ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ເວົ້າ​ວ່າ ມົ​ສ​ກູ ຢາ​ກ​ໄດ້​ດິ​ນ​ແດນ​ເພີ່ມ​ເຕີມ


ໃນ​ພາບ​ຢາກ​ຢາຍ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ຫ້ອງ​ການ​ສື່ມວນ​ຊົນ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ໃນ​ວັນ​ທີ 20 ກໍ​ລະ​ກົດ​ 2022 ນີ້, ທະ​ຫານ ຣັດ​ເຊຍ ຍິງ​ປືນ​ຄົກ​ຈາກ​ຕຳ​ແໜ່ງ​ຂອງ​ເຂົາ​ເຈົ້າ​ໃສ່​ສະ​ຖານ​ທີ່​ໆ​ບໍ່​ໄດ້​ຖືກ​ເປີດ​ເຜີຍ​ໃນ ຢູ​ເຄ​ຣນ.
ໃນ​ພາບ​ຢາກ​ຢາຍ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ຫ້ອງ​ການ​ສື່ມວນ​ຊົນ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ໃນ​ວັນ​ທີ 20 ກໍ​ລະ​ກົດ​ 2022 ນີ້, ທະ​ຫານ ຣັດ​ເຊຍ ຍິງ​ປືນ​ຄົກ​ຈາກ​ຕຳ​ແໜ່ງ​ຂອງ​ເຂົາ​ເຈົ້າ​ໃສ່​ສະ​ຖານ​ທີ່​ໆ​ບໍ່​ໄດ້​ຖືກ​ເປີດ​ເຜີຍ​ໃນ ຢູ​ເຄ​ຣນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ກີ ລາວ​ຣອ​ຟ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ມົ​ສ​ກູຢາກ​ຍຶດ​ເອົາ​ດິນ​ແດນ​ໃນ​ພາກ​ໃຕ້​ຂອງ ຢູ​ເຄ​ຣນ ນອກ​ເໜືອ​ຈາກ​ພາກ​ພື້ນດອນ​ບາ​ສ ຢູ່​ພາກ​ຕາ​ເວັນ​ອອກ ໃນ​ຂະ​ນະ​ທີ່ ສະ​ຫະ​ລັດ ແລະ ພັນ​ທະ​ມິດ​ຂອງ​ເຂົາ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ເພີ່ມ​ເຕີມ​ຕໍ່ ຢູ​ເຄ​ຣນ.

ຣັດ​ເຊຍ ໄດ້​ປະ​ສົບ​ຄວາມ​ລົ້ມ​ແຫຼວ ​ໃນ​ໄລ​ຍະ​ຕົ້ນໆ​ຂອງ​ການ​ໂຈມ​ຕີ​ຫ້າ​ເດືອນ​ຂອງ​ເຂົາ​ເຈົ້າ​ເພື່ອ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ຫຼື ຍຶດ​ເອົາ​ນະ​ຄອນຫຼວງ ກີ​ຢິບ, ໃນ​ພາກ​ເໜືອ​ຂອງ​ຢູ​ເຄ​ຣນ. ແລະ ໃນ​ປັດ​ຈຸ​ບັນ​ພວກ​ເຂົາ​ກຳ​ລັງ​ຕໍ່​ສູ້​ກັບ​ກອງ​ກຳ​ລັງ ຢູ​ເຄ​ຣນ ເພື່ອ​ຄວບ​ຄຸມ​ພາກ​ພື້ນດອນ​ບາ​ສ.

ແຕ່​ທ່ານ ລາວ​ຣອ​ຟ ໄດ້​ກ່າວ​ໃນ​ການ​ສຳ​ພາດ​ເພື່ອ​ວັນ​ພຸດ​ວານນີ້​ກັບ​ສື່ມວນ​ຊົນ​ລັດ​ຖະ​ບານ​ວ່າ ຣັດ​ເຊຍ ບໍ່​ຮູ້​ສຶກ​ຖືກ​ບີ​ບ​ບັງ​ຄັບ​ອີ​ກ​ຕໍ່​ໄປ​ໃນ​ການ​ຕໍ່​ສູ້​ຢູ່​ພາກ​ພື້ນດອນ​ບາ​ສ ບ່ອນ​ທີ່​ພວກ​ແບ່ງ​ແຍກ​ດິນ​ແດນ ຣັດ​ເຊຍ ໄດ້​ຕໍ່​ສູ້​ກັບ​ກອງ​ກຳ​ລັງ​ຂອງ ກີ​ຢິບ ນັບ​ຕັ້ງ​ແຕ່​ປີ 2014 ເວ​ລາ​ທີ່ ຣັດ​ເຊຍ ໄດ້​ຍຶດ​ເອົາ​ແຫຼມ ໄຄ​ຣ​ເມຍ ຂອງ ຢູ​ເຄ​ຣນ.

ທ່ານ ລາວ​ຣອ​ຟ ໄດ້​ກ່າວ​ຕໍ່​ໂທ​ລະ​ພາບ RT ແລະ ອົງ​ການ RIA Novosti ຂອງ​ລັດ​ຖະ​ບານວ່າ “ປັດ​ຈຸ​ບັນ​ນີ້, ພູມ​ສາດ​ແມ່ນ​ໄດ້​ປ່ຽນ​ແປງ. ມັນ​ບໍ່​ແມ່ນ​ພຽງ​ແຂວງ​ໂດ​ເນັດ​ສ໌ ແລະ ລູ​ຮານ​ສ໌ ເທົ່າ​ນັ້ນ. ມັນ​ແມ່ນ​ເມືອງ ເຄີ​ສັນ, ຊາ​ໂປ​ຣິເຊຍ ແລະ ຫຼາຍ​ເຂດ​ແດນ​ອື່ນໆ. ຂະ​ບວນ​ການນີ້​ແມ່ນ​ກຳ​ລັງ​ດຳ​ເນີນ​ຢູ່, ຢ່າງ​ຕໍ່ເນື່ອງ ແລະ ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.”

ທ່ານ ລາວ​ຣອ​ຟ, ນັກ​ການ​ທູດ​ລະ​ດັບ​ສູງ​ຂອງ​ຣັດ​ເຊຍ, ໄດ້​ກ່າວ​ວ່າ​ເປົ້າ​ໝາຍ ກ່ຽວ​ກັບ ເຂດ​ແດນ​ຂອງ ມົ​ສ​ກູ ຈະ​ຍັງ​ຂະ​ຫຍາຍ​ຕໍ່​ໄປ ຖ້າ​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ​ນຳ​ສົ່ງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍະ​ໄກ​ໄປ​ໃຫ້ ກີ​ຢິບ ເພີ່ມ​ເຕີມ.

ສະ​ຫະ​ລັດ ໃນ​ວັນ​ພຸດ​ວານນີ້​ໄດ້​ປະ​ກາດ​ແຜນ​ການ​ທີ່​ຈະ​ສົ່ງ​ລະ​ບົບ​ຍິງ​ຈະຫຼວດ​ຕື່ມ​ອີກ​ສີ່​ຊຸດ​ໄປ​ໃຫ້ ຢູ​ເຄ​ຣນ, ພ້ອມ​ກັບ​ລູກ​ປືນ​ໃຫຍ່​ເພີ່ມ​ເຕີມ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ໄດ້​ກ່າວ​ຢູ່​ທຳ​ນຽບ​ຫ້າ​ແຈ​ເມື່ອ​ວັນ​ພຸດ​ວານນີ້​ວ່າ “ກອງ​ກຳ​ລັງ ຢູ​ເຄ​ຣນ ປັດ​ຈຸ​ບັນ​ນີ້​ແມ່ນ​ກຳ​ລັງ​ໃຊ້​ລະ​ບົບ​ຈະຫຼວດ​ໄລ​ຍະ​ໄກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ລວມ​ທັງ​ລະ​ບົບ HIMARS ທີ່​ສະ​ໜອງ​ໃຫ້​ໂດຍ ສະ​ຫະ​ລັດ, ແລະ ລະ​ບົບ​ອື່ນໆ​ຈາກ​ພັນ​ທະ​ມິດ ແລະ ຄູ່​ຮ່ວມ​ຂອງ​ພວກ​ເຮົາ​. ທະ​ຫານ​ຂອງ ຢູ​ເຄ​ຣນ ແມ່ນ​ກຳ​ລັງ​ທຳ​ການ​ຜັກ​ດັນ​ຢ່າງ​ໜັກ​ເພື່ອ​ຕ້ານ​ການ​ເຄື່ອນ​ໄຫວ​ຂອງ ຣັດ​ເຊຍ ໃນ​ພາກ​ພື້ນ ດອນ​ບາ​ສ.”

ນາຍ​ພົນ ມາກ ມິ​ລ​ລີ, ປະ​ທານ​ຂອງ​ເສ​ນາ​ທິ​ການ​ຮ່ວມ, ໄດ້​ກ່າວ​ວ່າ ຢູ​ເຄ​ຣນ ໄດ້​ໃຊ້​ເຄື່ອງ​ຍິງ​ຈະຫຼວດຫຼາຍ​ລູກ​ທີ່​ສະ​ໜອງ​ໃຫ້​ໂດຍ ສະ​ຫະ​ລັດ ເພື່ອ​ຍິງ​ກອງບັນ​ຊາ​ການ ຣັ​ດ​ເຊຍ ແລະ ເສັ້ນ​ທາງ​ຂົນ​ສົ່ງ​ອຸ​ປະ​ກອນ​ຕ່າງໆ ລວມ​ມີ​ຂົວ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ​ຂ້າມ​ແມ່​ນ້ຳ ນີບ​ເປີ ໃນ​ພາກ​ພື້ນ ເຄີ​ສັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG