ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ເຖິງຈະບໍ່ພົບການຕິດເຊື້ອ ໂຄວິດ-19 ໃນກຸ່ມແຮງງານລາວ ກັບຈາກໄທ ແຕ່ ກໍຍັງມີບາງຄົນຢ້ານກົວຢູ່ 


ການຕິດປ້າຍຫ້າມເຂົ້າຢູ່ສະຖານີລົດເມ ແລະລົດໂດຍສານສາຍໃຕ້ ຢູ່ນະຄອນຫລວງວຽງຈັນ ທີ່ຖືກປິດໄວ້.
ການຕິດປ້າຍຫ້າມເຂົ້າຢູ່ສະຖານີລົດເມ ແລະລົດໂດຍສານສາຍໃຕ້ ຢູ່ນະຄອນຫລວງວຽງຈັນ ທີ່ຖືກປິດໄວ້.

ດັ່ງໄດ້ສະເໜີໄປໃນອາທິດແລ້ວນີ້ ທາງການລາວເວົ້າວ່າ ແຮງງານລາວຫລາຍກວ່າ 7
ໝື່ນຄົນທີ່ເດີນທາງກັບມາຈາກໄທໃນເດືອນມີນາຜ່ານມາ ຖືວ່າເປັນກຸ່ມສ່ຽງທີ່ຈະຕິດ
ເຊື້ອໂຄວິດ (Covid)-19 ໃນວົງກວ້າງສະນັ້ນທາງການລາວ ຈຶ່ງໄດ້ເອົາເຂົາເຈົ້າໄປຢູ່ໃນ
ສູນກັກກັນເປັນເວລາ 14 ວັນ ກ່ອນຈຶ່ງອະນຸຍາດໃຫ້ກັບໄປບ້ານຂອງຕົນໄດ້. ເທົ່າທີ່ຜ່ານ
ມາເຖິງຍັງຈະບໍ່ທັນມີລາຍງານວ່າ ໄດ້ພົບກໍລະນີຄົນຕິດເຊື້ອໃນກຸ່ມ ແຮງງານດັ່ງກ່າວ
ເທື່ອກໍຕາມ ແຕ່ກໍມີປະຊາຊົນບາງຄົນ ຢູ່ໃນບາງທ້ອງຖິ່ນເກີດຄວາມຢ້ານ ກົວວ່າຈະຕິດ
ເຊື້ອພະຍາດຈາກພວກແຮງງານທັງພວກທີ່ຢູ່ໃນ ແລະ ຢູ່ນອກສູນກັກກັນ. ລາຍລະອຽດ
ກ່ຽວ ກັບເລື້ອງນີ້ ຈະເປັນແນວໃດ ນັ້ນ ຂໍເຊີນ ທ່ານໄປຟັງລາຍງານ ຈາກກິ່ງສະຫວັນ,
ນັກຂ່າວຂອງພວກເຮົາໄດ້ໃນອັນດັບ ຕໍ່ໄປ.

ສະບາຍດີທ່ານ ຜູ້ຟັງທີ່ເຄົາລົບ ດັ່ງທີ່ໄດ້ລາຍງານໄປໃນອາທິດແລ້ວນີ້ວ່າ ມີແຮງ ງານ
ລາວຫລາຍກວ່າ 7 ໝື່ນຄົນ ເດີນທາງກັບມາຈາກໄທ ໃນຊ່ວງວັນທີ 23-27 ມີນາ ຜ່ານ
ມາ ຍ້ອນການແຜ່ລະບາດຂອງໄວຣັສໂຄໂຣນາ ຫລື ໂຄວິດ (Covid)-19 ທີ່ກໍາລັງເພີ້ມ
ຂຶ້ນຢ່າງວ່ອງໄວ ຢູ່ໃນປະເທດເພື່ອນບ້ານແຫ່ງນັ້ນ. ສະພາບ ການດັ່ງກ່າວ ບວກໃສ່ກັບ
ລາຍງານທີ່ບອກວ່າ ມີກໍລະນີຄົນຕິດເຊື້ອທີ່ໄດ້ຮັບການ ຢືນຢັນເພີ້ມຂຶ້ນເລື້ອຍໆ ຢູ່ໃນ
ລາວ ນັບແຕ່ໄດ້ມີການພົບຄົນຕິດເຊື້ອໄວຣັສນີ້ 2 ລາຍທໍາອິດໃນວັນທີ 23 ມີນາເປັນຕົ້ນ
ມາ ກໍເຮັດໃຫ້ຫລາຍຄົນມີຄວາມຢ້ານກົວ. ເຖິງແມ່ນວ່າ ເທົ່າທີ່ຜ່ານມາ ຍັງບໍ່ທັນມີລາຍ
ງານວ່າ ພົບຜູ້ຕິດເຊື້ອພະຍາດໂຄວິດ -19 ໃນກຸຸ່ມແຮງງານດັ່ງກ່າວກໍຕາມ ແຕ່ກໍມີປະຊາ
ຊົນບາງຄົນ ໂດຍສະເພາະ ແມ່ນພວກທີ່ອາໄສໃນທ້ອງຖິ່ນ ທີ່ມີຄົນກັບມາຈາກໄທແບບ
ລັບໆ ໂດຍບໍ່ໄດ້ໄປ ເຂົ້າຢູ່ໃນສູນກັກກັນບໍລິເວນເປັນ 14 ວັນນັ້ນ ແມ່ນມີຄວາມຢ້ານກົວ
ກັນຫລາຍວ່າ ຈະຕິດເຊື້ອພະຍາດຈາກຄົນກຸ່ມນີ້. ທັງນີ້ກໍເພາະວ່າ ຜູ້ທີ່ບໍ່ໄດ້ກັບມາແບບ
ເປັນ ກຸ່ມໃຫຍ່ນັ້ນ ມັກຈະໄປຢູ່ນໍາຄອບຄົວຢູ່ໃນໝູ່ບ້ານນັ້ນໂລດ ຫລັງຈາກກັບມາແລ້ວ
ໂດຍບໍ່ໄດ້ປະຕິບັດການກັກກັນຕົນເອງຢູ່ຜູ້ດຽວເໝືອນກັນກັບຄໍາແນະນໍາຂອງທາງການ
ແພດ ຈຶ່ງເຮັດໃຫ້ຊາວບ້ານບາງຄົນເກີດຄວາມຫວາດລະແວງກັນ ດັ່ງການໃຫ້ສໍາພາດ
ຂອງແມ່ຄ້າຂາຍເຄື່ອງຍ່ອຍຄົນນຶ່ງຢູ່ໃນບ້ານນ້ອຍໆ ແຫ່ງນຶ່ງ ຂອງແຂວງຈໍາປາສັກເລົ່າ
ສູ່ວີໂອເອຟັງວ່າ:
“ຢ້ານກະຢ້ານລະເຮີຍເຮັດຈັ່ງໃດຊັ້ນ ເງິນກະຢາກໄດ້. ຍາກແຕ່ບໍ່ເຂົ້າມາເຮືອນອອກ
ທົ່ງນາ ໂອ້ຍກັນກະກັນແຕ່ພໍປານນັ້ນລະອ້າຍເອີຍເຮັດຈັ່ງໃດລະ ຕາມບຸນຕາມກໍາຫັ້ນ
ລະ
ມັນຫຼີກລ້ຽງບໍ່ໄດ້ ຫຼີກລ້ຽງບໍ່ໄດ້ຈັກດີ້ ຈັກຊິເຮັດຈັ່ງໃດລະ ແລ່ນເຂົ້າມາກະໄດ້ຂາຍ.
ເອີເຂົາກະວ່າຫັ້ນລະ ພໍ່ບ້ານເຂົາກະປະກາດຫາຢູ່ຫັ້ນລະອື ຫາຢູ່ຫັ້ນລະ ບໍ່ໃຫ້ຊ່ອນ
ໃຫ້
ອໍາກັນ.”

ສ່ວນບັນດາແຮງງານຫລາຍໝື່ນຄົນທີ່ຖືກເອົາໄປໄວ້ຢູ່ໃນສະຖານທີ່ກັກກັນເປັນເວລາ
14 ວັນ ຢູ່ໃນເຂດແຂວງຕ່າງໆຂອງລາວນັ້ນ ກໍມີຄວາມຮູ້ສຶກວ່າພວກຕົນ ຖືກຄົນສ່ວນ
ໃຫຍ່ຄິດຜິດໄປວ່າຈະເປັນຜູ້ນໍາເຊື້ອພະຍາດມາແຜ່ຜາຍໃສ່ຄົນຢູ່ໃນປະເທດ ດັ່ງທີ່ແຮງ
ງານຄົນນຶ່ງໄດ້ອອກມາຊີ້ແຈງກ່ຽວກັບເລື້ອງນີ້ ໂດຍຖ່າຍທອດ ສົດ ຜ່ານເຟັສບຸກສ່ວນ
ຕົວຂອງຜູ້ກ່ຽວຈາກສູນກັກກັນ ໃນມັດທະຍົມເມືອງພິນ ແຂວງສະຫວັນນະເຂດ ໃນວັນທີ 31 ມີນາ ຜ່ານມາວ່າ:

“ລະກະຂ່າວໜັກໆທີ່ຂ້ອຍຈະເວົ້າເດີພີ່ນ້ອງໜັກເລີຍເຂົາວ່າມີຜູ້ຕິດເຊື້ອ ເອີ ຂ້ອຍພັງ
ລະຂ້ອຍກະຫົວຂວັນບັດນີ້ ຂ້ອຍຄິດວ່າເປັນຫຍັງເຂົາຂຽນໃຫ້ຄົນຢ້ານກັນເອງ. ແຕ່ວ່າ
ກະຄືວ່າ
ຫັ້ນລະພີ່ນ້ອງ ຫຼາຍຄົນກະຊິເຫັນວ່າ ເຂົາພົສລົງເຟັສວ່າມີຄົນຕິດເຊື້ອບ້ານນັ້ນ
ບ້ານນີ້ພີ່ນ້ອງ ແລະກະມີໝູ່ໂທຖາມຂ້ອຍຫຼາຍ ມີໝູ່ເວົ້າຫຼາຍຕໍ່ຫຼາຍວ່າ ມີຜູ້ຕິດເຊື້ອ
ຫຼາຍໃນລາວທໍ່ນັ້ນທໍ່ນີ້ ລະກາມີຜູ້ຕິດເຊື້ອ ຫລາຍ ຫຼາຍມາກເລີຍຕອນນີ້ພີ່ນ້ອງ ເພິ່ນ
ເວົ້າແນວນັ້ນ ແຕ່ວ່າຢາກໃຫ້ເຂົ້າໃຈວ່າ ຜູ້ທີ່ຕິດເຊື້ອມີແທ້ ຫຼືມີບໍ່ແທ້ ພວກທີ່ພົສລົງນະ
ເຮັດໃຫ້ເຂົາເຈົ້າຢ້ານ ແຕ່ວ່າພວກເຮົາຢູ່ສູນນີ້ນະໄຂ້ກະບໍ່ທັນໄຂ້ ໂຕຮ້ອນກະບໍ່ທັນ
ຮ້ອນພວກທີ່ຢູ່ທາງນອກພົສລົງໃຫ້ເຂົາຢ້ານຮູ້ກ່ອນອີກ ຮູ້ກ່ອນພວກເຮົາຢູ່ທາງໃນອີກ
ຮູ້ກ່ອນພວກເຮົາຜູ້ຊິເປັນອີກ.”

ແຕ່ຢ່າງໃດກໍຕາມ ລາວກໍຍັງເປັນປະເທດນຶ່ງໃນໂລກທີ່ຢູ່ໃນສະພາບທີ່ມີຄວາມສ່ຽງທີ່
ຈະມີການຕິດເຊື້ອໂຄວິດ (Covid)-19 ເພີ້ມຂຶ້ນສູງໄດ້ຕະຫລອດເວລາ,ເຖິງແມ່ນປັດ
ຈຸບັນຈໍານວນຄົນຕິດເຊື້ອໄວຣັສດັ່ງກ່າວໃນປະເທດຈະຍັງຢູ່ໃນລະດັບຕໍ່າຢູ່ກໍຕາມ, ອີງ
ຕາມທ່ານພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ທີ່ກ່າວໃນ
ອາທິດແລ້ວນີ້. ພ້ອມກັນນັ້ນ ສູນປະຕິບັດງານຄະນະສະເພາະກິດ ຄວບຄຸມພະຍາດໂຄວິດ-19, ກະຊວງສາທາລະນະສຸກກໍລາຍງານ ວ່າ ມາຮອດວັນອາທິດວານນີ້ ມີຈໍານວນ
ຄົນທີ່ໄດ້ຮັບການຢັ້ງຢືນວ່າ ຕິດເຊື້ອໄວ ຣັສນີ້ ຮອດ 11 ຄົນແລ້ວ, ໂດຍທີ່ນຶ່ງຄົນໃນນັ້ນ
ແມ່ນຊາວປາປົວ ນິວກີນີ. ສ່ວນ ແຮງງານລາວກັບຈາກໄທນັ້ນ ມາຮອດວັນທີ 4 ມີນາ
ຜ່ານມາ ກໍໄດ້ມີການເກັບຕົວ ຢ່າງຂອງ 47 ກໍລະນີສົງໄສ ໃນກຸ່ມຂອງພວກເຂົາເຈົ້າ
ລວມທັງ ຜູ້ມີອາການຄ້າຍ ຄືວ່າຈະເປັນພະຍາດນີ້ໄປກວດ ແຕ່ກໍບໍ່ພົບວ່າ ມີການຕິດ
ເຊື້ອແຕ່ຢ່າງໃດ.

ເຊີນຊົມສີດີໂອຈາກ ສປປ ລາວ
please wait

No media source currently available

0:00 0:01:34 0:00

ຂະນະດຽວກັນເພື່ອເປັນການຫລຸດຄວາມສ່ຽງຕໍ່ການແຜ່ລະບາດໃນວົງກວ້າງລົງ ທາງ
ການລາວ ກໍໄດ້ສືບຕໍ່ກັກກັນກໍາມະກອນລາວທີ່ກັບມາຈາກໄທ ຢູ່ຕາມສູນ ຕ່າງໆ ເຊັ່ນຢູ່ນະຄອນຫລວງວຽງຈັນກໍໄດ້ຍົກຍ້າຍພວກກ່ຽວອອກຈາກສູນກັກ ກັນທໍາອິດທີ່ຢູ່ສະຖານີລົດໄຟ ແລະໂຮງຮຽນບ້ານດອນສະຫວ່າງໃກ້ກັບຂົວມິດ ຕະພາບນັ້ນ ໄປຢູ່ໃນໂຮງຮຽນ
ມັດທະຍົມບ້ານນາຄວາຍ ແລະສະໜາມກິລາແຫ່ງ ຊາດຫລັກ 16 ທາງໄປປາກຊັນ ທີ່ມີ
ສະຖານທີ່ເໝາະສົມແກ່ການພັກເຊົາຫລາຍ ກວ່າ. ພ້ອມກັນ ນັ້ນ ທ່ານນາຍົກລັດຖະມົນ
ຕີທອງລຸນ ສີສຸລິດ ກໍໄດ້ອອກຄຳສັ່ງ ໃຫ້ເອົາມາດຕະການຄວາມເຂັ້ມງວດ ແລະຮອບ
ດ້ານຂຶ້ນກວ່າເກົ່າເປັນເວລາ 19 ວັນ ຊຶ່ງເລີ້ມແຕ່ວັນທີ 1 ຈົນ ເຖິງ19 ເມສາ ໂດຍສັ່ງຫ້າມປະຊາຊົນອອກຈາເຮືອນ, ຫ້າມເດີນທາງຂ້າມແຂວງ, ຫ້າມພະນັກງານລັດໄປເຮັດວຽກ,
ຫ້າມຈັດງານທີ່ມີຄົນເຂົ້າຮ່ວມເກີນ 10 ຄົນ, ຫ້າມກັກຕຸນສິນຄ້າ ແລະອື່ນໆອີກ. ແລະກໍອະນຸຍາດ ໃຫ້ເປີດພຽງກິດຈະ ການທີ່ຈໍາເປັນທີ່ສຸດເທົ່ານັ້ນ ຊຶ່ງລວມມີ ທະນາຄານ, ຕະ
ຫລາດຮຸ້ນ, ໂຮງໝໍ, ຄລີນິກ, ຮ້ານຂາຍຢາ, ໜ່ວຍກູ້ໄພ, ໄປສະນີ, ສື່ສານ,ໄຟຟ້າ, ນໍ້າ
ປະປາ ແລະ ໜ່ວຍເກັບຂີ້ເຫຍື້ອ ຕະຫລອດເຖິງຕະຫລາດກະສິກໍາ, ຮ້ານຄ້າຍ່ອຍ, ຊຸບ
ເປີມາເກັດ, ປໍ້ານໍ້າມັນ, ໂຮງແຮມ, ຣີສອດ, ຮ້ານອາຫານ-ເຄື່ອງດື່ມແບບຊື້ກັບໄປກິນ ຢູ່ບ້ານ. ສ່ວນດ່ານກວດຄົນເຂົ້າເມືອງສາກົນກໍເປີດຢູ່ໃນເງືື່ອນທີ່ຈໍາເປັນເທົ່ານັ້ນ.

ສະຫລຸບແລ້ວ ສະພາບການຫລັ່ງໄຫລກັບບ້ານຂອງແຮງງານລາວຢ່າງກະທັນ ຫັນຈາກ
ໄທ ຊຶ່ງເປັນປະເທດນຶ່ງທີ່ມີການແຜ່ລະບາດຢ່າງວ່ອງໄວຂອງໄວຣັສໂຄ ວິດ-19 ນັ້ນເຮັດ
ໃຫ້ມີການຢ້ານກົວຢູ່ໃນກຸ່ມຜູ້ຢູ່ອາໄສໃນທ້ອງຖິ່ນບາງຄົນວ່າ ຈະຕິດພະຍາດຈາກເຂົາ
ເຈົ້າ. ຂະນະດຽວກັນລັດຖະບານລາວກໍໄດ້ເອົາໃຈໃສ່ດໍາ ເນີນຄວາມພະຍາຍາມຢ່າງຕໍ່
ເນື່ອງ ເພື່ອສະກັດກັ້ນການແຜ່ລະບາດຂອງ ເຊື້ອໄວ ຣັສນີ້ ໂດຍການ ປະ ກາດປິດ
ເມືອງ ແລະແຂວງຕ່າງໆ ບໍ່ໃຫ້ຄົນເດີນທາງໄປມາ ຫາກັນເວັ້ນໄວ້ແຕ່ ກໍລະນີທີ່ຈໍາເປັນ
ທີ່ສຸດ, ພ້ອມທັງປິດສໍານັກງານ ແລະກິດຈະ ການຕ່າງໆ ທີ່ບໍ່ຈໍາເປັນເພື່ອຫລຸດຜ່ອນການ
ເຕົ້າໂຮມຂອງຄົນທີ່ມີຫລາຍກວ່າ 10 ຄົນຂຶ້ນໄປ ຊຶ່ງຈະພາໃຫ້ເກີດຄວາມສ່ຽງຕໍ່ການຕິດ
ເຊື້ອໄວຣັສໂຄໂຣນາສູງນັ້ນ.

XS
SM
MD
LG