ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິ​ກິດ​ການ ​ໃນຂະແໜງອະສັງຫາລິມະຊັບ ແລະການຂາດແຄນພະລັງງານ ເປັນ​ໄພ ຂົ່ມ​ຂູ່​ຕໍ່​ການ​ຂະ​ຫຍາຍ​ໂຕ ​ຂອງ​ເສດ​ຖະ​ກິດຈີນ


ຈ​ໍ​ໂທ​ລະ​ພາບ​ສະ​ແດງ​ໃຫ້​ເຫັນ​ດັດ​ຊະ​ນີຕະ​ຫລາດ​ຮຸ້ນ​ໃນ​ຮົງ​ກົງ, ກຸ່ມ​ບໍ​ລິ​ສັດ China Evergrande ແລະ​ຫົວ​ໜ່ວຍ​ບໍ​ລິ​ການ​ດ້ານ​ຊັບ​ສິນຂອງມັນ, Evergrande Property Services, ຖືກ​ໂຈະ​ໄວ້ ​ບໍ່​ໃຫ້​ເຂົ້າ​ຮ່ວມໃນ​ການ​ຄ້າ​ຂາຍ​ຮຸ້​ນ ​ໃນ​ວັນ​ທີ 4 ຕຸ​ລາ, 2021 (ພາບ​ໂດຍ AP Photo/Vincent Yu)
ຈ​ໍ​ໂທ​ລະ​ພາບ​ສະ​ແດງ​ໃຫ້​ເຫັນ​ດັດ​ຊະ​ນີຕະ​ຫລາດ​ຮຸ້ນ​ໃນ​ຮົງ​ກົງ, ກຸ່ມ​ບໍ​ລິ​ສັດ China Evergrande ແລະ​ຫົວ​ໜ່ວຍ​ບໍ​ລິ​ການ​ດ້ານ​ຊັບ​ສິນຂອງມັນ, Evergrande Property Services, ຖືກ​ໂຈະ​ໄວ້ ​ບໍ່​ໃຫ້​ເຂົ້າ​ຮ່ວມໃນ​ການ​ຄ້າ​ຂາຍ​ຮຸ້​ນ ​ໃນ​ວັນ​ທີ 4 ຕຸ​ລາ, 2021 (ພາບ​ໂດຍ AP Photo/Vincent Yu)

ໃນຊ່ວງເວລາທີ່ເສດຖະກິດຂອງຈີນກໍາລັງປະເຊີນກັບສິ່ງທ້າທາຍຫຼາຍຢ່າງ, ລວມທັງການຂາດແຄນພະລັງງານ ແລະບັນຫາຕ່ອງໂສ້ການສະໜອງສິນ​ຄ້າ ທີ່ເຮັດ​ໃຫ້ອຸດສາຫະກໍາຫຼາຍຢ່າງ ຖືກ​ກະ​ທົບ​ກະ​ເທືອນ​ຢູ່ນັ້ນ ວິກິດການທີ່​ກຳ​ລັງຂະຫຍາຍຕົວ​ອອກເປັນ​ວົງ​ກວ້າງ ໃນຂະແໜງອະສັງຫາລິມະຊັບ ກໍ​ເປັນ​ໄພຂົ່ມຂູ່ ທີ່​ຈະພາ​ໃຫ້​ເກີດຄວາມເສຍຫາຍເພີ້​ມ​ຂຶ້ນອີກ.

ເປັນເວລາຫຼາຍເດືອນ​ມາແລ້ວທີ່ວິກິດການທີ່ເລີ່ມຕົ້ນຂຶ້ນ​ຢ່າງຊ້າໆຢູ່ໃນກຸ່ມ ບໍລິສັດຊາຍ​ນາ​ແອ​ເວີ​ແກ​ຣນ (China Evergrande), ເຊິ່ງເປັນນຶ່ງໃນບັນ​ດາ​ບໍ​ລິ​ສັດພັດທະນາອະສັງຫາລິມະຊັບ ທີ່ໃຫຍ່ທີ່ສຸດຂອງປະເທດໄດ້ເຮັດໃຫ້ຂະແໜງອະສັງຫາລິມະຊັບເປັນ​ຈຸດ​ສົນ​ໃຈ​ຂອງ​ຄົນ, ມັນກວມ​ເອົາສ່ວນແບ່ງຂອງຜະລິດຕະພັນລວມພາຍໃນ ຫລື GDP ຂອງ​ຈີນເກືອບຮອດ 30 ເປີ​ເຊັນ -ເຊິ່ງຫຼາຍກວ່າສ່ວນ​ແບ່ງຂອງ​ຂະ​ແໜງ​ການນີ້​ໃນປະເທດທີ່ພັດທະນາແລ້ວ ເກືອບ​ໝົດ​ທຸກ​ປະ​ເທດນັ້ນຫລາຍ.

ວິກິດການດັ່ງກ່າວ ໄດ້​ຖືກເລັ່ງ​ໃຫ້​ເພີ້ມ​ຄວາມ​ໄວ​ຂຶ້ນໃນບໍ່ເທົ່າໃດມື້ທີ່ຜ່ານມານີ້ ໂດຍ​ທີ່ມີບໍລິສັດອະສັງຫາລິມະສັບຫຼາຍແຫ່ງບໍ່​ສາ​ມາດຊໍາລະພັນທະບັດຂອງເຂົາເຈົ້າໄດ້, ຫຼືບໍ່ກໍຮ້ອງຂໍໃຫ້ມີການໂຍະ​ຍານຈາກເຈົ້າໜີ້ເພື່ອຫຼີກລ້ຽງການພາດ ວັນ​ກຳ​ນົດການຊຳ​ລະ​ໜີ້.

ຜູ້ຊ່ຽວຊານເຕືອນວ່າ ການເສື່ອມໂຊມລົງ ຂອງຂະແໜງອະສັງຫາລິມະຊັບຂອງຈີນອາດຈະເຮັດໃຫ້ນັກລົງທຶນຕ່າງປະເທດລັ່ງເລທີ່ຈະວາງເດີມພັນກັບບໍລິສັດຈີນໂດຍທົ່ວໄປ - ເຊິ່ງ​ເປັນຂ່າວບໍ່ດີໃນເວລາທີ່ລັດຖະບານໃນປັກກິ່ງກໍາລັງດິ້ນຮົນ ເພື່ອຈັດການກັບບັນຫາຫຼາຍຢ່າງຢູ່ນີ້.

ວິກິດການໃນຂະແໜງຄ້າ​ຂາຍຊັບສິນແມ່ນເກີດ​ຂຶ້ນໃນເວລາທີ່ບໍ່ດີເປັນພິເສດ ສໍາລັບຈີນ, ເຊິ່ງໃນປັດຈຸບັນກໍາລັງປະເຊີນກັບການຂາດແຄນຖ່ານຫີນຢ່າງແຜ່ຫຼາຍ, ເຊິ່ງມັນໃຊ້ເພື່ອຜະລິດໄຟຟ້າປະມານ 70 ເປີ​ເຊັນຂອງ​ໄຟ​ຟ້າ​ຢູ່​ໃນ​ປະ​ເທດ.

ການຂາດແຄນຖ່ານຫີນແມ່ນຖືກ​ຜັກ​ດັນມາຈາກຫຼາຍປັດໄຈ, ລວມທັງການຂວ້ຳ​ບາດຂອງຖ່ານຫີນອອສເຕຣເລຍຕໍ່ຈີນທີ່ໄດ້ວາງອອກໃນປີກາຍນີ້ຫຼັງຈາກເຈົ້າໜ້າທີ່ໃນແຄນເບີຣາ ໄດ້ຮຽກຮ້ອງໃຫ້ມີການສືບສວນ ກ່ຽວກັບຕົ້ນ ກໍາເນີດຂອງການລະບາດຂອງພະຍາດ COVID-19, ເຊິ່ງໄດ້ປາກົດຕົວຂຶ້ນຄັ້ງທໍາອິດຢູ່ໃນຈີນ.

ແຕ່ວ່າຈີນຍັງໄດ້ວາງລະບຽບການໃໝ່​ຫລາຍຢ່າງກ່ຽວກັບການຂຸດຄົ້ນຖ່ານຫີນ ໃນຂະນະດຽວກັນກໍຮຽກຮ້ອງໃຫ້ລາຄາພະລັງງານ ຖືກຮັກສາໄວ້ໃນລະດັບຕໍ່າ ທີ່ບໍ່​ແທດ​ເໝາະ​ກັບ​ຕົວ​ຈິງ. ອັນນີ້ເຮັດໃຫ້ມີການຖອນການລົງທຶນ ໃນຂະແໜງ ຖ່ານຫີນ, ແລະຫລຸດການຜະລິດລົງ.

ໃນອາທິດນີ້, ປັກກິ່ງປະກາດວ່າ ຕົນຈະອະນຸຍາດໃຫ້ບໍລິສັດພະລັງງານຕັ້ງລາ ຄາໃນຕະຫຼາດທີ່ເປີດກວ້າງເອງ ໂດຍບໍ່​ມີການຈຳ​ກັດ, ເຊິ່ງຈະເຮັດໃຫ້ໄຟຟ້າ ມີລາຄາແພງຂຶ້ນຢ່າງຫຼວງຫຼາຍ, ແຕ່ມັນ​ກໍຈະກະຕຸ້ນໃຫ້ມີການຜະລິດຫຼາຍຂຶ້ນ ເຊັ່ນ​ກັນ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG