ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໗ ມີນາ ໒໐໒໕

ຢູ​ໂຣບ ​ກຳ​ລັງຖືກທົດ​ສອບ ກ່ຽວ​ກັບ ການ​ສະ​ໜັບ​ສະ​ໜູ​ນ​ດ້ານ​ອາ​ວຸດ​ໃຫ້ ຢູ​ເຄ​ຣນ


ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້​ດ້ວຍ​ການ​ບັນ​ຍາຍເປັນ​ພາ​ສາ​ລາວ.

ບັນດາຜູ້ນຳສະຫະພາບ ຢູໂຣບ ຈະພົບປະຊຸມກັບປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໃນວັນພະຫັດຈະມາເຖິງນີ້ຢູ່ນະຄອນຫຼວງ ບຣັສໂຊລສ໌ ປະເທດ ແບລຈຽມ ເພື່ອປຶກສາຫາລືການຂະຫຍາຍງົບປະມານໃຊ້ຈ່າຍປ້ອງກັນປະເທດສຳລັບ ຢູເຄຣນ ແລະ ຄວາມໝັ້ນຄົງຂອງ ຢູໂຣບ ເອງເມື່ອຕ້ອງປະເຊີນໜ້າກັບ ຣັດເຊຍ. ການປະຊຸມຄັ້ງນີ້ເກີດຂຶ້ນທ່າມກາງຄວາມກັງວົນວ່າການສະໜັບສະຫນູນຢູໂຣບ ຂອງ ສະຫະລັດ ທີ່ມີມາຢ່າງຍາວນານ ນັ້ນອາດສິ້ນສຸດລົງ. ແຕ່ສະຫະພາບຢູໂຣບ ມີຜູ້ນຳ, ວິທີການ ແລະ ການສະໜັບສະໜູນຈາກສາທາລະນະພຽງພໍ ທີ່ຈະດຳເນີນການດ້ວຍຕົນເອງຫຼືບໍ່?

ລັດຖະບານສະຫະພາບ ຢູໂຣບ ສ່ວນຫຼາຍເວົ້າວ່າເຂົາເຈົ້າຈະຢືນຄຽງຂ້າງ ຢູເຄຣນ ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ ແລະ ວັນພະຫັດນີ້ອາດຈະເປັນບົດທົດສອບຄັ້ງໃຫຍ່. ໃນວັນອັງຄານທີ່ຜ່ານມາ ທ່ານນາງ ເອີຊູລາ ວອນ ເດີ ເລເຢັນ ປະທານຄະນະກຳມາທິການຢູໂຣບ ໄດ້ສະຫຼຸບແຜນ 5 ປະການ ມູນຄ່າ 840,000 ລ້ານໂດລາ ເພື່ອຊ່ວຍເຫຼືອຢູເຄຣນ ແລະ ໃຫ້ປະເທດສະມາຊິກສະຫະພາບ ຢູໂຣບ ມີອຳນາດທາງການເງິນໃນການເສີມກຳລັງ.

ທ່ານນາງ ເອີຊູລາ ວອນ ເດີ ເລເຢັນ ກ່າວວ່າ “ຄຳຖາມທີ່ແທ້ຈິງຢູ່ຕໍ່ໜ້າຂອງພວກເຮົາກໍແມ່ນວ່າ ຢູໂຣບ ແມ່ນພ້ອມທີ່ຈະດຳເນີນການຢ່າງເດັດຂາດຕາມທີ່ສະຖານະການກຳນົດຫຼືບໍ່ ແລະ ຢູໂຣບ ພ້ອມ ແລະ ສາມາດທີ່ຈະດຳເນີນການຢ່າງວ່ອງໄວ ແລະ ດ້ວຍຄວາມທະເຍີທະຍານທີ່ຈຳເປັນຫຼືບໍ່.”

ທ່ານ ອີລາຍ ເທເນັນໂບມ, ຈາກສະຖາບັນເພື່ອການພົວພັນຕ່າງປະເທດກ່າວວ່າ “ຖ້າຊາວ ຢູໂຣບ ຕ້ອງການກ້າວຂຶ້ນມາເພື່ອຊົດເຊີຍການສູນເສຍຄວາມຊ່ວຍເຫຼືອຈາກອາເມຣິກາຕໍ່ ຢູເຄຣນ ມັນຈະຕ້ອງດຳເນີນການທັນທີ, ພວກເຂົາຕ້ອງວາງເງິນເທິງໂຕະ ພວກເຂົາຕ້ອງສົ່ງຄຳສັ່ງໄປຍັງອຸດສາຫະກຳປ້ອງກັນປະເທດ.”

ໃນຄວາມຮີບດ່ວນພໍໆກັນ: ເຂົາເຈົ້າຕ້ອງເພີ່ມຂີດຄວາມສາມາດໃນການປ້ອງກັນປະເທດຂອງ ຢູໂຣບ ໂດຍປ່ຽນການສົນທະນາມາຫຼາຍປີໃຫ້ເປັນການດຳເນີນການ… ໃນຂະນະທີ່ ວໍຊິງຕັນ ປາກົດວ່າຈະຫັນອອກຈາກ ຢູເຄຣນ ແລະ ອາດຈະຫັນອອກຈາກຖານະເປັນຜູ້ປົກປ້ອງ ແລະ ພັນທະມິດຊັ້ນນຳຂອງຢູໂຣບ ມາຫຼາຍທົດສະວັດດ້ວຍ.

ທ່ານ ອຽນ ເລັສເຊີ, ຈາກກອງທຶນ ມາຊອລ (Marshall Fund) ກ່າວວ່າ “ເລື່ອງນີ້ໄດ້ສ້າງບັນຫາໃຫຍ່ໃຫ້ກັບອະນາຄົດຂອງສະຫະພາບ ຢູໂຣບ ຢ່າງຫຼວງຫຼາຍ ແລະ ຂ້າພະເຈົ້າຄິດວ່າຄົນໃນ ຢູໂຣບ ກໍຮູ້ເຖິງເລື່ອງນີ້ດີ ຢູໂຣບຈະຮັບມືກັບຄວາມທ້າທາຍເຫຼົ່ານີ້ໄດ້ຫຼືບໍ່, ບໍ່ວ່າຈະເປັນເລື່ອງການຄ້າ ຫຼື ການປ້ອງກັນປະເທດ ໃນຮູບແບບລວມກັນ ຫຼືວ່າປະເທດສະມາຊິກຈະດຳເນີນຕາມແນວທາງຂອງຕົນເອງ.”

ບາງປະເທດ, ຄື ໂປແລນ, ໄດ້ລົງທຶນຢ່າງໜັກໃນການເສີມອາວຸດຄືນແລ້ວ. ຕອນນີ້, ຫຼັງຈາກຫຼາຍປີທີ່ ສະຫະລັດ ໄດ້ຮຽກຮ້ອງໃຫ້ເຮັດຫຼາຍຂຶ້ນນັ້ນ, ປະເທດອື່ນໆກໍໄດ້ທຳການເພີ່ມຂຶ້ນເຊັ່ນກັນລວມທັງ ອັງກິດ, ເດັນມາກ, ເຢຍຣະມັນ ແລະ ຝຣັ່ງ, ເຊິ່ງປະທານາທິບໍດີ ມາກຣົງ ຢາກໃຫ້ສະມາຊິກສະຫະພາບຢູໂຣບເພີ່ມ 3 ເປີເຊັນ ຫຼື ຫຼາຍກວ່ານັ້ນ ຈາກຍອດຜະລິດຕະພັນລວມພາຍໃນຂອງເຂົາເຈົ້າເຂົ້າໃສ່ໃນການປ້ອງກັນປະເທດ.

ນອກຈາກນີ້ ທ່ານຍັງສະເໜີໃຫ້ຂະຫຍາຍການຍັບຢັ້ງການໃຊ້ອາວຸດນິວເຄລຍຂອງ ຝຣັ່ງ ໄປຍັງປະເທດອື່ນໆໃນຢູໂຣບດ້ວຍ. ຝຣັ່ງ ໄດ້ເວົ້າເຖິງສິ່ງທີ່ຮຽກວ່າ ເອກະລາດທາງຍຸດທະສາດ” ມາເປັນເວລາດົນແລ້ວ ຊຶ່ງກໍຄືເອກະລາດທີ່ບໍ່ຕ້ອງເພິ່ງພາວໍຊິງຕັນອີກຕໍ່ໄປ.

ບັນດານັກວິເຄາະເຫັນວ່າ ຈະມີບາງປະເທດທີ່ເປັນຜູ້ນຳໃນການຂັບເຄື່ອນນີ້ ນັບຕັ້ງແຕ່ ໂປແລນ ແລະ ເຢຍຣະມັນ ໄປຈົນເຖິງ ຝຣັ່ງ ແລະ ອັງກິດ ທີ່ບໍ່ໄດ້ເປັນສະມາຊິກສະຫະພາບ ຢູໂຣບ ຊຶ່ງຕ້ອງການ “ກຸ່ມພັນທະມິດແຫ່ງຄວາມເຕັມໃຈ” ທີ່ຈະສົ່ງກອງກຳລັງ ແລະ ຕິດຕາມຂໍ້ຕົກລົງສັນຕິພາບ ຢູເຄຣນ ໃນອະນາຄົດ.

ທ່ານ ອີລາຍ ເທເນັນໂບມ ກ່າວວ່າ “ຂ້າພະເຈົ້າເຫັນໃນລະດັບໃດນຶ່ງ, ຂ້າພະເຈົ້າບໍ່ຢາກເວົ້າວ່າວິຕົກກັງວົນ, ແຕ່ເປັນຊາວຢູໂຣບທີ່ຕື່ນຕົກໃຈ ທີ່ພວກເຂົາຮູ້ວ່າພວກເຂົາຕ້ອງຮ່ວມມືກັນໃຫ້ຫຼາຍທີ່ສຸດ ພວກເຂົາຮູ້ວ່ານີ້ເປັນຊ່ວງເວລາແຫ່ງວິກິດການໃນປະຫວັດສາດ ດັ່ງນັ້ນເຈົ້າຈຶ່ງເຫັນວ່າປະເທດໃຫຍ່ ຕ່າງກໍພະຍາຍາມເຂົ້າຮ່ວມມືກັນ ເພື່ອກ້າວຂ້າມຄວາມແຕກຕ່າງໃນອະດີດ.”

ແຕ່ບາງປະເທດມີລັດຖະບານ ແລະ ເສດຖະກິດທີ່ບໍ່ໝັ້ນຄົງ. ບາງປະເທດສະຫະພາບ ຢູໂຣບ ແລະ ພັກການເມືອງຝ່າຍຂວາບາງພັກ ແມ່ນບໍ່ເຫັນດ້ວຍກັບເລື່ອງນີ້ ແລະ ການສະໜັບສະນູນຂອງສາທາລະນະສຳລັບ ຢູເຄຣນ ກໍມີປະສົມກັນ ແລະ ຈະຕ້ອງໃຊ້ເວລາຫຼາຍປີກວ່າທີ່ການລົງທຶນດ້ານການປ້ອງກັນປະເທດຂອງຢູໂຣບຈະຄຸ້ມຄ່າ.

ທ່ານ ມິແຊລ ດູຄລອສ ຈາກສະຖາບັນ ມົງໄຕນ໌ ກ່າວວ່າ “ມັນຕ້ອງໃຊ້ຄວາມພະຍາຍາມ, ແຕ່ມັນບໍ່ແມ່ນວ່າເປັນໄປບໍ່ໄດ້ທີ່ຈະສະແດງໃຫ້ປະຊາຊົນເຫັນວ່າ ຕອນນີ້ພວກເຮົາຕ້ອງຈິງຈັງ ກ່ຽວກັບ ການປ້ອງກັນປະເທດ.”

ນັກວິເຄາະຈຳນວນນຶ່ງອະທິບາຍວ່ານີ້ແມ່ນການເຕືອນໃຫ້ ຢູໂຣບ ຮູ້ເຖິງຄວາມຮີບດ່ວນໃນການເພີ່ມກຳລັງທະຫານ ເພື່ອປົກປ້ອງບໍ່ພຽງແຕ່ດິນແດນຂອງຕົນເທົ່ານັ້ນ ແຕ່ຍັງລວມເຖິງຄຸນຄ່າຂອງຕົນດ້ວຍ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

European Union leaders will meet with Ukrainian President Volodymyr Zelenskyy Thursday in Brussels to discuss boosting defense spending for Ukraine and Europe’s own security in the face of Russia. The meeting comes amid fears that the United States' longtime support to Europe may end. But does the EU have the leadership, means and public support to go it alone?

Most EU governments say they will stand by Ukraine whatever it takes — and Thursday may be one big test. On Tuesday, European Commission chief Ursula von der Leyen outlined a five-point, $840 billion plan to aid Ukraine — and give EU countries financial leverage to rearm.

“The real question in front of us is whether Europe is prepared to act as decisively as the situation dictates. And whether Europe is ready and able to act with speed and with the ambition that is needed.”

“If the Europeans want to step up, to make up for the loss of American aid to Ukraine, it needs to happen now. They need to put the money on the table, they need to pass on the orders to the defense industry.”

Just as urgent: ramping up Europe’s own defense capabilities - turning years of talk into action…

…as Washington appears to be pivoting away from Ukraine and possibly also from decades as Europe’s top protector and ally.

“It raises very big issues for the future of the European Union, frankly. And I think people in Europe are very aware of this. Is Europe going to address these challenges, whether it’s on trade or defense — in a collective way? Or are countries, member states, going to go their own way?”

Some, like Poland, have invested heavily in rearming. Now, after years of US calls to do more, others are stepping up - including Britain, Denmark, Germany…

…and France, where President Emmanuel Macron wants EU members to plow 3 percent or more of their GDP into defense.

He’s also floated extending France’s nuclear deterrence to other European countries. France has long talked about so-called ‘strategic autonomy’ — one less dependent on Washington.

Analysts see a few countries leading the drive, from Poland and Germany to France and non-EU member Britain, who want a so-called ’coalition of the willing’ to send troops and monitor any future Ukraine peace deal.

“I see some degree of — I don’t want to say panic — but really alarmed Europeans, that realize they need to stick together as much as possible. They realize this is a historic time of crisis. So, you see the big nations sort of coming together, trying to get beyond their past divergences.”

But some have shaky governments and shaky economies. Some EU countries and far-right parties are not on board, and public support for Ukraine is mixed. And it will take years for European defense investments to pay off.

“It will need an effort, but it’s not impossible to show the people that now we have to be serious about defense.”

Some analysts describe this as a wake-up call for Europe in realizing the urgency of rearming — to defend not only its territory, but its values.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG