ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມັງກອນ ໒໐໒໕

ລັດຖະມົນຕີຕ່າງປະເທດຂອງກຸ່ມ ຄວາດ (Quad) ປະນາມທຸກການກະທຳທີ່ເປັນອັນຕະລາຍ ຢູ່ໃນທະເລຈີນໃຕ້


ກອງປະຊຸມ ລະຫວ່າງປະເທດ ທີ່ເອີ້ນວ່າ ຄວາດ (Quad) ຢູ່ ໃນຍີ່ປຸ່ນ.
ກອງປະຊຸມ ລະຫວ່າງປະເທດ ທີ່ເອີ້ນວ່າ ຄວາດ (Quad) ຢູ່ ໃນຍີ່ປຸ່ນ.

ລັດຖະມົນຕີຕ່າງປະເທດຂອງອອສເຕຣເລຍ, ອິນເດຍ, ຍີ່ປຸ່ນ ແລະ ສະຫະລັດ ກ່າວໃນວັນຈັນມື້ນີ້ວ່າ ພວກເຂົາເຈົ້າມີຄວາມກັງວົນຢ່າງຫຼວງຫຼາຍ ກ່ຽວກັບ ການຂົ່ມຂູ່ ແລະ ການເຄື່ອນໄຫວທີ່ເປັນອັນຕະລາຍຢູ່ໃນທະເລຈີນໃຕ້ ແລະໄດ້ໃຫ້ຄຳໝັ້ນສັນຍາວ່າຈະເສີມຂະຫຍາຍຄວາມໝັ້ນຄົງທາງທະເລໃນພາກພື້ນດັ່ງກ່າວ, ອີງຕາມອົງການຂ່າວ Reuters.

ຖະ​ແຫຼງການ​ຮ່ວມ​ດັ່ງກ່າວ ໄດ້​ມີ​ຂຶ້ນ​ພາຍຫຼັງ​ການ​ເຈລະຈາ​ລະຫວ່າງ​ປະ​ເທດ​ທີ່​ເອີ້ນ​ວ່າ 'ຄວາດ (Quad)' ຢູ່​ນະຄອນຫຼວງ​ໂຕ​ກຽວ, ໂດຍມີ​ທ່ານ ນາງ ເ​ພັນນີ ຫວ່ອງ (Penny Wong) ຈາກ​ອອສ​ເຕຣ​ເລຍ, ທ່ານ ສຸບຣາມັນຢາມ ໄຈຊານກາ (Subrahmanyam Jaishankar) ຈາກ​ອິນ​ເດຍ, ທ່ານ ນາງ ໂຢໂກະ ກາມີກາວາ (Yoko Kamikawa) ຈາກ​ຍີ່ປຸ່ນ ​ແລະ ທ່ານ ແອນໂທນີ ບລິງເກັນ (Antony Blinken) ຈາກ​ສະຫະລັດ.

ໃນ​ການ​ເຈ​ລະ​ຈາ​ດ້ານ​ຄວາມ​ໝັ້ນຄົງ ​ລະ​ຫວ່າງ​ສະຫະລັດ ແລະ​ຍີ່​ປຸ່ນ​ໃນ​ວັນ​ອາ​ທິດ​ຜ່ານ​ມາ, ​ພັນ​ທະ​ມິດທັງສອງ​ປະ​ເທດ ​ໄດ້ໃຫ້ສາຍານາມຈີນ ວ່າ​ເປັນ "ຄວາມ​ທ້າ​ທາຍ​ທາງ​ຍຸດ​ທະ​ສາດ​ທີ່​ຍິ່ງໃຫຍ່​ທີ່​ສຸດ" ທີ່​ພາກພື້ນນີ້ຕ້ອງປະ​ເຊີນ​.

"ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ຈິງ​ຈັງ​ ກ່ຽວ​ກັບ​ສະຖານະ​ການ​ຢູ່​ໃນທະ​ເລຈີນ​ຕາ​ເວັນ​ອອກ ​ແລະທະເລຈີນໃຕ້ ​ແລະ​ຂໍກ່າວເນັ້ນ​ຢ້ຳຄືນ​ ການ​ຄັດຄ້ານ​ຢ່າງ​ແຂງຂັນ ຕໍ່​ທຸກໆການ​ກະທຳ​ຝ່າຍ​ດຽວ​ທີ່​ພະຍາຍາມ​ປ່ຽນ​ສະຖານະ​ການ​ດັ່ງເດີມ ດ້ວຍ​ກຳລັງ ​ຫຼື​ການ​ບີບ​ບັງຄັບ". ລັດຖະມົນຕີທັງສອງທ່ານ ລະບຸໃນຖະແຫຼງ ການ ຊຶ່ງບໍ່ໄດ້ກ່າວເຖິງຈີນໂດຍກົງ.

ນອກຈາກນີ້, ພວກເຂົາເຈົ້າ ຍັງໄດ້ສະແດງຄວາມກັງວົນຢ່າງຈິງຈັງ ກ່ຽວກັບ ການດຳເນີນການດ້ວຍກຳລັງທະຫານ ໃນພື້ນທີ່ ທີ່ມີຄວາມຂັດແຍ້ງ ແລະ ການເຄື່ອນໄຫວທີ່ສ້າງຄວາມກົດດັນ ແລະເປັນການຂົ່ມຂູ່ ຢູ່ໃນທະເລຈີນໃຕ້, ລວມທັງການນໍາໃຊ້ ເຮືອຂອງໜ່ວຍຍາມຝັ່ງ ແລະກອງກຳລັງຕິດອາວຸດ ທາງທະເລ ທີ່ເປັນອັນຕະລາຍ.

ໃນຊ່ວງບໍ່ເທົ່າໃດເດືອນທີ່ຜ່ານມານີ້, ບັນດາກຳປັ່ນຂອງຈີນ ໄດ້ປະທະກັນຫຼາຍ ຄັ້ງ ກັບກຳປັ່ນ ຟີລິບປິນ ທີ່ພະຍາຍາມເສີມກຳລັງທະຫານຄືນໃໝ່ ຢູ່ເທິງເກາະ ຫາດຊາຍ ໂທມັສ ທີ 2 ທີ່ມີການຂັດແຍ້ງກັນ, ເຖິງແມ່ນວ່າ ໃນເດືອນກໍລະກົດ ນີ້ ສອງປະເທດ ໄດ້ບັນລຸຂໍ້ຕົກລົງຊົ່ວຄາວ ທີ່ແນໃສ່ເພື່ອຜ່ອນຄາຍຄວາມ ເຄັ່ງຕຶງ ກໍຕາມ.

ອ່ານຂ່າວເປັນພາສາອັງກິດລຸ່ມນີ້:

TOKYO, July 29 (Reuters) - Foreign ministers from Australia, India, Japan and the United States said on Monday they were seriously concerned about intimidating and dangerous manoeuvres in the South China Sea and pledged to bolster maritime security in the region.

The joint statement came after talks between the so-called 'Quad' countries in Tokyo, attended by Australia's Penny Wong, India's Subrahmanyam Jaishankar, Japan's Yoko Kamikawa and Antony Blinken from the U.S..

In security talks between the U.S. and Japan on Sunday, the two allies labelled China the "greatest strategic challenge" facing the region.

"We are seriously concerned about the situation in the East and South China Seas and reiterate our strong opposition to any unilateral actions that seek to change the status quo by force or coercion," the ministers said in the statement, which did not directly mention China.

They also expressed serious concern about the militarization of disputed features and coercive and intimidating manoeuvres in the South China Sea, including dangerous use of coast guard and maritime militia vessels.

Chinese vessels have repeatedly clashed with Philippine ships seeking to resupply its troops on the disputed Second Thomas Shoal in recent months, although the two countries in July reached a provisional agreement that aims to ease tensions.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG