ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ປູ​ຕິນ ກ່າວ​ວ່າ ການ​ຍິງ​ເຮືອ​ບິນ ຂອງ ຣັດ​ເຊຍ ຕົກແມ່ນ “ກໍລະນີຕ່ອງໂສ້ ຂອງ ອຸບັດຕິເຫດ”


ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປ​ູ​ຕິນ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮັງ​ກາ​ຣີ ທ່ານ ວິກ​ເຕີ ອໍ​ບານ ລຸນຫຼັງ​ການ​ເຈ​ລະ​ຈາ​ທີ່​ວັງ ເຄ​ຣັມ​ລິນ, ນະ​ຄອນຫຼວງ ມົ​ສ​ກູ. 18 ກັນ​ຍາ, 2018.
ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປ​ູ​ຕິນ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮັງ​ກາ​ຣີ ທ່ານ ວິກ​ເຕີ ອໍ​ບານ ລຸນຫຼັງ​ການ​ເຈ​ລະ​ຈາ​ທີ່​ວັງ ເຄ​ຣັມ​ລິນ, ນະ​ຄອນຫຼວງ ມົ​ສ​ກູ. 18 ກັນ​ຍາ, 2018.

ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ເອີ້ນ​ການ​ຍິງ​ເຮືອ​ບິນກອງ​ທັບ
ຣັດເຊຍ ຕົກໂດຍ ຊີເຣຍ ນັ້ນວ່າ “ແມ່ນກໍລະນີຕ່ອງໂສ້ຂອງອຸບັດຕິເຫດ,” ເຊິ່ງເປັນ
ການກ່າວຫຼຸດລະດັບຄວາມຮຸນແຮງ ໃນສິ່ງທີ່ອາດ ກາຍເປັນສະພາບຄວາມເຄັ່ງຕຶງ
ກັບອິສຣາແອລ ນັ້ນ.

15 ຄົນ​ ຢູ່​ເທິງ​ເຮືອ​ບິນສອດ​ແນມຂອງ ຣັດ​ເຊຍ ໄດ້​ເສຍ​ຊີ​ວິດ ໃນ​ເວ​ລາ​ທີ່ ຊີ​ເຣຍ ໄດ້​
ຍິງມັນຕົກ, ເຊິ່ງເປັນການຕອບໂຕ້ຕໍ່ການໂຈມຕີທາງອາກາດຂອງ ອິສຣາແອລ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ຊອຍ​ກູ (Sergei Shoigu) ໄດ້​
ກ່າວຕໍ່ຄູ່ຮ່ວມຕຳແໜ່ງຂອງທ່ານຈາກ ອິສຣາແອລ ທ່ານ ອາວິກດໍ ລີເບີແມັນ
(Avigdor Lieberman) ວ່າ ອິສຣາແອລ “ເປັນຜູ້ຮັບຜິດຊອບທັງໝົດ” ແລະ ຣັດ
ເຊຍ ມີສິດທີ່ຈະແກ້ແຄ້ນ.

ແຕ່​ທ່ານ ປູ​ຕິນ ໄດ້ກ້າວ​ເຂົ້າ​ມາ​, ໂດຍ​ເອີ້ນ​ມັນ​ວ່າ “ເປັນ​ກໍ​ລະ​ນີ​ຕ່ອງ​ໂສ້​ຂອງ​ອຸ​ບັດ​ຕິ​
ເຫດທີ່ໜ້າເສົ້າສະຫຼົດໃຈ.” ທ່ານໄດ້ກ່າວວ່າ ຣັດເຊຍ ຈະຕອບໂຕ້ດ້ວຍ “ການເອົາບາດ
ກ້າວເພີ່ມເຕີມ ເພື່ອປົກປ້ອງທະຫານຂອງພວກເຮົາ ແລະ ອຸປະກອນຕ່າງໆໃນ ຊີເຣຍ.”
ທ່ານໄດ້ກ່າວວ່າ “ທຸກຄົນຈະຮັບຮູ້” ບາດກ້າວເຫລົ່ານັ້ນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໄດ້​ສະ​ແດງ​ຄວາມ​ເສຍ​
ໃຈຕໍ່ການສູນເສຍຊີວິດຂອງຊາວ ຣັດເຊຍ ແລະ ໄດ້ຖິ້ມໂທດໃສ່ ຊີເຣຍ ສຳລັບເຫດ
ການທີ່ວ່ານັ້ນ.

ກອງ​ທັບ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ວ່າ ເຮືອ​ບິນ​ຮົບ​ຂອງ​ເຂົາ​ເຈົ້າ​ໄດ້​ແນ​ເປົ້າ​ໃສ່ອາ​ຄານ​ຂອງ
ກອງທັບ ຊີເຣຍ ທີ່ສະໜອງອາວຸດໃຫ້ກຸ່ມກໍ່ການຮ້າຍ ເຮັສບອລລາ ທີ່ໄດ້ຮັບການໜູນ
ຫຼັງຈາກ ອີຣ່ານ.

ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ໄດ້ແຈ້ງ​ໃຫ້ ຣັດ​ເຊຍ ​ຊາບກ່ຽວ​ກັບ ການ​ໂຈມ​ຕີ​ທາງ​
ອາກາດລ່ວງໜ້າແລ້ວ, ແລະ ເຮືອບິນຮົບຂອງເຂົາເຈົ້າແມ່ນໄດ້ເດີນທາງກັບສູ່ນ່ານຟ້າ
ຂອງ ອິສຣາແອລ ແລ້ວ ໃນເວລາທີ່ ຊີເຣຍ ໄດ້ຍິງລູກສອນໄຟຂອງເຂົາເຈົ້ານັ້ນ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ໄດ້​ກ່າວ​ວ່າ ການ​ເຕືອນ​ຂອງ ອິ​ສ​ຣາ​ແອ​ລ ໄດ້​ມີ​ຂຶ້ນ
ບໍ່ເຖິງນຶ່ງນາທີ ກ່ອນການໂຈມຕີທາງອາກາດນັ້ນ. ເຂົາເຈົ້າໄດ້ກ່າວຫາ ອິສຣາແອລ
ກ່ຽວກັບ ການໃຊ້ເຮືອບິນ ຣັດເຊຍ ເປັນເຄື່ອງບັງເພື່ອຫຼີກລ່ຽງລະ ບົບປ້ອງກັນທາງອາ
ກາດຂອງ ຊີເຣຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG