ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສະເຫຼີມສະຫຼອງ ວັນ​​ປະທານາທິບໍດີ (ເບິ່ງວີດີໂອ)​


ປະທານາທິບໍດີຄົນທໍາອິດຂອງສະຫະລັດ ທ່ານ George Washington
ປະທານາທິບໍດີຄົນທໍາອິດຂອງສະຫະລັດ ທ່ານ George Washington

ຊາວອາ​ເມຣິກັນຈໍ​ານວນຫລາຍລ້ານຄົນ ​ໄດ້ຢຸດ​ງານ​ໃນ​ວັນ​ຈັນມື້​ນີ້​ ​ເນື່ອງ​ໃນ​ວັນຄົບຮອບ
​ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານາທິບໍດີ​ສະຫະລັດ​ຜູ້​ທໍາ​ອິດ ​ຄືທ່ານ George Washington.

ໃນ​ຂະນະ​ທີ່ວັນ​ຢຸດ​ພັກລາດຊະ​ການ​ຢ່າງ​ເປັນ​ທາງ​ການໃນ​ມື້​ນີ້ ​ເປັນ​ການ​ຮັບ​ຮູ້ເຖິງວັນເກີດ
ຂອງປະທານາທິບໍດີ​ George Washington ​ແຕ່​ວັນ​ນີ້​ກໍໄດ້​ຖືກ​ຂະ​ໜານນາມ​ວ່າ​ເປັນ​
Presidents’ Day ຫລື​ວັນ​ປະທານາທິບໍດີ ທີ່ມີຄວາມໝາຍກ້ວາງອອກໄປກວ່ານັ້ນຄື
ເປັນວັນສະເຫຼີມສະຫຼອງ ບັນດາຜູ້ນໍາຂອງປະເທດ.

ເບິ່ງວີດີໂອການສະຫລອງວັນປະທານາທິບໍດີ ຢູ່ Mt Vernon ເຮືອນຂອງ
ມື້ລາງປະທານາທິບໍດີ George Washington:

ໂຮງການລັດຖະບານກາງສ່ວນໃຫຍ່ ແມ່ນປິດ​ໃນ​ມື້​ນີ້ ພ້ອມທັງທະນາຄານ, ຕະຫຼາດຮຸ້ນ​
ແລະໄປສະນີ. ສ່ວນຫ້າງຮ້ານຕ່າງໆນັ້ນແມ່ນວ່າຈະເປີດໃຫ້ບໍລິການແລະຈະມີການລົດ
ລາຄາພິເສດ ເພື່ອເພີ່ມຍອດຂາຍ ເນື່ອງໃນໂອກາດວັນດັ່ງກ່າວນີ້.

ເດືອນກຸມພານີ້ ແມ່ນເປັນເດືອນເກີດຂອງ 2 ປະທານາທິບໍດີ ຄືທ່ານ George
Washington ​ໃນ​ປີ 1732) ແລະທ່ານ Abraham Lincon ​ໃນ​ປີ 1809.

ວັນຢຸດເພື່ອສະເຫຼີມສະຫຼອງແລະເປັນກຽດເນື່ອງໃນວັນຄ້າຍວັນເກີດຂອງປະທານາທິບໍດີ
Washington ໄດ້ສະຫຼອງກັນເປັນຄັ້ງທໍາອິດໃນ ປີ 1885. ທ່ານວໍ​ຊິງ​ຕັນເກີດ​ເມື່ອວັນທີ
22 ເດືອນກຸມພາ,​ແຕ່ວ່າທາງ ລັດຖະ​ສະພາໄດ້ຮັບຜ່ານກົດໝາຍໃນປີ 1968 ​ໃຫ້​ທໍາການ
ສະເຫຼີມສະຫຼອງວັນເກີດຂອງ​ທ່ານໃນວັນຈັນທີ 3 ຂອງເດືອນກຸມພາ.

XS
SM
MD
LG