ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ພູຕິນ ປະຊຸມສຸດຍອດ ກັບ ບັນດາຫົວໜ້າ ສະຫະພາບຢູໂຣບ


ປະທານາທິບໍດີ Vladimir Putin (ຊ້າຍ) ກັບ ປະທານ ອີຢູ ທ່ານ Jose Manuel Barroso (ກາງ) ແລະປະທານສະພາ ອີຢູ ທ່ານ Herman Van Rompuy ຢູ່ບ່ອນຈັດກອງປະຊຸມສຸດຍອດ ນອກນະຄອນ St.Petersburg, ຣັດເຊຍ, ວັນອາທິດ ທີ 3 ມີຖຸນາ 2012.
ປະທານາທິບໍດີ Vladimir Putin (ຊ້າຍ) ກັບ ປະທານ ອີຢູ ທ່ານ Jose Manuel Barroso (ກາງ) ແລະປະທານສະພາ ອີຢູ ທ່ານ Herman Van Rompuy ຢູ່ບ່ອນຈັດກອງປະຊຸມສຸດຍອດ ນອກນະຄອນ St.Petersburg, ຣັດເຊຍ, ວັນອາທິດ ທີ 3 ມີຖຸນາ 2012.

ປະທານາທິບໍດີ Vladimir
Putin ​ແຫ່ງຣັດ​ເຊຍ​ ເປັນ​
ເຈົ້າພາບ​ຈັດກອງ​ປະຊຸມ​ສຸດ​
ຍອດ​ກັບ​ບັນດາ​ຜູ້​ນໍາ​ສະຫະ
ພາບ​ຢູ​ໂຣບຂຶ້ນ ເປັນ​ຄັ້ງທໍາ​
ອິດ​ຫລັງ​ຈາກ​ຂຶ້ນດໍາລົງ​ຕໍາ
​ແໜ່​ງປະທານາທິບໍດີ​ໃໝ່​
ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະ
​ນາ​ກັນ​ເລື້ອງ​ນະ​ໂຍບາຍ​ຂອງ
ຣັດ​ເຊຍ​ຕໍ່​ຊີເຣຍ ​ແລະ​ເລື້ອງ
​ອື່ນໆ​ອີກ​.

ທ່ານ​ພູ​ຕິນ ​ໄດ້​ເປັນ​ເຈົ້າພາບ​ຈັດ​ງານ​ລ້ຽງ​ອາຫານ​ຄໍ່າ​ໃນແລງ​ວັນ​ອາທິດ​ວານ​ນີ້ ​ທີ່​ນະຄອນ
St. Petersburg ​ເພື່ອຕ້ອນຮັບ​ທ່ານ Van Rompuy ​ແລະ​ທ່ານ Jose Manuel Barro
so ຫົວໜ້າ​ສະຫະພາບ​ຢູ​ໂຣບ ​ແລະ​ທ່ານ​ນາງ Catherine Ashton ຫົວໜ້າ​ວາງ​ນະ​ໂຍ
ບາຍ​ການ​ຕ່າງປະ​ເທດ​ຂອງ​ກຸມ​ດັ່ງກ່າວ. ການໂອ້​ລົມ​ສົນທະນາກັນຢ່າງ​ເປັນ​ທາງ​ການ ໄດ້​
ໄຂ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້.

ສະຫະພາບ​ຢູ​ໂຣບ ພ່ອມດ້ວຍ​ສະຫະລັດ ກໍາລັງ​ຊອກ​ຫາ​ທາງ​ໃຫ້ຣັດ​ເຊຍ​ດໍາ​ເນີນ​ການຢ່າງ
​ແຂງ​ແຮງ​ຂຶ້ນໃນ​ການ​ປະນາມ​ປະທານາທິບໍດີ Bashar al-Assad ແຫ່ງ​ຊີ​ເຣຍນັ້ນ.

​ເຈົ້າ​ໜ້າ​ທີ່​ທ່ານ​ນຶ່ງ​ຂອງ​ສະຫະພາບ​ຢູ​ໂຣບ ​ໄດ້ກ່າວ​ວ່າ ຣັດ​ເຊຍ​ບໍ່​ໄດ້ຊ່ອຍ​ຫຍັງ​ຫຼາຍເລີຍໃນ
​ການ​ຊອກ​ຫາ​ທາງ​ແກ້​ໄຂ​ບັນຫາ​ທາງ​ການ​ເມືອງ ເພື່ອ​ຍຸດຕິ​ຄວາມ​ຮຸນ​ແຮງ​ໃນ​ຊີ​ເຣຍນັ້ນ.

ວັງ Kremlin ກ່າວ​ວ່າ ຊ່ອງ​ທາງ​ດຽວ​ເທົ່າ​ນັ້ນ​ສໍາລັບ​ແກ້​ໄຂ​ບັນຫາ​ໃນ​ຊີ​ເຣຍ ​ແມ່ນ​ໃຫ້​ທຸກ​
ພັກ​ຝ່າຍ​ເອົາ​ໃຈ​ໃສ່​ຕໍ່​ແຜນການ​ຂອງ​ທູດ​ພິເສດ​ສະຫະ​ປະຊາ​ຊາດ ທ່ານ​ໂກ​ຟີ ອັນ​ນັນ​ທີ່​ໃຫ້
​ຢຸດ​ການ​ກໍ່​ຄວາມ​ຮຸນ​ແຮງ ​ໂດຍ​ທັນທີ ​ແລະ​ຕິດຕາມ​ດ້ວຍ​ການ​ໂອ້​ລົມ​ເຈລະຈາ​ສັນຕິພາບ​
ກັນຫຼັງ​ຈາກ​ນັ້ນ.

​ແຕ່ຣັດ​ເຊຍ​ແລະ​ຈີນ​ ໄດ້​ພາກັນ​ຂັດຂວາງການ​ເອົາ​ບາດກ້າວ​ທີ່​ແຂງ​ແຮງ​ກ່ວາ​ນັ້ນ ຢູ່ໃນ​ສະ
ພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຊຶ່ງ​ທາງຣັດ​ເຊຍ​ເຄີຍກ່າວ​ມາ​ວ່າ ຄໍາ​ຮຽກຮ້ອງ​ຂອງ​
ຝ່າຍ​ຕາ​ເວັນ​ຕົກ​ທີ່​ໃຫ້​ປະທານາທິບໍດີອັສສັດ ລາ​ອອກ​ຈາກ​ອໍານາດ​ນັ້ນ ​ແມ່ນ​ຮັບ​ເອົາ​ບໍ່​ໄດ້.

XS
SM
MD
LG