ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ປະທ້ວງ ປະທະກັນ ກັບ ຕຳຫຼວດ ໃນລະຫວ່າງ ການສະຫຼຸບ ກອງປະຊຸມ


ຜູ້ປະທ້ວງ ຕໍ່ຕ້ານກອງປະຊຸມ APEC ຮຽກຮ້ອງໃຫ້ຜູ້ນຳເສດຖະກິດ ເອເຊຍ ປາຊີຟິກ 21 ປະເທດໃຫ້ຍົກເລີກກອງປະຊຸມ ພ້ອມກັບຄຳເວົ້າ, ສຽງເພງ ແລະ ການເຕັ້ນ ໃນເມືອງ Pasay , ນະຄອນຫຼວງ ມະນິລາ, ຟີລິບປິນ, 19 ພະຈິກ, 2015. (S. Orendain/VOA)
ຜູ້ປະທ້ວງ ຕໍ່ຕ້ານກອງປະຊຸມ APEC ຮຽກຮ້ອງໃຫ້ຜູ້ນຳເສດຖະກິດ ເອເຊຍ ປາຊີຟິກ 21 ປະເທດໃຫ້ຍົກເລີກກອງປະຊຸມ ພ້ອມກັບຄຳເວົ້າ, ສຽງເພງ ແລະ ການເຕັ້ນ ໃນເມືອງ Pasay , ນະຄອນຫຼວງ ມະນິລາ, ຟີລິບປິນ, 19 ພະຈິກ, 2015. (S. Orendain/VOA)

ຕຳຫຼວດໄດ້ໃຊ້ລົດສີດນ້ຳເພື່ອທຳລາຍພວກປະທ້ວງໃນນະຄອນ ຫຼວງ ມະນິລາ ວັນພະຫັດມື້ນີ້, ບ່ອນທີ່ບັນດາຜູ້ນຳພາກພື້ນ ເອເຊຍ-ປາຊີຟິກ ກຳລັງສະຫຼຸບກອງປະຊຸມສຸດຍອດ ເພັ່ງເລັງໃສ່ ບັນຫາດ້ານເສດຖະກິດ, ການຂັດແຍ້ງເຂດແດນ ແລະ ຄວາມພະ ຍາຍາມທົ່ວໂລກເພື່ອຕໍ່ສູ້ກັບລັດທິກໍ່ການຮ້າຍ.

ພວກປະທ້ວງປີກຊ້າຍໄດ້ພະຍາຍາມ ທີ່ຈະທຳລາຍເຄື່ອງກັ້ນຖະ ໜົນ ຂອງຕຳຫຼວດ ແລະ ຫຍັບໃກ້ເຂົ້າຫາກອງປະຊຸມສຸດຍອດ ການຮ່ວມມືເສດຖະກິດ ເອເຊຍ-ປາຊີຟິກ, ເຊິ່ງຕ້ອນຮັບບັນດາຜູ້ ນຳໂລກ ລວມທັງປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ນຳ.

ທ່ານ Renato Reyes ຈາກພັນທະມິດນໍ້າໃຈຮັກຊາດໃໝ່ ກ່າວວ່າ ກຸ່ມດັ່ງກ່າວໄດ້ປະຕິເສດ ຂໍ້ສະເໜີ “ເສລີນິຍົມໃໝ່” ທີ່ໄດ້ຖືກຍົກຂຶ້ນ ມາໃນກອງປະຊຸມ APEC ເຊິ່ງສຶກສາຫົນທາງ ເພື່ອສະໜັບສະໜູນທຸລະກິດຂະໜາດນ້ອຍ ແລະ ກາງ.

ທ່ານກ່າວວ່າ “ພວກເຮົາໄດ້ເຮັດຕາມແຜນທີ່ໄດ້ກຳນົດຂຶ້ນ ເປັນເວລາ 2 ທົດສະວັດທີ່ຜ່ານ ມາ ແລະ ປະເທດຂອງພວກເຮົາກໍຍັງບໍ່ທັນພັດທະນາ, ປະຊາຊົນຫຼາຍຄົນຕື່ມອີກບໍ່ມີວຽກ ເຮັດງານທຳ, ທຸກຍາກ ແລະ ອຶດຫິວ. ດັ່ງນັ້ນມັນຈຶ່ງບໍ່ຄ່ອຍໄດ້ຜົນປານໃດ."

ບໍ່ມີລາຍງານກ່ຽວກັບການບາດເຈັບໃນລະຫວ່າງການປະທະກັນນັ້ນ, ເຊິ່ງໄດ້ເກີດຂຶ້ນປະມານ ໜຶ່ງກິໂລແມັດຈາກສູນການປະຊຸມ ເຊິ່ງກອງປະຊຸມ APEC 2 ມື້ສິ້ນສຸດລົງໃນວັນພະຫັດມື້ນີ້.

ໃນເມື່ອກອງປະຊຸມສຸດຍອດ ປະຈຳປີ APEC ປົກກະຕິແລ້ວຈະຕໍ່ລອງກັນສ່ວນໃຫຍ່ກັບບັນ ຫາດ້ານເສດຖະກິດ, ແຕ່ກອງປະຊຸມປີນີ້ ແມ່ນໄດ້ຖືກຄອບງຳໂດຍການປຶກສາຫາລືກ່ຽວກັບ ລັດທິກໍ່ການຮ້າຍ ຫຼັງຈາກການໂຈມຕີດ້ວຍລະເບີດ ແລະ ການຍິງປືນຫຼາຍຄັ້ງຕໍ່ສູ້ກັນໃນ ນະຄອນຫຼວງ ປາຣີ.

ອີງຕາມຮ່າງຖະແຫຼງການສະບັບສຸດທ້າຍແມ່ນວ່າ ບັນດາຜູ້ນຳ APEC ໄດ້ເຫັນດີທີ່ຈະ “ກ່າວ ປະນາມຢ່າງແຮງ” ຕໍ່ການກະທຳຂອງລັດທິກໍ່ການຮ້າຍ, ເຊິ່ງພວກທ່ານໄດ້ກ່າວວ່າ “ເປັນໄພ ຂົ່ມຂູ່ຕໍ່ຜົນປະໂຫຍດໂດຍພື້ນຖານທີ່ແຂງແຮງຂອງເສດຖະກິດທີ່ເສລີ ແລະ ອິດສະຫຼະ ຂອງພວກເຮົາ."

ທ່ານໄດ້ກ່າວວ່າ “ພວກເຮົາຂໍເນັ້ນຄວາມຕ້ອງການທີ່ສຸກເສີນສຳລັບ ການຂະຫຍາຍການ ຮ່ວມມືສາກົນ ແລະ ຄວາມສາມັກຄືໃນການຕໍ່ສູ້ກັບ ລັດທິກໍ່ການຮ້າຍ.”

APEC Summit
please wait
Embed

No media source currently available

0:00 0:01:03 0:00

XS
SM
MD
LG