ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຸ່ມເຜີຍແຜ່ສາສະໜາຄຣິສຕ໌ ວາງແຜນຈະຈູດພະຄຳພີໂກຣ່ານ


ກຸ່ມເຜີຍແຜ່ສາສະໜາຄຣິສຕ໌ ວາງແຜນຈະຈູດພະຄຳພີໂກຣ່ານ
ກຸ່ມເຜີຍແຜ່ສາສະໜາຄຣິສຕ໌ ວາງແຜນຈະຈູດພະຄຳພີໂກຣ່ານ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ເອີ້ນ ແຜນການ
ຂອງກຸ່ມເຜີຍແຜ່ສາສະໜາຄຣິສຕ໌ນ້ອຍໆກຸ່ມນຶ່ງທີ່ຈະຈູດສຳເນົາພະຄຳພີໂກຣ່ານຂອງ
ສາສະໜາອິສລາມ ໃນວັນທີ 11 ກັນຍາຈະມານີ້ວ່າ ເປັນການກະທຳ “ທີ່ບໍ່ໃຫ້ການເຄົາ
ຣົບ ແລະໜ້າອັບອາຍ.”

ກຸ່ມເຜີຍແຜ່ສາສະໜາຄຣິສຕ໌ ວາງແຜນຈະຈູດພະຄຳພີໂກຣ່ານ
ກຸ່ມເຜີຍແຜ່ສາສະໜາຄຣິສຕ໌ ວາງແຜນຈະຈູດພະຄຳພີໂກຣ່ານ

ການໃຫ້ທັດສະນະຄວາມເຫັນຂອງທ່ານນາງ Clinton ມີຂຶ້ນໃນລະຫວ່າງງານ
ລ້ຽງອາຫານຄໍ່າທີ່ກະຊວງການຕ່າງປະເທດສະຫະລັດ ໃນລະຫວ່າງ ທີ່ມີການ
ຖືສິນອົດເນື່ອງໃນໂອກາດເດືອນສັກສິນຣາມາດານ.

ຜູ້ບັນຊາການກຳລັງສະຫະລັດໃນອັຟການິສຖານນາຍພົນ David Petraeus ແລະ
ເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານ Anders Fogh Rasmussen ເຕືອນວ່າ ການຈູດເຜົາພະຄຳພີສັກສິດຂອງສາສະໜາອິສລາມໂດຍສະມາຊິກ 50 ຄົນຂອງກຸ່ມ
ສາສະໜາ Dove World Outreach Center ນັ້ນ ອາດເຮັດໃຫ້ທະຫານຂອງປະເທດ
ຕາເວັນຕົກ ຕົກຢູ່ໃນອັນຕະລາຍ.

ທ່ານ Terry Jones ພະຂອງກຸ່ມສາສະໜາດັ່ງກ່າວເວົ້າວ່າ ທ່ານໃຫ້ຄວາມສຳຄັນ
ໃນການເຕືອນກ່ຽວກັບຄວາມຮຸນແຮງ ທີ່ອາດມີຂຶ້ນຕໍ່ຊາວອະເມຣິກັນຢູ່ ໃນຕ່າງ
ປະເທດ. ແຕ່ແນວໃດກໍຕາມ ທ່ານ Jones ກ່າວວ່າທ່ານແລະພວກ ທີ່ເຫຼື້ອມໃສ
ໃນສາສະໜາຂອງທ່ານ ໄດ້ທຳການຕັດສິນໃຈແລ້ວທີ່ຈະດຳເນີນການຕໍ່ໄປກ່ຽວກັບ
ການປະທ້ວງຊຶ່ງບັງເອີນຈະມີຂຶ້ນພ້ອມໆກັນກັບວັນຄົບຮອບ ປີທີ 9 ໃນການໂຈມຕີ
ສະຫະລັດຂອງພວກກໍ່ການຮ້າຍ.

XS
SM
MD
LG