ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານປູຕິນ ປະຕິເສດ ຕໍ່ຂໍ້ກ່າວອ້າງ ຂອງສະຫະລັດ ທີ່ວ່າ ການໂຈມຕີທາງໄຊເບີ ມາຈາກຣັດເຊຍ


ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປະຕິນ ກ່າວຕໍ່ນັກຂ່າວ ທ່ານ ເຄຍ ຊາຍມອນສ໌ ຂອງອົງການຂ່າວ NBC ໃນລະຫວ່າງໃຫ້ສຳພາດ ທີ່ຖ່າຍທອດໃນວັນທີ 14 ມິທຸນາ 2021. (Maxim Blinov, Sputnik, Kremlin Pool Photo via AP)
ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປະຕິນ ກ່າວຕໍ່ນັກຂ່າວ ທ່ານ ເຄຍ ຊາຍມອນສ໌ ຂອງອົງການຂ່າວ NBC ໃນລະຫວ່າງໃຫ້ສຳພາດ ທີ່ຖ່າຍທອດໃນວັນທີ 14 ມິທຸນາ 2021. (Maxim Blinov, Sputnik, Kremlin Pool Photo via AP)

ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ປະຕິເສດຢ່າງໜັກແໜ້ນຕໍ່ການກ່າວອ້າງຂອງສະຫະລັດທີ່ວ່າ ມົສກູ ແລະພວກລັກເຈາະຂໍ້ມູນ ຫຼືແຮັກເກີ້ຂອງ
ຣັດເຊຍ ໄດ້ດຳເນີນການໂຈມຕີທາງໄຊເບີ ເພື່ອໃຫ້ບໍລິສັດຂອງອາເມຣິກາແລະ ອົງການລັດຖະບານທັງຫຼາຍ ອ່ອນແຮງລົງ ລວມທັງການຮຽກຮ້ອງໃຫ້ຈ່າຍຄ່າໄຖ່ຫຼາຍລ້ານໂດລາ ເພື່ອຟື້ນຟູລະບົບປະຕິບັດງານຄອມພິວເຕີຂອງບໍລິສັດນັ້ນ.

ທ່ານປູຕິນ ໄດ້ປະຕິເສດຕໍ່ການກ່າວອ້າງດັ່ງກ່າວ ວ່າ “ໜ້າຕະລົກ” ໃນການໃຫ້ສຳພາດຫຼາກຫຼາຍປະເດັນກັບອົງການຂ່າວ NBC. ຄໍາເຫັນຂອງທ່ານໄດ້ອອກມາບໍ່ເທົ່າໃດວັນ ກ່ອນໜ້າກອງປະຊຸມສຸດຍອດ ໃນວັນພຸດມື້ອື່ນນີ້ ລະຫວ່າງທ່ານ ກັບປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ຢູ່ໃນນະຄອນເຈນີວາ ບ່ອນທີ່ຄາດກັນວ່າ ເລື້ອງການໂຈມຕີທາງໄຊເບີ ຈະເປັນຫົວຂໍ້ສຳຄັນຂອງການໂຕ້ແຍ້ງກັນ.

ທ່ານປູຕິນ ໄດ້ກ່າວວ່າ “ພວກເຮົາໄດ້ຖືກກ່າວຫາຫຼາຍສິ່ງຫຼາຍຢ່າງໃນທຸກຮູບແບບ.” ທ່ານກ່າວຕໍ່ໄປວ່າ “ແຊກແຊງໃນການເລືອກຕັ້ງ, ໂຈມຕີທາງໄຊເບີ ແລະອື່ນໆເປັນຕົ້ນ. ແລະບໍ່ພຽງແຕ່ຄັ້ງດຽວ ບໍ່ມີຄັ້ງດຽວ ບໍ່ມີເວລາໃດ ທີ່ພວກເຂົາ ບໍ່ຫົວຊາທີ່ຈະນຳເອົາຫຼັກຖານຫຼືຂໍ້ພິສູດໃດໆອອກມາສະແດງ. ພຽງແຕ່ຄຳກ່າວຫາທີ່ບໍ່ມີມູນຄວາມຈິງ.”

