
ອາຫານເດັກນ້ອຍຫຼາຍຊະນິດໃນທົ່ວໂລກ ທີ່ຜະລິດໂດຍບໍລິສັດທີ່ມີຊື່ສຽງຂອງ ຝຣັ່ງ
ແລັກຕາລິສ໌ ຫຼັງຈາກໄດ້ກວດພົບວ່າ ມີແບັກທີເຣຍໂລກທາງເດີນອາຫານ ຫຼື
ຊາລໂມແນລລາ.

ຊວງເສດຖະກິດຂອງ ຝຣັ່ງ ໄດ້ສັ່ງຢຸດການຕະຫຼາດ ແລະ ການສົ່ງອອກຜະລິດຕະພັນ
ບຳລຸງເດັກນ້ອຍຫຼາຍຊະນິດ, ທີ່ຖືກຜະລິດນັບຕັ້ງແຕ່ວັນທີ 15 ກຸມພາ 2017 ເປັນຕົ້ນ
ມາ ຢູ່ໂຮງງານ ແລັກຕາລິສ໌ ໃນເມືອງ ຄຣາອົງ.

ອົງການປົກປ້ອງການຜູ້ບໍລິໂພກ ຝຣັ່ງ DGCCRF ໄດ້ກ່າວໃນຖະແຫຼງການສະບັບ
ນຶ່ງວ່າ ບໍລິສັດ ແລັກຕາລິສ໌ ບໍ່ໄດ້ຈັດການຄວາມສ່ຽງຂອງສານປົນເປື້ອນ ນັບຕັ້ງແຕ່
ຄວາມເຈັບປ່ວຍໄດ້ຖືກລາຍງານຄັ້ງທຳອິດເປັນຕົ້ນມາ.

ການເອີ້ນກັບຄືນ ລວມມີຜະລິດຕະພັນຕ່າງໆ ສຳລັບການສົ່ງອອກໄປບັນດາຕະຫຼາດ
ໃນ ອາຟຣິກາ, ເອເຊຍ, ຢູໂຣບ ແລະ ລາຕິນອາເມຣິກາ (ຈີນ, ໄຕ້ຫວັນ, ປາກິສຖານ,
ອັຟການິສຖານ, ອີຣັກ, ໂມຣັອກໂກ, ເລບານອນ, ຊູດານ, ໂຣເມເນຍ, ເຊີເບຍ, ຈໍເຈຍ,
ກຣີສ໌, ເຮຕີ, ໂຄລົມເບຍ ແລະ ເປຣູ.)

ການເອີ້ນກັບຄືນ ຜະລິດຕະພັນ ໄດ້ມີຂຶ້ນ ລຸນຫຼັງມີກໍລະນີການຕິດເຊື້ອ
“ຊາລໂມແນລລາ ອາໂກນາ” ໃນແອນ້ອຍ ອາຍຸຕໍ່າກວ່າ 6 ເດືອນຫຼາຍກວ່າ 20 ຄັ້ງ
ຖືກລາຍງານ ໃນ ຝຮັ່ງ ໃນລະຫວ່າງຕົ້ນເດືອນທັນວາ. ກໍລະນີໃໝ່ອີກ 5 ຄັ້ງໄດ້ຖືກ
ລາຍງານໃນສັບປະດາທີ່ຜ່ານມາ.

ບໍລິສັດ ແລັກຕາລິສ໌ ແມ່ນນຶ່ງໃນບັນດາຜູ້ຜະລິດ ຜະລິດຕະພັນນົມທີ່ໃຫຍ່ທີ່ສຸດຂອງ
ໂລກ, ຂາຍນົມສຳລັບເດັກນ້ອຍ ໃນຫໍ່ ນັບຈາກ 350 ຫາ 950 ກຣາມ ເຊິ່ງຖືກຂາຍ
ໃນທົ່ວໂລກ ພາຍໃຕ້ຊື່ຫຼາຍຍີ່ຫໍ້, ລວມມີ Milumel, Picot ແລະ Celi.

ລາຍຊື່ເຕັມຂອງຜະລິດຕະພັນທີ່ຕ້ອງສົງໄສແມ່ນມີຢູ່ເວັບໄຊທ໌ຂອງອົງການ
DGCCRF.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG