ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກາຕ້າ ກ່າວວ່າ ຍັງບໍ່ມີເສັ້ນທາງ ອັນຈະແຈ້ງເທື່ອ ເພື່ອຍົກເລີກ ການກັກເງິນອັຟການິສຖານ ແລະຮັບຮູ້ກຸ່ມຕາລີບານ


ຕໍ່ໜ້າທຸງຊາດຂອງກຸ່ມຕາລີບານ ໂຄສົກຂອງກຸ່ມ ທ່ານຊາບີຮູລລາ ມູຈາຮີດ (ກາງ) ພວມຖະແຫຼງຂ່າວ ທີ່ນະຄອນຫຼວງກາບູລ ປະເທດອັຟການິສຖານ ເມື່ອວັນທີ 17 ສິງຫາ 2021.
ຕໍ່ໜ້າທຸງຊາດຂອງກຸ່ມຕາລີບານ ໂຄສົກຂອງກຸ່ມ ທ່ານຊາບີຮູລລາ ມູຈາຮີດ (ກາງ) ພວມຖະແຫຼງຂ່າວ ທີ່ນະຄອນຫຼວງກາບູລ ປະເທດອັຟການິສຖານ ເມື່ອວັນທີ 17 ສິງຫາ 2021.

ລັດຖະມົນຕີການຕ່າງປະເທດຂອງກາຕ້າ ກ່າວໃນວັນພຸດວານນີ້ວ່າ ບັນຫາການຮັບຮູ້ລັດຖະ ບານຂອງກຸ່ມຕາລີບານ ໃນປະເທດອັຟການິສຖານ ເວລານີ້ບໍ່ແມ່ນບູລິມະສິດ ແຕ່ປະຊາຄົມໂລກ “ເວລານີ້ ພວມເຂົ້າຮ່ວມຈັດແຈງ” ການຊ່ວຍເຫຼືອໃຫ້ແກ່ປະເທດທີ່ປະສົບໄພສົງຄາມດັ່ງກ່າວຮັບມືກັບບັນຫາທ້າທາຍທາງດ້ານມະນຸດສະທຳ ແລະເສດຖະກິດ ທີ່ພວມທະວີຄວາມຮ້າຍແຮງຂຶ້ນ.

ຊິກໂມຮຳເໝັດ ບິນ ອັບດູລຣາມານ ອາລ ທານີ (Sheik Mohammed bin Abdulrahman Al Thani) ກ່າວຕໍ່ກອງປະຊຸມລະຫວ່າງປະເທດທີ່ນະຄອນໂດຮາ ປະເທດກາຕ້າວ່າ ກຸ່ມຕາລີບານ “ຄວາມຈິງແລ້ວແມ່ນຜູ້ກຳອຳນາດ” ໃນອັຟການິສຖານ ແລະການສ້າງຄວາມໂດດດ່ຽວຕໍ່ປະເທດດັ່ງກ່າວຈະເປັນ “ຄວາມຜິດພາດອັນໃຫຍ່ຫຼວງ” ຍ້ອນວ່າມັນຈະໝາຍເຖິງການລົງໂທດ ຕໍ່ປະຊາຊົນອັຟການິສຖານໃນສິ່ງທີ່ພວກເຂົາເຈົ້າບໍ່ໄດ້ກະທຳ.

ຊິກອາລ ທານີ ໃຫ້ຄວາມເຫັນດັ່ງກ່າວ ຢູ່ໃນຄຳປາໄສ ຕໍ່ກອງປະຊຸມຄວາມໝັ້ນຄົງຂອງໂລກ ໂດຍເວົ້າວ່າ “ພວກເຮົາບໍ່ສາມາດພຽງແຕ່ລໍຖ້າ ເພື່ອໃຫ້ມີການເອົາບາດກ້າວໂດຍກຸ່ມຕາລີບານ ແລະຫຼັງຈາກນັ້ນ ກໍສະແດງປະຕິກິລິຍາຕໍ່ບາດກ້າວເຫຼົ່ານັ້ນ.” ທ່ານກ່າວຕື່ມວ່າ “ຂ້າພະເຈົ້າເຊື່ອວ່າ ປະຊາຄົມນາໆຊາດ ແມ່ນມີຄວາມຮັບຜິດຊອບ ຕໍ່ການເອົາບາດກ້າວເຫຼົ່ານັ້ນໂດຍກົງ ແລະມີແຜນທີ່ອັນຈະ ແຈ້ງ ເພື່ອຮັບມືກັບສະຖານະການ.”

ພວກຜູ້ນຳຂອງລັດຖະບານ ແລະລັດຖະມົນຕີການຕ່າງປະເທດ ຂອງກຸ່ມຈີ 20 ຊຶ່ງເປັນປະເທດທີ່ມີຄວາມກ້າວໜ້າທາງດ້ານເສດຖະກິດຂອງໂລກນັ້ນ ໄດ້ຕົກລົງກັນໃນວັນອັງຄານຜ່ານມາ ໃນກອງປະຊຸມທາງວີດີໂອ ຊຶ່ງເປັນເຈົ້າພາບໂດຍປະເທດອີຕາລີ ເພື່ອສຶກສາເບິ່ງຊ່ອງທາງຕ່າງໆ ເພື່ອຈະສົ່ງການຊ່ວຍເຫຼືອ ທີ່ເປັນເງິນສົດເຂົ້າໄປໃນປະເທດອັຟການິສຖານເພີ້ມຂຶ້ນ ສຳລັບແກ້ໄຂວິກິດການທາງດ້ານມະນຸດສະທຳຢູ່ທີ່ນັ້ນ.

ອົງການສະຫະປະຊາຊາດເຕືອນວ່າ ເສດຖະກິດຂອງປະເທດທີ່ປະສົບກັບໄພສົງຄາມດັ່ງກ່າວ ພວມຈະເຖິງຂັ້ນໄພພິບັດ ທາງດ້ານມະນຸດສະທຳແລ້ວ ນອກຈາກວ່າຈະມີການເອົາບາດກ້າວສຸກເສີນ ເພື່ອໃຫ້ການຊ່ວຍເຫຼືອ.

ທ່ານອາລ ທານີ ກ່າວໃນລະຫວ່າງການໂອ້ລົມ ໃນວັນພຸດວານນີ້ວ່າ “ພວກເຮົາຈຳເປັນຕ້ອງໄດ້ຊອກຫາຊ່ອງທາງໄປໜ້າ ບໍ່ແມ່ນປະຖິ້ມປະເທດນີ້ ແລະຂ້າພະເຈົ້າຄິດວ່າ ທຸກໆຄົນພວມປະ ກອບສ່ວນເຂົ້າໃນນັ້ນ ແລະພວກເຮົາກຳລັງກ້າວໄປໜ້າ ໂດຍບໍ່ຕ້ອງເວົ້າເຖິງການຮັບຮູ້ໃນຂັ້ນນີ້ເທື່ອ ແຕ່ບາງທີອາດຈະໃນອະນາຄົດຕໍ່ໜ້າ.”

ໂດຮາ ເປັນບ່ອນຕັ້ງຫ້ອງການ ທາງດ້ານການເມືອງ ຂອງກຸ່ມຕາລີບານ ແລະລັດຖະບານກາຕ້າຍັງເປັນຜູ້ຊ່ວຍໄກ່ເກຍ ໃນການເຈລະຈາ ລະຫວ່າງກັບກຸ່ມອິສລາມຫົວຮຸນແຮງດັ່ງກ່າວ ກັບສະຫະລັດ ແລະລັດຖະບານຂອງປະເທດຕາເວັນ ຕົກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG