ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ອິດ​ສະ​ຫຼະ​ພາບ​ດ້ານ​ການ​ຂ່າວ​ຫຼຸດ​ລົງ ແຕ່​ຍາກ​ທີ່​ຈະ​ໝົດ​ໄປ​ ພວກ​ນັກ​ຂ່າວກ່າວ​ໃນ​ວັນ​ສະ​ຫຼອງ ​ສິດ​ເສ​ລີ​ພາບ​ດ້ານ​ການ​ຂ່າວ​ຂອງ​ໂລກ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ (ຂວາ) ແລະ​ນັກ​ຂຽນ​ຄໍ​ລຳ​ວໍ​ຊິງ​ຕັນ​ໂພ​ສ​​ທ໌ ທ່ານ​ເດ​ວິດ ອີ​ຍາ​ຕີ​ອັ​ສ ລົມ​ກັນ​ໃນ​ລະ​ຫວ່າງວັນ​ອິດ​ສະ​ຫຼະ​ພາບ​ຂ່າວ​ສານ​ຂອງ​ໂລກ ທີ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 3 ພຶດ​ສະ​ພາ 2023. (Liam Scott/VOA)
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ (ຂວາ) ແລະ​ນັກ​ຂຽນ​ຄໍ​ລຳ​ວໍ​ຊິງ​ຕັນ​ໂພ​ສ​​ທ໌ ທ່ານ​ເດ​ວິດ ອີ​ຍາ​ຕີ​ອັ​ສ ລົມ​ກັນ​ໃນ​ລະ​ຫວ່າງວັນ​ອິດ​ສະ​ຫຼະ​ພາບ​ຂ່າວ​ສານ​ຂອງ​ໂລກ ທີ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 3 ພຶດ​ສະ​ພາ 2023. (Liam Scott/VOA)

ສິດ​ເສ​ລີ​ພາບ​ໃນ​ການ​ອອກ​ຂ່າວ​ກຳ​ລັງ​ຖືກ​ຂົ່ມ​ຂູ່​ໃນ​ເວ​ລານີ້ ຫຼາຍກວ່າ​ໃນ​ຍາມ​ໃດ​ໝົດ ແຕ່​ກໍ​ຍັງ​ມີ​ເຫດ​ຜົນ​ສຳ​ລັບ​ຄວາມ​ຫວັງ ພວກ​ນັກ​ຂ່າວ​ກ່າວ​ໃນ​ວັນ​ພຸດ​ວານນີ້ ໃນ​ພິ​ທີ​ລະ​ນຶກ​ເຖິງວັນ​ຄົບ​ຮອບສາມ​ສິບ​ປີ ໃນ​ວັນ​ອິດ​ສະ​ຫຼະ​ພາບ​ ດ້ານ​ຂ່າວ​ສານ​ຂອງ​ໂລກ.

ພວກ​ນັກ​ຂ່າວ ນັກ​ຊ່ຽວ​ຊານ​ດ້ານ​ການ​ຂ່າວ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໄດ້​ໄປ​ເຕົ້າ​ໂຮມ​ກັນ​ທີ່​ສຳ​ນັກ​ງານ​ໃຫຍ່​ຂອງ​ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ດທີ່​ນະ​ຄອນ​ຫຼວງວໍ​ຊິ​ງ​ຕັນ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ທ້າ​ທາຍ​ອັນ​ຮີບ​ດ່ວນ ແລະ​ໄພ​ຂົ່ມ​ຂູ່ ​ທີ່​ພວມ​ປະ​ເຊີນ​ໜ້າ​ກັບ​ພວກ​ນັກ​ຂ່າວຢູ່​ໃນ​ທົ່ວ​ໂລກ ນັບ​ແຕ່​ການ​ຈັບ​ກຸມ​ຄຸມ​ຂັງແລະ​ການ​ໃຫ້​ຂໍ້​ມູນ​ເທັດ ຕະ​ຫຼອດ​ທັງ​ການ​ໂຈມ​ຕີ​ທຳ​ຮ້າຍ​ຮ່າງ​ກາຍ​ແລະ​ໃຊ້​ກົດ​ໝາຍ​ເປັນ​ອາ​ວຸດ.

ວີ​ດີ​ໂອກ່ຽວ​ຂ້ອງ ລາຍ​ງານ​ໂດຍ​ນັກ​ຂ່າວ​ຊິນ​ດີ ເຊນ:

Blinken: Journalists Around the World Are 'Under Siege'
please wait

No media source currently available

0:00 0:02:50 0:00

ການ​ຈັບ​ກຸມ​ນັກ​ຂ່າວ​ອາ​ເມ​ຣິ​ກັນ​ຂອງ​ໜັງ​ສື​ພິມ Wall Street Journal ທ່ານ​ເອ​ແວັນ ເກີ​ຈ​ໂກວິ​ຈ ໃນ​ເດືອນ​ແລ້ວນີ້ິ້​ໂດຍ​ຣັດ​ເຊຍ ໃນ​ຂໍ້​ຫາ​ຈາ​ລະ​ກຳ​ນັ້ນ​ແມ່ນ​ໄດ້​ຖືກ​ປະ​ນາມ​ຢ່າງ​ຂວາງ​ໃນ​ລະ​ຫວ່າງ​ພິ​ທີ​ດັ່ງ​ກ່າວ.

ທ່ານບ​ລິງ​ເກັນ ກ່າວ​ວ່າ “ພວກ​ເຮົາ​ຮູ້​ວ່າ​ພວກ​ນັກ​ຂ່າວ​ຢູ່​ໃນ​ທົ່ວ​ໂລກ​ແມ່ນ​ກຳ​ລັງ​ຖືກ​ໂຈມ​ຕີ​ຢ່າງ​ຮ້າຍ​ແຮງ ຊຶ່ງ​ໃນ​ເວ​ລານີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ຕົວ​ຂອງ​ມັນ​ເອງ​ຢ່າງ​ແຂງ​ຂັນອີກ​ເທື່ອ​ນຶ່ງ ໃນການ​ຈັບ​ກຸມ​ແລະ​ຄຸມ​ຂັງ​ທ່ານເອ​ແວັນ​ຢູ່​ມົ​ສ​ກູ.”

“ພວກ​ເຮົາ​ມີ​ປະ​ເທດ​ນຶ່ງ​ໃນ​ກໍ​ລະ​ນີ​ຂອງ​ຣັດ​ເຊຍ ທີ່​ບໍ່​ຕ່າງ​ຫຍັງ​ກັບ​ປະ​ເທດ​ຕ່າງໆ​ຈຳ​ນວນ​ນຶ່ງ ຊຶ່ງ​ໄດ້​ຈັບ​ຜູ້​ຄົນ​ດ້ວຍ​ຄວາມ​ຜິດ​ພາດ ໃຊ້​ພວກ​ເຂົາ​ເຈົ້າ​ເປັນ​ເຄື່ອງ​ມື​ທາງ​ດ້ານ​ການ​ເມືອງ ໃຊ້​ພວກ​ເຂົາ​ເຈົ້າ​ເປັນ​ເຄື່ອງ​ຕໍ່​ລອງ​ໃນ​ການ​ປະ​ຕິ​ບັດ​ທີ່​ແນ່ນອນ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານບ​ລິງ​ເກັນ​.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG