ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ປູ​ຕິນ ປະ​ກາດ​ການ​ເຄື່ອນ​ຍ້າຍ ກຳ​ລັງ​ສຳ​ຮອງ​ຂອງ ຣັດ​ເຊຍ


ສະ​ມາ​ຊິກ​ທະ​ຫານ​ສຳ​ຮອງ ຣັດ​ເຊຍ ເຂົ້າ​ຮວມ​ໃນ​ພິ​ທີ​ເປີດການ​ຊ້ອມ​ທະ​ຫານ ວອ​ສ​ຕັອກ 2022 ຢູ່​ສະ​ໜາມ​ຍິ​ງ​ປືນ​ໃນ​ພາກ​ພື້ນ ປ​ຣີ​ມໍ​ສ​ກີ, ຣັດ​ເຊຍ, 31 ສິງ​ຫາ 2022. (Russian Defense Ministry/Handout)
ສະ​ມາ​ຊິກ​ທະ​ຫານ​ສຳ​ຮອງ ຣັດ​ເຊຍ ເຂົ້າ​ຮວມ​ໃນ​ພິ​ທີ​ເປີດການ​ຊ້ອມ​ທະ​ຫານ ວອ​ສ​ຕັອກ 2022 ຢູ່​ສະ​ໜາມ​ຍິ​ງ​ປືນ​ໃນ​ພາກ​ພື້ນ ປ​ຣີ​ມໍ​ສ​ກີ, ຣັດ​ເຊຍ, 31 ສິງ​ຫາ 2022. (Russian Defense Ministry/Handout)

​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ປະ​ກາດ​ໃນ​ວັນ​ພຸດມື້ນີ້ ກ່ຽວ​ກັບ ການ​ເຄື່ອນ​ຍ້າຍ​ສ່ວນ​ນຶ່ງ​ຂອງ​ກອງ​ທະ​ຫານ​ສຳ​ຮອງ​ປະ​ເທດ​ຂອງ​ທ່ານ ໃນ​ການເຄື່ອນໄຫວ​ທີ່​ເກີດ​ຂຶ້ນ​ຫຼັງ​ຈາກ ຢູ​ເຄ​ຣນ ໄດ້​ຮັບໄຊ​ຊະ​ນະ​ໃນ​ການ​ໂຈມ​ຕີ​ຕອບ​ໂຕ້​ ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ຢູ​ເຄ​ຣນ.

ທ່ານ ປູ​ຕິນ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ທາງ​ໂທ​ລະ​ພາບ​ວ່າ ການ​ເຄື່ອນ​ຍ້າຍ​ແມ່​ນ​ຈຳ​ເປັນ​ເພື່ອ​ປົກ​ປ້ອງ​ບ້ານ​ເກີດ ແລະ ອຳ​ນາດ​ປະ​ທິ​ປະ​ໄຕ​ຂອງ ຣັດ​ເຊຍ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ຊອຍ​ກູ ໄດ້​ກ່າວ​ວ່າ ​ກອງ​ທັບ​ຈະ​ເອີ້ນ​ເອົາ​ທະ​ຫານ​ສຳ​ຮອງ​ 300,000 ຄົນ ໃຫ້​ໄປ​ສະ​ເໜີ​ຕົວ.

ທ່ານ ປູ​ຕິນ ໄດ້​ກ່າວ​ວ່າ​ປະ​ເທດ​ຕາ​ເວັນ​ຕົກ​ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ໃຫ້​ ຣັດ​ເຊຍ ອ່ອນ​ແອ ແລະ ທຳ​ລາຍ ຣັດ​ເຊຍ, ແລະ ວ່າ​ປະ​ເທດ​ຂອງ​ທ່ານ “ຈະ​ໃຊ້​ທຸກ​ຢ່າງ​ທີ່​ເຮົາ​ມີ​ເພື່ອ​ປົກ​ປ້ອງ ຣັດ​ເຊຍ ແລະ ປະ​ຊາ​ຊົນ​ຂອງ​ພວກ​ເຮົາ.”

ທ່ານ​ຍັງ​ໄດ້​ກ່າວ​ຢ້ຳ​ເຖິງ​ເປົ້າ​ໝາຍ​ຂອງ ຣັດ​ເຊຍ ໃນ​ການ​ບຸກ​ລຸກ​ຢູ​ເຄ​ຣນ ທີ່​ຕອນນີ້​ແມ່ນ 7 ເດືອນ​ແລ້ວ ເພື່ອ “ປົດ​ປ່ອຍ” ພາກ​ພື້ນດອນ​ບາ​ສ ທາງ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ, ໂດຍ​ກ່າວ​ວ່າ​ປະ​ຊາ​ຊົນ​ຢູ່​ທີ່​ນັ້ນ​ບໍ່​ຢາກ​ເປັນ​ສ່ວນ​ນຶ່ງ​ຂອງ ຢູ​ເຄ​ຣນ.

ພວກ​ຜູ້​ນຳ​ແບ່ງ​ແຍກ​ດິນ​ແດນ​ຂອງ​ພວກ​ພື້ນ ລູ​ຮານສ໌ ແລະ ໂດ​ເນັດ​ສ໌ ທີ່​ຖືກ​ຄວບ​ຄຸມ​ໂດຍ ມົ​ສ​ກູ ໃນ​ພາກ​ພື້ນດອນ​ບາ​ສ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ພວກ​ເຂົາ​ກຳ​ລັງ​ວາງ​ແຜນ​ທີ່​ຈະ​ຈັດ​ການ​ລົງ​ຄະ​ແນນ​ສຽງ​ເລີ່ມ​ຕົ້ນ​ໃນ​ທ້າຍ​ອາ​ທິດນີ້ ສຳ​ລັບ​ເຂດ​ແດນ​ຕ່າງໆ​ເພື່ອ​ປະ​ກາດ​ວ່າ​ ເຂົາ​ເຈົ້າ​ເປັນ​ສ່ວນ​ນຶ່ງ​ຂອງ ຣັດ​ເຊຍ.

ປະ​ທານ​າ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ປະ​ຕິ​ເສດສິ່ງ​ທີ່​ທ່ານ​ເອີ້ນ​ວ່າ “ເປັນ​ການ​ພະ​ຍາ​ຍາມ​ຂອງ ຣັດ​ເຊຍ ເພື່ອ​ຈັດ​ການ​ລົງ​ປະ​ຊາ​ມະ​ຕິຫຼອກ​ລວງ.”

ທ່ານ ເຊ​ເລັນ​ສ​ກີ​ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ປະ​ຈຳ​ທຸກ​ຄືນ​ຂອງ​ທ່ານ​ວ່າ “ສະ​ຖາ​ນະ​ການ​ໃນ​ເຂດ​ແນວໜ້າ​ໄດ້​ລະ​ບຸ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ​ວ່າ “ການ​ຕັດ​ສິນ​ໃຈ​ແມ່ນ​ເປັນ​ຂອງ​ ຢູ​ເຄ​ຣນ, ຖາ​ນະ​ຂອງ​ພວກ​ເຮົາ​ບໍ່​ໄດ້​ປ່ຽນ​ແປງ​ຍ້ອນ​ສຽງ ຫຼື ການ​ປະ​ກາດ​ໃດໆຢູ່​ບ່ອນ​ອື່ນ. ແລະ ພວກ​ເຮົາ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ເຕັມ​ທີ່​ຈາກ​ບັນ​ດາ​ຄູ່​ຮ່ວມ​ຂອງ​ພວກ​ເຮົາ​ໃນ​ເລື່ອງນີ້.”

ການ​ປ່ອນ​ບັດ​ລົງ​ປະ​ຊາ​ມະ​ຕິ​ໃນ​ພາກ​ພື້ນ​, ທີ່​ເຕັມ​ໄປ​ດ້ວຍຫຼາຍ​ຄົນ​ທີ່​ເວົ້າ​ພາ​ສາ ຣັດ​ເຊຍ, ຈະ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ ໃຫ້​ການ​ສະ​ໜັບ​ສະ​ໜູນ ມົ​ສ​ກູ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG