ປັກກິ່ງໄດ້ປະເຊີນໜ້າ ກັບການປະທ້ວງແຕ່ພຽງເບົາບາງ ຕໍ່ລາຍງານຂ່າວທີ່ວ່າ ຈີນ ໄດ້
ຕິດຕັ້ງລູກສອນໄຟ ຢູ່ໝູ່ເກາະສະແປຣັດລີ ຊຶ່ງເຮັດໃຫ້ເປັນການງ່າຍຂຶ້ນສຳລັບຈີນທີ່ຈະ
ເສີມກຳລັງທະຫານຂອງຕົນ ຢູ່ທີ່ເກາະດັ່ງກ່າວ ໃນທະເລຈີນໃຕ້ ທີ່ຍັງມີການຂັດແຍ້ງ
ນັ້ນຄືຄຳເວົ້າຂອງພວກນັກວິເຄາະທີ່ໄດ້ກ່າວໄວ້.
ຫວຽດນາມ ໃນວັນທີ 8 ພຶດສະພາຜ່ານມານີ້ ໄດ້ທວງໃຫ້ຈີນ ຍ້າຍລູກສອນໄຟ ອອກໄປ
ແຕ່ກໍບໍ່ໄດ້ກົດດັນຫຍັງ ຫຼາຍໄປກວ່ານັ້ນ. ສ່ວນຟີລິບປິນ ກໍມີ “ກົນໄກທີ່ກຳລັງດຳເນີນຢູ່”
ໃນການປຶກສາຫາລື ກ່ຽວກວັບການຈັດຕັ້ງທາງທະຫານ ຢູ່ທະເລຈີນໃຕ້ ແຕ່ກໍບໍ່ໄດ້ມອງ
ເຫັນວ່າ ປັກກິ່ງ ເປັນໄພຂົ່ມຂູ່ ອີງຕາມຄຳເວົ້າຂອງໂຄສົກທຳນຽບ ປະທານາທິບໍດີ
ຟີລິບປິນ ທີ່ນະຄອນຫຼວງມະນີລາ ໃນອາທິດແລ້ວນີ້. ແຕ່ປະເທດທັງ 2 ພ້ອມດ້ວຍ
ບຣູນາຍ ມາເລເຊຍ ແລະໄຕ້ຫວັນ ໄດ້ອ້າງເອົາກຳມະສິດ ໃນເຂດນ່ານນ້ຳ ບ່ອນທີ່ມີ
ລາຍງານວ່າ ຈີນ ໄດ້ຕິດຕັ້ງລະບົບລູກສອນໄຟ ຕໍ່ຕ້ານກຳປັ່ນ ແລະລະບົບລູກສອນໄຟ
ທີ່ຍິງຈາກພື້ນດິນຫາອາກາດ ໃນເດືອນເມສາ ຜ່ານມານີ້.
ການຢຸດເຊົາບໍ່ມີການປະທ້ວງຕື່ມອີກ ໄດ້ເປີດໂອກາດອັນຈະແຈ້ງໃຫ້ແກ່ ຈີນ ທີ່ຈະຮັກ
ສາລູກສອນໄຟຂອງຕົນຢູ່ໃນ 3 ເກາະດອນນ້ອຍໆ ໃນໝູ່ເກາະສະແປຣັດລີ ບ່ອນທີ່
ຈີນໄດ້ສ້າງຄ້າຍທະຫານ ໃນຮອບ 2 ປີ ທີ່ຜ່ານມາ ແລະໄດ້ຕິດຕັ້ງລະບົບອາວຸດເພີ້ມຕື່ມ
ຢູ່ທີ່ນັ້ນ ອີງຕາມພວກນັກຊ່ຽວຊານ. ຈີນ ກ່າວໃນສັບປະດາແລ້ວນີ້ວ່າ ຕົນກຳລັງທົດລອງ
ເຮືອບິນລົບຂອງຕົນຢູ່.
ທ່ານຊອນ ຄິງ ຮອງປະທານຂອງ ບໍລິສັດທີ່ປຶກສາທາງດ້ານຍຸດທະສາດການເມືອງພາກ
ທີ່ນະຄອນນິວຢອກ ກ່າວວ່າ “ການປະທ້ວງທີ່ຄ່ອຍໆມິດງຽບລົງ ຢູ່ໃນຂົງເຂດ ຕໍ່ຕ້ານ
ການຕິດຕັ້ງລູກສອນໄຟຂອງປັກກິ່ງຢູ່ໃນທະເລຈີນໃຕ້ ນັ້ນໝາຍຄວາມວ່າ ການຄອງ
ຄວາມເປັນເຈົ້າ ຂອງປັກກິ່ງ ຕໍ່ເຂດນ່ານນ້ຳທີ່ກວ້າງຂວາງ ໃນເວລານີ້ ເກືອບວ່າເປັນ
ທີ່ຍອມຮັບກັນແລ້ວ. ບໍ່ມີຫຍັງອີກທີ່ບຸກຄົນອື່ນໆສາມາດເຮັດໄດ້.”