ນະຄອນຫຼວງ ແບກແດັດ ສ່ວນໃຫຍ່ແມ່ນໄດ້ກັບຄືນສູ່ສະພາບປົກກະຕິ ຫຼັງຈາກໄດ້ຮັບ ຄວາມປັ່ນປ່ວນສັບສົນທາງດ້ານການເມືອງມາແລ້ວ. ຜູ້ປະທ້ວງຕໍ່ຕ້ານລັດຖະບານ ທີ່ໄດ້ ຍຶດເອົາຕຶກສະພາແຫ່ງຊາດຂອງ ອີຣັກ ໄດ້ໜີອອກໄປຢ່າງຄວາມສະຫງົບເປັນສ່ວນໃຫຍ່ ໃນຂະນະທີ່ການປະກາດຢ່າງດັງໆໃນລຳໂພງຮຽກຮ້ອງໃຫ້ພວກເຂົາເຈົ້າເຄື່ອນຍ້າຍອອກ ໄປ.
ໃນວັນເສົາທີ່ຜ່ານມາ, ພວກປະທ້ວງນຳພາໂດຍຊາວມຸສລິມ ນິກາຍ Shi’ite ທ່ານ Moqtada al-Sadr ໄດ້ໄປລວມຕົວກັນໃນຖະໜົນຕໍ່ໜ້າສະພາແຫ່ງຊາດຂອງປະເທດ ແລະ ໄດ້ບຸກເຂົ້າໄປໃນເຂດສີຂຽວ ຫຼື ເຂດສາກົນ ທີ່ມີການຄຸ້ມກັນຢ່າງໜາແໜ້ນ, ເຊິ່ງ ເປັນບ້ານ ຂອງອາຄານລັດຖະບານ ອີຣັກ ແລະ ສະຖານທູດຕ່າງປະເທດຫຼາຍແຫ່ງ.
ພວກປະທ້ວງ, ຜູ້ທີ່ໄດ້ສ້າງຄວາມເສຍຫາຍພາຍໃນຕຶກສະພາແຫ່ງຊາດ ໃນລະຫວ່າງ ການປະເຊີນໜ້າກັນໝົດມື້, ໄດ້ຫ້າງກະເປົາຂອງພວກເຂົາເຈົ້າ ແລະ ຖືທຸງໄປພ້ອມກັບ ພວກເຂົາເຈົ້າ ໃນຂະນະທີ່ພວກເຂົາເຈົ້າເດີນທາງອອກໄປຢ່າງສະຫງົບ ໃນວັນອາທິດ ວານນີ້. ຫຼັງຈາກພວກປະທ້ວງໄດ້ເດີນທາງອອກໄປ, ກໍເລີ່ມປະກົດເຫັນຄົນຢູ່ພາຍໃນ ຫຼາຍຄອບຄົວຍ່າງຜ່ານບໍລິເວນສະພາ ແລະ ລອຍນ້ຳຢູ່ໃນນ້ຳພຸ ແລະ ຖ່າຍຮູບກັບສວນ ດອກໄມ້ທີ່ໄດ້ຮັບການຕົບແຕ່ງຢ່າງດີ.
ບັນດາສະມາຊິກສະພາໄດ້ຫຼົບໜີອອກໄປໃນວັນເສົາຜ່ານມານີ້ ຫຼັງຈາກພວກປະທ້ວງໄດ້ ບຸກເຂົ້າໄປໃນສະພາ. ສະມາຊິກສະພາປະມານ 60 ຄົນ, ສ່ວນໃຫຍ່ມາຈາກພັກຊົນເຜົ່າ ກຸ່ມນ້ອຍຊາວ Kurd ແລະ Sunny, ໄດ້ເດີນທາງອອກຈາກນະຄອນຫຼວງໄປຫາເມືອງ Irbil ແລະ Suleymania ໃນພາກພື້ນ Kurdistan ທີ່ປົກຄອງຕົນເອງຢູ່ທາງພາກເໜືອ ຂອງປະເທດ.
ເຈົ້າໜ້າທີ່ສະພາແຫ່ງຊາດຄົນໜຶ່ງ ໄດ້ກ່າວຕໍ່ວີໂອເອ ໂດຍບໍ່ປະສົງອອກຊື່ຍ້ອນຢ້ານຖືກ ແກ້ແຄ້ນວ່າ “ມັນອັນຕະລາຍຫຼາຍສຳລັບພວກເຮົາທຸກຄົນ.” ລາວໄດ້ກ່າວເພີ່ມເຕີມວ່າ ສະມາຊິກສະພາບາງຄົນໄດ້ຖືກທຸບຕີ.
ຕາມປົກກະຕິແລ້ວ ຜູ້ທີ່ມີປ້າຍພິເສດ ແມ່ນຈະຖືກອະນຸຍາດໃຫ້ເຂົ້າໄປໃນເຂດສາກົນໄດ້.