ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການໂຄສະນາຊວນເຊື່ອ ເປັນໄພຄຸກຄາມຢູ່ໃນທົ່ວໂລກ ຕໍ່ການນໍາສະເໜີຂ່າວທີ່ເປັນອິດສະຫຼະ


ລາຍງານກ່ຽວກັບ ການໂຄສະນາຊວນເຊື່ອ ເປັນໄພຄຸກຄາມຕໍ່ຂ່າວອິດສະຫຼະ

ການກໍ່ສົງຄາມຂອງຣັດເຊຍ ຢູ່ໃນຢູເຄຣນເປັນການເປີດສະໜາມລົບທີ່ບິດເບືອນຂໍ້ມູນ. ແຕ່ ການໂຄສະນາຊວນເຊື່ອນັ້ນ ສົ່ງຜົນກະທົບຕໍ່ອິດສະຫຼະພາບ ຂອງສື່ມວນຊົນແນວໃດ? ເຊີວານ ກັດໂຈ (Sirwan Kajjo) ກ່າວ​ວ່າ ດັດຊະນີ ອິດສະຫຼະ​ພາບ​ດ້ານ​ການ​ຂ່າວ ຂອງ​ອົງ​ການນັກຂ່າວບໍ່ມີພົມແດນປະຈໍາປີ 2022 ມີ​ຄຳ​ຕອບ​ກ່ຽວ​ກັບ​ເລື້ອງນີ້ຢູ່​ໃນລາຍງານໃຫ້ VOA ເຊິ່ງທິບສຸດາ ​ຈະ​ນຳ​ເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການໂຄສະນາຊວນເຊື່ອ, ກົດໝາຍທີ່ມີເປົ້າໝາຍແນ​ໃສ່ເພື່ອທໍາລາຍຄວາມໜ້າເຊື່ອຖືຂອງສື່ມວນຊົນ, ການຫ້າມອອກຂ່າວທາງເວັບໄຊທ໌ ແລະການຈັບກຸມຕ່າງໆ. ການໂຈມຕີຕໍ່ອົງ​ການຂ່າວອິດສະຫຼະຂອງມົສກູເພີ້ມຂຶ້ນ​ໃນເວລາທີ່ກອງ ທັບຂອງຣັດເຊຍ ບຸກເຂົ້າໄປໃນ ຢູເຄຣນ.

ດ້ວຍ​ການເຮັດດັ່ງນັ້ນ, ຄະແນນກ່ຽວກັບສິດເສລີພາບໃນການສະເໜີຂ່າວຢູ່ໃນ ຣັດເຊຍ ແມ່ນຫຼຸດລົງ, ເຊິ່ງໄດ້ຫຼຸດລົງມາເກືອບເຖິງຈຸດຕໍ່າສຸດ ຂອງດັດຊະນີເສລີພາບຂອງສື່ມວນຊົນໂລກປະຈໍາປີ 2022, ເຊິ່ງສ້າງຂຶ້ນໂດຍ ອົງການນັກຂ່າວບໍ່ມີພົມແດນ ຫຼື RSF.

ດັດຊະນີປະຈໍາປີ ໄດ້ແບ່ງປະເພດທີ່ບັນທຶກ 28 ປະເທດວ່າ “ມີອິດສະຫຼະໃນການນໍາສະເໜີຂ່າວທີ່ບໍ່ດີທີ່ຫຼາຍ.” ເຊິ່ງລວມມີ ຈີນ, ໂດຍປິດກັ້ນການນໍາສະເໜີຂ່າວເກີນຂອບເຂດ ໃນຂະນະດຽວກັນກໍກະຈາຍການໂຄສະນາຊວນເຊື່ອຂອງວັງເຄຣມລິນແທນ.

ພາຍໃຕ້ອິດທິພົນຂອງລັດຖະບານປັກກິ່ງ, ໄດ້ມີການຫຼຸດລົງທາງດ້ານອິດສະຫຼະພາບຂອງສື່ມວນຊົນຢ່າງຫຼວງຫຼາຍ, ໂດຍຢູ່ໃນລໍາດັບ ທີ 148 ຈາກຈຳ​ນວນ 180 ປະ​ເທດຂອງດັດຊະນີ ລຸນຫຼັງທີ່ມີການ​ບຸກ​ເຂົ້າ​ໄປ​ກວດ​ຄົ້ນ, ການຈັບໂຕ ແລະປິດເວັບໄຊທ໌ຂ່າວ ທີ່ສະໜັບສະໜຸນປະຊາທິປະໄຕອື່ນໆ.

ເອທີໂອເປຍ ແລະ ນິກາຣາກົວ ຍັງໄດ້ຖືກບັນທຶກວ່າ ອິດ​ສະຫຼະ​ພາບ​ໄດ້ຫຼຸດລົງຢ່າງຫຼວງຫຼາຍ ລຸນຫຼັງທີ່ມີການປາບປາມ, ຂັດຂວາງຫຼືໂຈະການນໍາສະເໜີຂ່າວ ໂດຍພວກ​ເຈົ້າ​ໜ້າ​ທີ່.

ອົງການ RSF ກ່າວວ່າ ສິ່ງທີ່ໜັກໃຈຫຼາຍກວ່າກໍຄື ຜົນກະທົບທາງສື່ມວນຊົນທີ່ບໍ່ເປັນກາງ ແລະຂໍ້ມູນທີ່ບິດເບືອນຢູ່ໃນສັງຄົມ.

ທ່ານເຄຼຕັນ ໄວເມີສ໌ (Clayton Weimers), ຈາກອົງການນັກຂ່າວທີ່ບໍ່ມີພົມແດນ ກ່າວຜ່ານທາງຊູມວ່າ:

“ໃນປີ 2022, ເປັນປີທີ່ບໍ່ສາມາດປະຕິເສດໄດ້ວ່າ ການແບ່ງແຍກຂອງສື່ມວນຊົນ ແລະຂໍ້ມູນຂ່າວສານທີ່ສັບສົນວຸ້ນວາຍ ໄດ້ສົ່ງຜົນໃຫ້ເກີດການແບ່ງແຍກຢູ່ໃນສັງຄົມໃນທາງທີ່ເປັນຮູບແບບໃໝ່.”

ຊ່ອງຫວ່າງທາງອໍານາດ ກໍຍັງໄດ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມຂອງສື່ມວນຊົນ, ໃນບາງກໍລະນີ ກໍຖືກກໍາຈັດຄວາມຄືບໜ້າໄປຫຼາຍປີ.

ການກໍ່ລັດຖະປະຫານຢູ່ໃນ ມຽນມາ ໄດ້ເຮັດ​ໃຫ້ສິດທິຂອງສື່ມວນຊົນ​ຕ້ອງ​ຖອຍ​ຫຼັງເປັນເວລາ 10 ປີ, ໂດຍພວກນັກຂ່າວ ຖືກຄວບຄຸມໂຕ, ຖືກຖອນໃບອະນຸຍາດທາງດ້ານສື່ມວນຊົນ, ແລະອົງການຂ່າວຫຼາຍແຫ່ງຕ້ອງ​ໄປ​ລີ້​ໄພ​ໃນ​ຕ່າງ​ປະເທດ.

ໃນອັຟການິສຖານ, ກຸ່ມຕາລິບານ ໄດ້ໃຫ້ຄໍາໝັ້ນທີ່ຈະຮັກສາເສລີພາບທາງດ້ານຂ່າວສານ, ແຕ່ ຊໍ້າພັດອອກກົດໝາຍຈໍາກັດຮັດແຄບທີ່ເຂັ້ມງວດໂດຍຂັດຂວາງບໍ່ໃຫ້ພວກນັກຂ່າວ ທີ່ເປັນແມ່ຍິງອອກອາກາດໄດ້. ອົງການຂ່າວຕ່າງໆຕ້ອງປະ ເຊີນກັບບັນຫາທາງການເງິນຢ່າງໜັກ ລຸນຫຼັງທີ່ລາຍໄດ້ຖືກຕັດລົງຍ້ອນຖືກຫ້າມ ທາງດ້ານການໂຄສະນາ ແລະການນໍາສະເໜີຄວາມບັນເທີງອື່ນໆ.

ແລະ ສົງຄາມຢູ່ພູມິພາກທິເກຣ ໃນປະເທດເອທີໂອເປຍ ໄດ້ປິດກັ້ນການຄົມມະ ນາຄົມສື່ສານ ແລະການເຂົ້າເຖິງທີ່ຈໍາກັດ, ສຸດທ້າຍ ໄດ້ເຮັດໃຫ້ສູນເສຍໄປເຖິງ 13 ຄະແນນ ເຊິ່ງຕົກມາຢູ່ລໍາດັບທີ 114 ຂອງດັດຊະນີ, ອັນເປັນຜົນຮັບທີ່ໜ້າຜິດຫວັງຂອງປະເທດ ເມື່ອສາມປີກ່ອນໜ້ານີ້ ເຄີຍຖືກຍ້ອງຍໍກ່ຽວກັບການປະຕິຮູບທາງດ້ານສື່ມວນຊົນ.

ທາງອົງການ RSF ກ່າວວ່າ ທ່າອ່ຽງໃນການຫຼຸດລົງ ແລະຍຸດທະສາດຂອງພວກຜະເດັດການ ແມ່ນຍັງແຜ່ຂະຫຍາຍຢ່າງຫຼວງຫຼາຍ.

ທ່ານ ເຄຼຕັນ ໄວເມີສ໌, ຈາກອົງການນັກຂ່າວທີ່ບໍ່ມີພົມແດນ ກ່າວຜ່ານທາງຊູມວ່າ:

“ມີການແຜ່ລະບາດທີ່ເປັນຜົນກະທົບໂດຍລະບອບຜະເດັດການ, ແລະເມື່ອພວກເຮົາຫາກມີການປັບປຸງໂດຍອະນຸຍາດຍົກເວັ້ນໂທດ ອັນມີຢູ່ໃນບ່ອນທີ່ ພວກຜະ ເດັດການມີອໍານາດໃນການໄລ່ຈັບບັນດານັກຂ່າວ, ລົບກວນພວກເຂົາເຈົ້າ, ຈັບກຸມພວກເຂົາເຈົ້າ ທຸບຕີເຂົາເຈົ້າຢູ່ໃນຖະນົນຫົນທາງ ແລະກໍສັງຫານພວກເຂົາ ເຈົ້າ, ມັນແມ່ນຜົນກະທົບທີ່ຮຸນແຮງໂດຍກົງ, ເຊິ່ງມັນຍັງເປັນການກະຕຸ້ນໃຫ້ຜູ້ມີອໍານາດຜະເດັດການຄົນອື່ນໆທີ່ກໍາລັງເບິ່ງຢູ່ນັ້ນ ສາມາດດໍາເນີນການໄດ້ເຊັ່ນດຽວກັນ.”

ໃນສະຫະລັດ ມີທ່າອ່ຽງໃນທາງທີ່ດີຂຶ້ນ ເມື່ອທຽບໃສ່ປີ 2021, ແຕ່ພວກນັກຂ່າວ ແລະອົງການສື່ມວນຊົນຕ່າງໆກໍໄດ້​ປະ​ເຊີນ​ກັບອຸປະສັກ​ຕ່າງໆ​ໃນ​ການ​ເກັບ​ກຳ​ຂ່າວ ລວມເຖິງລັດຖະບານຂອງ​ລັດ ແລະການປະທ້ວງຕ່າງໆ.

ທ່ານນາງເບັຕ ຟຣານເຊັສໂກ (Beth Francesco), ຈາກສະຖາບັນສະໂມ ສອນນັກ​ຂ່າວແຫ່ງຊາດ ກ່າວຜ່ານທາງຊູມວ່າ:

“ໂດຍທົ່ວໄປແລ້ວ ພວກເຮົາພົບວ່າ ສິ່ງນີ້ເກີດຈາກການຝ່າຝືນຕໍ່ກົດໝາຍທີ່ຄວບຄຸມການບັນທຶກ, ການປະຊຸມແບບເປີດ ຫຼື ພວກເຂົາເຈົ້າພຽງແຕ່ຕີຄວາມໝາຍຂອງພວກເຂົາຜິດ. ການຕີຄວາມໝາຍທີ່ຜິດໂດຍບຸກຄົນ ບໍ່ວ່ານັກຂ່າວຜູ້ນັ້ນສາມາດເຂົ້າຮ່ວມງານສະເພາະໃດນຶ່ງໄດ້ຫຼືບໍ່.”

ອົງ​ການ RSF ພົບວ່າ ປະຊາທິປະໄຕ ມີບົດບາດສໍາຄັນໃນການປົກປ້ອງສິດເສລີພາບດ້ານ​ການຂ່າວ. ແຕ່ການເພີ້ມຂຶ້ນຂອງຂໍ້ມູນທີ່ບິດເບືອນຄວາມຈິງແລະ ການໂຄສະນາຊວນເຊື່ອ ໄດ້ສົ່ງຜົນກະທົບທີ່ຮ້າຍແຮງຕໍ່ການນໍາສະເໜີຂ່າວທີ່ເປັນອິດສະຫຼະ.

Russia's war in Ukraine opened a battleground for disinformation. But how does propaganda impact media freedom? Reporters Without Borders' 2022 Press Freedom Index has the answers, says Sirwan Kajjo for VOA.

Propaganda, laws aimed at discrediting credible media, website bans, arrests. Moscow’s assault on a free press ramped up as Russian troops invaded Ukraine.

In doing so, Russia’s media freedom rating declined, moving it closer to the bottom of the 2022 World Press Freedom Index, produced by Reporters Without Borders, or RSF.

The annual index classifies a record 28 countries as "having very bad media freedom." They join the likes of China, which is exporting censorship beyond its borders while amplifying Kremlin propaganda.

Under Beijing’s influence, Hong Kong registered a dramatic decline, ranking 148th out of 180 on the index after a series of raids and arrests shuttered pro-democracy news sites.

Ethiopia and Nicaragua also registered steep declines after moves by authorities to suppress, censor or block media.

More troubling, says RSF, is the impact media polarization and disinformation has on society.

Clyton Weimers, Reporters Without Borders (Zoom)

“In 2022, it’s really undeniable that media polarization and information chaos are really fueling social divisions in ways that are pretty new.”

Power grabs also impacted the media environment, in some cases wiping out years of progress.

The coup in Myanmar marked a 10-year setback for media rights, with journalists detained, media licenses revoked, and many news outlets returning to exile.

In Afghanistan, the Taliban pledged to uphold press freedom, but instead imposed restrictive laws and blocked female journalists from the airwaves. Media outlets are facing financial hardship after bans on entertainment and advertising cut revenue.

And in Ethiopia, the war in the Tigray region, with its communication blackouts and restricted access, resulted in a 13-point drop, to 114, on the index. A disappointing result for a country that just three years ago was lauded for its reforms.

The downward trend and authoritarian tactics have spread, says RSF.

Clayton Weimers, Reporters Without Borders (Zoom)

“There is a contagion effect with authoritarian regimes, and when we allow a culture of impunity to exist where authoritarians are allowed to go after journalists, harass them, arrest them, beat them in the streets and kill them, it has a knock-on effect. It emboldens that same authoritarian to do it again next time, and it emboldens other authoritarians who are watching to do the same.”

The U.S. made a slight improvement compared with 2021, but journalists and media outlets are flagging barriers to coverage, including of state governments and protests.

Beth Francesco, National Press Club Journalism Institute (Zoom)

“We typically find that this is either due to just a blatant disregard for the laws governing open records or meetings, or they're simply misinterpreting them. An individual is misinterpreting whether a journalist can be present at a particular event.”

Democracies play an important role in safeguarding press freedom. But this rise in disinformation and propaganda is having a disastrous effect on independent news, RSF finds.

XS
SM
MD
LG