ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ໃກ້ຈະຕັດສິນໃຈ ກ່ຽວກັບ ຍຸດທະສາດ ຢູ່ ອັຟການິສຖານ


ລັດຖະມົນຕີປ້ອງກັນປເທດ ສະຫະລັດ ທ່ານ Jim Mattis ພວກນັ່ງຟັງ ຢູ່ທີ່ລັດຖະສະພາ.
ລັດຖະມົນຕີປ້ອງກັນປເທດ ສະຫະລັດ ທ່ານ Jim Mattis ພວກນັ່ງຟັງ ຢູ່ທີ່ລັດຖະສະພາ.

ບັນດາ​ຜູ້​ເຮັດ​ນະ​ໂຍບາຍຂອງ​ສະຫະລັດ ​ແມ່ນ “ໃກ້​ແລ້ວ” ​ໃນ​ການ​ອອກ​ຍຸດ​ທະ​ສາດ
ໃໝ່ ທາງທະຫານໃນອັຟການິສຖານແລະເອເຊຍໃຕ້ ແຕ່ທາງເລືອກຍັງເລີ້ມແຕ່ການ
ຖອນ ໄປຫາການເພີ້ມ ການກາງຕໍ່ອາໄສການກຳລັງຮັກສາຄວາມປອດໄພຈາກພວກ
ສັນຍາຈ້າງເອກກະຊົນ.

“ຂ້າ​ພະ​ເຈົ້າ​ເຊື່ອວ່າພວກ​ເຮົາ​ໃກ້ແລ້ວ" ລັດຖະມົນຕີ​ປ້ອງກັນ​ປະ​ເທດ ທ່ານ Jim Mattis
ກ່າວຕໍ່​ບັນດາ​ນັກ​ຂ່າວ ໃນ​ຕອນ​ແຫລ​ງວັນ​ຈັນ​ວານ​ນີ້ ຢ່າງລະມັດລະວັງ ກ່ຽວ​ກັບ​ທາງ​
ເລືອກຕ່າງ​ໆ ທີ່​ຍັງ​ຢູ່​ພາຍ​ໃຕ້​ການ​ພິຈາລະນາ.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ກຳລັງ​ເລືອກ​ເອົາທາງ​ເລືອກ​ແຕ່ລະ​ຢ່າງ​ແບບ​ລະມັດລະວັງ ​ເພື່ອ​
ທ່ານ​ສາມາດເຫັນ​ ທັງ​ທັາງບວກ​ແລະ​ທາງ​ລົບ​ຂອງ​ແຕ່ລະ​ຢ່າງ.”

ປັດ​ຈຸບັນ​ນີ້ສະຫະລັດ​ມີ​ທະຫານປະມານ 8,400 ຄົນ ​ຢູ່​ໃນ​ອັ​ຟກາ​ນິສຖານ ​ເພື່ອ​ໃຫ້ການ
​ຊ່ວ​ຍ​ເຫລືອ​ແກ່​ກຳລັງ​ສູ້​ລົບ​ອັຟກາ​ນິສຖານກັບ​ພວກຕາ​ລິ​ບານ ​ໃນ​ຂະນະ ​ທີ່​ຍັງ​ແນ​ເປົ້າ
​ໝາຍ​ໃສ່ພວກ​ຫົວຮຸນ​ແຮງ ທີ່ເປັນ​ພັນທະ​ມິດກັບພວກ al-Qaida ແລະ​ພວກ​ກຸ່ມ​ກໍ່​ການ
​ຮ້າຍ​ລັດ​ອິສລາມ.

​ແຜ​ນການ​ທີ່​ຈະ​ສົ່ງ​ທະຫານ​ໄປ​ຕື່ມ​ອີກ 4,000 ຄົນ​ເພື່ອ​ຊຸກຍູ້​ຄວາມ​ພະ​ຍາ​ຍາມ​ສະຫະ
ລັດຢູ່​ທີ່​ນັ້ນ ທີ່​ໄດ້​ມີ​ການ​ຊັກ​ຊ້າ​ໃນ​ຂະນະ​ທີ່​ບັນດາ​ຜູ້​ວາງ​ແຜນ​ທະຫານ​ທີ່​ທຳນຽບຂາວ​
ທົບທວນ​ເບິ່ງ​ທາງ​ເລືອກ​ຕ່າງໆ.

ອັນ​ນຶ່ງ​ທີ່​ອາດ​ເປັນ​ໄປ​ໄດ້​ທີ່​ລາຍ​ງານ​ກ່າວວ່າ​ ໄດ້ໃຫ້ຄວາມ​ສົນ​ໃຈ​ແກ່​ປະທານາທິບໍດີ
ກໍ​ແມ່ນ​ຂໍ້​ສະ​ເໜີ​ທີ່ຈະ​ຫລຸດຜ່ອນ​ການ​ກາງ​ຕໍ່​ອາ​ໄສຂອງ​ສະຫະລັດ ຕໍ່​ກຳ ລັງທະຫານ
ຂອງ​ຕົນ ​ແລະ​ຫັນ​ໜ້າ​ໄປໃຊ້​ພວກສັນຍາ​ຈ້າງ​ເອກ​ກະ​ຊົນ​ແທນ.

​ແຜນ​ນຶ່ງ​ທີ່​ພະ​ຍາຍາມ​ຈະ​ຊຸກ​ຍູ້ໂດຍ​ຜູ້ກໍ່ຕັ້ງ​ອົງການ​ຮັກສາ​ຄວາມ​ປອດ​ໄພ​ເອກ​ກະ​ຊົນ
ທີ່​ຮູ້​ກັນ​ໃນ​ອະດີດ​ວ່າ Blackwater ຮຽກຮ້ອງ​ໃຫ້​ທົດ​ແທນ​ທະຫານ​ສະຫລັດ ດ້ວ​ຍພວກ
​ສັນຍາ​ຈ້າງປະມານ 5,000 ຄົນ ຜູ້ໜູນ​ຫລັງ​ໂດຍເຮືອບິນ 90 ລຳ ທີ່​ເປັນ​ກຳລັງ​ອາກາດ
ເອກ​ກະ​ຊົນ.

ຜູ້​ກໍ່​ຕັ້ງບໍລິສັດ Blackwater ທ່ານ Erik Price ​ໄດ້​ກ່າວ​ຕໍ່ວີ​ໂອ​ເອ ພະ​ແນ​ກ ອັຟກາ​ນິສ
ຖານ​ວ່າ “ປັດຈຸບັນ​ນີ້​ສະຫະລັດ ກຳລັງ​ໃຊ້​ຈ່າຍ​ຫລາຍ​ກວ່າ​ງົບປະ ມານປ້ອງ​ການ​ປະ​
ເທດ​ທັງ​ໝົດ​ຂອງ​ອັງ​ກິດ ພຽງ​ແຕ່​ຢູ່​ໃນ​ອັຟກາ​ນີສຖານ. ​ແລະ​ສະຫະລັດ​ບໍ່​ສາມາດທີ່​ຈະ
ດຳ​ເນີນ​ຕະຫລອດ​ໄປ.”

ທ່ານ Prince ​ໄດ້​ກ່າວ​ເຖິງການ​ປະຕິ​ບັດ​ຂອງ​ວໍ​ຊິງ​ຕັນ ​ໃນ​ປັດຈຸບັນ​ວ່າ “ສົບ​ສົນ​ທີ່​ສຸດ
​ແລະ​ບໍ່​ມີ​ການຈັດຕັ້ງ” ​ແລະ​ກ່າວ​ວ່າ​ແຜນ​ຂອງ​ທ່ານ​ຈະ​ເຮັດ​ໃຫ້ວຽກ​ການເປັນ​ທີ່​ສຳ​ເລັດ
ໜ້ອຍ​ກວ່າ 10 ພັນ​ລ້ານ​ຕໍ່​ປີ.

ລັດຖະບານ​ອັຟກາ​ນິສຖານ​ຍັງ​ບໍ່​ທັນ​ໄດ້​ຕອບ​ຢ່າງ​ເປັນ​ທາງ​ການ​ຕໍ່​ຂໍ້​ສະ​ເໜີ. ​ແຕ່​ເຈົ້າ​ໜ້າ
​ທີ່​ປ້ອງ​ກັນ​ປະ​ເທດ​ຂັ້ນ​ສູງ​ຄົນ​ນຶ່ງ ​ກ່າ​ວຕໍ່ ວີ​ໂອ​ເອວ່າ “​ແຜນ​ດັ່ງກ່າວ​ມີ​ບັນຫາ​ດ້ານ​ກົດໝາຍ
​ແລະໄດ້​ຕັ້ງ​ຄໍາ​ຖາມ​ກ່ຽວ​ກັບ​ຂໍ້​ຕົກລົງຄວາມ​ປອດ​ໄພຮ່ວມ​ກັບ​ສະຫະລັດ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG