ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຄາດວ່າ ຈະຫລຸດ ຄວາມທຸກຍາກ ລົງສູ່ອັດຕາ ຕໍ່າກ່ວາ 17% ຂອງຈໍານວນ ຄອບຄົວທັງໝົດ ພາຍໃນທ້າຍປີນີ້


ການດໍາລົງຂອງຊາວບ້ານຢູ່ເຂດຊົນນະບົດແຫ່ງນຶ່ງຂອງລາວ
ການດໍາລົງຂອງຊາວບ້ານຢູ່ເຂດຊົນນະບົດແຫ່ງນຶ່ງຂອງລາວ

ທາງການລາວກໍຍັງໄດ້ວາງເປົ້າໝາຍ ທີ່ຈະຫລຸດບັນຫາຄວາມທຸກຍາກ ຂອງປະຊາຊົນລົງ ສູ່ອັດຕາສະເລ່ຍ ທີ່ບໍ່ເກີນ 17% ຂອງຈໍານວນຄອບຄົວທັງໝົດ ໃນທ້າຍປີ 2012 ນີ້.

ຄະນະຊີ້ນໍາພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກແຫ່ງຊາດຖະແຫຼງຢືນ
ຢັນວ່າ ໄດ້ຄາດໝາຍ ປະຈໍາປີ 2012 ນີ້ໄວ້ວ່າ ຈະສູ້ຊົນເຮັດໃຫ້ອັດຕາຄວາມທຸກຍາກ ຂອງປະຊາຊົນລາວຫລຸດຕໍ່າກວ່າ 22% ຂອງຈໍານວນປະຊາກອນທັງໝົດ ໃນທົ່ວປະ
ເທດ ແລະເຮັດໃຫ້ອັດຕາຄົວເຮືອນ ທີ່ທຸກຍາກຫລຸດລົງສູ່ລະດັບທີ່ຕໍ່າກວ່າ 17%
ຂອງຈໍານວນຄອບຄົວທັງໝົດ ໃນທ້າຍປີ 2012 ນີ້.

ພ້ອມກັນນີ້ ທາງການລາວກໍຍັງໄດ້ວາງເປົ້າໝາຍ ທີ່ຈະສ້າງບ້ານພັດທະນາໃຫ້ໄດ້ໃນ
ອັດຕາສະເລ່ຍ ທີ່ບໍ່ຕໍ່າກວ່າ 15% ຂອງຈໍານວນບ້ານທັງໝົດ ໃນທົ່ວປະເທດລາວ ທັງຍັງຈະດໍາເນີນການພັດທະນາໃນເຂດ 64 ຈຸດສຸມ ເພື່ອສ້າງເງື່ອນໄຂໃຫ້ກາຍເປັນ
ຕົວເມືອງຂະໜາດນ້ອຍ ໃນເຂດຊົນນະບົດ ດ້ວຍການສູ້ຊົນ ເພື່ອແກ້ໄຂບັນຫາການ
ເຄື່ອນຍ້າຍ ແບບຊະຊາຍຂອງພົນລະເມືອງໃນເຂດ 167 ຈຸດສຸມ ໂດຍການຈັດສັນ
ພູມລໍາເນົາ ແລະບ່ອນທໍາມາຫາກິນ ຢ່າງຖາວອນໃຫ້ແກ່ປະຊາຊົນໃນເຂດດັ່ງກ່າວ
ຢ່າງທົ່ວເຖິງ.

ແຕ່ວ່າຢ່າງໃດກໍຕາມ ສໍາລັບໃນປີ 2011 ທີ່ຜ່ານມານີ້ ທາງການລາວກໍໄດ້ລາຍງານ ການປະເມີນຜົນກ່ຽວກັບຄວາມທຸກຍາກ ແລະການພັດທະນາ ໃນທົ່ວປະເທດລາວ
ວ່າຜົນຈາກການກວດກາ ແລະການເກັບກຳຂໍ້ມູນຈາກ 1,053,367 ຄົວເຮືອນໃນ
8,654 ໝູ່ບ້ານ ຫຼື 1,100 ກຸ່ມບ້ານໃນເຂດ 143 ເມືອງ ຈາກທັງ 17 ແຂວງໃນທົ່ວ
ປະເທດລາວນັ້ນພົບວ່າ ມີຄອບຄົວທີ່ພັດທະນາແລ້ວ ທັງໝົດ 501,627 ຄອບຄົວ
ຫຼື ຄິດເປັນ 47.62% ຂອງຄອບຄົວທັງໝົດໃນປະເທດ.

ກອງປະຊຸມຂອງຄະນະລັດຖະບານກ່ຽວກັບການຫລຸດຜ່ອນ ຄວາມທຸກຈົນຂອງປະຊາຊົນ ທີ່ໄດ້ຈັດຂຶ້ນ ໃນປີ 2011 ທີ່ຜ່ານມານີ້
ກອງປະຊຸມຂອງຄະນະລັດຖະບານກ່ຽວກັບການຫລຸດຜ່ອນ ຄວາມທຸກຈົນຂອງປະຊາຊົນ ທີ່ໄດ້ຈັດຂຶ້ນ ໃນປີ 2011 ທີ່ຜ່ານມານີ້

ຫາກແຕ່ວ່າ ໃນຂະນະດຽວກັນ
ກໍພົບວ່າ ໃນສ່ວນຂອງໝູ່ບ້ານ
ພັດທະນານັ້ນ ກັບຍັງຄົງປະ
ຕິບັດພຽງແຕ່ 900 ໝູ່ບ້ານ
ຫຼື ຄິດເປັນ 10.4% ຂອງຈໍາ
ນວນໝູ່ບ້ານທັງໝົດ ແລະກໍ
ເປັນຜົນເຮັດໃຫ້ສາມາດສ້າງ
ຕັ້ງກຸ່ມບ້ານພັດທະນາໄດ້
ພຽງ 10 ກຸ່ມ ຫຼືບໍ່ເຖິງ 1%
ຂອງກຸ່ມບ້ານທັງໝົດເທົ່ານັ້ນ.

ສ່ວນໃນດ້ານກ່ຽວກັບຄວາມທຸກຍາກນັ້ນ ການສໍາຫຼວດກໍພົບວ່າ ມີຢູ່ເຖິງ 199,758
ຄອບຄົວທີ່ຖືວ່າມີ ສະພາບຊີວິດການເປັນຢູ່ທີ່ຍາກຈົນຢ່າງຍິ່ງ,​ ເຊິ່ງຄິດເປັນ 18.96%
ຂອງຈໍານວນຄອບຄົວທັງໝົດ ແລະໃນຂະນະດຽວກັນ ກໍຍັງມີໝູ່ບ້ານທີ່ທຸກຍາກຢູ່
ເຖິງ 3,216 ບ້ານ ຫຼື ຄິດເປັນ 37.16% ຂອງບ້ານທັງໝົດນີ້.

ຍິ່ງໄປກວ່ານັ້ນ, ເຖິງແມ່ນວ່າຈະມີເຂດເມືອງທີ່ຖືວ່າໄດ້ພົ້ນຈາກຄວາມທຸກຍາກແລ້ວເຖິງ
87 ເມືອງກໍຕາມ ຫາກແຕ່ບັນ ຫາໃໝ່ທີ່ເກີດຂຶ້ນຢູ່ໃນເວລານີ້ ກໍຄືການແຕກໂຕນກັນ ຫຼາຍຂຶ້ນຂອງລະດັບການພັດທະນາທາງ ເສດຖະກິດລະຫວ່າງເຂດແຂວງຕ່າງໆ. ຊຶ່ງ
ຈາກການເກັບກໍາຂໍ້ມູນ ກໍພົບວ່ານະຄອນຫຼວງວຽງຈັນເປັນເຂດ ທີ່ມີລະດັບການພັດ
ທະນາເສດຖະກິດສູງທີ່ສຸດ, ໃນຂະນະທີ່ແຂວງເຊກອງນັ້ນ ກໍນັບເປັນເຂດທີ່ປະຊາຊົນ
ທຸກຍາກຫຼາຍທີ່ສຸດ ດັ່ງທີ່ທ່ານ ເມກ ພັນຫຼັກ, ຮອງປະທານຄະນະຊີ້ນໍາພັດທະນາຊົນ
ນະບົດ ແລະລົບລ້າງຄວາມທຸກຍາກແຫ່ງຊາດໄດ້ຖະແຫຼງ ຊີ້ແຈງວ່າ:

ນັກຮຽນຢູ່ໃນເຂດຊົນນະບົດແຫ່ງນຶ່ງຂອງລາວ
ນັກຮຽນຢູ່ໃນເຂດຊົນນະບົດແຫ່ງນຶ່ງຂອງລາວ

ແຂວງທີ່ມີອັດຕາສ່ວນ
ຄອບຄົວພັດທະນາ, ບ້ານ
ພັດ
ທະນາ ແລະກຸ່ມບ້ານ
ພັດທະນາຫຼາຍກວ່າໝູ່
ມີອັດ
ຕາຄວາມທຸກຍາກ
ຕໍ່າກວ່າໝູ່ ແມ່ນນະຄອນ
ຫຼວງ
, ຖັດມາແມ່ນແຂວງ
ໄຊຍະບູລີ
, ແຂວງບໍລິຄໍາ
ໄຊ ແລະ
ແຂວງຈໍາປາສັກ.
ສ່ວນແຂວງທີ່ມີລະດັບ
ການສ້າງ
ບ້ານ ແລະກຸ່ມ
ບ້ານພັດທະນາຕໍ່າກວ່າໝູ່ ແລະມີອັດ
ຕາຄວາມທຸກຍາກສູງກວ່າໝູ່ ແມ່ນແຂວງ
ເຊກອງ.

ແຕ່ຢ່າງໃດກໍຕາມ ທ່ານທອງສິງ ທໍາມະວົງ, ນາຍົກລັດຖະມົນຕີ ໄດ້ຖະແຫຼງຢືນຢັນວ່າ
ເມື່ອບໍ່ນານມານີ້ວ່າ ເປົ້າໝາຍ ທີ່ສໍາຄັນຢ່າງຍິ່ງ ທີ່ຄະນະລັດຖະບານລາວ ຈະດໍາເນີນ
ການຈັດຕັ້ງປະຕິບັດໃຫ້ໄດ້ຢ່າງແທ້ຈິງພາຍໃນ ປີ 2015 ກໍຄື ການລົບລ້າງຄວາມທຸກ
ຍາກຂອງປະຊາຊົນ ໃຫ້ໄດ້ໂດຍພື້ນຖານ ທັງນີ້ ດ້ວຍການພັດທະນາເສດຖະກິດຂອງຊາດ
ໃຫ້ມີການຂະຫຍາຍໂຕ ໃນອັດຕາ​ສະ​ເລ່ຍບໍ່ຫລຸດ 8% ຕໍ່ປີ ຊຶ່ງຈະເຮັດໃຫ້ຍອດຜະລິດຕະ
ພັນລວມພາຍໃນ ຫລື GDP ມີມູນຄ່າລວມ ທີ່ສາມາດສະເລ່ຍ​ເປັນລາຍຮັບຂອງປະຊາ
ກອນລາວໄດ້ ໃນ​ລະດັບ​ສູງ​ຂຶ້ນເປັນ 1,700 ໂດລາ ຕໍ່ຄົນຕໍ່ປີ​ໃນ​ປີ 2015.

XS
SM
MD
LG