ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການໄອຍະການປະຊາຊົນໃນລາວ ຈະຕ້ອງມີການປັບປຸງ ການປະຕິບັດໜ້າທີ່ ໃຫ້ມີຄວາມໂປ່ງໃສ


ທ່ານໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ
ທ່ານໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ

ອົງການໄອຍະການປະຊາຊົນໃນລາວຈະຕ້ອງມີການປັບປຸງການປະຕິບັດໜ້າທີ່ໃຫ້ມີຄວາມໂປ່ງໃສ ທັງຈະຕ້ອງຢຸດການຫຼິ້ນເສັ້ນ ຫຼິ້ນສາຍແບບເຄືອຍາດໃນການດຳເນີນຄະດີໃນສານປະຊາຊົນອີກດ້ວຍ ຊຶ່ງຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຖະແຫຼງຍອມຮັບວ່າ ການຈັດຕັ້ງປະຕິບັດວຽກງານດ້ານຄະດີຄວາມຕ່າງໆ ແລະ ການບັງຄັບຄະດີຕາມການຕັດສິນຂອງສານປະຊາຊົນຍັງມີປະສິດທິພາບຕໍ່າ ແລະ ບໍ່ບັນລຸຕາມແຜນການທີ່ວາງໄວ້ ໂດຍສາເຫດສຳຄັນທີ່ເຮັດໃຫ້ເກີດສະພາບການດັ່ງກ່າວນີ້ ກໍຄືການປະຕິບັດໜ້າທີ່ຂອງພະນັກງານໄອຍະການ ທີ່ບໍ່ມີຄວາມຮັບ ຜິດຊອບຕໍ່ສ່ວນລວມ ແລະບໍ່ໂປ່ງໃສ ຈຶ່ງເຮັດໃຫ້ເກີດເປັນບັນຫາຫຍໍ້ທໍ້ໃນຂະບວນ ການດຳເນີນຄະດີຕ່າງໆໃນສານປະຊາຊົນລາວ ໃນປັດຈຸບັນນີ້ ດັ່ງທີ່ທ່ານໄຊຊະນະ ໄດ້ໃຫ້ການຢືນຢັນວ່າ:

“ການຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດຍັງບໍ່ ທັນເລິກເຊິິ່ງ ການຈັດຕັ້ງຜັນຂະຫຍາຍບໍ່ທັນ ຂາດຈຸດສຸມຈະແຈ້ງໃນການຈັດຕັ້ງ ປະຕິບັດໂຕຈິງ ກົງຈັກການຈັດຕັ້ງຂັ້ນຕ່າງໆເວົ້າລວມ ບໍ່ທັນເຂັ້ນແຂງໜັກແໜ້ນ ເທົ່າທີ່ຄວນ ຄຸນນະພາບ ຖັນແຖວບຸກຄະລາກອນ ຈຳນວນບໍ່ໜ້ອຍ ກົນໄກປະ ສານລະຫວ່າງສາຍຕັ້ງສາຍຂວາງເປັນຕົ້ນແມ່ນລະຫວ່າງບັນດາອົງການດຳເນີນຄະດີຕາມຂະບວນການສານຍຸຕິທຳ ຍັງບໍ່ທັນກົມກຽວ ໂລ່ລ່ຽນ ວ່ອງໄວ ແລະ ເປັນເອກກະພາບ.”

ພາຍໃຕ້ສະພາບການດັ່ງກ່າວ ກໍຍັງເຮັດໃຫ້ເກີດບັນຫາກ່ຽວກັບການມີຄະດີຄົງ ຄ້າງຢູ່ ສານປະຊາຊົນລາວ ທຸກຂັ້ນເພີ້່ມຂຶ້ນນັບມື້ອີກດ້ວຍ ໂດຍທີີ່ມີສາເຫດມາຈາກ ຄວາມບົກຜ່ອງໃນການປະຕິບັດໜ້າທີ່ຂອງ ພະນັກງານສານທີ່ບໍ່ອີງກັບສະພາບ ບັນຫາທີ່ເປັນຈິງ ຈຶ່ງເຮັດໃຫ້ຄູ່ຄວາມຂອງຄະດີບໍ່ຍອມຮັບການຕັດສິນຂອງສານ ແລະໄດ້ຟ້ອງຮ້ອງໃຫ້ເກີດຄະດີຄວາມຕໍ່ໄປອີກ ສ່ວນຄູ່ຄວາມທີີ່ມີສາຍພົວພັນໃນ ວົງການພັກລັດທີ່ເໜືອກວ່າອີກຝ່າຍນຶ່ງນັ້ນ ກໍເປັນອີກສາເຫດນຶ່ງ ທີ່ເຮັດໃຫ້ຄູ່ ຄວາມໃນຄະດີບໍ່ຍອມຮັບຜິດຕາມການຕັດສິນຂອງສານ ເພາະໝັ້ນໃຈວ່າດ້ວຍ ສາຍພົວພັນໃນວົງການພັກລັດນັ້ນ ຈະເຮັດໃຫ້ຝ່າຍຕົນພົ້ນຈາກຄວາມຜິດໄດ້ ໃນທີ່ສຸດ ໂດຍສະເພາະແມ່ນໃນຂັ້ນລວບລວມພະຍານຫລັກຖານ ເພື່ອປະກອບສໍານວນຄະດີ ໃນການຟ້ອງຮ້ອງຕໍ່ສານ ທີ່ເປັນໜ້າທີ່ຂອງພະນັກງານໄອຍະການນັ້ນ ກໍຖືເປັນປັດໃຈສຳຄັນໃນຄະດີຄວາມດ້ວຍເຊັ່ນກັນ ດັ້ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງຍຸຕິທຳໄດ້ໃຫ້ການຢືນຢັນວ່າ:

“ໃນບົດລາຍງານກະໄດ້ຂຽນວ່າມີຜູ້ພິພາກສາພວກເຮົາກະໄດ້ລະເມີດ 9 ຂໍ້ຫ້າມຂອງກົດໝາຍວ່າດ້ວຍສານປະຊາຊົນ 11 ຂໍ້ຫ້າມຂອງກົດໝາຍວ່າດ້ວຍຜູ້ພິພາກສາ ໃນນັ້ນກະລວມມີທັງ ຈຸ້ມເຈື້ອເຊື້ອສາຍແມ່ນຫຍັງຕ່າງໆ ແຕ່ຄວາມເປັນຈິງຂອງມັນ ເວົ້າເລື້ອງພວກນີ້ຕ້ອງເອົາຫລັກຖານຂໍ້ມູນລະອຽດ ເຮົາຈະເວົ້າຊື່ໆບໍ່ໄດ້ ຈັ່ງຊັ້ນ ຈຶ່ງໄດ້ສະເໜີນຳບັນດາທ່ານວ່າ ຄັນມີຂໍ້ມູນລະ
ແມ່ນວ່າໃຫ້ມາຫາຄະນະກຳມະການ ການປະຕິບັດໜ້າທີ່ຂອງຜູ້ພິພາກສາ ເພື່ອສິໄດ້ດຳເນີນການສືບສວນສອບສວນລະອຽດ.”

ນອກຈາກບັນຫາໃນລະບົບຕຸລາການດັ່ງກ່າວແລ້ວ ການຈັດຕັ້ງປະຕິບັດໜ້າທີ່ ທີ່ ບໍ່ໂປ່ງໃສໃນການກວດກາເພື່ອປ້ອງກັນ ແລະປາບປາມການທຸຈະລິດໃນພັກລັດ ແລະການຂາດຈັນຍາບັນຂອງພະນັກງານລັດ ໃນລະບົບຕຸລາການໃນລາວ ກໍຍັງເຮັດໃຫ້ປະຊາຊົນບໍ່ສັດທາຕໍ່ລະບົບສານໃນລາວອີກດ້ວຍ.

ທາງດ້ານອົງການ Human Right Watch ລາຍງານວ່າການບັງຄັບໃຊ້ກົດ ໝາຍໃນໜ່ວຍງານຕ່າງໆຂອງລັດຖະບານລາວ ທັງໃນຂັ້ນສູນກາງ ແລະໃນ ທ້ອງຖິ່ນຍັງເກີດບັນຫາຊັກຊ້າ ແລະບໍ່ມີປະສິດທິພາບໃນທົ່ວປະເທດ ທັງຍັງປາ ກົດວ່າໄດ້ມີການບັງຄັບໃຊ້ກົດໝາຍເກົ່າທີ່ຖືກແທນ ໂດຍກົດໝາຍໃໝ່ໄປແລ້ວ ໂດຍພາຍໃຕ້ສະພາບການດັ່ງກ່າວ ຍັງເຮັດໃຫ້ມີການເລືອກປະຕິບັດກົດໝາຍ ຕໍ່ປະຊາຊົນທີ່ຄັດແຍ້ງກັບພະນັກງານລັດກ່ຽວງກັບຜົນປະໂຫຍດໃນທີ່ດິນ ທີ່ຖືກເວນຄືນຢ່າງບໍ່ຢຸດຕິທຳ ຊຶ່ງຈະເຫັນໄດ້ຈາກການທີ່ ນາຍົກລັດຖະມັນຕີລາວ ໄດ້ອອກຄຳສັ່ງໃຫ້ເລັ່ງບັງຄັບຄະດີຕາມການຕັດສິນຂອງສານ ເພື່ອເຮັດໃຫ້ປະ ຊາຊົນສັດທາຕໍ່ລະບົບຢຸຕິທຳໃນລາວ ເພາະປາກົດວ່າມີຄະດີສານໄດ້ຕັດສິນໄປ ແລ້ວ 29,000 ກວ່າຄະດີນັ້ນຍັງບໍ່ໄດ້ມີການບັງຄັບຄະດີໃຫ້ເປັນໄປຕາມ ການຕັດສິນ ຂອງສານປະຊາຊົນລາວແຕ່ຢ່າງໃດ.

ສ່ວນອົງການ USAID ຂອງສະຫະລັດອາເມຣີິກາ ກໍໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ໃນການພັດທະນາໂຄງຂ່າຍການເຜີຍແຜ່ລະບຽບກົດໝາຍຕ່າງໆດ້ວຍ application ໃນລະບົບໂທລະສັບມືຖືທັນສະໄໝ ແນໃສ່ເຮັດໃຫ້ປະຊາຊົນລາວ ສາມາດເຂົ້າເຖິງ ແລະໄດ້ຮັບຂ່າວສານດ້ານລະບຽບກົດໝາຍຕ່າງໆຂອງລັດຖະບານໄດ້ຢ່າງເທົ່າທັນກັບສະພາບການໂຕຈິງ ທັງຍັງໄດ້ພັດທະນາລະບົບທີ່ ສາມາດເຊື່ອມໂຍງເຂົ້າກັບຕະຫຼາດໂລກໄດ້ຢ່າງມີປະສິດທິພາບ ເພື່ອເຮັດໃຫ້ນັກ ທຸລະກິດລາວ ແລະຊາວຕ່າງຊາດສາມາດເຂົ້າເຖິງນິຕິກຳຕ່າງໆ ຂອງລາວຢ່າງ ສະດວກວ່ອງໄວ ແລະສາມາດປະກອບຄວາມຄິດເຫັນຕໍ່ນິຕິກຳຕ່າງໆໄດ້ດ້ວຍ ທັງນີ້ ໂດຍອົງການ USAID ໄດ້ໃຫ້ການຊ່ວຍເຫຼືອດັ່ງກ່າວແກ່ລາວ ນັບແຕ່ປີ 2019 ເປັນຕົ້ນມາ.

XS
SM
MD
LG