ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອິສະລະພາບ ດ້ານການຂ່າວ ໃນເອເຊຍ ຕາເວັນອອກ


5 ປະເທດ ໃນເຂດເອເຊຍຕາເວັນອອກ ມີຊື່ຢູ່ໃນບັນຊີ ທີ່ກຸ່ມປົກປ້ອງສື່ມວນຊົນ “ນັກຂ່າວບໍ່ມີພົມແດນ” ເອີ້ນວ່າ ເປັນພວກບຽດບຽນ ອິສະລະພາບ ດ້ານການຂ່າວ ຮ້າຍແຮງທີ່ສຸດ ໃນໂລກ.

ປະເທດເຫລົ່ານີ້ ແມ່ນປະກອບດ້ວຍ ຈີນ ພ້ອມກັບ ປະທານປະເທດ ຫູຈິນເທົາ, ມຽນມາ ພ້ອມກັບນາຍພົນ THAN SHWE ຜູ້ນຳທະຫານ ທີ່ປົກຄອງ ປະເທດດັ່ງກ່າວ, ເກົາຫລີເໜືອ ພ້ອມກັບ ທ່ານກິມ-ຈົງ-ອິລ ຜູ້ນຳສູງສຸດ ຂອງປະເທດ, ວຽດນາມ ພ້ອມກັບ ຜູ້ນຳພັກຄອມມູນິສ ທ່ານນອງ-ດຶກ-ແໝ່ງ ແລະ ສປປ ລາວ ພ້ອມກັບ ປະທານປະເທດ ຈູມມະລີ ໄຊຍະສອນ.

ນອກນັ້ນແລ້ວ ລາຍຊື່ ພວກລ່ວງລະເມີດ ອິສະລະພາບ ສື່ມວນຊົນ ຂອງອົງການນັກຂ່າວ ບໍ່ມີພົມແດນ ຍັງຮວມທັງ ກຳລັງທະຫານບ້ານ ໃນຟີລິບປິນ ຊຶ່ງກຸ່ມດັ່ງກ່າວ ໄດ້ຖືກຈົດເຂົ້າເປັນ ອັນດັບນຶ່ງ ໃນບັນຊີ ຫລັງຈາກ ພວກເຂົາໄດ້ສັງຫານ ພວກນັກຂ່າວ 30 ຄົນ ທີ່ຕິດຕາມໄປນຳ ຂະບວນລົດ ພວກນັກການເມືອງ ໃນພາກໃຕ້ ປະເທດຟີລິບປິນ ໃນເດືອນພະຈິກ ປີກາຍ.

ກຸ່ມປົກປ້ອງສິດທິ ສື່ມວນຊົນ ເວົ້າວ່າ ການໂຈມຕີ ທີ່ວ່ານີ້ ເປັນການສັງຫານໝູ່ ພວກນັກຂ່າວ ທີ່ໃຫຍ່ທີ່ສຸດ ໃນໂລກ ແລະວ່າ ພວກທະຫານບ້ານ ໃນຟີລິບປິນ ມັກຈະຖືກຈ້າງ ໃຫ້ໄປກຳຈັດ ພວກນັກຂ່າວ ຄົນສຳຄັນໆ ທີ່ໄດ້ສ້າງ ຄວາມບໍ່ພໍໃຈ ໃຫ້ແກ່ພວກ ທີ່ມີຊື່ສຽງ ໃນສັງຄົມ.

ອົງການນັກຂ່າວ ບໍ່ມີພົມແດນ ໄດ້ກ່າວຫາ ເຈົ້າໜ້າທີ່ ຟີລິບປິນວ່າ ບໍ່ກ້າທຳການ ຕັດສິນໃຈ ທາງການເມືອງ ທີ່ຈະດຳເນີນຄະດີ ພວກຮັບຜິດຊອບ ໃນການສັງຫານດັ່ງກ່າວ ແລະວ່າ ວັດທະນະທຳ ໃນການບໍ່ລົງໂທດ ພວກກະທຳຄວາມຜິດ ​ແມ່ນ​ຄອບ​ງຳ​ ໄປ​ທົ່ວ.

XS
SM
MD
LG