ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ລູ​ຄາ​ເຊັນ​ໂກ​ ທີ່​ເປັນ​ພັນ​ທະ​​ມິດ​ ຂອງ​ທ່ານ​ປູ​ຕິນ ຄາດ​ວ່າ​ຈະ​ສັ່ງ​ທະ​ຫານ ​ຂອງ​ຕົນ​ເຂົ້າ​ໄປ​ລົບ​ຢູ່ໃນ​ຢູ​ເຄ​ຣນ


ຄະ​ນະ​ຜູ້​ແທນ​ຂອງ​ຢູ​ເຄ​ຣນ​ລົງ​ຈາກ​ເຮືອ​ບິນ​ເຮ​ລິ​ຄອບ​ເຕີໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ໄປ​ເຖິງ​ເຂດໂກ​ແມ​ລ (Gomel) ຂອງ​ເບ​ລາ​ຣຸ​ສ ເພື່ອ​ເຈ​ລະ​ຈາ​ກັບຜູ້​ຕາງ​ໜ້າ​ຂອງ​ຣັດ​ເຊຍ, ວ​ັນ​ທີ 28 ກຸມ​ພາ, 2022.
ຄະ​ນະ​ຜູ້​ແທນ​ຂອງ​ຢູ​ເຄ​ຣນ​ລົງ​ຈາກ​ເຮືອ​ບິນ​ເຮ​ລິ​ຄອບ​ເຕີໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ໄປ​ເຖິງ​ເຂດໂກ​ແມ​ລ (Gomel) ຂອງ​ເບ​ລາ​ຣຸ​ສ ເພື່ອ​ເຈ​ລະ​ຈາ​ກັບຜູ້​ຕາງ​ໜ້າ​ຂອງ​ຣັດ​ເຊຍ, ວ​ັນ​ທີ 28 ກຸມ​ພາ, 2022.

ອົງການສືບລັບຂອງສະຫະລັດຄາດວ່າຜູ້ນໍາເບລາຣຸ​ສ, ທ່ານອາ​ເລັກ​ແຊນ​ເດີ ລູ​ຄາ​ເຊັນ​ໂກ (Alexander Lukashenko) ຈະເອົາກອງທັບທີ່ມີກໍາລັງອັນ​ແຂງ​ແກ່ນ 48,000 ຄົນ ຂອງທ່ານ ເຂົ້າໄປທຳສົງຄາມທີ່ຮຸນແຮງຢູ່ໃນຢູເຄ​ຣນ ໃນ ສອງສາມຊົ່ວໂມງ ຫຼືສອງສາມມື້ຂ້າງຫນ້ານີ້ ເພື່ອເສີມສ້າງຄວາມ​ແຂງແກ່ນ​ເພີ້ມຂຶ້ນ​ໃຫ້​ແກ່​ຣັດ​ເຊຍ ທີ່ປະ​ສົບ​ຄວາມຫຍຸ້ງຍາກໃນການບຸກ​ລຸກຢູເຄ​ຣນນັ້ນ.

ມາຮອດປັດຈຸບັນ ເບລາຣຸ​ສ ໄດ້ຖືກໃຊ້ເປັນບ່ອນຕັ້ງ ຂອງກອງກຳລັງຣັດເຊຍ ເພື່ອໂຈມຕີກີ​ຢິບຈາກທາງ​ທິດເໜືອ ແລະມີພຽງແຕ່ກຳລັງພິເສດຂອງເບລາຣຸ​ສ ຈຳນວນນຶ່ງເທົ່ານັ້ນ ທີ່ເຊື່ອກັນວ່າໄດ້ເຂົ້າຮ່ວມໃນການສູ້ລົບໃດໆ, ແຕ່ການບຸກ ລຸກຂອງຣັດເຊຍ ປະ​ເຊີນກັບການຕໍ່ຕ້ານທີ່ເຂັ້ມແຂງຂຶ້ນກວ່າສິ່ງທີ່ວັງເຄັຣມລິນ ໄດ້ຄາດໄວ້. ​ແລະ​ໂດຍ​ທີ່ກີ​ຢິບຍັງ​ຄົງ​ຍຶດໝັ້ນໄວ້​ໄດ້​ຢູ່, ຜູ້ນຳຣັດ​ເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ ປາກົດ​ວ່າ ​ຈະ​ຫັນ​ໄປ​ຫາ​ພັນທະ​ມິດ ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຕົນ ​ເພື່ອເພີ້ມ​ການບຸກ​ໂຈມ​ຕີຂຶ້ນ.

ການມີສ່ວນຮ່ວມຢ່າງເຕັມສ່ວນຂອງເບລາຣຸ​ສມີຄວາມສ່ຽງຕໍ່ແນວຫນ້າອີກອັນນຶ່ງທີ່ເປີດຂຶ້ນໃນສົງຄາມໂດຍ​ມີຄວາມຢ້ານກົວກັນວ່າ ກໍາລັງຂອງເບລາຣຸ​ສບໍ່ພຽງແຕ່ຈະເສີມສ້າງການປິດລ້ອມນະຄອນຫຼວງຂອງຢູເຄ​ຣນໂດຍຣັດ​ເຊຍເທົ່ານັ້ນ ແຕ່ຍັງຈະໂຈມຕີຢ່າງກວ້າງຂວາງໃນທົ່ວພາກຕາເວັນຕົກສຽງເຫນືອ ແລະພາກກາງຂອງຢູເຄ​ຣນອີກ ຊຶ່ງ​ຈະເປັນອັນຕະລາຍຕໍ່ເຂດລ​ວິບ (Lviv), ບ່ອນທີ່ມີ​ພວກອົບພະຍົບຫຼາຍສິບພັນຄົນທີ່​ຖືກ​ຕິດ​ຄ້າງ ​ແລະ​ລໍຖ້າ​ເຖິງ​ສອງ​ມື້​ເພື່ອ​ຈະ​ຂ້າມ​ຊາຍ​ແດນ​ໄປ​ຫາປະ​ເທດ​ໂປ​ແລນ​ນັ້ນ.

ຂໍ້ຄວາມທີ່ຖືກສົ່ງໄປຫາອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ ຫລື NGO ແລະ​ໂຄງ​ການ​ຕ່າງໆ ​ທີ່​ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອຈາກສະຫະລັດ ແລະການ​ສະ​ຫລຸບຈາກ ການປະເມີນຜົນໂດຍ​ອົງ​ການ​ສືບ​ລັບໄດ້ເຕືອນວ່າ: "ເມືອງຕ່າງໆໃນພາກຕາ ເວັນຕົກບໍ່ໄດ້ຖືວ່າປອດໄພອີກຕໍ່ໄປແລ້ວ." ພະນັກງານ NGO ທີ່ຍັງຢູ່ໃນຢູ ເຄຣນຖືກແນະນຳໃຫ້ຊອກຫາບ່ອນຢູ່ອາໄສໃນໝູ່ບ້ານທີ່ຢູ່​ລຽບຊາຍແດນ ຍ້ອນ ວ່າບ້ານ​ເຫລົ່າ​ນັ້ນມີແນວໂນ້ມທີ່ຈະປອດໄພ​ຈາກ​ການຖືກໂຈມຕີດ້ວຍລູກສອນ ໄຟທີ່ອາດຈະແນເປົ້າໝາຍໃສ່ນະ​ຄອນ ແລະເມືອງທີ່ໃຫຍ່ນັ້ນ ຫລາຍກວ່າ.

ທ່ານ Alexander Lukashenko, ປະ​ທາ​ນາ​ທິ​ບໍ​ດີ​ເບ​ລາ​ຣຸ​ສ ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມຂອງ​ສະ​ຫະ​ພັນ​ແມ່​ຍິງ ຢູ່​ນະ​ຄອນ​ຫລວງ Minsk ໃນ​ວັນ​ທີ 17 ກັນ​ຍາ 2020.
ທ່ານ Alexander Lukashenko, ປະ​ທາ​ນາ​ທິ​ບໍ​ດີ​ເບ​ລາ​ຣຸ​ສ ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມຂອງ​ສະ​ຫະ​ພັນ​ແມ່​ຍິງ ຢູ່​ນະ​ຄອນ​ຫລວງ Minsk ໃນ​ວັນ​ທີ 17 ກັນ​ຍາ 2020.

ຂໍ້ຄວາມນັ້ນເຕືອນວ່າ: "ຊາຍແດນແມ່ນມີຄວາມແອອັດຫຼາຍ ແຕ່ວ່າເຂດຢູ່ ໃກ້ກັບຊາຍແດນສາມາດເປັນ "ເຂດປອດໄພ" ຈາກການຖືກຍິງໂດຍລູກ ສອນໄຟ - ໃຫ້ພິຈາລະນາຢ່າງທີ່​ຖ້ວນໃນ​ການທີ່ຈະຍ້າຍໄປຫາ​ບ້ານຕ່າງໆ ໃນ​ເຂດຊາຍແດນ - ທີ່ພັກອາໄສຈະເປັນບັນຫາ - ກະລຸນາຕິດຕໍ່ກັບເພື່ອນຮ່ວມງານ / ຜູ້ ນໍາພາໂຄງການເພື່ອຂໍ​ເຊົາເຮືອນນຳຢູ່ຕາມຊາຍແດນໂປແລນ /ສະໂລວາເກຍ/ຮັງກາຣີ.”

ຜູ້ນຳ​ເບ​ລາຣຸສ, ທ່ານອາ​ເລັກ​ແຊນ​ເດີ ລູ​ຄາ​ເຊັນ​ໂກ ກ່າວ​ກ່ອນ​ໜ້າ​ນີ້ວ່າ ກໍາລັງ​ຂອງ​ທ່ານ​ຈະ​ບໍ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທາງ​ທະຫານ​ໃດໆ​ຕໍ່​ຢູ​ເຄຣນ. ໃນວັນ​ທີ 24 ກຸມພາ​ຜ່ານ​ມານີ້, ພາຍຫຼັງ​ການ​ພົບ​ປະ​ກັບ​ທ່ານ​ປູ​ຕິນ, ທ່ານ​ໄດ້​ປະກາດ​ວ່າ​ຕົນເຫັນ​ດີ ທີ່​ຈະ​ຮັກສາ​ກຳລັງ​ທະຫານຣັດ​ເຊຍໃຫ້​ປະຈຳ​ຢູ່​ເບ​ລາຣຸ​ສ. ນັບ​ແຕ່​ນັ້ນ​ມາ, ທ່ານ​ກ່າວ​ວ່າ, ຢູ​ເຄ​ຣນ​ໄດ້ເສຍໄຊ​ໃນ​ສົງຄາມ ​ແລະໄດ້​ສະ​ເໜີ​ວ່າ ຈະເປັນ ​ເຈົ້າພາບ​ຈັດການ​ເຈລະຈາ​ສັນຕິພາບໃຫ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG