ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ລາຍງານ ສປຊ ຢ້ານວ່າ ມາດຕະການ ປາບປາມລັດທິ ກໍ່ການຮ້າຍ ຈະສ້າງ ຄວາມເສຍຫາຍ ຕໍ່ສັງຄົມ ພົນລະເຮືອນ


ຕຳຫຼວດ ຝຮັ່ງ ແລະ ສະມາຊິກກອງທະຫານຕໍ່ຕ້ານອາຊະຍາ
ກຳ ເຝົ້າຍາມຖະໜົນເສັ້ນນຶ່ງ ໃນລະຫວ່າງການຝຶກຊ້ອມປາບ
ປາມລັດທິກໍ່ການຮ້າຍ ຢູ່ຫຼາຍຈຸດຕ່າງກັນທີ່ເມືອງ ອາກຊັງ
ເຕີຍ "Argenteuil," ເຂດຊານເມືອງຂອງນະຄອນຫຼວງ ປາຣີ. 21 ກໍລະກົດ, 2016.
ຕຳຫຼວດ ຝຮັ່ງ ແລະ ສະມາຊິກກອງທະຫານຕໍ່ຕ້ານອາຊະຍາ ກຳ ເຝົ້າຍາມຖະໜົນເສັ້ນນຶ່ງ ໃນລະຫວ່າງການຝຶກຊ້ອມປາບ ປາມລັດທິກໍ່ການຮ້າຍ ຢູ່ຫຼາຍຈຸດຕ່າງກັນທີ່ເມືອງ ອາກຊັງ ເຕີຍ "Argenteuil," ເຂດຊານເມືອງຂອງນະຄອນຫຼວງ ປາຣີ. 21 ກໍລະກົດ, 2016.

ລັດຖະບານຕ່າງໆຈາກທົ່ວໂລກ ກຳລັງໃຊ້ໄພຂົ່ມຂູ່ຂອງລັດທິກໍ່ການຮ້າຍ ວ່າເປັນ
ເຫດຜົນເພື່ອປາບປາມຜູ້ປ້ອງກັນສິດທິມະນຸດ ແລະ ນັກເຄື່ອນໄຫວສັງຄົມພົນລະ
ເຮືອນ, ຜູ້ຂຽນລາຍງານພິເສດອົງການສະຫະປະຊາຊາດ ກ່ຽວກັບ ການສົ່ງເສີມ ແລະ
ປົກປ້ອງສິດທິມະນຸດໄດ້ເຕືອນໃນສັບປະດາທີ່ຜ່ານມາທີ່ນະຄອນຫຼວງ ວໍຊິງຕັນ.

ທ່ານນາງ ຟີອອນນົວລາ ນີ ອາວເລນ "Fionnuala Ni Aolain" ໄດ້ກ່າວໃນລະ
ຫວ່າງການໃຫ້ຄຳປາໄສ ທີ່ສູນກາງ ເພື່ອແຜນຍຸດທະສາດ ແລະ ການສຶກສາສາກົນ
ໃນນະຄອນຫຼວງຂອງ ສະຫະລັດ ເມື່ອວັນພະຫັດທີ່ຜ່ານມາວ່າ “ຂ້າພະເຈົ້າຍັງມີ
ຄວາມເປັນຫ່ວງຢ່າງຍິ່ງ ໃນບົດບາດຂອງຂ້າພະເຈົ້າໃນຖານະເປັນນັກຂຽນລາຍງານ
ພິເສດ ທີ່ກຸ່ມສັງຄົມພົນລະເຮືອນ ໄດ້ຕົກເປັນເປົ້າໝາຍໂດຍກົດໝາຍຮັກສາຄວາມ
ປອດໄພແຫ່ງຊາດ ແລະ ຂັ້ນຕອນການຄຸ້ມຄອງຕ່າງໆ ສຳລັບການພົວພັນໃນກິດຈະ
ກຳທີ່ຖືກຕ້ອງຕາມກົດໝາຍ ເຊິ່ງຖືກປົກປ້ອງໂດຍກົດໝາຍສິດທິມະນຸດສາກົນ.”

ທ່ານນາງໄດ້ກ່າວເພີ່ມເຕີມວ່າ “ການຮາວີລົບກວນ, ການປາບປາມ, ການກັກຂັງ
ແລະ ການເຂັ່ນຂ້າບັນດານັກເຄື່ອນໄຫວສັງຄົມພົນລະເຮືອນ, ທະນາຍຄວາມ ແລະ
ຜູ້ປ້ອງກັນສິດທິມະນຸດ ແມ່ນບໍ່ສາມາດເປັນທີ່ຈະຍອມຮັບໄດ້ ແລະ ບໍ່ຖືກຕ້ອງຕາມ
ກົດໝາຍ ດ້ວຍການອາໄສຄຳກ່າວອ້າງ ຫຼື ກົດເກນການຮັກສາຄວາມປອດໄພແຫ່ງ
ຊາດ.”

ທ່ານນາງ ນີ ອາວເລນ ເຕືອນວ່າ ມາດຕະການປາບປາມລັດທິກໍ່ການຮ້າຍຫຼາຍຢ່າງ
ທີ່ຖືກໃຊ້ໂດຍລັດຖະບານຕ່າງໆ ແທ້ຈິງແລ້ວອາດເປັນເຊື້ອໄຟໃຫ້ແກ່ລັດທິຫົວຮຸນ
ແຮງ ແລະ ຄວາມຮຸນແຮງທີ່ຖືກກະຕຸ້ນໂດຍການເມືອງ, ທ່ານນາງເວົ້າວ່າ ຍ້ອນວ່າ
ມັນໄດ້ຖືກບັງຄັບໃຊ້ດ້ວຍການທຳລາຍເສລີພາບ ແລະ ການລ່ວງລະເມີດສິດທິມະ
ນຸດ.

ນີ້ບໍ່ແມ່ນຄັ້ງທຳອິດທີ່ບັນດາເຈົ້າໜ້າທີ່ ແລະ ຜູ້ຊ່ຽວຊານດ້ານສິດທິມະນຸດໄດ້ສະແດງ
ຄວາມເປັນຫ່ວງ ກ່ຽວກັບ ການນຳໃຊ້ມາດຕະການປາບປາມ ລັດທິກໍ່ການຮ້າຍໃນ
ທາງທີ່ບໍ່ຖືກຕ້ອງ ໂດຍບາງລັດຖະບານໃນທົ່ວໂລກ.

ການສຶກສາໃນປີ 2017 ໂດຍໂຄງການພັດທະນາອົງການສະຫະປະຊາຊາດ ໄດ້ຄົ້ນ
ພົບວ່າ ມາດຕະການຕ່າງໆທີ່ຖືກໃຊ້ໂດຍລັດຖະບານ ໃນທະວີບອາຟຣິກາ ເພື່ອຕໍ່ສູ້
ກັບລັດທິກໍ່ການຮ້າຍນັ້ນ ໄດ້ເຮັດໃຫ້ປະຊາຊົນເຂົ້າຮ່ວມກຸ່ມຫົວຮຸນແຮງເພີ່ມຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG