ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຍົກເລີກຈູດຄໍາພີໂກຣ່ານ ຍັງບໍ່ແນ່ນອນ


ຜູ້ນຳໂບດສາສະໜາຄຣິສຕ໌ນ້ອຍໆແຫ່ງນຶ່ງໃນສະຫະລັດ ກ່າວວ່າ ທ່ານພວມທົບທວນຄືນ ໃໝ່ກ່ຽວກັບການຕັດສິນໃຈຂອງທ່ານ ທີ່ຈະຍົກເລີກແຜນການໂຮມຊຸມນຸມ ເພື່ອເຜົາພະຄຳ ພີໂກຣ່ານ ໃນວັນເສົາມື້ອື່ນນີ້ ຫຼັງຈາກການເຈລະຈາຫາລືກັບພວກຜູ້ນຳມຸສລິມ ໃນເຂດ ທ້ອງຖິ່ນປາກົດວ່າໄດ້ແຕກຫັກລົງ.

ພະ Terry Jones ກ່າວໃນຕອນເຊົ້າຂອງວັນພະຫັດວານນີ້ວ່າ ທ່ານໄດ້ຍົກເລີກແຜນການ ປະທ້ວງດັ່ງກ່າວ ຍ້ອນທ່ານໄດ້ບັນລຸການຕົກລົງ ກັບພວກຜູ້ນຳມຸສລິມ ທີ່ຈະຍ້າຍແຜນການ ສ້າງສູນກາງວັດທະນະທຳແລະວັດສາສະໜາອິສລາມ ອອກໄປຈາກບໍລິເວນໃກ້ຄຽງກັບບ່ອນ ທີ່ໆໄດ້ມີການໂຈມຕີຂອງພວກກໍ່ການຮ້າຍຢູ່ ນະຄອນນິວຢອກ ໃນວັນທີ 11 ກັນຍານັ້ນ.

ແຕ່ແນວໃດກໍຕາມ ຖະແຫຼງຂ່າວຂອງນັກສອນສາສະໜາ ທີ່ກຳກັບນຳໂຄງການຢູ່ນະ ຄອນນິວຢອກ ເວົ້າວ່າ ບໍ່ໄດ້ມີການຕົກລົງກັນກ່ຽວກັບເລື່ອງນີ້ ແລະໄດ້ສະແດງຄວາມປະ ຫຼາດໃຈ ກ່ຽວກັບການປະກາດຂອງທ່ານ Jones.

ໃນການຖະແຫຼງຕອບໂຕ້ຄືນກ່ຽວກັບເລື່ອງນີ້ ທ່ານ Jones ເວົ້າວ່າ ທ່ານຮູ້ສຶກວ່າທ່ານ ໄດ້ຖືກຕົວະໂດຍພວກຜູ້ນຳມຸສລິມທ້ອງຖິ່ນ ຄືອີໝຳ Muhammad Musri ທີ່ຊ່ອຍ ໃນການເຈລະຈາ ເພື່ອແກ້ໄຂບັນຫາດັ່ງກ່າວ. ທ່ານ Jones ເວົ້າວ່າ ເວລານີ້ ທ່ານ ພວມພິຈາລະນາທົບທວນເບິ່ງ ການຕັດສິນໃຈຂອງທ່ານຄືນໃໝ່ກ່ຽວກັບການປະຖິ້ມແຜນ ການປະທ້ວງຂອງທ່ານນັ້ນ ໂດຍເວົ້າຕື່ມວ່າ ແຜນການນີ້ຍັງບໍ່ທັນມີການຍົກເລີກເທື່ອ ມີພຽງແຕ່ ຖືກໂຈະໄວ້ທໍ່ນັ້ນ.

ສ່ວນອີໝຳ Musri ຊຶ່ງເປັນປະທານຂອງສັງຄົມມຸສລິມ ໃນເຂດພາກກາງຂອງລັດຟລໍຣິດາ ໄດ້ປະຕິເສດວ່າ ທ່ານບໍ່ໄດ້ເປັນຜູ້ພາໃຫ້ພະ Jones ມີການເຂົ້າໃຈຜິດ ແລະເວົ້າວ່າ ທ່ານ ຍັງສືບຕໍ່ພະຍາຍາມ ທີ່ຈະຈັດໃຫ້ມີການພົບປະ ລະຫວ່າງທ່ານເອງກັບທ່ານ Jones ແລະ ນັກສອນສາສະໜາ ທີ່ນະຄອນນິວຢອກຄື ອີໝຳ Feisal Abdul Rauf ເພື່ອສົນທະນາ ຫາລືກ່ຽວກັບການສະເໜີສ້າງສູນກາງອິສລາມດັ່ງກ່າວ. ໃນການປາກົດໂຕທາງໂທລະພາບ CNN ໃນແລງວັນພະຫັດວານນີ້ ອີໝຳ Musri ກ່າວວ່າ ການພົບປະທີ່ວ່ານີ້ ຍັງບໍ່ທັນ ໄດ້ຮັບການຢືນຢັນເທື່ອ.

XS
SM
MD
LG