ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ທຣຳ ພົບປະກັບ ພະເຈົ້າ ອັບດູລລາ ແຫ່ງປະເທດ ຈໍແດັນ


President Trump Meets With Jordan's King Abdullah
please wait

No media source currently available

0:00 0:02:07 0:00

ປະທານາທິບໍດີິ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ສະແດງຄວາມໝັ້ນໃຈວ່າ ຄວາມພະ
ຍາຍາມຂອງທ່ານທີ່ຈະຊຸກຍູ້​ໃຫ້​ມີຂໍ້ຕົກ ລົງສັນຕິພາບຖາວອນ ລະຫວ່າງ ອິສຣາແອລ
ແລະ ປາແລັສໄຕນ໌ ຈະປະສົບຄວາມສຳເລັດ. ໃນກອງປະຊຸມຖະແຫຼງຂ່າວຮ່ວມກັບກະ
ສັດຈໍແດັນ ພະເຈົ້າ ດັບດູລລາ ໃນວັນພຸດທີ່ຜ່ານມານີ້, ທ່ານ ທຣຳ ໄດ້ກ່າວວ່າ ທັງສອງ
ຝ່າຍຈະເຮັດວຽກຮ່ວມກັນ ເພື່ອສ້າງສັນຕິພາບ ໃນທົ່ວພາກພື້ນຕາເວັນອອກກາງ. ນັກ
ຂ່າວວີໂອເອ Zlatica Hoke ມີລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະ
ເໜີທ່ານ.

ໃນເວລາທີ່ຢືນຮຽງຂ້າງກັນ ກັບຜູ້ນຳປະເທດ ຈໍແດັນ ຢູ່ສວນກຸຫຼາບທຳນຽບຂາວນັ້ນ,
ທ່ານ ທຣຳ ກ່າວວ່າ ທັງສອງທ່ານ​ໄດ້​ຕົກລົງ​ທີ່ຈະເຮັດວຽກຮ່ວມກັນ​ເພື່ອຊອກຫາຊ່ອງ​
ທາງ​ແກ້ໄຂບັນຫາ​ໂດຍການ​ສ້າງສັນຕິພາບຖາວອນ ສຳລັບເຂດຕາເວັນອອກກາງ ​ເຊິ່ງ
ເປັນອີກໜ້າ​ທີ່ໜຶ່ງ​ໃນການຕໍ່ສູ້ຕ້ານລັດທິກໍ່ການຮ້າຍທົ່ວໂລກ.

ທ່ານ ດໍໂນລ ທຣຳ ປະທານາທິບໍດີ ສະຫະລັດ ກ່າວວ່າ “ແລະ ຂ້າ ພະເຈົ້າແມ່ນກຳລັງ
ເຮັດວຽກຢ່າງໜັກຫຼາຍ ເພື່ອສ້າງສັນຕິພາບລະຫວ່າງ ປາແລັສໄຕນ໌ ແລະ ອິສຣາ
ແອລ ໃຫ້ໄດ້ໃນທີ່ສຸດ. ແລະ ຂ້າພະເຈົ້າຄິດວ່າ ມັນຈະປະສົບຄວາມສຳເລັດ.”

ທ່ານ ທຣຳ ໄດ້ເອີ້ນກະສັດ ດັບດູລລາ ວ່າ “ຜູ້ສະໜັບສະໜູນທີ່ບໍ່ຮູ້ອິດເມື່ອຍ” ​ ໃນການ
ຫາ​ທາງແກ້ໄຂບັນຫາ, ແລະໄດ້ກ່າວວ່າພວກເພິ່ນຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ກ່ຽວ
ກັບບັນຫານີ້ໃນຫຼາຍໆມື້ຕໍ່ໄປຂ້າງໜ້າ.

ກະສັດຂອງ ຈໍແດັນ ໄດ້ຍົກຍ້ອງທ່ານ ທຣຳ ກ່ຽວ​ກັບ ຄວາມເຕັມໃຈຂອງທ່ານທີ່ຈະຊ່ວຍ
ຟື້ນຟູຂະບວນການສັນຕິພາບນີ້.

ພະເຈົ້າ ດັບດູລລາ ແຫ່ງປະເທດ ຈໍແດັນ ກ່າວວ່າ “ການພົວພັນ​ຕັ້ງ ​ແຕ່​ຕອນ​ເລີ່ມຕົ້ນ ຂອງທ່ານປະທານາທິບໍດີ ໃນການນຳ​ເອົາຊາວປາແລັສໄຕນ ແລະ ອິສຣາແອລ ມາ​
ພົບກັນນັ້ນ ແມ່ນສັນຍານທີ່ດີຫຼາຍສຳລັບພວກເຮົາທຸກຄົນ. ແລະ ຂ້າພະເຈົ້າຄິດວ່າ,
ມັນແມ່ນການເລີ່ມຕົ້ນດັ່ງກ່າວນັ້ນ ທີ່ໄດ້ເຮັດໃຫ້ພວກເຮົາຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ​
ອາຣັບ ໃນ​ອາທິດ​ແລ້ວ ​ເສີມຂະຫຍາຍ ​ໂດຍ​ຜ່ານ ​ຂໍ້​ລິ​ເລີ່​ມສັນຕິພາບ​ອາຣັບສົ່ງຂໍ້
ຄວາມກ່ຽວ​ກັບສັນຕິພາບຫາ ອິສຣາແອລ, ເຊິ່ງພວກເຮົາໝົດທຸກຄົນຫວັງວ່າຈະເຮັດ
ວຽກຮ່ວມກັນເພື່ອເຮັດໃຫ້ມັນເປັນຈິງ.”

ຂໍ້​ລິ​ເລີ່​ມສັນຕິພາບ ອາຣັບ ທີ່ຖືກສະເໜີຂຶ້ນໂດຍປະເທດ ຊາອຸດີອາເຣເບຍ ນັ້ນ ລວມມີ
ການແກ້ໄຂບັນຫາ​ແບບ​ມີສອງປະເທດເພື່ອ​ເປັນເສັ້ນ ທາງສູ່ສັນຕິພາບ ລະຫວ່າງ ອິສຣາ
ແອລ ແລະ ປາແລັສໄຕນ໌. ແຕ່ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນ
ຢາຮູ ໄດ້ກ່າວວ່າ ມັນຈະບໍ່ມີລັດ ປາແລັສໄຕນ ຢູ່ພາຍໃຕ້ການປົກຄອງຂອງທ່ານ. ໃນສັບ
ປະດາທີ່ຜ່ານມາ, ຄະນະລັດຖະມົນຕີຂອງ ອິສຣາແອລ ໄດ້ຮັບຮອງການຕັ້ງຖິ່ນຖານໃໝ່
ຂອງຊາວ ຢິວ ໃນເຂດຝັ່ງ​ຕາ​ເວັນ​ຕົກ ​ແມ່​ນ້ຳ​ຈໍ​ແດັນ ​ຫຼື West Bank, ​ເຊິ່ງ​ເປັນເຂດແດນ
ທີ່ຖືກພິຈາລະນາວ່າຈະເປັນສ່ວນໜຶ່ງຂອງລັດ ປາແລັສໄຕນ໌ ​ໃນ​ອະນາຄົດ. ຊາວ ປາ
ແລັສໄຕນ໌ ຫຼາຍຄົນກ່າວວ່າ ພວກເຂົາເຈົ້າໄດ້ສູນເສຍຄວາມເຊື່ອຖື ໃນຂັ້ນຕອນສັນຕິ
ພາບແລ້ວ.

ທ່ານ ມຸສຕາຟາ ບາກູຕີ ນັກການເມືອງ ປາແລັສໄຕນ໌ ກ່າວວ່າ “ການກະທຳດັ່ງກ່າວ​ນີ້ມີຄວາມໝາຍວ່າ ອິສຣາແອລ ແມ່ນກຳລັງຫັນຫຼັງໃຫ້ກັບກົດໝາຍສາກົນ, ຫັນຫຼັງ
ໃຫ້ກັບສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ແລະ ຫັນຫຼັງໃຫ້ກັບອັນທີ່
ເອີ້ນວ່າ ຄວາມພະຍາຍາມ ​ເພື່ອ​ຟື້ນຟູຂັ້ນຕອນສັນຕິພາບໃໝ່.”

ທ່ານ ທຣຳ ໄດ້ສະແດງການສະໜັບສະໜູນອັນເດັດດ່ຽວຕໍ່ ອິສຣາແອລ. ທ່ານໄດ້ກ່າວວ່າ ການຕັ້ງຖິ່ນຖານໃໝ່ບໍ່ແມ່ນອຸບປະສັກຕໍ່ສັນຕິພາບ, ແຕ່ທ່ານກໍໄດ້ຮັບຮູ້ເຊັ່ນກັນວ່າ ສິ່ງ​ເຫຼົ່ານີ້ບໍ່ໄດ້ “ຊ່ວຍສ້າງຄວາມ​ຄືບ​ໜ້າໃຫ້​ແກ່ສັນຕິພາບ.” ທ່ານຍັງໄດ້ປະຕິຍານວ່າ ຈະ
ຍ້າຍສະຖານທູດ ສະຫະລັດ ຈາກນະຄອນຫຼວງ Tel Aviv ໄປ ນະຄອນ Jerusalem
ອີກດ້ວຍ, ແຕ່ຍັງບໍ່ໄດ້ມີການສັ່ງໃຫ້ເຄື່ອນຍ້າຍເທື່ອ.

U.S. President Donald Trump has expressed confidence that his efforts to forge a lasting peace deal between the Israelis and Palestinians will succeed.At a joint news conference with Jordan's King Abdullah Wednesday, Trump said the two will be working together to establish peace in the entire Middle East region.VOA's Zlatica Hoke has more.


Standing alongside the Jordanian leader in the White House Rose Garden, Trump said the two agreed to work together toward finding a permanent peace solution for the Middle East as part of a fight against global terrorism.

((DONALD TRUMP, US PRESIDENT))
"And I am working very, very hard on trying to finally create peace between the Palestinians and Israel.And I think we'll be successful."

Trump called King Abdullah a "tireless advocate" for a solution, and said they will be working closely on this in the days ahead.

Jordan's king praised Trump for his willingness to help revitalize the peace process.

(( KING ABDULLAH OF JORDAN))
"The president's early engagement is beginning in bringing the Palestinians and Israelis together has been a very encouraging sign for all of us. And I think, sir, it was that initiative that allowed us at the Arab Summit last week to extend, through the Arab Peace Initiative, the message of peace to Israel, which we all hopefully will work together to make that come about."

The Saudi-proposed Arab Peace Initiative includes a two-state solution as a path toward peace between Israel and the Palestinians. But Israeli Prime Minister Benjamin Netanyahu has said there will be no Palestinian statehood under his watch. Last week, the Israeli Cabinet approved the building of a new Jewish settlement in the West Bank, the territory considered to be part of a future Palestinian state. Many Palestinians say they have lost faith in the peace process.

((MUSTAFA BARGHOUTI,PALESTINIAN POLITICIAN ))
"This action means that Israel is turning its back to international law, turning its back to the security council of the United Nations and turning its back to the so-called efforts about a new peace process."

Trump has expressed staunch support of Israel. He said the settlements are not an impediment to peace, but he also acknowledged they do not "help to advance peace." Trump also has vowed to move the U.S. Embassy from Tel Aviv to Jerusalem, but has not yet ordered the move.

XS
SM
MD
LG