ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໖ ມິຖຸນາ ໒໐໒໓

ຂັ້ນຕອນ ແລະການດໍາເນີນທຸລະກິດ ​ຂຸດແຮ່-ຊາຍ


ແຟ້ມຮູບປະກອບ-ຜູ້ຊາຍກໍາປູເຈຍຄົນນຶ່ງ ຢືນຄວບຄຸມເຄື່ອງສູບຢູ່ເຮືອ ທີ່ກໍາລັງສູບເອົາຂີ້ຊາຍຢູ່ກາງລໍາແມ່ນໍ້າຂອງ ໃກ້ກັບນະຄອນຫຼວງພະນົມເປັນ, ກໍາປູເຈຍ, ວັນທີ 9 ຕຸລາ 2011.

ຖ້າພວກທ່ານຫາກເຄີຍອາໄສຢູ່ແຄມແມ່ນໍ້າຂອງ, ພວກທ່ານເຄີຍເຫັນເຮືອ ຫຼືລົດຍົກ ລົດບັນທຸກແລ່ນຂຶ້ນ-ແລ່ນລົງທ່າຕະຫຼອດບໍ ໂດຍສະເພາະສຽງເຄື່ອງຈັກທີ່ແລ່ນຢູ່ໝົດມື້? ແມ່ນແລ້ວ ພວກເພິ່ນພາກັນດູດຫິນ ດູດຊາຍຂຶ້ນມາເພື່ອການກໍ່ສ້າງ, ແລ້ວພວກທ່ານຮູ້ບໍວ່າ ທຸລະກິດດັ່ງກ່າວນີ້ດໍາເນີນຕາມຂັ້ນຕອນໄປແບບໃດ? ທິບສຸດາ ມີລາຍງານກ່ຽວກັບເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ມື້ນີ້ ພວກເຮົາຈະພາພວກທ່ານໄປຮູ້ຈັກ ກັບທຸລະກິດອີກອັນນຶ່ງ ທີ່ຍັງຄົງຢູ່ແຂວງຄໍາມ່ວນຈາກອາທິດແລ້ວທີ່ພວກເຮົາໄດ້ນໍາສະເໜີໄປ, ເຊິ່ງທຸລະກິດ ແຮ່-ຊາຍ ຫຼາຍຄົນອາດຈະເຄີຍເຫັນມາຕັ້ງແຕ່ດົນນານກ່ຽວກັບທຸລະກິດດ້ານ
ນີ້ ໂດຍສະເພາະ ການດູດຫິນ-ດູດຊາຍຢູ່ຕາມແຄມແມ່ນໍ້າຂອງ.

ຜູ້ປະກອບການທ່ານນຶ່ງ ທີ່ອາໄສຢູ່ເມືອງທ່າແຂກ, ແຂວງຄໍາມ່ວນ ແຕ່ມາດໍາເນີນກິດຈະການດູດຫິນ-ດູດຊາຍ ຢູ່ເມືອງຫິນບູນ ເຊິ່ງຕັ້ງຢູ່ທາງເລກ 13 ເໜືອເມືອງທ່າແຂກຂຶ້ນມາ ບອກວ່າ ນາງໄດ້ເປີດກິດຈະການ ມາໄດ້ເກືອບ 9 ປີແລ້ວ, ເຊິ່ງໃນຊ່ວງເວລານັ້ນ ກິດຈະການຂອງນາງແມ່ນມີການສົ່ງຫິນ ແລະຊາຍໄດ້ຫຼາຍທີ່ສຸດ.

ນາງກ່າວໃຫ້ຟັງວ່າ ຈຸດເລີ້ມຕົ້ນແມ່ນເຫັນຄວາມຕ້ອງການຂອງຕະຫຼາດ ເພາະຊ່ວງເວລານັ້ນ ໄດ້ມີການເປີດໂຮງງານຊີມັງຢູ່ເມືອງມະຫາໄຊ ແຂວງຄໍາມ່ວນ, ພໍດີເຂົາຕ້ອງການຊາຍ ເພື່ອໄປເປັນສ່ວນປະກອບໃນຂັ້ນຕອນການຜະລິດຊີມັງ, ຕົນເອງກໍເລີຍເປີດບໍລິສັດ ເຊິ່ງໄດ້ລົງທຶນໄປຫຼາຍສົມຄວນ.

ຂັ້ນຕອນທໍາອິດທີ່ສໍາຄັນ ແລະຈໍາເປັນ ແມ່ນການຍື່ນເອກະສານຂໍເປີດບໍລິສັດ, ເຊິ່ງຂັ້ນຕອນນີ້ ຜູ້ປະກອບການໄດ້ຍື່ນເອກະສານຫາພະແນກແຜນການ ແລະການລົງທຶນຂອງແຂວງ ແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງຕາມແຕ່ລະຂັ້ນຕອນ ໂດຍມີເງິນຄໍ້າປະກັນຢູ່ໃນບັນຊີທະນາຄານ 3 ຕື້ກີບ (ໃນເວລານັ້ນ 1 ໂດລາ ເທົ່າກັບ 7,500 ກິບ) ບວກກັບເຄື່ອງກົນຈັກ ທີ່ຈະຕ້ອງໃຊ້ເຂົ້າໃນການດໍາເນີນທຸລະກິດແຮ່ຊາຍ ທີ່ຈໍາເປັນຕ້ອງມີໃຫ້ຄົບຊຸດ, ເຊິ່ງປະກອບມີເຮືອສໍາລັບດູດຊາຍຢູ່ລໍາແມ່ນໍ້າຂອງ 1 ລໍາ, ລົດຈົກ 2 ຄັນ, ລົດ 10 ລໍ້ 4 ຄັນ, ລົດ 6 ລໍ້ 1 ຄັນ. ໃນເວລານັ້ນ ສະເພາະລົດສິບລໍ້ນຶ່ງຄັນທີ່ຜູ້ປະກອບການຊື້ເຂົ້າມາ ແມ່ນມີລາຄາ 60,000 ໂດລາ.

ຜູ້ປະກອບການກ່າວວ່າ ທຸລະກິດດັ່ງກ່າວ ເປັນການລົງທຶນຫຼາຍ ແຕ່ບໍ່ແມ່ນທຸລະກິດຂະໜາດໃຫຍ່ທີ່ເໝົາຂາດໂຕ ເພາະຫຼາຍໆຄົນທີ່ມີຄວາມສາມາດ ແລະຢາກປະກອບການດ້ານນີ້ ແມ່ນເຂົ້າມາດໍາເນີນທຸລະກິດໄດ້.

ຢ່າງໃດກໍດີ, ການດູດຊາຍ ແມ່ນມີກໍານົດຕາມລະດູການ ເຊິ່ງທາງໂຍທາແຂວງ ໄດ້ອອກກໍານົດໃຫ້ວ່າ ຜູ້ປະກອບການ ດູດຫິນ-ດູດຊາຍ ສາມາດດໍາເນີນກິດຈະ ການໄດ້ ໃນຊ່ວງວັນທີ 1 ພະຈິກ ຫາ ວັນທີ 30 ມິຖຸນາເທົ່ານັ້ນ, ໂດຍເວລາທີ່ດູດໄດ້ ຈະຕ້ອງເປັນຊ່ວງເວລາແຕ່ 6 ໂມງເຊົ້າ ຫາ 6 ໂມງແລງ.

ຜູ້ປະກອບການກ່າວວ່າ ທາງບໍລິສັດຂອງນາງຈະມີສະຖານທີ່ສໍາລັບເກັບຫິນ ແລະຊາຍທີ່ດູູດຂຶ້ນມາໄວ້ຍາມລະດູເປີດ, ແລະຈະຂາຍໃນສ່ວນທີ່ດູດຂຶ້ນມາໄວ້ນັ້ນ ສໍາລັບຊ່ວງລະດູຝົນເຊັ່ນກັນ. ຜູ້ປະກອບການກ່າວວ່າ ພຽງພໍຕໍ່ຄວາມຕ້ອງການຂອງລູກຄ້າຕະຫຼອດເວລາ ເຖິງແມ່ນຈະບໍ່ແມ່ນຊ່ວງທີ່ດູດຫິນ-ດູດຊາຍກໍຕາມ ເພາະໃນລາວ ຈະບໍ່ຄ່ອຍມີການກໍ່ສ້າງໃນຍາມລະດູຝົນ, ເຊິ່ງນາງໄດ້ກ່າວວ່າ:

“ເຮົາຂຸດຄົ້ນມາເພື່ອຍາມຝົນຢູ່ແລ້ວ ຈະມີສະຕັອກໄວ້ຢູ່ແລ້ວຫັ້ນໜາ, ເດືອນ 7 ເດືອນ 6 ເດືອນ 9 ເດືອນ 10 ເນາະ ທີ່ຂຸດຄົ້ນບໍ່ໄດ້ ເຮົາກໍຂຸດຄົ້ນເພື່ອໂຕນີ້ນໍາ, ສ່ວນຫຼາຍກໍບໍ່ໄດ້ຂາຍດອກ ເພາະວ່າຍາມຝົນຢູ່ບ້ານເຮົາ ເຂົາເຈົ້າກໍບໍ່ຄ່ອຍກໍ່ສ້າງຢູ່ແລ້ວເນາະ ກະສ່ວນໜ້ອຍຫັ້ນໜາ.”

ການເຮັດທຸລະກິດ ຂາຍແຮ່-ຊາຍ ຢູ່ໃນລາວ ກໍຖືວ່າເປັນການສ້າງລາຍໄດ້ທີ່ດີຫຼາຍ ໂດຍສະເພາະໃນຊ່ວງທີ່ມີການເລີ້ມຕົ້ນທຸລະກິດຂອງພາກອຸດສາຫະກໍາຂະໜາດໃຫຍ່, ສະນັ້ນ ຈຶ່ງເຮັດໃຫ້ຫຼາຍຄົນຢາກເຂົ້າມາປະກອບການໃນທຸລະກິດພາກສ່ວນນີ້ຫຼາຍຂຶ້ນ, ດັ່ງນັ້ນ ຈຶ່ງຫຼີກລ່ຽງບໍ່ໄດ້ທີ່ຈະມີການແຂ່ງຂັນ ໂດຍສະເພາະ ເລື້ອງການຈໍາໜ່າຍຂອງຕະຫຼາດ, ຢ່າງໃດກໍຕາມນາງກ່າວວ່າ ບາງຄັ້ງ ໃນຂົງເຂດດຽວກໍມີຫຼາຍບໍລິສັດເກີນໄປ, ໂດຍນາງກ່າວວ່າ:

“ບ່ອນຂຸດຄົ້ນແຮ່ຊາຍຫັ້ນມັນຫຼາຍບ່ອນ ຕິດກັນເລີຍ, ເມືອງຫິນບູນມັນຈະເປັນເມືອງນ້ອຍ ການກໍ່ສ້າງມັນຈະບໍ່ຫຼາຍຄືຢູ່ເມືອງທ່າແຂກ. ບໍ່ເຂົ້າໃຈຄືກັນວ່າ ບໍລິສັດແຮ່ຊາຍຫັ້ນມັນຄືຫຼາຍບ່ອນ ເຂົາເຈົ້າຄືວ່າອະນຸຍາດໃຫ້ມີຫຼາຍບ່ອນແທ້ຫັ້ນໜາ ຕິດໆກັນເລີຍ, ບໍລິສັດເຮົາຈະເປັນບໍລິສັດທີສາມນໍ້ ທີ່ຢູ່ໃກ້ໆໃນໂຊນບໍລິເວນດຽວກັນຫັ້ນໜາ. ມາປີນີ້ລະແຮງຫຼາຍ ເຂົາເຈົ້າຂໍອະນຸຍາດຍັງບໍ່ຜ່ານ ແຕ່ເຂົາເຈົ້າກໍມາຂຸດຄົ້ນແລ້ວແບບນີ້ຫັ້ນໜາ, ແຖວໂຊນເຮົາມັນຊິມີ 6 ບໍລິສັດ 7 ບໍລິສັດພຸ້ນນະ, ຈາກ 3 ລະມາເປັນ 7 ຈັງຊີ້ນິນະ.”

ອີກຢ່າງນຶ່ງ, ບັນຫາສະພາບເງິນທີ່ອ່ອນໂຕ ແລະລາຄານໍ້າມັນທີ່ຂຶ້ນຫຼາຍເທົ່າ ຍິ່ງເຮັດໃຫ້ຜູ້ປະກອບການ ພະຍາຍາມປັບປ່ຽນທຸລະກິດໃຫ້ເຂົ້າກັບສະພາບ ໂດຍການປ່ຽນແປງວິທີການຈໍາໜ່າຍຫຼາຍຂຶ້ນ ຕົວຢ່າງ: ເມື່ອກ່ອນນໍ້າມັນລົດ 1 ລິດ ປະມານ 6,000-7,000, ປັດຈຸບັນ ນໍ້າມັນລົດມີລາຄາ 20,000 ກວ່າພັນ ສະນັ້ນ ລາຄາຂອງຫິນ-ຊາຍ ກໍຕ້ອງສູງຂຶ້ນ ເພາະບວກຄ່າຂົນສົ່ງເຂົ້າໄປນໍາ. ດັ່ງນັ້ນ ນາງຈຶ່ງປ່ຽນມາເປັນບໍລິການຢູ່ບໍເວນທີ່ໃກ້ຄຽງແທນ.

ສໍາລັບອາກອນທີ່ນາງຕ້ອງເສຍໃຫ້ພາກລັດນັ້ນ ນາງກ່າວໃຫ້ຟັງດັ່ງນີ້: ອາກອນເງິນເດືອນພະນັກງານ ທີ່ນາງຈະຕ້ອງເສຍໃນທຸກໆເດືອນ ທີ່ພວກເຂົາເຈົ້າຮັບ ໃນຫຼັກການເງິນເດືອນຂັ້ນຕໍ່າ 2 ລ້ານ, ໝາຍຄວາມວ່າ ຖ້າຜູ້ກ່ຽວໄດ້ຮັບເງິນເດືອນເກີນນັ້ນ ສ່ວນເກີນຈະເສຍພາສີ ເຂົ້າພາກລັດ 5 ເປີເຊັນ. ອາກອນລາຍໄດ້ຂອງບໍລິສັດ, ຜູ້ປະກອບການຈະຕ້ອງເສຍ 10 ເປີເຊັນ, ແລະອາກອນກໍາໄລ ທາງບໍລິສັດຈະຕ້ອງເສຍອາກອນໃຫ້ພາກລັດ 24 ເປີເຊັນ, ເຊິ່ງນາງບອກວ່າ ກໍາໄລໂດຍສະເລ່ຍໃນແຕ່ລະປີຈະມີປະມານ 300 ລ້ານກີບ.

ເຖິງວ່າລະບົບເສດຖະກິດຢູ່ໃນ ສປປ ລາວ ຈະບໍ່ຄ່ອຍດີປານໃດ ເມື່ອສົມທຽບໃສ່່ຊ່ວງກ່ອນການລະບາດຂອງພະຍາດໂຄວິດ, ແຕ່ຜູ້ປະກອບການກໍບອກວ່າ ຍັງຖືວ່າດີຢູ່ ເພາະເງິນທຶນຂອງຕົນທີ່ລົງທຶນໄປ ມັນຍັງໝູນວຽນຢູ່ໃນທຸລະກິດ ບວກກັບປະສົບການ ແລະດໍາເນີນການມາເປັນເວລາດົນນານ ກໍຍັງເປັນທີ່ຮູ້ຈັກ ແລະໄວ້ໃຈຂອງລູກຄ້າຫຼາຍຢູ່ ເຖິງແມ່ນວ່າ ຈະພົບກັບບັນຫາໃນບາງຄັ້ງກໍຕາມ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG