ທ່ານນາງ Xiomara Castro ຫລາຍພັນຄົນ ຂອງຝ່າຍຄ້ານ
Honduras ພາກັນເດີນຂະບວນຢ່າງສະງົບຢູ່ໃນນະຄອນ
ຫລວງ ໃນວັນອາທິດວານນີ້ ເພື່ອຮຽກຮ້ອງໃຫ້ນັບບັດລົງຄະ
ແນນສຽງຄືນໃໝ່ ຈາກການປ່ອນບັດເລືອກຕັ້ງອາທິດແລ້ວນີ້.
ທ່ານນາງ Castro ຜູ້ສະມັກຂອງພັກ Libre Party ໄດ້ເສຍໄຊ
ໃນການເລືອກຕັ້ງດ້ວຍຄະແນນ 8 ເປີເຊັນໃຫ້ແກ່ພັກແຫ່ງຊາດ
ທີ່ປົກຄອງປະເທດຈາຮີດນິຍົມ ຂອງທ່ານ Juan Orlando
Hernandez.
ໃນການກ່າວຕໍ່ບັນດາຜູ້ສະໜັບສະໜູນນັ້ນ ທ່ານນາງ Castro ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະດໍາເນີນການຕໍ່ສູ້ໃຫ້ນັບຄະແນນສຽງຄືນ.
ບັນດາຜູ້ສັງເກດການ ການເລືອກຕັ້ງ ນາໆຊາດ ກ່າວວ່າ ການລົງຄະແນນສຽງໄດ້ດໍາ
ເນີນໄປ ໂດຍປາດສະຈາກຄວາມບໍ່ຍຸຕິທຳໃດໆ.