ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ປູຕິນ ແລະ ທ. ສີ ຮຽກຮ້ອງໃຫ້ ຢູເຄຣນ ເຈລະຈາ ສັນຕິພາບ ຂະນະທີ່ຜູ້ນຳຂອງຣັດເຊຍ ກ່າວວ່າ ຝ່າຍຕາເວັນຕົກ ບໍ່ພ້ອມ


Putin-Xi Meeting Won’t End Ukraine War, Says White House
please wait

No media source currently available

0:00 0:02:07 0:00

ທ່ານສີ ແລະ ທ່ານປູຕິນ ພົບປະກັນຢູ່ໃນວັງເຄຣມລິນ ຂະນະທີ່ ທ່ານສີ ຈິ້ນຜິງ ມ້ວນທ້າຍການຢ້ຽມຢາມມົສກູ້ໄລຍະສາມວັນນັ້ນ ທຳນຽບຂາວ ໄດ້ສະແດງອອກເຖິງຄວາມສົງໄສທີ່ວ່າ ການເຈລະຈາຂອງຜູ້ນຳຈີນ ກັບປະທານາທິບໍດີຣັດເຊຍ ວລາດີເມຍ ປູຕິນ ຈະແຜ້ວທາງສູ່ການຍຸຕິສົງຄາມໃນຢູເຄຣນ.

ປະທານາທິບໍດີຣັດເຊຍ ວລາດີເມຍ ປູຕິນ ແລະ ປະທານປະເທດຈີນ ສີ ຈິ້ນຜິງ ໃນວັນອັງຄານວານນີ້ ໄດ້ລົງນາມໃນການຮ່ວມມືດ້ານຍຸດທະສາດໃໝ່ ລະ ຫວ່າງປະເທດຂອງພວກເພິ່ນ ແລະໄດ້ຮຽກຮ້ອງໃຫ້ແກ້ໄຂບັນ​ຫາສົງຄາມ ຂອງ ມົສກູຕໍ່ຢູເຄຣນ ທາງການທູດ ແຕ່ທ່ານປູຕິນ ໄດ້ກ່າວວ່າ ທ່ານບໍ່ເຫັນສິ່ງບົ່ງບອກວ່າ ລັດຖະບານກີຢິບ ແລະບັນດາປະເທດຕາເວັນຕົກທີ່ເປັນພັນທະມິດຂອງຕົນນັ້ນ ແມ່ນພ້ອມສຳລັບການເຈລະຈາສັນຕິພາບ.

ຫຼັງຈາກສອງວັນຂອງການເຈລະຈາກັບ ທ່ານສີ ຢູ່ທີ່ວັງເຄຣມລິນ ທ່ານປູຕິນ ໄດ້ກ່າວຫາ ສະຫະລັດ ແລະພວກປະເທດຕາເວັນຕົກ ໃນການສູ້ລົບ “ຈົນຮອດຄົນສຸດທ້າຍຂອງຢູເຄຣນ” ແຕ່ໄດ້ຍົກຍ້ອງ ສິ່ງທີ່ທ່ານໄດ້ກ່າວວ່າ ເປັນ “ທ່າທີເປັນກາງ” ຂອງຈີນ ຕໍ່ສົງຄາມດັ່ງກ່າວ.

ກະຊວງການຕ່າງປະເທດຂອງຈີນ ໄດ້ກ່າວໃນຖະແຫລງການວ່າ ປັກກິ່ງ ແລະມົສກູ ເຊື່ອວ່າ ກົດບັດຂອງອົງການສະຫະປະຊາຊາດ ທີ່ວ່າ “ຕ້ອງປະຕິບັດແລະຕ້ອງເຄົາລົບກົດໝາຍສາກົນ” ແຕ່ກໍບໍ່ໄດ້ຮຽກຮ້ອງໃຫ້ ຣັດເຊຍຖອນກຳລັງທະຫານຂອງຕົນ ອອກຈາກຢູເຄຣນ ຫຼື ປະຕິບັດຕາມການຮັບຮູ້ຂອງນານາຊາດຕໍ່ເຂດຊາຍແດນຂອງຢູເຄຣນ.

ທ່ານປູຕິນ ເອີ້ນການເຈລະຈາກັບທ່ານສີຂອງທ່ານນັ້ນວ່າ “ເປີດກວ້າງແລະຢ່າງເປັນມິດ” ຊຶ່ງການສົນທະນາກັນ ໄດ້ແນໃສ່ເພື່ອທະວີການຮ່ວມມື ທີ່ວ່າ “ບໍ່ມີຂີດຈຳກັດ” ທີ່ໄດ້ຕົກລົງນຳກັນ ເມື່ອຕົ້ນປີ 2022 ບໍ່ເຖິງສາມອາທິດກ່ອນທີ່ຣັດເຊຍ ໄດ້ບຸກລຸກຢູເຄຣນ.

ຈີນເມື່ອມໍ່ໆມານີ້ ໄດ້ສະເໜີແຜນການ 12 ຂໍ້ ໃນການຮຽກຮ້ອງໃຫ້ຫລຸດຜ່ອນ ແລະໃນທີ່ສຸດ ຢຸດຍິງ ໃນຢູເຄຣນ ຊຶ່ງຝ່າຍຕາເວັນຕົກ ໄດ້ປະຕິເສດ ຍ້ອນວ່າ ມັນຈະເຮັດໃຫ້ຣັດເຊຍ ຄອບຄອງເຂດແດນທີ່ຕົນໄດ້ມາ ແລະທີ່ຕົນຢຶດເອົາດິນ ແດນ ຄຣາຍເມຍຂອງຢູເຄຣນ ຢ່າງຜິດກົດໝາຍໃນປີ 2014 ແລະດິນແດນທາງພາກຕາເວັນອອກຂອງຢູເຄຣນຕື່ມອີກ ທີ່ຢຶດເອົາໂດຍຣັດເຊຍໃນລະຫວ່າງການບຸກລຸກໄລຍະ 13 ເດືອນທີ່ຜ່ານມານັ້ນ.

ທ່ານປູຕິນ ໄດ້ກ່າວວ່າ “ພວກເຮົາເຊື່ອວ່າ ຫຼາຍໆຂໍ້ສະເໜີໃນເບື້ອງຕົ້ນຂອງແຜນການສັນຕິພາບ ທີ່ນຳສະເໜີໂດຍຈີນ ແມ່ນສອດຄ່ອງກັບແນວທາງຂອງ ຣັດເຊຍ ແລະສາມາດຮັບເອົາເປັນພື້ນຖານສຳລັບການຕົກລົງຢ່າງສັນຕິ ເມື່ອໃດທີ່ພວກເຂົາເຈົ້າພ້ອມສຳລັບອັນນັ້ນ ໃນຝ່າຍຕາເວັນຕົກ ແລະໃນກີຢິບ. ແຕ່ຢ່າງໃດກໍຕາມ ມາເຖິງຕອນນີ້ ພວກເຮົາເຫັນວ່າ ບໍ່ມີຄວາມພ້ອມເຊັ່ນນັ້ນເລີຍ ຈາກຝ່າຍຂອງພວກເຂົາເຈົ້າ.”

ກີຢິບ ໄດ້ຍິນດີນຳຄວາມພະຍາຍາມທາງການທູດຂອງປັກກິ່ງ ແຕ່ກ່າວວ່າ ຣັດເຊຍ ກ່ອນອື່ນຕ້ອງຖອນກຳລັງທະຫານຂອງຕົນ ອອກຈາກຢູເຄຣນ. ການສູ້ລົບໂດຍສ່ວນຫຼາຍແມ່ນບໍ່ໄປບໍ່ມາ ຢູ່ໃນພາກຕາເວັນອອກຂອງຢູເຄຣນ ຕາມເຂດ​ແນວ​ໜ້າ​ທີ່​ສຳ​ຄັນໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG