ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກປະທ້ວງ ເດີນຂະບວນ ຜ່ານນະຄອນ ຫຼວງ ວໍຊິງຕັນ ເພື່ອຄວາມຍຸຕິທຳ ດ້ານສີຜິວ


ພວກປະທ້ວງຂຸເຂົ່າຢູ່ນອກໂຮງແຮມ Trump International ຢູ່ຖະໜົນເພັນຊິລເວເນຍ ໃນລະຫວ່າງການເດີນຂະບວນ
ເພື່ອຄວາມຍຸຕິທຳດ້ານສີຜິວ ຮຽກຮ້ອງເອົາຄວາມເທົ່າທຽມ ແລະ ເປັນທຳດ້ານສີຜິວ ໃນນະຄອນຫຼວງ ວໍຊິງຕັນ. 30 ກັນຍາ, 2017.
ພວກປະທ້ວງຂຸເຂົ່າຢູ່ນອກໂຮງແຮມ Trump International ຢູ່ຖະໜົນເພັນຊິລເວເນຍ ໃນລະຫວ່າງການເດີນຂະບວນ ເພື່ອຄວາມຍຸຕິທຳດ້ານສີຜິວ ຮຽກຮ້ອງເອົາຄວາມເທົ່າທຽມ ແລະ ເປັນທຳດ້ານສີຜິວ ໃນນະຄອນຫຼວງ ວໍຊິງຕັນ. 30 ກັນຍາ, 2017.

ໃນວັນເສົາວານນີ້ ທີ່ນະຄອນຫຼວງ ວໍຊິງຕັນ ພວກນັກເຄື່ອນໄຫວເພື່ອຄວາມຍຸຕິທຳ
ດ້ານຜິວພັນ ພ້ອມດ້ວຍພວກເດີນຂະບວນເພື່ອແມ່ຍິງຜິວດຳ ໄດ້ພາກັນລົງສູ່ຖະໜົນ
ເພື່ອປະທ້ວງຕໍ່ຕ້ານອັນທີ່ພວກເຂົາເຈົ້າເອີ້ນວ່າ “ການປະຕິບັດຈຳແນກຜິວ ໂດຍຕຳ
ຫຼວດ”
ຢູ່ໃນ ອາເມຣິກາ.

ພວກປະທ້ວງສອງກຸ່ມດັ່ງກ່າວ ໄດ້ເຕົ້າໂຮມກັນຢູ່ຄົນລະບ່ອນ ໃນນະຄອນຫຼວງຂອງ
ປະເທດ ກ່ອນຈະເຂົ້າຮ່ວມກັນເດີນຂະບວນໄປຍັງອາຄານກະຊວງຍຸຕິທຳ ແລ້ວເດີນ
ຕໍ່ໄປຍັງສະໜາມຫຼວງແຫ່ງຊາດ ຫຼື National Mall.

ຮູບພາບວິດີໂອທີ່ອອກເຜີຍແພ່ໃນສື່ສັງຄົມ ສະແດງໃຫ້ເຫັນວ່າກຸ່ມພວກປະທ້ວງໄດ້
ເດີນໄປຕາມຖະໜົນ ເພັນຊິລເວເນຍ ຜ່ານຕຶກລັດຖະສະພາ ພ້ອມກັບຮ້ອງຄຳຂວັນ
ວ່າ “ບໍ່ມີຄວາມຍຸຕິທຳ ບໍ່ມີຄວາມສະຫງົບ” ແລະ “ຖ້າເຮົາບໍ່ໄດ້ຮັບສິ່ງດັ່ງກ່າວ ໃຫ້ອັດ
ສະພາສ໋ະ.”

ພວກປະທ້ວງໄດ້ເດີນຂະບວນຂະຫຍາຍອອກໄປຫຼາຍຊ່ວງຕຶກ ໃນຂະນະທີ່ພວກນັກ
ເຄື່ອນໄຫວໄດ້ເຄື່ອນຕົວຜ່ານຕົວເມືອງ, ກ່ອນໄປຮອດຈຸດໝາຍປາຍທາງແຫ່ງສຸດທ້າຍ
ຢູ່ສະໜາມຫຼວງ.

ບັນດາຜູ້ຈັດງານຂອງການເດີນຂະບວນສອງກຸ່ມໄດ້ເຮັດວຽກຮ່ວມກັນ ເພື່ອວາງແຜນ
ຈັດງານໃນວັນທີ 30 ກັນຍາ ເພື່ອລະນຶກເຖິງວັນຄົບຮອບການສັງຫານໝູ່ Elaine
Massacre ໃນປີ 1919, ເຊິ່ງຄົນຜິວດຳ 200 ຄົນໄດ້ຖືກຂ້າຕາຍໂດຍເຈົ້າໜ້າທີ່ບັງ
ຄັບໃຊ້ກົດໝາຍ ແລະ ປະຊາຊົນໃນເມືອງ Arkansas.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Marchers in DC Seek Racial Justice
please wait

No media source currently available

0:00 0:00:59 0:00

XS
SM
MD
LG