ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ຈະອອກ​ກົດໝາຍ ​ຄົນ​ເຂົ້າເມືອງ ທີ່ເຄັ່ງຄັດຂຶ້ນ (ວີດິໂອ)


ພະລາຊີນີ Elizabeth ຊົງກ່າວວ່າ ລັດຖະບານຂອງພະອົງ ຈະອອກກົດໝາຍ ທີ່ເຮັດໃຫ້ລະບົບການເຂົ້າເມືອງຂອງອັງກິດ ໄດ້ຮັບການປະຕິຮູບຫລາຍຂຶ້ນ.
ພະລາຊີນີ Elizabeth ຊົງກ່າວວ່າ ລັດຖະບານຂອງພະອົງ ຈະອອກກົດໝາຍ ທີ່ເຮັດໃຫ້ລະບົບການເຂົ້າເມືອງຂອງອັງກິດ ໄດ້ຮັບການປະຕິຮູບຫລາຍຂຶ້ນ.
ລັດຖະບານອັງກິດ ໄດ້ປະກາດແຜນການທີ່ອອກ​ກົດໝາຍ​ກ່ຽວ​
ກັບ​ຄົນ​ເຂົ້າ​ ເມືອງທີ່ເຄັ່ງຄັດຂຶ້ນ. ຂ່າວດັ່ງກ່າວໄດ້ປະກາດອອກ ໃນຄໍາປາໄສປະຈໍາປີຂອງ ພະລາຊີນີ Elizabeth ເພື່ອເປັນຂີດ
ໝາຍ ການເປີດສະພາແຫ່ງຊາດຢ່າງ​ເປັນ​ທາງ​ການ.

ມັນເປັນພິທີທີ່ເຕັມໄປດ້ວຍຮີດຄອງປະເພນີ ແລະເປັນສັນຍາລັກ
ໃນຂະນະທີ່ພະລາຊີນີ Elizabeth ແລະພະສະຫວາມີຂອງພະອົງ
ໄດ້ສະເດັດໄປຍັງ ສະພາແຫ່ງຊາດ ເພື່ອຊົງກ່າວຄໍາປາໄສປະຈໍາປີ ທີ່ຂຽນໂດຍລັດຖະບານ.

ຢູ່ຂ້າງໃນສະພາ, ສະມາຊິກຂອງສະພາຂຸນນາງ, ທີ່ແຕ່ງຕົວເຕັມ
ຍົດໄດ້ຖວາຍ​ການຕ້ອນຮັບພະລາຊີນີແລະເຈົ້າຊາຍ Philip ແລະຈາກນັ້ນ ສະມາຊິກ
ຂອງສະພາສາມັນຊົນ ຫລື House of Commons ກໍພາກັນຍ່າງເຂົ້າມາ ແລະໄປ ຢືນຢູ່
ທາງຫລັງຂອງຫ້ອງ.

ການກ່າວຄໍາປາໄສທີ່ດໍາເນີນໄປເປັນເວລາ 8 ນາທີ ໄດ້ກວມເອົາບັນຫາຫລາຍອັນ ທີ່ເພັ່ງ
ເລັງໃສ່ດ້ານເສດຖະກິດ. ແຕ່ວ່າຈຸດທີ່ໄດ້ຮັບຄວາມສົນໃຈຫລາຍທີ່ສຸດນັ້ນ ​ແມ່ນຄໍາໝັ້ນ
ສັນຍາວ່າ ຈະຈໍາກັດການເຂົ້າເມືອງຂອງ​ຄົນ​ຕ່າງປະ​ເທດ.

ພະລາຊີນີ Elizabeth ຊົງກ່າວວ່າ:
“ລັດຖະບານຂອງຂ້າພະອົງ ຈະອອກກົດໝາຍທີ່ເຮັດໃຫ້ລະບົບການເຂົ້າເມືອງ
ຂອງອັງກິດໄດ້ຮັບການປະຕິຮູບຫລາຍຂຶ້ນ. ກົດໝາຍດັ່ງກ່າວຈະຮັບປະກັນວ່າ ປະເທດນີ້ດຶງດູດເອົາ​ແຕ່ຜູ້ຄົນ ທີ່ຈະປະກອບສ່ວນເຂົ້າໃນການສ້າງສາປະເທດ ແລະຂັດຂວາງຜູ້ທີ່ຈະບໍ່ປະກອບສ່ວນນັ້ນ.”


ຢູ່ໃນຄໍາປາໄສຂອງພະລາຊີນີ Elizabeth ນັ້ນ ລັດຖະບານອັງກິດ ຍັງໄດ້ ສັນຍາວ່າ ຈະຕໍ່
ສູ້​ຕ້ານການກໍ່ການຮ້າຍ ແລະການກໍ່ຄວາມຮຸນແຮງທາງເພດ ໃນລະຫວ່າງສົງຄາມ, ໃຫ້
ຄວາມຊ່ວຍເຫລືອແກ່ປະເທດທີ່ຢູ່ໃນໄລຍະຂ້າມຜ່ານ ຢູ່ໃນເຂດຕາເວັນອອກກາງ ແລະ
ສົ່ງ​ເສີມ​ຂັ້ນ​ຕອນ​ການ​ສ້າງສັນຕິພາບໃນອັຟການິສຖານ ໃຫ້ກ້າວໜ້າ.

​ເທື່ອ​ນີ້​ແມ່ນ​ເປັນ​ການ​ກ່າວ​ຄໍາ​ປາ​ໄສ​ຕໍ່​ສະພາ​ອັງ​ກິດ ຄັ້ງ​ທີ 60 ລຽນ​ຕິດຂອງ​ພະ​ລາຊິນີ Elizabeth ຊຶ່ງ​ມີ​ພະ​ຊົນມາຍຸ 87 ພັນ​ສາ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG