ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານ ປູ​ຕິນ ຢ້ຽມ​ຢາມ​ເມືອງ ມາ​ຣີ​ອູ​ໂປ​ລ ທີ່​ຖືກ​ຍຶດ​ຄອງ​ໃນ ຢູ​ເຄ​ຣນ ຫຼັງ​ຈາກ​ຢຸດ​ແວ່​ແຫຼມ ໄຄ​ຣ​ເມຍ


​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ, ຂວາ, ຟັງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຣັດ​ເຊຍ ທ່ານ ມາ​ຣັດ ຄຸນ​ນັ​ລ​ລິນ ຢູ່​ໝູ່​ບ້ານ​ທີ່​ຖືກ​ສ້າງ​ຂຶ້ນ​ໃໝ່ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ເມືອງ ມາ​ຣີ​ອູ​ໂປ​ລ ໃນ​ພາກ​ພື້ນ​ໂດ​ເນັດ​ສ໌ ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ, 19 ມີ​ນາ 2023.
​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ, ຂວາ, ຟັງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຣັດ​ເຊຍ ທ່ານ ມາ​ຣັດ ຄຸນ​ນັ​ລ​ລິນ ຢູ່​ໝູ່​ບ້ານ​ທີ່​ຖືກ​ສ້າງ​ຂຶ້ນ​ໃໝ່ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ເມືອງ ມາ​ຣີ​ອູ​ໂປ​ລ ໃນ​ພາກ​ພື້ນ​ໂດ​ເນັດ​ສ໌ ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ, 19 ມີ​ນາ 2023.

ວັງ​ເຄ​ຣັມ​ລິນ​ເວົ້າ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເມືອງ​ທ່າ​ເຮືອ ມາ​ຣີ​ອູ​ໂປ​ລ ຂອງ​ຢູ​ເຄ​ຣນ ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ ຫຼັງ​ຈາກ​ການຢຸດ​ແວ່​ທີ່ ​ແຫຼມ​ໄຄ​ຣ​ເມຍ ເພື່ອ​ລະ​ນຶກ​ເຖິງວັນ​ຄົບ​ຮອບ 9 ປີ ​ຂອງ​ການ​ເຂົ້າ​ຄອບ​ຄອງ​ເຂດ​ແດນ​ດັ່ງ​ກ່າວ​ຢ່າງ​ຜິດ​ກົດ​ໝາຍ​ຂອງ ຣັດ​ເຊຍ ໃນ​ປີ 2014.

ຜູ້​ນຳ ຣັດ​ເຊຍ ໄດ້​ເດີນ​ທາງ​ຮອດ​ເມືອງ ມາ​ຣີ​ອູ​ໂປ​ລ ໃນ​ແລງວັນ​ເສົາ​ທີ່​ຜ່ານ​ມາ, ໂຄ​ສົກ​ວັງ​ເຄ​ຣັມ​ລິນ ທ່ານ ດ​ມິ​ທ​ຣີ ເປ​ສກອ​ຟ ໄດ້​ກ່າວ, ດ້ວຍ​ພາບ​ວິ​ດີ​ໂອ​ທີ່​ສະ​ແດງ​ໃຫ້​ເຫັນ​ທ່ານ ປູ​ຕິນ ລົມ​ກັບ​ປະ​ຊາ​ຊົນຫຼັງ​ຈາກ​ການ​ຢ້ຽມ​ຢາມ​ໂຮງ​ຮຽນ​ສິ​ລະ​ປະ​ກ່ອນ​ໜ້າ​ນັ້ນ ແລະ ສູນ​ເດັກ​ນ້ອຍ​ໃນ​ແຫຼມ​ໄຄ​ຣ​ເມຍ.

ການ​ຢ້ຽມ​ຢາມ​ດັ່ງ​ກ່າວ ​ໄດ້​ມີ​ຂຶ້ນຫຼັງ​ຈາກ​ສານ​ອາ​ຍາ​ສາ​ກົນ ໄດ້​ອອກ​ໝາຍ​ຈັບ​ທ່ານ ປູ​ຕິນ ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ ກ່ຽວ​ກັບ ຂໍ້​ກ່າວ​ຫາ​ອາ​ຊະ​ຍາ​ກຳ​ສົງ​ຄາມ​ສຳ​ລັບ​ການ​ຈັບ​ເດັກ​ນ້ອຍ ຢູ​ເຄ​ຣນ ໂດຍ ຣັດ​ເຊຍ ໃນ​ລະ​ຫວ່າງ​ການ​ບຸກ​ລຸກ 13 ເດືອນ​ຂອງ​ພວກ​ເຂົາ. ທ່ານ ປູ​ຕິນ ບໍ່​ໄດ້​ໃຫ້​ຄຳ​ເຫັນ ກ່ຽວ​ກັບ ຂໍ້​ກ່າວ​ຫາ​ຕ່າງໆ ແລະ ວັງ​ເຄ​ຣັມ​ລິນ ໄດ້​ເອີ້ນ​ການ​ກ່າວ​ຫາ​ນັ້ນ​ວ່າ “ບໍ່​ມີ​ຜົນ​ທາງ​ກົດ​ໝາຍ ແລະ ເປັນ​ໂມ​ຄະ.”

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ຮຽກ​ຮ້ອງ​ໃຫ້ ຣັດ​ເຊຍ ຖອນ​ອອກ​ຈາກ​ແຫຼມ​ໄຄ​ຣ​ເມຍ ແລະ ທຸກ​ພື້ນ​ທີ່​ທີ່​ພວກ​ເຂົາ​ ໄດ້​ເຂົ້າ​ຄວບ​ຄຸມ​ ໃນ​ພາກຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ, ແຕ່​ສົງ​ຄາມ​ຢູ​ພາກ​ພື້ນ​ດິນ​ໃນ​ພາກຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ ນັ້ນ​ສ່ວນ​ໃຫຍ່​ແມ່ນບໍ່​ໄປ​ບໍ່​ມາ, ໂດຍບໍ່​ມີ​ຝ່າຍ​ໃດ​ຍາດ​ເອົາ​ເຂດ​ແດນໄດ້ຫຼາຍ.

ການ​ຢ້ຽມ​ຢາມ​ປະ​ເທດ ຢູ​ເຄ​ຣນ ທີ່​ຖືກ​ທຳ​ລາຍ​ໂດ​ຍ​ສົງ​ຄາມ​ຂອງ​ທ່ານ ປູ​ຕິນ ແມ່ນ​ຄັ້ງ​ທຳ​ອິດ​ນັບ​ຕັ້ງ​ແຕ່​ການ​ບຸ​ກ​ລຸກ​ໃນ​ເດືອນ​ກຸມ​ພາ 2022. ບັນ​ດາ​ຜູ້​ນຳ​ປະ​ເທດ​ຕາ​ເວັນ​ຕົກຫຼາຍ​ຄົນ​ໄດ້​ສະ​ໜັບ​ສະ​ໜູນ ຢູ​ເຄ​ຣນ, ລວມ​ທັງ​ປະ​ທານ​າ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ ກີຢິບ, ເຊິ່ງ​ແມ່ນ​ນະ​ຄອນຫຼວງ​ຂອງ ຢູ​ເຄ​ຣນ ທີ່​ທ່ານ ປູ​ຕິນ ໄດ້​ພະ​ຍາ​ຍາມ​ແຕ່​ລົ້ມ​ແຫຼວ ທີ່​ຈະ​ຍຶດ​ຄອງ​ໃນ​ອາ​ທິດ​ຕົ້ນໆ​ຂອງ​ສົງ​ຄາມ.

ເມືອງ ມາ​ຣີ​ອູ​ໂປ​ລ ແມ່ນ​ນຶ່ງ​ໃນ​ຈຸດ​ສູນ​ກາງ​ຂອງ​ການ​ຕໍ່​ສູ້​ທັງຫຼາຍ​ໃນຫຼາຍ​ເດືອນ​ທຳ​ອິດ​ຂອງ​ສົງ​ຄາມ, ແນວ​ໃດ​ກໍ່​ຕາມ​ເວ​ລາ​ທີ່ ຣັດ​ເຊຍ ໄດ້​ເຂົ້າ​ຄວບ​ຄຸມ​ຢ່າງ​ເຕັມ​ທີ່​ເມື່ອ​ເດືອນ​ພຶດ​ສະ​ພາ​ທີ່​ຜ່​ານ​ນັ້ນ, ມີ​ປະ​ຊາ​ຊົນ​ປະ​ມານ 100,000 ຄົນ​ເທົ່າ​ນັ້ນ​ທີ່​ຍັງ​ຢູ່​ ຈາກ​ປະ​ຊາ​ຊົນ​ຂອງ​ເມືອງ​ກ່ອນ​ສົງ​ຄາມ 450,000 ຄົນ.

ລາຍ​ງານ​ຂ່າວ​ຂອງ ຣັດ​ເຊຍ ໄດ້​ກ່າວ​ວ່າທ່ານ ປູ​ຕິນ ໄດ້​ເດີນ​ທາງ​ຮອດ​ເມືອງ ມາ​ຣີ​ອູ​ໂປ​ລ ດ້ວຍ​ເຮ​ລິ​ຄັອບ​ເຕີ ແລະ ຫຼັງ​ຈາກ​ນັ້ນ​ໄດ້​ຂັບ​ລົດ​ດ້ວຍ​ຕົນ​ເອງ​ອ້ອມ​ “ອະ​ນຸ​ສອນ​ສະ​ຖານ​ຕ່າງໆ” ຂອງ​ເມືອງ, ຫໍ​ສະ​ແດງ​ຄອນ​ເສີດ ແລະ ແຄມ​ຝັ່ງ​ທະ​ເລ. ຊ່ອງ ໂຣ​ຊີ​ຢາ 24 ຂອງ​ລັດ​ຖະ​ບານ​ໃນ​ວັນ​ອາ​ທິດ​ວານນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ທ່ານ ປູ​ຕິນ ລົມ​ກັບ​ປະ​ຊາ​ຊົນ​ ຢູ່ນອກ​ສິ່ງ​ທີ່​ປາ​ກົດ​ວ່າ​ຈະ​ເປັນ​ສະ​ຖານ​ທີ່​ພັກ​ອາ​ໄສ​ທີ່​ຖືກ​ສ້າງ​ຂຶ້ນ​ມາ​ໃໝ່ ແລະຖືກ​ພາ​ທ່ຽວ​ຊົມ​ອ້ອມ​ນຶ່ງ​ໃນ​ອາ​ພາດ​ເມັ້ນ​ຕ່າງໆ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG