ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານປະເທດລາວ ຂໍໃຫ້ຮ່ວມກັນ ພັດທະນາ ຊົນນະບົດເພີ້ມຂຶ້ນ ເພື່ອລົບລ້າງ ຄວາມທຸກຍາກ


ກອງປະຊຸມຂອງຄະນະລັດຖະບານລາວ ໃນການຫລຸດຜ່ອນຄວາມຍາກຈົນ ຂອງປະຊາຊົນທີ່ໄດ້ຈັດຂຶ້ນໃນໝໍ່ໆ ມານີ້ ທີ່ນະຄອນວຽງຈັນ
ກອງປະຊຸມຂອງຄະນະລັດຖະບານລາວ ໃນການຫລຸດຜ່ອນຄວາມຍາກຈົນ ຂອງປະຊາຊົນທີ່ໄດ້ຈັດຂຶ້ນໃນໝໍ່ໆ ມານີ້ ທີ່ນະຄອນວຽງຈັນ

ປະທານປະເທດລາວເນັ້ນຢໍ້າ ໃຫ້ທຸກພາກສ່ວນຮ່ວມມືກັນເຂົ້າ ໃນການພັດທະນາຊົນນະບົດ ເພື່ອລົບລ້າງຄວາມທຸກຍາກຂອງປະຊາຊົນລາວ ທີ່ຍັງຄົງມີຢູ່ຫລາຍກວ່າ 190,000 ຄອບຄົວໃນ 53 ເມືອງ.

ທ່ານຈູມມະລີ ໄຊຍະສອນ ປະທານປະເທດ ໄດ້ຖະແຫລງເນັ້ນຢໍ້າຕໍ່ກອງປະຊຸວ່າດ້ວຍ
ການພັດທະນາຊົນນະບົດໃນປະເທດລາວ ເມື່ອບໍ່ນານມານີ້ວ່າ ການພັດທະນາຊົນນະ
ບົດ ຖືເປັນພາກສ່ວນສໍາຄັນ ທີ່ສຸດໃນແຜນການລົບລ້າງບັນຫາຄວາມຍາກຈົນຂອງ
ປະຊາຊົນລາວ ບັນດາເຜົ່າຊຶ່ງພັກປະຊາຊົນປະຕິວັດລາວ ໄດ້ເປົ້າໝາຍໄວ້ຢ່າງຊັດເຈນ
ແລ້ວວ່າ ຈະຕ້ອງປະຕິບັດໃຫ້ເປັນຈິງໃຫ້ໄດ້ພາຍໃນປີ 2015 ກໍຄືການເຮັດໃຫ້ອັດຕາ
ຍາກຈົນຂອງປະຊາຊົນລາວ ຫລຸດລົງເຫລືອບໍ່ ເກີນ 10% ຂອງປະຊາກອນທັ້ງໝົດ.

ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ ຢ່າງແທ້ຈິງນັ້ນ ທ່ານ
ຈູມມະລີ ກໍໄດ້ລະບຸວ່າ ການພັດທະນາເສດຖະກິດຂອງຊາດໃຫ້ມີການຂະຫຍາຍໂຕ
ໃນອັດຕາ​ສະ​ເລ່ຍບໍ່ຫລຸດ 8% ຕໍ່ປີ ຊຶ່ງຈະເຮັດໃຫ້ຍອດຜະລິດຕະພັນລວມພາຍໃນ ຫລື
GDP ມີມູນຄ່າລວມ ທີ່ສາມາດສະເລ່ຍ​ເປັນລາຍຮັບຂອງປະຊາກອນລາວໄດ້ ໃນ​ລະ
ດັບ​ສູງ​ຂຶ້ນເປັນ 1,700 ໂດລາ ຕໍ່ຄົນຕໍ່ປີ​ໃນ​ປີ 2015 ດັ່ງກ່າວ.

ການເຮັດສວນປູກພືດໄລຍະສັ້ນເປັນການຫາລາຍໄດ້ຢ່າງນຶ່ງ ໃຫ້ ຄອບຄົວຂອງປະຊາຊົນຈໍານວນນຶ່ງໃນແຂວງສະຫວັນນະເຂດ
ການເຮັດສວນປູກພືດໄລຍະສັ້ນເປັນການຫາລາຍໄດ້ຢ່າງນຶ່ງ ໃຫ້ ຄອບຄົວຂອງປະຊາຊົນຈໍານວນນຶ່ງໃນແຂວງສະຫວັນນະເຂດ

ຫາກແຕ່ວ່າ ສໍາລັບໃນໄລຍະ
ແຜນກການ 5 ປີທີ່ຜ່ານມາ
ກໍຄືໃນຊ່ວງປີ 2006-2010
ນັ້ນ ກໍປາກົດວ່າ ເສດຖະກິດ
ຂອງລາວໄດ້ມີການຂະຫຍາຍ
ໂຕເພີ້ມຂຶ້ນໃນອັດຕາສະເລ່ຍ
7.9% ຕໍ່ປີ ຊຶ່ງເຮັດໃຫ້ຍອດຜະ
ລິດຕະພັນພາຍໃນສະເລ່ຍຕໍ່
ພົນລະເມືອງລາວໄດ້ 910 ຕໍ່
ຄົນ ໃນປີ 2011 ໃນຂະນະທີ່
ຍັງມີປະຊາຊົນລາວ ທີ່ທຸກຈົນ
ເຫລືອຢູ່ເຖິງ 190,000 ກວ່າຄອບຄົວ ທີ່ອາໃສຢູ່ເຂດ 53 ເມືອງໃນທົ່ວປະເທດ.

ຊຶ່ງດ້ວຍສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ຜູ້ນໍາຂອງລາວ ໄດ້ຮຽກຮ້ອງໄປເຖິງທຸກພາກ
ສ່ວນທັງໃນພາກລັດຖະບານ ແລະພາກເອກະຊົນ ເພື່ອໃຫ້ປະກອບສ່ວນເຂົ້າໃນການ
ພັດທະນາຊົນນະບົດຢ່າງຕັ້ງໜ້າ ດ້ວຍການຮ່ວມມືກັນ ຢ່າງໃກ້ຊິດ ແລະຖືສໍາຄັນ ໃນ
ວຽກງານພັດທະນາຊົນນະບົດຢ່າງແທ້ຈິງ ດັ່ງທີ່ທ່ານຈູມມະລີ ໄດ້ຖະແຫລງເນັ້ນຢໍ້າວ່າ:

ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ຖະແຫລງຕໍ່ກອງ ປະຊຸມ ວ່າດ້ວຍການພັດທະນາຊົນນະບົດໃນປະເທດລາວ ເມື່ອບໍ່ນານມານີ້
ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ຖະແຫລງຕໍ່ກອງ ປະຊຸມ ວ່າດ້ວຍການພັດທະນາຊົນນະບົດໃນປະເທດລາວ ເມື່ອບໍ່ນານມານີ້

“ຕ້ອງຢືນຢັນຖືເອົາການ
ພັດທະນາຊົນນະບົດ ເປັນ
ສະໜາມຮົບອັນນຶ່ງ ໃນ
ການພັດທະນາປະເທດເຮົາ
ການຢືນຢັນ ຄືແນວນັ້ນ
ແມ່ນການສະແດງອອກ
ເຖິງການຍຶດໝັ້ນ ທາດ
ແທ້ ແລະມູນເຊື້ອອັນສະ
ຫງ່າລາສີ ຂອງພັກເຮົາ
ທັງສອດຄ້ອງ ແລະຕອບ
ສະໜອງຄວາມມຸ້ງມາດ
ປາດຖະໜາອັນແຮງກ້າ
ຂອງປະຊາຊົນເຮົາ.”

ນອກຈາກນັ້ນ ທາງການລາວກໍໄດ້ວາງແຜນການທີ່ຈະດຶງດູດເອົາການລົງທຶນຈາກຕ່າງ
ປະເທດໃຫ້ໄດ້ໃນມູນຄ່າລວມ ເຖິງ 40 ພັນລ້ານໂດລາ ສໍາລັບໂຄງການຂະໜາດໃຫຍ່
ຫລື Mega Projects ຈໍານວນຫລາຍກວ່າ 200 ໂຄງການ ນັບແຕ່ປັດຈຸບັນໄປຈົນເຖິງ
ປີ 2015 ໂດຍທີ່ສໍາຄັນນັ້ນ ກໍຄືໂຄງການກໍ່ສ້າງທາງລົດໄຟຄວາມໄວສູງຈາກລາວໄປຈີນ,
ໂຄງການຂະຫຍາຍສາຍ​ສົ່ງ​ກະ​ແສ​ໄຟຟ້າ​ແຮງສູງ​ທົ່ວ​ປະ​ເທດ, ໂຄງການສ້າງທາງຫລວງ
ແຫ່ງຊາດຂະໜານກັບເສັ້ນທາງເລກ 13, ໂຄງການກໍ່ສ້າງ​ເຂຶ່ອນ​ໄຟຟ້າ 14 ​ແຫ່ງ, ໂຄງ
ການສ້າງ​ທາງ​ດ່ວນ​ໄປຫວຽດນາມ, ໂຄງການ​ຂຸດ​ຄົ້ນ​ແຮ່ທາດໂປຣແຕສ ແລະແຮ່ບັອກ
ໄຊເປັນຕົ້ນ.

ສ່ວນໃນໄລຍະແຜນການ ປີ 2010-2012 ນີ້ ລັດຖະບານ​ລາວກໍ​ໄດ້​ວາງ​ເປົ້າໝາຍ ທີ່​ຈະ​
ເຮັດ​ໃຫ້​ຍອດ​ຜະລິດ​ພັນ​ລວມພາຍ​ໃນປະ​ເທດ ຫລື GDP ຂະຫຍາຍຕົວ​ເພີ້ມຂຶ້ນບໍ່ຕໍ່າກວ່າ
8% ຊຶ່ງກໍຈະເຮັດໃຫ້ມູນຄ່າ GDP ຂອງລາວ ໄລ່ເປັນລາຍຮັບ​ສະ​ເລ່ຍຂອງປະຊາກອນ
ລາວ​ ໄດ້ຫລາຍກວ່າ 1,200 ​ໂດ​ລາ​ຕໍ່​ຄົນ ຕໍ່​ປີ.

ເດັກນ້ອຍໃນເຂດຊົນນະລົດແຫ່ງນຶ່ງ ພາກັນໄປຕັກນໍ້າກ໋ອກເພື່ອໄປກິນແລະໃຊ້
ເດັກນ້ອຍໃນເຂດຊົນນະລົດແຫ່ງນຶ່ງ ພາກັນໄປຕັກນໍ້າກ໋ອກເພື່ອໄປກິນແລະໃຊ້

ທາງດ້ານຫ້ອງການຄະນະຊີ້
ນໍາພັດທະນາຊົນນະບົດແລະ
ລົບລ້າງ ຄວາມທຸກຍາກແຫ່ງ
ຊາດລາວ ກໍລາຍງານວ່າ ໃນ
ປັດຈຸບັນນີ້ໃນທົ່ວປະເທດລາວ
ມີຈໍານວນຄົວເຮືອນຢູ່ທັງໝົດ
1,049,211 ຄອບຄົວໃນເຂດ
8,654 ບ້ານທີແບ່ງເປັນ 1,100
ກຸ່ມບ້ານໃນເຂດ 144 ເມືອງ
ຂອງ 17 ແຂວງໃນທົ່ວປະເທດ
ແລະຈາກການປະຕິບັດໂຄງ
ການພັດທະນາຊົນນະບົດ ໃນ
ແຜນການປີທີ່ຜ່ານມານນັ້ນ
ກໍປະກົດວ່າ ສາມາດເຮັດໃຫ້ລາວມີຄອບຄົວ ທີ່ພັດທະນາແລ້ວ ຄິດເປັນ 47.82% ຂອງ
ຄອບຄົວທັງໝົດມີບ້ານພັດທະນາ 10.40% ກຸ່ມບ້ານພັດທະນາ 0.91% ຄອບຄົວທຸກ
ຍາກ 19.04% ແລະບ້ານທຸກຍາກ 37% ຕາມລໍາດັບ.

XS
SM
MD
LG