ໃນເດືອນເມສາຜ່ານມາ ທ່ານໄບເດັນ ໄດ້ຂັບໄລ່ນັກການທູດຂອງຣັດເຊຍ 10 ຄົນ ອອກຈາກປະເທດ ແລະໄດ້ວາງມາດຕະການລົງໂທດຊຸດໃໝ່ຕໍ່ 6 ບໍລິສັດ ເທັກໂນໂລຈີຂອງຣັດເຊຍ ທີ່ສະໜອງການສະໜັບສະໜຸນແກ່ໂຄງການທາງໄຊເບີ ທີ່ດຳເນີນງານໂດຍໜ່ວຍສືບລັບຂອງທ່ານປູຕິນ ທີ່ເຊື່ອມໂຍງກັບການລັກເຈາະຂໍ້ມູນຂອງ ບໍລິສັດເທັກໂນໂລຈີດ້ານຂໍ້ມູນ ທີ່ມີຊື່ວ່າ SolarWinds ນັ້ນ.

ໃນເດືອນພຶດສະພາ ທຸລະກິດທີ່ສຳຄັນຂອງສະຫະລັດ 2 ແຫ່ງ ຄືບໍລິສັດວາງທໍ່ໂຄໂລນີລ (Colonial Pipeline) ຊຶ່ງນຳສົ່ງນ້ຳມັນເຊື້ອໄຟໃຫ້ປ້ຳນຳມັນໃນທົ່ວເຂດພາກຕາເວັນອອກສຽງໃຕ້ຂອງສະຫະລັດ ແລະບໍລິສັດ JBS ທີ່ເປັນບໍລິສັດຜະລິດຊີ້ນ ໄດ້ຕົກເປັນເປົ້າໝາຍຂອງການໂຈມຕີທາງໄຊເບີ ທີ່ເຊື່ອກັນວ່າ ມີຕົ້ນກຳເນີດຢູ່ໃນຣັດເຊຍ. ທັງບໍລິສັດ Colonial ແລະ JBL ກໍໄດ້ຈ່າຍເງິນຄ່າ ໄຖ່ຫຼາຍລ້ານໂດລາ ເພື່ອໃຫ້ຟື້ນຟູກິດຈະການຂອງພວກເຂົາເຈົ້າ ເຖິງຢ່າງໃດກໍຕາມ ບັນດາເຈົ້າໜ້າທີ່ປະຕິບັດກົດໝາຍຂອງສະຫະລັດ ກໍສາມາດກອບກູ້ເງິນສ່ວນນຶ່ງທີ່ບໍລິສັດ Colonial ໄດ້ຈ່າຍໄປແລ້ວນັ້ນ ຄືນມາໄດ້.

ທ່ານປູຕິນ ໄດ້ກ່າວຕໍ່ໂທລະພາບຊ່ອງ Rossiya-1 ຂອງທາງການ ໃນວັນອາ ທິດຜ່ານມາວ່າ ຣັດເຊຍ ເຕັມໃຈທີ່ຈະສົ່ງພວກອາຊະຍາກອນທາງໄຊເບີໃຫ້ກັບສະຫະລັດ ໃນພື້ນຖານແບບເທົ່າທຽມກັນ ແຕ່ຫາກວ່າ ບໍ່ເປັນທີ່ຈະແຈ້ງວ່າການ ໂຈມຕີອັນໃດ ຕໍ່ອົງການຈັດຕັ້ງບໍລິສັດຂອງຣັດເຊຍ ທີ່ທ່ານກ່າວອ້າງວ່າ ມີຕົ້ນກຳເນີດຢູ່ໃນສະຫະລັດ.

ທ່ານໄບເດັນ ໄດ້ກ່າວຢູ່ກອງປະຊຸມຖະແຫລງຂ່າວ ໃນອັງກິດ ເມື່ອຕອນທ້າຍຂອງກອງປະຊຸມສຸດຍອດ G-7 ຂອງບັນດາຜູ້ນຳປະເທດທີ່ຈະເລີນດ້ານອຸດສາ ຫະກຳ ວ່າ ທ່ານ “ເປີດກວ້າງ” ຕໍ່ແນວຄິດຂອງການແລກປ່ຽນນັກໂທດກັນ ເຖິງແມ່ນວ່າ ທ່ານປາກົດວ່າ ບໍ່ແນ່ໃຈວ່າ ມີອາຊະຍາກອນຜູ້ໃດຢູ່ໃນສະຫະລັດ ທີ່ໄດ້ກໍ່ອາຊະຍາກຳຕໍ່ຣັດເຊຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG