ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກຢືນຢັນວ່າ GDP ຂອງ ລາວ ໃນປີ 2021 ຈະຂະຫຍາຍຕົວເພີ່ມຂຶ້ນ ທີ່ອັດຕາສະເລ່ຍ 3 ເປີເຊັນ


ເງິນຕາຕ່າງປະເທດ ໃບນຶ່ງຮ້ອຍໂດລາສະຫະລັດ.
ເງິນຕາຕ່າງປະເທດ ໃບນຶ່ງຮ້ອຍໂດລາສະຫະລັດ.

ນາຍົກລັດຖະມົນຕີ ຢືນຢັນວ່າຍອດຜະລິດຕະພັນລວມພາຍໃນຂອງ ລາວ ໃນປີ 2021 ຈະຂະຫຍາຍຕົວເພີ່ມຂຶ້ນທີ່ອັດຕາສະເລ່ຍ 3 ເປີເຊັນຊຶ່ງຕໍ່າກວ່າເປົ້າໝາຍທີ່ວາງໄວ້ທີ່ລະດັບ 4 ເປີເຊັນຍ້ອນຜົນກະທົບຈາກການລະບາດ COVID-19.

ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີຖະແຫຼງວ່າລັດຖະບານ ລາວ ໄດ້ດຳເນີນໃນທຸກວິທີທາງ ເຂົ້າໃນການຈັດຕັ້ງປະຕິບັດເພື່ອໃຫ້ບັນລຸຄາດໝາຍທີ່ວາງໄວ້ໃນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນປີ 2021 ໂດຍສະເພາະແມ່ນການຮັບປະກັນເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງດ້ວຍການແກ້ໄຂບັນຫາຫຍຸ້ງຍາກທາງການເງິນ ແລະ ການຂາດແຄນເງິນຕາຕ່າງປະເທດນັ້ນ ກໍຄືມາດຕະການທີ່ສຳຄັນທີ່ໄດ້ດຳເນີນຄຽງຄູ່ກັບການຈັດເກັບລາຍຮັບເຂົ້າງົບປະມານ ແລະການຂະຫຍາຍການຮ່ວມມືກັບພາກເອກະຊົນເຂົ້າໃນການແກ້ໄຂບັນຫາໜີ້ສິນຂອງລັດຖະບານໄດ້ໃນລະດັບຄາດໝາຍ ຫາກແຕ່ວ່າການລະບາດພະຍາດໄວຣັສ COVID-19 ທີ່ສົ່ງຜົນກະທົບຕໍ່ທຸກພາກສ່ວນໃນ ລາວ ນັ້ນກໍໄດ້ເຮັດໃຫ້ລັດຖະບານບໍ່ສາມາດບັນລຸຄາດໝາຍການເຕີບໂຕທາງເສດຖະກິດ (GDP) ທີ່ວາງໄວ້ທີ່ອັດຕາສະເລ່ຍ 4 ເປີເຊັນໃນປີ 2021 ນີ້ ແຕ່ຈະສາມາດບັນລຸໄດ້ທີ່ອັດຕາສະເລ່ຍ 3 ເປີເຊັນດັ່ງທີ່ ທ່ານພັນຄຳ ໃຫ້ການຢືນຢັນວ່າ

“ໄດ້ພະຍາຍາມສ້າງລາຍຮັບຄຸ້ມຄອງລາຍຈ່າຍສູ້ຊົນຊຳລະສະສາງໜີ້ສິນ ທັງພາຍໃນ ແລະ ຕ່າງປະເທດ ໂດຍລັດຖະບານໄດ້ລະດົມການປະກອບສ່ວນຂອງຜູ້ປະກອບການພາຍໃນເຂົ້າຮ່ວມໃນຂະບວນການຊໍາລະສະສາງໜີ້ສິນຕໍ່ຕ່າງປະເທດໄດ້ສຳເລັດຕາມແຜນການ ໂດຍສາມາດປະຄັບປະຄອງບໍ່ໃຫ້ເສດຖະກິດຂອງປະເທດເຮົາຕົກເຂົ້າສູ່ສະພາບວິກິດ ພ້ອມກັນນີ້ກະໄດ້ສ້າງພື້ນຖານສຳຄັນຈຳນວນນຶ່ງ ເພື່ອບືນຕົວກ້າວຕໍ່ໄປຄາດວ່າໝົດປີ 2021 ນີ້ GDP ຈະຂະຫຍາຍຕົວລະດັບ 3​ ເປີເຊັນ.”

ສ່ວນທະນາຄານພັດທະນາເອເຊຍ (ADB) ໄດ້ປັບຫຼຸດຄາດໝາຍການຂະຫຍາຍຕົວທາງເສດຖະກິດໃນ ລາວ ຈາກລະດັບ 4 ເປີເຊັນ ລົງມາທີ່ລະດັບ 2.3 ເປີເຊັນ ສ່ວນອັດຕາເງິນເຟີ້ກໍຈະສູງກວ່າ 5 ເປີເຊັນໃນຕະຫຼອດປີ 2021 ຍ້ອນລັດຖະບານຈັດເກັບລາຍຮັບໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ ກໍຄືຂະນະທີ່ລັດຖະບານ ລາວ ໄດ້ວາງແຜນການທີ່ຈະຈັດເກັບລາຍຮັບໃຫ້ໄດ້ 27,629 ຕື້ກີບ ຄິດເປັນ 15.13 ເປີເຊັນຂອງ GDP ແລະ ຈະຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 31.583 ຕື້ກີບ ຄິດເປັນ 17.3 ເປີເຊັນຂອງ GDP ເພື່ອຈະຄວບຄຸມການຂາດດຸນດ້ານງົບປະມານໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 3,954 ຕື້ກີບ ຄິດເປັນ 2.17 ເປີເຊັນຂອງ GDP ຫາກແຕ່ກໍຄາດໝາຍວ່າລັດຖະບານ ລາວ ຈະສາມາດຈັດເກັບລາຍຮັບໄດ້ບໍ່ເກີນ 86 ເປີເຊັນຂອງແຜນການປີ 2021 ນີ້.

ຍິ່ງໄປກວ່ານັ້ນ ທຶນສຳຮອງເງິນຕາຕ່າງປະເທດຂອງ ລາວ ກໍໄດ້ປັບຕົວຫຼຸດລົງຢ່າງຕໍ່ເນື່ອງ ຊຶ່ງມີສາເຫດມາຈາກການຂາດດຸນການຄ້າຕ່າງປະເທດທີ່ເພີ່ມຂຶ້ນ ສົມທົບດ້ວຍການຂາດດຸນບັນຊີເງິນຕາຕ່າງປະເທດ 9.4 ເປີເຊັນຂອງ GDP ເຮັດໃຫ້ທຶນສຳຮອງເງິນຕາຂອງ ລາວ ເຫຼືອພຽງ 1,207 ລ້ານໂດລາ ຫຼື ທຽບກັບການນຳເຂົ້າສິນຄ້າຕ່າງປະເທດໄດ້ພຽງ 2 ເດືອນ ແລະ ເຮັດໃຫ້ລັດຖະບານ ລາວ ຕ້ອງກູ້ຢືມຈາກຕ່າງປະເທດ ເພື່ອນຳມາດຸ່ນດ່ຽງລາຍຈ່າຍທີ່ສູງກວ່າລາຍຮັບນັ້ນ ຈຶ່ງຄາດວ່າ ໜີ້ຕ່າງປະເທດຂອງລັດຖະບານ ລາວ ຈະເພີ່ມຂຶ້ນເປັນ 15,500 ລ້ານໂດລາ ຄິດເປັນເກີນກວ່າ 70 ເປີເຊັນ GDP ໃນປີ 2021 ຢ່າງແນ່ນອນ.

ທັງນີ້ລັດຖະບານລາວຕ້ອງການເງິນຕາຕ່າງປະເທດ 4,000 ລ້ານໂດລາສະຫະລັດຕໍ່ປີແຕ່ສາມາດປະຕິບັດໄດ້ແທ້ພຽງ 50 ເປີເຊັນເຮັດໃຫ້ສະຖາບັນ Moody’s Investor Service ໄດ້ປັບລົດລະດັບໜີ້ສິນຂອງລັດຖະບານລາວ ຈາກລະດັບທີ່ມີຄວາມຫວັງວ່າ ຈະພັດທະນາໄດ້ດີຂຶ້ນນັ້ນ ລົງມາເປັນລະດັບທີ່ຕິດລົບ ຫຼືພັດທະນາໃຫ້ດີຂຶ້ນໄດ້ຍາກ ພາຍໃຕ້ສະພາບການດັ່ງກ່າວນີ້ ເຮັດໃຫ້ລັດຖະບານລາວ ຕ້ອງເລັ່ງເສີມຂະຫຍາຍການພົວພັນຕ່າງປະເທດຢ່າງກວ້າງຂວາງ ເພື່ອເຮັດໃຫ້ໄດ້ຮັບການຊ່ວຍເຫຼືອເກີນກວ່າ 4,000 ລ້ານໂດລາສະຫະລັດ ໃນຊ່ວງປີ 2021-2025.

ສ່ວນສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ປະເມີນວ່າທຸລະກິດບໍລິການ ແລະ ທ່ອງທ່ຽວ ໃນລາວ ສູນເສຍລາຍຮັບກວ່າ 700 ລ້ານໂດລາສະຫະລັດ ເພາະວ່າບໍ່ມີນັກທ່ອງທ່ຽວເດີນທາງມາລາວ ນັບແຕ່ເດືອນເມສາ 2020 ອັນເປັນຜົນກະທົບໂດຍກົງຈາກການລະບາດໄວຣັສໂຄວິດ-19 ທັງຍັງເຮັດໃຫ້ທຸລະກິດລາວ ເກີດການສູນເສຍເກີນກວ່າ 7,000 ຕື້ກີບ ແລະສົ່ງຜົນກະທົບຕໍ່ໜ່ວຍທຸລະກິດ 128,690 ລາຍໃນທົ່ວປະເທດ ທີ່ຖືເປັນຜົນກະທົບຮຸນແຮງທີ່ສຸດ ນັບແຕ່ປີ 1975 ທັງຕ້ອງໃຊ້ເວລາຟື້ນຟູອີກຫຼາຍປີ.

XS
SM
MD
LG