ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜະລິດຕະພັນກະເປົາ ຈາກຫັດຖະກໍາພື້ນບ້ານ


ຜະລິດຕະພັນກະເປັາ ອານຸສອນ.
ຜະລິດຕະພັນກະເປັາ ອານຸສອນ.

ເຄື່ອງໃຊ້ປະຈໍາວັນທີ່ພວກເຮົານໍາໃຊ້ຢູ່ໃນປັດຈຸບັນ ລ້ວນແລ້ວແຕ່ເປັນ ຜະລິດຕະພັນທີ່ອີງໃສ່ຍຸກສະໄໝຂອງແຕ່ລະໄລຍະ ແລະ ເວລາ. ຖ້າຫາກຜະ ລິດຕະພັນດັ່ງກ່າວນີ້ເປັນສິນຄ້າທີ່ໃຊ້ປະໂຫຍດໄດ້ໃນທຸກໆມື້ ແລະອີງໃສ່ປັດ ໃຈຫຼັກທີ່ເປັນສິ່ງຂອງພື້ນບ້ານ ແລະຫາໄດ້ພາຍໃນປະເທດ, ການຜະລິດ, ການຈໍາໜ່າຍ ແລະການຊົມໃຊ້ ຈະເປັນໄປແນວໃດ? ທິບສຸດາ ມີລາຍລະ ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ດັ່ງທີ່ຮູ້ກັນດີວ່າ ສປປ ລາວ ຍັງເປັນປະເທດທີ່ມີການນໍາເຂົ້າສິນຄ້າເປັນສ່ວນ ຫຼາຍ ເນື່ອງຈາກຄວາມຕ້ອງການທີ່ເພີ້ມຂຶ້ນ ແຕ່ຄຸນນະພາບໃນການສະໜອງ ແມ່ນຍັງບໍ່ທັນພຽງພໍຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກ, ສະນັ້ນຈຶ່ງເປັນການ ຍາກຫຼາຍສໍາລັບຜູ້ປະກອບການພາຍໃນ ທີ່ຈະເຮັດໃຫ້ຜູ້ບໍລິໂພກຫັນປ່ຽນແນວ ຄິດມາໃສ່ໃຈ ແລະຊົມໃຊ້ສິນຄ້າທີ່ຜະລິດຢູ່ພາຍໃນປະເທດ.

ແຕ່ທ່ານນາງ ອານຸສອນ ແກ້ວບຸນມາ ເຈົ້າຂອງໂຮງງານ ແລະຮ້ານຄ້າກະເປົາ ອານຸສອນ ຕັ້ງຢູ່ບ້ານດອນແດງ, ເມືອງຈັນທະບູລີ, ກໍາແພງນະຄອນຫຼວງ ວຽງຈັນ, ເຊິ່ງເປັນຜະລິດຕະພັນກະເປົາທີ່ນໍາໃຊ້ວັດຖຸດິບເກືອບທັງໝົດພາຍ ໃນປະເທດ, ແມ່ນມີທ່າອ່ຽງທີ່ແຕກຕ່າງຈາກສິນຄ້າປະເພດອື່ນ ເນື່ອງຈາກກະ ເປົາທີ່ລາວຜະລິດອອກມານັ້ນ ມີການຊົມໃຊ້ຫຼາຍຢູ່ພາຍໃນ ແລະກໍເໝາະສົມ ສໍາລັບເປັນຂອງຕ້ອນຂອງຝາກ.

ຜູ້ປະກອບການກ່າວວ່າ ເລີ້ມຕົ້ນທໍາອິດແມ່ນເອົາຄວາມຄິດມາຈາກການທີ່ຕົນ ຜະລິດເຄື່ອງທີ່ລະລຶກຂາຍ ບວກກັບຜະລິດເຄື່ອງຕົກແຕ່ງໂຮງແຮມ ທີ່ນໍາໃຊ້ ຂອງພື້ນບ້ານ ເລີຍມີຄວາມຄິດຢາກຜະລິດເຄື່ອງໃຊ້ທີ່ເປັນລັກສະນະແບບຂອງ ທີ່ລະລຶກ ໂດຍສາມາດໃຊ້ປະໂຫຍດໄດ້.

ຜະລິດຕະພັນກະເປັາ ອານຸສອນ.
ຜະລິດຕະພັນກະເປັາ ອານຸສອນ.

ສ່ວນປະກອບຫຼັກຂອງກະເປົາ, 90 ເປີເຊັນຈະເປັນວັດຖຸດິບພາຍໃນ ເຊິ່ງລວມ ມີຫວາຍ, ຈັກສານຈາກໄມ້ໄຜ່, ຜ້າຝ້າຍ ແລະຜ້າໄໝ, ສ່ວນ 10 ເປີເຊັນ ຈະເປັນອາໄຫຼ່ທີ່ນໍາເຂົ້າຈາກປະເທດເພື່ອນບ້ານ.

ສໍາລັບຫວາຍທີ່ນໍາໃຊ້ເຂົ້າໃນການຜະລິດ ນາງເລືອກເປັນຫວາຍເສັ້ນນ້ອຍ ທີ່ເກີດໂດຍທໍາມະຊາດ ເພາະມັນຈະມີຄວາມໜຽວທົນກວ່າ ໂດຍຮັບຊື້ຈາກ ຊາວບ້ານທ່າໂທມ ແຂວງບໍລິຄໍາໄຊ, ເຊິ່ງສາມາດສະໜອງໄດ້ຫຼາຍໃນຊ່ວງ ເດືອນກໍລະກົດ ຫາເດືອນພະຈິກ ເພາະເປັນຊ່ວງທີ່ຊາວບ້ານພັກວຽກຈາກລະດູ ເກັບກ່ຽວ. ສ່ວນຈັກສານຈາກໄມ້ໄຜ່ ແມ່ນຮັບຊື້ຈາກກຸ່ມຊາວບ້ານຢູ່ໃນແຂວງ ວຽງຈັນ, ໂດຍທາງໂຮງງານຂອງນາງຈະເປັນຜູ້ອອກແບບລວດລາຍຕາມທີ່ຕ້ອງການ. ສ່ວນຜ້າຝ້າຍ, ແມ່ນນາງຈະມີຜູ້ຮັບຕໍ່າປະຈໍາປະມານ 10 ຄົນ ໂດຍນາງເປັນ ຜູ້ອອກຕົ້ນທຶນທັງໝົດ ແລະແຮງງານປະຈໍາໃນການຜະລິດກະເປົາແມ່ນ 25 ຄົນ.

ກະເປົາຂອງນາງມີເຄື່ອງໝາຍສິນຄ້າ ODOP 1 ເມືອງ 1 ຜະລິດຕະພັນ, ສະນັ້ນ ກໍຖືວ່າ ສິນຄ້າຂອງນາງກປະສົບຜົນສໍາເລັດໃນຂັ້ນນຶ່ງ ເຖິງແມ່ນຈະມີ ບັນຫາເລັກໆນ້ອຍໆ ຈາກສະພາບເສດຖະກິດໃນປັດຈຸບັນກໍຕາມ ເຊິ່ງນາງ ໄດ້ກ່າວໃຫ້ຟັງກ່ຽວກັບຈຸດນີ້ວ່າ:

“ຕາມທີ່ເຮົາຜະລິດອອກມາເນາະ ມັນກໍບໍ່ມີຫຍັງຫຍຸ້ງຍາກຫຼາຍ ແຕ່ວ່າສໍາຄັນ ທີ່ເຮົາເຮັດອອກມາແລ້ວຄົນຊົມໃຊ້ຫັ້ນນະ ນັ້ນຄືຄວາມສໍາຄັນຂອງເຮົາ. ຖາມວ່າຫຍຸ້ງຍາກຫຍັງ ກໍ່ບໍ່ມີຄວາມຫຍຸ້ງຍາກຫຍັງ ແຕ່ຖາມເລືອກວັດຖຸດອກ ຖຸດິບກະຖືວ່າພໍສະໜອງທັນຢູ່ຕະຫຼອດຫັ້ນນະ, ການຮັບອໍເດີ້ ກະສາມາດສະ ໜອງໃຫ້ລູກຄ້າໄດ້ທຸກເວລາຕາມເປົ້າໝາຍຫັ້ນນະ.”

