ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກນິຍົມ ຣັດເຊຍ ສັງຫານ ທະຫານ​ຢູ​ເຄຣນ ຢ່າ​ງນ້ອຍ 8 ຄົນ​ (ສະໄລດ໌/ວີດີໂອ)


Ukraine SOTVO
please wait
Embed

No media source currently available

0:00 0:00:34 0:00
ພວກ​ຫົວ​ແບ່ງແຍກ​ດິນ​ແດນ ທີ່​ສະໜັບສະໜຸນຣັດ​ເຊຍ ​ໄດ້​ປະ​ທະ
​ກັນກັບກອງ​ກຳລັງ​ຢູ​ເຄຣນ​ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະເທດ
ທີ່​ເຮັດ​ໃຫ້​ທະຫານ​ຢູ​ເຄຣນຢ່າ​ງນ້ອຍ 8 ຄົນ​ເສຍ​ຊີວິດ ​ແລະ​ອີກ
17 ຄົນ​ບາດ​ເຈັບ.

ກະຊວງ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ຢູ​ເຄຣນ​ ໄດ້​ກ່າວ​ໃນ​ວັນ​ພະຫັດ
ມື້​ນີ້ວ່າ ​ຄວາມ​ຮຸນ​ແຮງ​ທີ່​ໄດ້​ເກີດ​ຂຶ້ນ​ໃນຄືນແລ້ວນີ້ ​ໂດຍ​ທີ່ພວກຫົວ​ແບ່ງແຍກ​ດິນ​ແດນ
ໄດ້ໃຊ້ ​ປືນຍິງລະ​ເບີດ​ແລະປືນ​ຄົກໂຈ​ມຕີ​ພວກ​ທະຫານຢູ່ຕາມດ່ານກວດແຫ່ງຕ່າງໆ ​
ໃນເຂດ Donetsk.

​ມີທະຫານ​ຄົນ​ນຶ່ງໄດ້​ຖືກ​ສັງຫານ ​ແລະ​ອີກ 2 ຄົນ ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີ ຢູ່​ໃນ​ເຂດ Luhansk.

​ນອກນັ້ນ ໃນວັນພະຫັດ​ມື້​ນີ້ ຫົວໜ້າ​ອົງການ​ເນ​ໂຕ້ ທ່ານ Anders Fogh Rasmussen ກ່າວ​ວ່າ ​ໄດ້​ມີການເຄື່ອນໄຫວບາງຢ່າງ​ຂອງ​ພວກ​ທະຫານ​ຣັດເຊຍ ໃກ້ໆ​ກັບ​ຊາຍແດນ
​ຢູ​ເຄຣນ ທີ່​ອາດ​ແນະໃຫ້ເຫັນວ່າ “ກຳລັງເຫຼົ່ານີ້ພວມກະກຽມທີ່ຈະຖອນກັບຄືນ.”
ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ​ໄດ້​ທຳ​ການ​ປະ​ທ້ວງ​ ຕໍ່​ການ​ສົ່ງ​ກອງ​ກຳລັງ​ທະຫານ​ຫຼາຍ​ພັນ​ຄົນ ​ໄປ​ຍັງຂົງ​ເຂດ​ດັ່ງກ່າວ ທີ່​ສ້າງຄວາມ​ເປັນຫວ່ງກັງວົນຢ້ານວ່າຣັດ​ເຊຍ ອາດ​ຈະ​ກຽມ​ການ ໃຫຍ່​ທີ່ຈະຮຸກຮານເຂົ້າໄປໃນຢູ​ເຄຣນ ຫຼັງ​ຈາກ​ທີ່​ໄດ້​ຍຶດ​ເອົາ​ເຂດ​ໄຄຣ​ເມຍ ມາເປັນຂອງຕົນ ​ໃນ​ເດືອນ​ມີນາ​ຜ່ານ​ມາ​ນີ້.
ນັກທຸລະກິດທີ່ຮັ່ງມີ (ຊ) ພົບກັບ ປະຊາຊົນ 17 ພຶດສະພາ 2014.
ນັກທຸລະກິດທີ່ຮັ່ງມີ (ຊ) ພົບກັບ ປະຊາຊົນ 17 ພຶດສະພາ 2014.

​ເຈົ້າ​ໜ້າ​ທີ່ຣັດ​ເຊຍ​ໄດ້​ກ່າວຫຼາຍໆ​ຄັ້ງ​ ໃນ​ໄລຍະຫຼາຍສັບປະດາ
​ຜ່ານ​ມານີ້​ວ່າທະຫານຂອງຕົນ​ ຈະ​ຖອນ​ອອກ​ຈາກ​ເຂດຊາຍ​
ແດນ.

ທ່ານ Rasmussen ​ໄດ້​ກ່າວ​ຜ່ານທາງ Twitter ໃນວັນພະຫັດ
ມື້ນີ້ວ່າ ​ທ່ານ​ຫັວງວ່າການ​ເຄື່ອນໄຫວດັ່ງກ່າວຂອງ​ກອງ​ທະຫານ
​ຣັດເຊຍທີ່​ວ່າ​ນີ້ ​ແມ່ນ​ການ​ເລີີ້ມຕົ້ນ ໃນການ ​ “ຖອນ​ທະຫານ
ທັງໝົດແລະ​ຢ່າງແທ້​ຈິງ​”
​ແຕ່​ຂະນະດຽວກັນກໍໄດ້ເຕືອນ​ວ່າ
​ກອງ​ທະຫານ​ສ່ວນໃຫຍ່ຂອງຣັດ​ເຊຍ​ນັ້ນ ຍັງ​ປະຈຳການຢູ່ໃກ້ໆ
​ກັບ​ຊາຍ​ແດນ​ຢູເຄຣນ.

ທ່ານ ​ຮຽກຮ້ອງ​ໃຫ້ຣັດ​ເຊຍ ​ປະຕິບັດຕາມພັນທະຂອງນາໆ​ຊາດ​ທີ່ຕົນໄດ້ໃຫ້​ໄວ້ໂດຍສະ
ເພາະ​ໃນໄລຍະ​ທີ່​ຢູ​ເຄຣນ ກຳລັງ​ກະກຽມ​ທີ່​ຈະ​ປ່ອນ​ບັດ​ເລືອກ​ຕັ້ງ​ປະທານາທິບໍດີໃນ​ວັນ​ອາທິດ​ຈະ​ມາ​ ເຖິງ​ນີ້.​
XS
SM
MD
LG