ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະເທດ ກາຕ້າ ຈະຈັດກອງປະຊຸມສາກົນ ກ່ຽວກັບ ສັນຕິພາບໃນ ອັຟການິສຖານ


ບັນດາທູດພິເສດຈາກ ສະຫະລັດ, ຣັດເຊຍ, ຈີນ ແລະ ປາກິສຖານ ປະຊຸມກັບຫົວໜ້າກຸ່ມຕາລີບານ ໃນນະຄອນຫຼວງ ໂດຮາ ປະເທດ ກາຕ້າ ປຶກສາຫາລື ກ່ຽວກັບ ສັນຕິພາບໃນ ອັຟການິສຖານ. 30 ເມສາ,2021. (Taliban photo)
ບັນດາທູດພິເສດຈາກ ສະຫະລັດ, ຣັດເຊຍ, ຈີນ ແລະ ປາກິສຖານ ປະຊຸມກັບຫົວໜ້າກຸ່ມຕາລີບານ ໃນນະຄອນຫຼວງ ໂດຮາ ປະເທດ ກາຕ້າ ປຶກສາຫາລື ກ່ຽວກັບ ສັນຕິພາບໃນ ອັຟການິສຖານ. 30 ເມສາ,2021. (Taliban photo)

ກອງປະຊຸມສາກົນສອງຄັ້ງຕິດຕໍ່ກັນຈະຖືກຈັດຂຶ້ນໃນປະເທດ ກາຕ້າ ໃນອາທິດນີ້ເພື່ອກົດດັນພັກຝ່າຍທີ່ເຮັດສົງຄາມກັນ ໃນ ອັຟການິສຖານ ໃຫ້ສືບຕໍ່ການເຈລະຈາສັນຕິພາບ ແລະ ບັນລຸຂໍ້ຕົກລົງກ່ອນຄວາມຂັດແຍ້ງ ອັຟການິສຖານ ຈະຮຸນແຮງຈົນຄວບຄຸມບໍ່ໄດ້.

ຄວາມພະຍາຍາມດ້ານການທູດໄດ້ມີຂຶ້ນທ່າມກາງຄວາມກ້າວໜ້າໃນສະໜາມລົບຢ່າງຫຼວງຫຼາຍຂອງກຸ່ມກະບົດ ຕາລີບານ ແມ່ນກະທັ້ງທີ່ ສະຫະລັດ ໄດ້ສືບຕໍ່ທຳການໂຈມຕີທາງອາກາດເພື່ອສະໜັບສະໜູນກອງກຳລັງລັດຖະບານ ອັຟການິສຖານ ທີ່ຖືກໂຈມຕີ.

ມັນຍັງໄດ້ມີຂຶ້ນຫຼັງຈາກການເຕືອນຂອງອົງການສະຫະປະຊາຊາດໃນອາທິດທີ່ຜ່ານມາວ່າ “ສົງ ຄາມໃນ ອັຟການິສຖານ ແມ່ນໄດ້ກ້າວເຂົ້າສູ້ໄລຍະໃໝ່, ຮ້າຍແຮງກວ່າເກົ່າ ແລະ ມີຄວາມເສຍ ຫາຍຫຼາຍກວ່າເກົ່າ.”

ທູດພິເສດຂອງ ສະຫະລັດ ປະຈຳ ອັຟການິສຖານ ທ່ານ ຊາລເມ ຄາລິລຊາດ, ແລະ ຄູ່ຮ່ວມຕຳ ແໜ່ງຂອງທ່ານຈາກ ຣັດເຊຍ, ຈີນ ແລະ ປາກິສຖານ, ຈະພົບ ປະກັນໃນນະຄອນຫຼວງ ໂດຮາ ຂອງ ກາຕ້າ ໃນວັນພຸດນີ້ພາຍໃຕ້ສິ່ງທີ່ຮູ້ຈັກກັນຢ່າງເປັນທາງການວ່າ “ກຸ່ມສາມປະເທດ,” ອີງຕາມການກ່າວຕໍ່ວີໂອເອໂດຍແຫຼ່ງຂ່າວການທູດ.

ກຸ່ມທີ່ຖືກກໍ່ຕັ້ງຂຶ້ນໂດຍ ມົສກູ ນັ້ນຈະດຳເນີນການປຶກສາຫາລືຢ່າງເປັນປະຈຳ ກ່ຽວກັບ ວິທີທາງເພື່ອສະໜັບສະໜູນການເຈລະຈາລະຫວ່າງ ອັຟການິສຖານ ເພື່ອຊ່ວຍເຫຼືອພັກຝ່າຍຕ່າງໆໃຫ້ບັນລຸຂໍ້ຕົກລົງດ້ານການເມືອງ ແລະ ການຢຸດຍິງຖາວອນ ແລະ ຮອບດ້ານ.

ວີໂອເອໄດ້ຮັບຊາບຈາກແຫຼ່ງຂ່າວທີ່ເຊື່ອຖືໄດ້ຢູ່ກະຊວງການຕ່າງປະເທດຂອງ ປາກິສຖານ ວ່າກຸ່ມສາມປະເທດນັ້ນຈະຈັດການປຶກສາຫາລືກ່ອນກອງປະຊຸມຜູ້ແທນກຸ່ມຕາລີບານ ທີ່ມີຫ້ອງການຢູ່ນະຄອນຫຼວງ ໂດຮາ ກັບຜູ້ແທນລັດຖະບານ ກາບູລ ຜູ້ທີ່ໄດ້ພົວພັນໃນການເຈລະຈາລະຫວ່າງ ອັຟການິສຖານ ທີ່ເຄື່ອນໄຫວຢ່າງຊ້າໆຢູ່ທີ່ນັ້ນ.

ກຸ່ມສາມປະເທດນັ້ນຈະດຳເນີນການປະຊຸມຂອງປະເທດທີ່ຢູ່ໃກ້ຄຽງຂອງ ອັຟການິສຖານ ໃນວັນອັງຄານມື້ອື່ນນີ້. ຣັດເຊຍ, ອົງການສະຫະປະຊາຊາດ ແລະ ສະຫະລັດ ກໍໄດ້ຖືກເຊື້ອເຊີນໃຫ້ເຂົ້າ ຮ່ວມການປະຊຸມຂອງວັນອັງຄານເຊັ່ນກັນ.

ເປົ້າໝາຍຂອງການປຶກສາຫາລື ທັງສອງຄັ້ງນັ້ນແມ່ນ “ເພື່ອຊອກຫາຂໍ້ຕົກລົງຮ່ວມກັນທີ່ເປັນໄປໄດ້” ລະຫວ່າງສອງຄູ່ປໍລະປັກຂອງ ອັຟການິສຖານ “ໃນເວລາທີ່ກຸ່ມ ຕາລີບານ ໄດ້ເລີ່ມຄອບຄອງເມືອງເອກຂອງແຂວງຕ່າງໆ,” ອີງຕາມການກ່າວຂອງກະຊວງການຕ່າງປະເທດ.

ແຫຼ່ງຂ່າວໄດ້ກ່າວຕື່ມວ່າ ທູດພິເສດຂອງ ປາກິສຖານ ທີ່ຮັບຜິດຊອບກ່ຽວກັບ ອັຟການິສຖານ,​ທ່ານ ມູຮຳມັດ ຊາດິກ, ແລະ ເອກອັກຄະລັດຖະທູດຂອງ ປະເທດດັ່ງກ່າວປະຈຳນະຄອນຫຼວງ ກາບູລ ທ່ານ ແມນຊົວ ຄານ, ຈະຖືກ ເຊື້ອເຊີນໃຫ້ເຂົ້າຮ່ວມກອງປະຊຸມທີ່ກ່ຽວຂ້ອງກັບສັນຕິພາບຂອງ ອັຟການິສຖານ ຢູ່ທີ່ນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG