ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄົນເຊື້ອສາຍລາວ ກໍໄປປະທ້ວງ ຮ່ວມກັບຊາວອາເມຣິກັນ ເຊື້ອສາຍອາຟຣິກາ ໃນລັດຈໍເຈຍ ທ້າຍອາທິດແລ້ວນີ້


ການປະທ້ວງຢູ່ນະຄອນແອັດແລນຕາ ໃນຄືນວັນສຸກ ທີ 29 ພຶດສະພາ 2020

ຢູ່ນະຄອນແອັດແລນຕາ ລັດຈໍເຈຍ, ໃນຢູ່ພາກໃຕ້ຂອງສະຫະລັດໄດ້ມີຄົນປະທ້ວງທັງແບບສັນຕິ ແລະຮຸນແຮງ ນັບແຕ່ແລງວັນສຸກ ເປັນຕົ້ນມາ ເມື່ອພວກປະທ້ວງໄປຮວມຕົວກັນຢູ່ໃນສວນສາທາລະນະແຫ່ງນຶ່ງ ແລ້ວເດີນຂະບວນໄປຫາໜ້າຕຶກສໍານັກງານໃຫຍ່ຂອງອົງ ການຂ່າວ CNN ທີ່ຕັ້ງຢູ່ໃຈກາງນະຄອນແອັດແລນຕາ ແລ້ວຈູດເຜົາລົດຕໍາ ຫລວດປະມານ 9 ຄັນ ທີ່ຈອດຢູ່ໃກ້ເຂດນັ້ນ ພ້ອມທັງທຸບແກ້ວແຫວ່ນຕ່າງໆ ຂອງຕຶກນັ້ນໃຫ້ແຕກລົງ. ທ່ານ ແຈຊັນ ຄຸນທະລັງສີ, ປະທານສະມາຄົມລາວ-ອາເມຣິກັນ ໃນລັດຈໍເຈຍ ແລະເປັນຜູ່ທີ່ອາໄສຢູ່ໃກ້ບ່ອນເກີດເຫດນັ້ນ ເລົ່າເຖິງ ເຫດການປະທ້ວງທີ່ເລີ້ມຂຶ້ນໃນແລງວັນສຸກຜ່ານມາຢູ່ໃນນະຄອນແອັດແລນຕາສູ່ຟັງວ່າ:

ທ່ານ ແຈຊັນ ຄູນທະລັງສີ (ກາງ), ປະທານສະມາຄົມລາວ-ອາເມຣິກັນໃນລັດຈໍເຈຍ
ທ່ານ ແຈຊັນ ຄູນທະລັງສີ (ກາງ), ປະທານສະມາຄົມລາວ-ອາເມຣິກັນໃນລັດຈໍເຈຍ

ການສະແດງຄວາມໂກດແຄ້ນອອກມາເຊັ່ນນັ້ນຂອງພວກປະທ້ວງ ທັງຫລາຍ ແມ່ນເພື່ອຮຽກຮ້ອງໃຫ້ຜູ້ກໍາອໍານາດການປົກຄອງຫັນມາໃຫ້ຄວາມສົນໃຈເຖິງ ຄວາມຮູ້ສຶກຂອງເຂົາເຈົ້າກ່ຽວກັບການເສຍຊີວິດຊາວອາເມຣິກັນເຊື້ອສາຍອາຟຣິ ກາ ທີ່ບໍ່ສົມເຫດສົມຜົນ ໂດຍສະເພາະ ແມ່ນການເສຍຊີວິດຂອງຜູ້ຊາຍສອງຄົນ ແຕ່ບໍ່ໄດ້ຮັບຄວາມສົນໃຈເທົ່າທີ່ຄວນ, ອີງຕາມທ່ານແຈຊັນ.

ຜູ້ທໍາອິດກໍຄືການເສຍຊີວິດຂອງທ້າວອາມອດ ອາເບີຣີ (Ahmaud Arbery), ຊາຍອາເມຣິກັນເຊື້ອສາຍອາຟຣິກາອາຍຸ 25 ປີທີ່ຖືກຊາຍຜີວຂາວສອງພໍ່ລູກ ຖືປືນແລ່ນ ໄລ່ ແລະຍິງຕາຍໃນວັນທີ 23 ກຸມພາຜ່ານມາໃນຂະນະທີ່ຜູ້ກ່ຽວ ກໍາລັງແລ່ນຢູ່ຖະໜົນສາຍນຶ່ງໃນເຂດພາກໃຕ້ຂອງລັດຈໍເຈຍ ແຕ່ວ່າ ບໍ່ໄດ້ມີ ການຈັບກຸມ ຜູ້ກະທໍາຜິດມາລົງໂທດແຕ່ຢ່າງໃດຈົນກວ່າມີຂ່າວ ແລະວີດິໂອ ກ່ຽວກັບ ເຫດການດັ່ງກ່າວ ອອກມາເຜີຍແຜ່ ໂດຍໜັງສືພິມນີວຢອກທ້າມສ໌ (New Times) ໃນເກືອບ 3 ເດືອນຕໍ່ມາ. ສ່ວນຊາຍອີກຜູ້ນຶ່ງກໍຄືທ້າວ ທ້າວ ຈອຣ໌ຈ ຟລອຍດ໌ (George Floyd) ຊາຍອາເມຣິກັນເຊື້ອສາຍອາຟຣິກາ ໃນເມືອງມິນເນອາໂປລິສ, ລັດມິນເນໂຊຕາ ໃນອາທິດຜ່ານມາ ຍ້ອນຕໍາ ຫລວດຜິວຂາວຄົນນຶ່ງ ເອົາຫົວເຂົ່າໜີບຄໍໄວ້ນານກວ່າ 8 ນາທີ ຊຶ່ງໄດ້ ກໍ່ໃຫ້ ເກີດການປະທ້ວງຂະໜາດໃຫຍ່ຢູ່ໃນຫລາຍຕົວເມືອງທົ່ວສະຫະລັດ ແລະ ຢູ່ໃນຫລາຍປະເທດໃນເຂດຢູໂຣບນັ້ນ.

ເນື່ອງຈາກມີລະບຽບຫ້າມຄົນອອກເຮືອນກາຍ 9 ໂມງແລງ ແລະມີການເວນ ຍາມຢ່າງເຂັ້ມງວດໂດຍທະຫານຮັກສາຄວາມປອດໄພ ຢູ່ນະຄອນແອັດແລນ ຕານັບແຕ່ວັນເສົາຜ່ານມາ ການປະທ້ວງ ໄດ້ໂຍກຍ້າຍ ແລະແຈກຢາຍໄປເຮັດ ຢູ່ຕາມເມືອງຕ່າງໆຢູ່ທາງເໜືອຂອງນະຄອນນັ້ນ. ອີງຕາມການບອກເລົ່າຂອງທ່ານ ແຈຊັນແລ້ວ, ຜູ້ເຂົ້າຮ່ວມໃນການປະທ້ວງຄັ້ງນີ້ ບໍ່ແມ່ນມີພຽງແຕ່ຊາວ ອາເມຣິກັນເຊື້ອສາຍອາຟຣິກາເທົ່ານັ້ນ ມັນຍັງມີຄົນເຊື້ອສາຍຮິດເປນິກ, ແລະ ເຊື້ອສາຍເອເຊຍ ລວມທັງຄົນເຊື້ອສາຍລາວອີກດ້ວຍ ທີ່ເຂົ້າຮ່ວມນໍາ. ພ້ອມກັນນັ້ນ ກໍມີຄົນຈໍານວນນຶ່ງແຕ່ມີຈໍານວນໜ້ອຍທີ່ໄປຢືນກັ້ນກາງລະຫວ່າງ ຕໍາຫລວດ ກັບ ພວກປະທ້ວງ ບໍ່ໃຫ້ປະທະກັນ. ໃນເວລານີ້ ທ່ານແຈຊັນເວົ້າວ່າ ຍັງບໍ່ຮູ້ວ່າມີຈັກຄົນໄດ້ຮັບບາດເຈັບເທື່ອມີແຕ່ຮູ້ວ່າ ມີລູກຫລານຂອງຊາວ
ລາວ-ອາເມຣິກັນຢູ່ໃນນະຄອນດັ່ງກ່າວທີ່ເປັນຕໍາຫລວດ ໄປທໍາການປ້ອງກັນ ຄວາມສະຫງົບຕະຫຼອດຄືນນັ້ນຮູ້ສຶກອິດເມື່ອຍຫລາຍ.

ອ່ານສະຫລຸບຫຍໍ້ກ່ຽວກັບຂ່າວນີ້:

Some Lao-Americans Joint both the Protest in Atlanta, GA, Calling for Justice Two African-American Men

The protests on Friday night which last till dawn of the next day in Atlanta, GA that were held by hundreds African-Americans over the unreasonable deaths of two African-American men: 25-year-old Ahmaud Arbery in South GA in February and George Floyd in MN inspired some people from other ethnic communities, including Lao-Americans to joint. Meanwhile, there were few Lao-American police officers who worked tirelessly to keep the protestors from destroying police cars, CNN’s building, and vandalizing, looting some shops, said Jaeson Khountalangsy, President of Lao-American Society.

XS
SM
MD
LG