ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າໜ້າທີ່ Azerbaijan ກວດຄົ້ນ ແລະສັ່ງປິດ ຫ້ອງການ ວິທະຍຸ ຢູໂຣບເສລີ


Azerbaijan Authorities Raid, Close Radio Free Europe Bureau
please wait

No media source currently available

0:00 0:00:25 0:00

ຕຳຫຼວດ Azerbaijan ໄດ້ເຂົ້າໄປກວດຄົ້ນຫ້ອງການຂອງວິທະ
ຍຸຢູໂຣບເສລີຫຼື RFE ທີ່ໄດ້ຮັບທຶນຈາກລັດຖະບານສະຫະລັດ
ຢູ່ນະຄອນບາກູໃນຕອນເຊົ້າຂອງມື້ວັນສຸກວານນີ້ ໂດຍສັ່ງປິດ
ຫ້ອງການດັ່ງກ່າວ ແລະສັ່ງໃຫ້ ພວກນັກຂ່າວ ຂອງວິທະຍຸ ຢຸດ
ເຊົາເຮັດວຽກ.

ທ່ານ Nenad Pejic ຫົວໜ້າບັນນາທິການ ຂອງວິທະຍຸ RFE
ເອີ້ນການເຂົ້າໄປກວດຄົ້ນນີ້ວ່າ ເປັນການລະເມີດ ຢ່າງເປີດ
ແປນຕໍ່ທຸກໆພັນທະແລະມາດຕະຖານຂອງນາໆຊາດ ທີ່ Azer-
baijan ໄດ້ໃຫ້ຄຳໝັ້ນສັນຍາໄວ້ວ່າ ຈະປະຕິບັດຕາມນັ້ນ.”

ທ່ານກ່າວຕໍ່ວີໂອເອວ່າ ພວກເຈົ້າໜ້າທີ່ຈາກຫ້ອງການໄອຍະການ ໄດ້ເອົາເອກກະສານ ຈຳນວນນຶ່ງໄປ ແລະສອບປາກຄຳພວກພະນັກງານຂອງວິທະຍຸ ໄປຈົນຮອດຕອນແລງ ຂອງວັນສຸກວານນີ້.

Baku, Azerbaijan
Baku, Azerbaijan

ວິທະຍຸດັ່ງກ່າວນີ້ ຍັງບໍ່ທັນໄດ້ຮັບ ລາຍລະອຽດໃດໆເທື່ອວ່າ
ເປັນຫຍັງຕົນຈຶ່ງໄດ້ຕົກເປັນເປົ້າຂອງການສືບສວນໃນຄັ້ງນີ້.

ທ່ານ Pejic ເວົ້າວ່າ “ຍັງບໍ່ມີການກ່າວຫາໃດໆ. ສິ່ງທີ່ພວກ
ເຮົາຮູ້ກໍຄື ເຂົາເຈົ້າເວົ້າວ່າ ເຂົາເຈົ້າພວມ ທຳການສືບສວນ ການປະຕິບັດງານຂອງພວກເຮົາບໍ່ມີຫຍັງຕື່ມອີກ. ພວກເຮົາ
ສັນນິດຖານວ່າພະນັກງານຂອງພວກເຮົາຈະຖືກສອບປາກ
ຄຳກ່ຽວກັບການປະຕິບັດງານບາງທີອາດແມ່ນກ່ຽວກັບເງິນ
ເດືອນ ບາງທີອາດກ່ຽວກັບເລື່ອງວຽກ ຜູ້ໃດແດ່ບໍ່ໄດ້ເຮັດວຽກ
ແມ່ນຫຍັງໃນທຳນອງນີ້. ທີ່ຈິງແລ້ວ ນີ້ແມ່ນ ໃນທັດສະນະຂອງຂ້າພະເຈົ້າແລ້ວມັນບໍ່ແມ່ນ ເລື່ອງສຳຄັນເລີຍ ຍ້ອນວ່າພວກໜ້າທີ່ຈະເວົ້າ ໃນສິ່ງທີ່ພວກເຂົາຕ້ອງການເວົ້າ.”

ທ່ານ Pejic ກ່າວວ່າ ການບຸກເຂົ້າໄປກວດຄົ້ນນີ້ ບໍ່ໄດ້ເປັນທີ່ແປກໃຈເລີຍ ສຳຫລັບລັດ ຖະບານ ທີ່ສະແດງໃຫ້ເຫັນວ່າ ມີຄວາມເປັນປໍລະປັກເພີ້ມຂຶ້ນ ຕໍ່ສື່ມວນຊົນ ໂດຍມີພວກ ນັກຂ່າວຢ່າງໜ້ອຍ 200 ຄົນ ຖືກຈັບໃນແຕ່ລະປີ ໃນໄລຍະ 3 ປີຜ່ານມານີ້.

ທ່ານ Jeff Shell ປະທານສະພາຜູ້ວ່າການກະຈາຍສຽງຂອງສະຫະລັດຫລື BBG ຊຶ່ງໃຫ້ ເງິນສະໜັບສະໜຸນ ການປະຕິບັດງານ ຂອງວິທະຍຸ RFE/RL ຮຽກຮ້ອງໃຫ້ລັດຖະບານ Azerbaijan ອະນຸຍາດໃຫ້ ຫ້ອງການຂອງວິທະຍຸດັ່ງກ່າວ ເປີດຄືນອີກ ໃນທັນທີ. BBG ຍັງເປັນຜູ້ຄວບຄຸມດູແລວິທະຍຸວີໂອເອນຳດ້ວຍ.

ທ່ານ Shell ເວົ້າວ່າ “ການກະທຳທີ່ບໍ່ມີເຫດຜົນດັ່ງກ່າວ ແມ່ນເປັນການເພີ້ມທະວີໃນການ ພະຍາຍາມລ່ວງລະເມີດຂອງລັດຖະບານ Azerbaijan ເພື່ອຂົ່ມຂູ່ນັກຂ່າວອິດສະຫຼະແລະ ກົດຂີ່ຕໍ່ສື່ມວນຊົນເສລີ.

XS
SM
MD
LG