ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກະສັດແຫ່ງກາຕາ ສະເດັດຢ້ຽມຢາມ ເຂດກາຊາ ຂອງປາແລັສຕາຍ (ສະໄລດ໌)


ນາຍົກລັດຖະມົນຕີຂອງກຸ່ມຫົວຮຸນແຮງ Hamas ທ່ານ Ismail Haniyeh (ຊ້າຍ) ແລະ ກະສັດ Sheik Hamad bin Khalifa al-Thani ຂອງກາຕາ ໄປເຖິງບ່ອນຈັດພິທີວາງສີລາເລີກ ຂອງໂຄງການ Hamad, ຊຶ່ງເປັນໂຄງການພັດທະນາຄຸ້ມຢູ່ອາໄສ ໃນ ເມືອງ Khan Younis ໃນພາກໃຕ້ຂອງເຂດກາຊາ, ວັນທີ 23 ຕຸລາ, 2012.
ນາຍົກລັດຖະມົນຕີຂອງກຸ່ມຫົວຮຸນແຮງ Hamas ທ່ານ Ismail Haniyeh (ຊ້າຍ) ແລະ ກະສັດ Sheik Hamad bin Khalifa al-Thani ຂອງກາຕາ ໄປເຖິງບ່ອນຈັດພິທີວາງສີລາເລີກ ຂອງໂຄງການ Hamad, ຊຶ່ງເປັນໂຄງການພັດທະນາຄຸ້ມຢູ່ອາໄສ ໃນ ເມືອງ Khan Younis ໃນພາກໃຕ້ຂອງເຂດກາຊາ, ວັນທີ 23 ຕຸລາ, 2012.
ກະສັດແຫ່ງກາຕາ ຊົງໄດ້ຮັບການຕ້ອນຮັບຢ່າງສົມກຽດແບບ
ວິລະຊົນຢູ່ໃນເຂດກາຊາ ໃນວັນອັງຄານວານນີ້ ໃນຂະນະທີ່ ພະອົງໄດ້ເປັນປະມຸກລັດຄົນທໍາອິດ ທີ່ໄປຢ້ຽມຢາມແດນດິນ
ແຫ່ງນັ້ນຂອງປາແລັສຕາຍ ນັບແຕ່ກຸ່ມຫົວຮຸນແຮງ Hamas
ທີ່ຖືສາສະໜາ ອິສລາມຢ່າງເຖິງຖອງນັ້ນ ເຂົ້າຄວບຄຸມເຂດ
ດັ່ງກ່າວ ໃນປີ 2007 ເປັນຕົ້ນມາ.

ທ່ານ Ismail Haniyeh ນາຍົກລັດຖະມົນຕີຂອງກຸ່ມ Hamasໄດ້ຕ້ອນຮັບກະສັດ Sheik
Hamad bin Khalifa al-Thani ເທິງພົມສີແດງ ລຸນຫລັງທີ່ຜູ້ນໍາຂອງກາຕາ ໄດ້ຂ້າມ ເຂົ້າໄປໃນເຂດກາຊາຈາກແຫລມ Sinai ຂອງອີຈິບ ໃນວັນອັງຄານວານນີ້.

ໃນການຢ້ຽມຢາມເປັນເວລາຫລາຍຊົ່ວໂມງນັ້ນ Sheik Hamad ໄດ້ເປີດໂຄງການ ຊ່ວຍເຫລືອຂອງກາຕາແກ່ເຂດກາຊາ ເພື່ອຊ່ວຍກາຊາສ້າງສາຕົນເອງຄືນໃໝ່ ຈາກການ ຖືກທໍາລາຍ ໂດຍການໂຈມຕີຂອງອິສຣາແອລຕໍ່ກຸ່ມ Hamas ໃນປີ 2008. ໂຄງການ ດັ່ງ ກ່າວແມ່ນລວມທັງການປຸກສ້າງຄຸ້ມບ້ານເຮືອນໃໝ່ ໂດຍໃສ່ຊື່ຂອງພະອົງເອງ ຢູ່ເມືອງ Khan Younis ທາງພາກໃຕ້ຂອງເຂດກາຊາ.

ຜູ້ນໍາຂອງກຸ່ມ Hamas ຍັງໄດ້ສັນລະເສີນກະສັດກາຕາ ທີ່ໄດ້ທັບມ້າງ ອັນທີ່ທ່ານເອີ້ນວ່າ “ການປິດລ້ອມທາງດ້ານການເມືອງ ແລະເສດຖະກິດ ທີ່ໄດ້ນໍາໃຊ້ຕໍ່ເຂດກາຊາໂດຍພວກ ກໍາລັງແຫ່ງຄວາມບໍ່ຍຸດຕິທໍາ.”

ການຢ້ຽມຢາມຂອງກະສັດ Sheik Hamad ແມ່ນເປັນຂີດໝາຍແຫ່ງການເພີ້ມຂຶ້ນໃນ ການຮັບຮູ້ທາງການທູດຕໍ່ກຸ່ມ Hamas ທີ່ພວກປະເທດມະຫາອໍານາດຕາເວັນຕົກ ບໍ່ໄດ້ ໃຫ້ຄວາມສໍາຄັນ ຍ້ອນຖືວ່າລັດຖະບານປາແລສຕາຍຂອງ ປະທານາທິບໍດີ Mahmoud Abbas ທີ່ຢູ່ຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດນ ເທົ່ານັ້ນ ເປັນຜູ້ຕາງໜ້າ ທີ່ຖືກຕ້ອງຕາມ ກົດໝາຍ ຂອງປະຊາຊົນປາແລັສຕາຍ.

ເບິ່ງສະໄລດ໌ການຢ້ຽມຢາມເຂດກາຊາຂອງກະສັດປະເທດກາຕາ

XS
SM
MD
LG