ຜະລິດຕະພັນກະເປັາ ອານຸສອນ.
ຜະລິດຕະພັນກະເປັາ ອານຸສອນ.

ຜູ້ປະກອບການກ່າວໃຫ້ຟັງວ່າ ຫຼັງຈາກທີ່ດໍາເນີນກິດຈະການດັ່ງກ່າວນີ້ມາເປັນ ເວລາຫຼາຍກວ່າ 10 ປີກໍສັງເກດເຫັນວ່າ ມີການນໍາໃຊ້ຜະລິດຕະພັນກະເປົາ ຂອງນາງຫຼາຍຂຶ້ນ ໂດຍສະເພາະໃນຊີວິດປະຈໍາວັນ, ໃຊ້ເຂົ້າໃນວຽກຂອງ ຫ້ອງການ ແລະໃນຊີວິດປະຈໍາວັນອື່ນໆ ເຊິ່ງນາງກ່າວວ່າ ມີຈໍານວນສູງຮອດ 70 ເປີເຊັນ.

ທາງພະແນກການຕ່າງໆ ມັກຈະສັ່ງກະເປົາຈາກໂຮງງານຂອງນາງ ເລວາທີ່ມີ ວຽກງານການປະຊຸມພາຍໃນປະເທດ ຫຼື ການປະຊຸມກັບຕ່າງປະເທດ, ເຊິ່ງ ການສັ່ງຊື້ຈາກພາກລັດໃນແຕ່ລະຄັ້ງ ຈະມີຈໍານວນຢ່າງໜ້ອຍ 100 ກວ່າໜ່ວຍ ຂຶ້ນໄປ.

ສໍາລັບການຈໍາໜ່າຍ ຈະມີໜ້າຮ້ານທີ່ຕັ້ງຢູ່ໃນຂອບເຂດດຽວກັນກັບໂຮງງານ ຜະລິດ, ເຊິ່ງຜູ້ປະກອບການກ່າວວ່າ ທາງຮ້ານຍັງມີໂຕແທນຈໍາໜ່າຍຢູ່ໃນ ຕະຫຼາດເຊົ້າ, ເດີ່ນບິນສາກົນວັດໄຕ ແລະຕະຫຼາດເຊົ້າຂອງແຂວງຫຼວງພະບາງ ນໍາອີກດ້ວຍ. ພ້ອມກັນນີ້ ລູກຄ້າຍັງສາມາດຕິດຕໍ່ຜ່ານ page ຂອງສິນຄ້າຢູ່ໃນ ເຟສບຸກໄດ້ອີກດ້ວຍ. ໂດຍຈະຈັດສົ່ງດ້ວຍບໍລິການຂົນສົ່ງພາຍໃນປະເທດ ແລະບັນດາປະເທດໃກ້ຄຽງ ເຊິ່ງລູກຄ້າ ຈະເປັນຜູ້ເສຍຄ່າຂົນສົ່ງເອງ.

ຢ່າງໃດກໍຕາມ, ຜູ້ປະກອບການກ່າວໃຫ້ຟັງວ່າ ກໍມີລູກຄ້າຊາວລາວທີ່ອາໄສຢູ່ ໃນຕ່າງປະເທດຫຼາຍຄົນສົນໃຈສັ່ງຊື້ ແຕ່ເນື່ອງຈາກລາຄາຂອງຄ່າຂົນສົ່ງທີ່ສູງ ເກີນໄປ ໂດຍມີລາຄາແພງກວ່າກະເປົາ, ດັ່ງນັ້ນ ຫຼາຍຄົນຈຶ່ງຕ້ອງຍົກເລີກການ ສັ່ງຊື້, ເຊິ່ງນາງໄດ້ກ່າວວ່າ:

“ເຄີຍເຂົ້າໄປຖາມ ລະເຂົາເຈົ້າກໍວ່າຄ່າຂົນສົ່ງມັນແພງ ແລະລູກຄ້າກໍເລີຍວ່າບໍ່ ເອົາຫັ້ນນະ, ຖ້າວ່າເຄື່ອງມັນເບົາ ເຂົາເຈົ້າຈະແທກຂະໜາດຂອງກະເປົາວ່າ ມັນໃຫຍ່ຈັ່ງຊີ້ນະ, ເຂົາເຈົ້າຈະແທກບໍລິມາດ ຈະເທົ່າກັນເລີຍໃດ ເພາະວ່າບໍລິ ມາດມັນກິນເນື້ອທີ່ຫຼາຍ. ແຕ່ວ່າເຄື່ອງໜັກກິນເນື້ອທີ່ໜ້ອຍ ເຂົາເຈົ້າກໍໄລ່ຄື ກັນຫັ້ນນະ.”

ຜະລິດຕະພັນກະເປັາ ອານຸສອນ.
ຜະລິດຕະພັນກະເປັາ ອານຸສອນ.

ລາຄາຂອງກະເປົາ ຈະມີຫຼາຍຂະໜາດແຕກຕ່າງກັນ ຂຶ້ນຢູ່ກັບສ່ວນປະກອບທີ່ ນໍາໃຊ້ເຂົ້າໃນການຜະລິດ ໂດຍຈະມີລາຄາລະຫວ່າງ 500,000 ຫາ 1,000,000 ກວ່າກີບ.

ນາງກ່າວວ່າ ສໍາລັບລາຍຮັບຈາກການຂະຜະລິດຕະພັນກະເປົາ ແມ່ນມີມູນຄ່າ ລວມລະຫວ່າງ 200 ຫາ 300 ລ້ານກີບຕໍ່ເດືອນ, ເມື່ອຫັກຕົ້ນທຶນທັງໝົດອອກ ແລ້ວ ນາງຈະມີກໍາໄລສະເລ່ຍປະມານ 30 ລ້ານຕໍ່ເດືອນ.

ແນວໃດກໍຕາມ, ເຖິງແມ່ນສິນຄ້າຂອງນາງຈະເປັນທີ່ຍອມຮັບ ແລະລູກຄ້າສ່ວນ ຫຼາຍ ແມ່ນຄົນທີ່ຢູ່ພາຍໃນປະເທດ, ແຕ່ນາງກ່າວວ່າ ນາງຍັງຕ້ອງການ ຍົກລະດັບ ແລະຂະຫຍາຍການຜະລິດໃຫ້ດີຂຶ້ນກວ່າເກົ່າ ແລະເປັນທີ່ຍອມຮັບ ຫຼາຍຂຶ້ນກວ່ານີ້.

ເວົ້າລວມແລ້ວ, ສິນຄ້າພາຍໃນຂອງລາວ ກໍເປັນອີກສິ່ງນຶ່ງທີ່ສາມາດທົດແທນ ສິນຄ້ານໍາເຂົ້າໄດ້ເຊັ່ນກັນ ເພາະມັນເປັນສິ່ງທີ່ແທດເໝາະກັບສະພາບໂຕຈິງ ຂອງສັງຄົມຢູ່ແລ້ວ, ແຕ່ສິ່ງທີ່ຈະຕ້ອງເອົາໃຈໃສ່ອີກອັນນຶ່ງກໍຄື ການສົ່ງອອກທີ່ ຍັງມີຄວາມຫຍຸ້ງຍາກ ເນື່ອງຈາກບັນຫາຂອງຄ່າຂົນສົ່ງ ໂດຍສະເພາະ ການ ຂົນສົ່ງສິນຄ້າແບບຍ່ອຍ. ຖ້າຈຸດນີ້ຫາກໄດ້ຮັບການປັບປຸງ ແລະແກ້ໄຂຈາກ ພາກສ່ວນທີ່ຮັບຜິດຊອບແລ້ວ, ແນ່ນອນວ່າ ຫຼາຍຄົນຈະຫັນມາສຸມໃສ່ການຜະ ລິດຫຼາຍຂຶ້ນ ແລະສາມາດເຮັດໃຫ້ຜູ້ບໍລິໂພກຢູ່ຕ່າງປະເທດ ສາມາດສັ່ງຊື້ສິນຄ້າ ໄດ້ງ່າຍຂຶ້ນ ທັງເປັນການສ້າງລາຍຮັບເຂົ້າປະເທດອີກສ່ວນນຶ່ງໄດ້ເຊັ່ນກັນ.

XS
SM
MD
LG