ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຂອງ ທ່ານທຣຳເອງ ມອບການເສຍໄຊ ໃນການຮັກສາສຸຂະພາບ ໃຫ້ທ່ານ


ປ. ທຣຳ ໃຫ້ຄວາມເຫັນ ກ່ຽວກັບ ການບໍ່ລົງຄະແນນສຽງ ໃນຮ່າງກົດໝາຍ ຮັກສາສຸຂະພາບ ໂດຍລັດຖະສະພາ.
ປ. ທຣຳ ໃຫ້ຄວາມເຫັນ ກ່ຽວກັບ ການບໍ່ລົງຄະແນນສຽງ ໃນຮ່າງກົດໝາຍ ຮັກສາສຸຂະພາບ ໂດຍລັດຖະສະພາ.

ມື້ນຶ່ງ​ຕື່ມ​ອີກ ບໍ່​ສາມາດເຮັດ​ໃຫ້​ປະທານາທິບໍດີ​ດໍ​ໂນ​ລ ທຣຳ ​ແລະ​ສະມາຊິກ​ພັກຣີພັບ
​ບລີ​ກັນ​ໃນ​ສະພາ ຊື້​ໄຊຊະນະ​ ສຽງ​ສ່ວນ​ຫຼາຍທີ່​ສຳຄັນຄັ້ງທຳ​ອິດ ​ໃນ​ດ້ານ​ນິຕິ​ບັນຍັດ
ທີ່​ພວກ​ເຂົາ​ເຈົ້າຕ້ອງການ​ເປັນ​ທີ່​ສຸດ ​ເພື່ອ​ກຳນົດ​ຄວາມ​ຮູ້ສຶກ​ທີ່​ມີ​ຕໍ່​ລັດບານຊຸດ​ໃໝ່.

​ໃນ​ການ​ພ່າຍ​ແພ້​ຢ່າງ​ບໍ່​ໜ້າ​ເຊື່ອ ພັກຣີພັບ​ບລີ​ກັນ​ໄດ້​ຍົກ​ເລີກ​ການ​ລົງ​ຄະ​ແນນ​ສຽງທີ່​
ສຳຄັນ ​ກ່ຽວ​ກັບ ​ຮ່າງ​ກົດໝາຍ​ຮັກສາ​ສຸຂະພາບ ​ໃນ​ນາທີ​ສຸດ​ທ້າຍ ໃນ​ວັນ​ສຸກວານນີ້
​ແທນ​ທີ່​ຈະ​ສູນ​ເສຍ​ການ​ຕໍ່ສູ້ຢູ່​ທີ່​ຫ້ອງ​ປະຊຸມ ຂອງ​ສະພາ​ຕ່ຳ​ສະຫະລັດ.

ພັກຂອງທ່ານທຣຳເອງ ທີ່ມອບການປະລາໄຊ​ ຢ່າງບໍ່ໜ້າເຊື່ອ ໃຫ້ແກ່ທ່ານ

President Trump's Own Party Hands Him Stunning Defeat
please wait

No media source currently available

0:00 0:02:34 0:00

ການ​ຍົກ​ເລີກ​ການ​ລົງ​ຄະ​ແນນ​ສຽງ​ໄດ້​ມີ​ຂຶ້ນ ຫຼັງ​ຈາກ​ທີ່​ໄດ້​ເກີດ​ຄວາມ​ວຸ້ນວາຍ​ໃນມື້ວັນ
​ພະຫັດ ເວລາ​ຄະນະ​ນຳພາ​ຂອງ​ພັກ​ ໄດ້​ເລື່ອນ​ການ​ລົງ​ຄະ​ແນນ​ສຽງ ໂດຍຫວັງວ່າ​ ໄລ
ຍະ​ເວລາຕື່ມ​ອີກ 24 ຊົ່ວ​ໂມງ ຄົງ​ພຽງພໍ​ໃນ​ການ​ເອົາ​ຊະນະກ່ຽວ​ກັບ​ການ​ຍົກ​ເລີກ​ແລະ​
ທົດ​ແທນ​ກົດໝາຍ​ຮັກສາ​ສຸຂະພາບ​ລາຄາ​ຖືກຂອງ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ.

ປະທານ​ສະພາ​ຕ່ຳ ທ່ານ Paul Ryan ຈັດການ​ໂຮມ​ຊຸມນຸມ​ບັນດາ​ສະມາຊິກ​ພັກຣີພັບ
​ບລີ​ກັນ​ທີ່​ມີ​ການ​ແຕກ​ແຍກ ​ໃນ​ລະຫວ່າງ​ກອງ​ປະຊຸມ​ສຸກ​ເສີນ ​ຂອງ​ພັກທີ່​ຕຶກ​ລັດຖະສະ
ພາ ຫຼັງ​ຈາກ​ໄດ້ແຈ້ງ​ຂ່າວ​ບໍ່​ດີດ້ວຍ​ຕົວ​ທ່ານ​ເອງ ​ໃຫ້​ແກ່​ທ່ານທຣຳຊາບ ທີ່​ທຳນຽບຂາວ.

ທ່ານ Paul Ryan ປະທານສະພາຕ່ຳ ຈາກລັດວິສຄັນຊິນ
ທ່ານ Paul Ryan ປະທານສະພາຕ່ຳ ຈາກລັດວິສຄັນຊິນ

ໄຊຊະນະ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ປະກັນ​ໄພ​ສຸຂະພາບ ​ຊຶ່ງ​ຄັ້ງນຶ່ງ​ເຄີຍ​ເປັນ​ທີ່​ແນ່ນອນ​
ແລ້ວ​ນັ້ນ ​ໄດ້ພາ​ໃຫ້​ເກີດ​ຄຳ​ຖາມ​ ກ່ຽວ​ກັບ​ ແຜນການ​ ຂອງ​ພັກຣີພັບ​ບລີ​ກັນ ທັງ​ໝົດ
ເພື່ອແກ້​ໄຂການ​ປະຕິ​ຮູບ​ດ້ານ​ພາສີ ການ​ໃຊ້​ຈ່າຍ​ຂອງ​ລັດຖະບານ​ແລະການ​ໃຫ້​ທຶນ​ສະໜັບສະໜຸນ ​ພື້ນຖານ​ໂຄງ​ລ່າງ. ​ເຖິງ​ແມ່ນ​ວ່າ ພັກຣີພັບ​ບລີ​ກັນ ຄວບ​ຄຸມ​ທັງ​ສອງ​
ສະພາແລະທຳນຽບຂາວ​ກໍ​ຈິງແຕ່ປະຕິ​ກິລິຍາ​ຂອງ​ສະມາຊິກສະພາທີ່ອອກ​ມາ​ຈາກ
​ບ່ອນ​ປະຊຸມ ​ໄດ້​ໃຫ້​ຮ່ອງຮອຍ ​ຫຼາຍໆ​ຢ່າງ ​ທີ່​ແຕກ​ຕ່າງ​ກັນ ກ່ຽວ​ກັບວ່າ ​ພັກ​ດັ່ງກ່າວ​
ຈະ​ເຄື່ອນ​ໄຫວ​ໄປ​ໜ້າ​ແບບ​ໃດ.

Spicer: Health Care Tackled First to 'Achieve Savings' for Tax Reform
please wait

No media source currently available

0:00 0:01:12 0:00

ທ່ານ Mark Meadows ປະທານ​ຂອງ​ກຸ່ມ ​ອິດສະຫຼະພາບຫລື Freedom Caucus
ຂອງ​ພວກ​ນິຍົມ​ແນວທາງເດີມ​ໃນ​ສະພາ​ຕ່ຳຊຶ່ງ​ມີ​ສີ​ໜ້າ​ບໍ່​ຄ່ອຍ​ດີ​ປານ

​ໃດ​ນັ້ນ ບໍ່​ຍອມ​ໃຫ້​ຄວາມ​ເຫັນ​ໃດໆ ໃນ​ຂະນະ​ທີ່​ທ່ານ ​ຍ່າງ​ອອກ​ມາ ​ຈາກ​ບ່ອນ​ປະຊຸມ
ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ Ryan. ກຸ່ມ​ນິຍົມ​ແນວທາງ​ເດີ​ມດັ່ງກ່າວ​ເປັນຜູ້​ຄັດຄ້ານ​
ຕໍ່​ຮ່າງ​ກົດໝາຍ​ຂອງ​ປະທານ​ສະພາ​ຕ່ຳ ​ໂດຍ​ເວົ້າວ່າ ມັນ​ມີ​ລັກສະນະໃກ້​ຄຽງ​ກັນຫຼາຍ
ກັບ​ອັນ​ທີ່​ເອີ້ນວ່າ Obamacare.

ສ່ວນ​ສະມາຊິກ​ຄົນ​ອື່ນໆ​ ເມື່ອ​ເບິ່ງ​ແລ້ວ​ກໍ​ເຫັນ​ວ່າ​ ມີ​ຄວາມ​ບໍ່​ຄ່ອຍ​ສະບາຍ​ໃຈປານໃດ
ກ່ຽວ​ກັບ​ການ​ເອົາ​ບາດກ້າວ ​ໃນ​ຂັ້ນຕໍ່​ໄປ ​ຂອງ​ພັກຣີພັບ​ບລີ​ກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG