ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວມຸສລິມ ເລີ້ມຖືສິນອົດ ໃນລະຫວ່າງເດືອນ Ramadan (ວີດີໂອ)


ຊາວມຸສລິມພາກັນສູດມົນ ໃນລະຫວ່າງເດືອນອົດອາຫານຣາມາດານ
ຊາວມຸສລິມພາກັນສູດມົນ ໃນລະຫວ່າງເດືອນອົດອາຫານຣາມາດານ

ຊາວ​ມຸສລິ​ມ ຢູ່​ທົ່ວ​ໂລກ ພາກັນ​ເລີ້ມອົດ​ອາຫານ ​ແລະ​ສູດ​ມົນ ​ເພື່ອ​ເປັນ​ຂີດໝາຍ​ໃນ​ການ​
ມາ​ເຖິງ​ຂອງເດືອນສັກສິດ Ramadan.

​ໃນຄຳອວຍພອນເນື່ອງໃນໂອກາດການມາເຖິງຂອງເດືອນ Ramadan ນີ້ ປະທານາທິບໍດີ
ສະຫະລັດທ່ານ Barak Obama ​ໄດ້​ສົ່ງຄວາມປາດຖະໜາອັນ​ອົບ​ອຸ່​ນ​ໄປ​ຍັງຊາວ​ມຸສລິ​ມ
ອາ​ເມຣິກັນ​ແລະ​ຊາວ​ມຸສລິ​ມ ທີ່ຢູ່​ໃນ​ທົ່ວ​ໂລກ. ທ່ານ​ຍັງ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ ຄວາມ​ອົງອາດ
​ກ້າຫານ​ຂອງພວກ​ທີ່​ຕໍ່ສູ້​ເພື່ອ​ປະຊາທິປະໄຕ​ຢູ່ ​ໃນປະຊາຄົມ​ຂອງຊາວມຸສລິ​ມ.

ສານ​ອວຍພອນ​ຂອງປະທານາທິບໍດີ ​ໄດ້ມີຂຶ້ນຖ້າ​ມກາງການ​ສູ້​ລົບກັນ​ຢູ່​ໃນຊີ​ເຣຍ ລະຫວ່າງ
ກຸ່ມກະບົດ ​ແລະກໍາລັງທີ່ສະໜຸນລັດຖະບານ. ຢູ່​ທີ່​ປະ​ເທດ​ໄທ ​ການ ສ​ະຫລອງ​ເດືອນ
Ramadan ​ໄດ້ເລີ້ມ​ຕົ້ນບໍ່​ຄ່ອຍ​ດີ​ ຍ້ອນ​ການ​ໂຈມ​ຕີທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ນຶ່ງ​ຄົນ ​ແລະ​ໄດ້
​ຮັບ​ບາດ​ເຈັບ​ອີກສີ່​ຄົນ. ການ​ໂຈມຕີ​ທີ່​ວ່າ​ນີ້ໄດ້​ເກີດ​ຂື້ນໃນພາກ​ໃຕ້​ຂອງ​ໄທ ບ່ອນ​ທີ່​ມີ​ຊາວ​
ມຸສລິ​ມສ່ວນ​ໃຫຍ່ ພາກັນ​ອາ​ໄສ​ຢູ່​ ​ແລະ​ເປັນ​ບ່ອນ​ທີ່​ມີ​ການ​ກໍ່​ກະບົດ​ຢ່າງ​ຮຸນ​ແຮງ​ນັ້ນ.

ການ​ເລີ້ມ​ເດືອນອົດ​ອາຫານ ຫລື Ramadan ​ແມ່ນ​ແຕກ​ຕ່າງ​ກັນ​ໄປເພາະວ່າ​ ຊາວມຸສລິ​ມພາ
ກັນໃຊ້ວິ​ທີຄິດ​ໄຫລ່ທີ່​ບໍ່​ຄື​ກັນ ​ກ່ຽວ​ກັບ​ການ​ແນມ​ເຫັນ​ແສງ​ເດືອນ​ທີ່​ຂຶ້ນໃໝ່​ນັ້ນ.

ວີດີໂອລາຍງານກ່ຽວກັບຊາວມຸສລິມອີຈິບ ກຽມໂຕສໍາລັບບຸນຣາມາດານ:

XS
SM
MD
LG