ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ປ. ໂອບາມາ ຊອກຫາທາງ ຮຳບາດແຜ ການແບ່ງແຍກ ລະຫວ່າງ ຕຳຫລວດ ແລະປະຊາຄົມ


ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວຢູ່ໃນພິ ທີໄວ້ອາໄລຕຳຫລວດ ທີ່ຖືກສັງຫານ ຢູ່ນະຄອນ Dallas ລັດ Texas

ນຶ່ງ​ມື້​ຫລັງ​ຈາກ​ໄດ້​ຢືນ​ຢັດ​ວ່າ ສະຫະລັດ​ບໍ່​ໄດ້ມີ​ການ​ແບ່ງ​ແຍກ​ກັນ​ດັ່ງ​ທີ່​ບາງ​ຄົນ ​ໄດ້​ກ່າວ ອ້າງ​ນັ້ນ ປະທານາທິບໍດີ Barack Obama ກຳລັງຈັດ​ໃຫ້​ມີ​ການ​ພົບປະກັນ​ລະຫວ່າງພວກ​ເຈົ້າ​ໜ້າ​ທີ່ປະຕິບັດ​ກົດໝາຍ ​ຜູ້​ນຳ​ສິດທິ​ມະນຸດ ​ນັກ​ເຄື່ອນ​ໄຫວ ​ແລະ​ຜູ້ນຳ​ການ​ເມືອງ ​ເພື່ອ​ສົນທະນາຫາລືຊອກ​ຫາ​ຊ່ອງ​ທາງ​ຟື້ນຟູຄວາມ​ໄວ້ເນື້ອ​ເຊື່ອໃຈ​ຄືນ​ໃໝ່​ ຢູ່່​ໃນ​ບັນດາ​ປະຊາ​ຄົມ ບ່ອນ​ທີ່​ມີ​ຄວາມ​ເຄັ່ງ​ຕືງລະຫວ່າງ ຕຳຫລວດ ​ແລະ​ປະ​ຊາ​ຊົນ​ທີ່​ເຂົາ​ເຈົ້າ​ໄດ້​ສາບານ​ທີ່​ຈະ​ໃຫ້​ການ​ປົກ​ປ້ອງ​ນັ້ນ.

President Barack Obama, Former President George W. Bush address Dallas memorial service
please wait

No media source currently available

0:00 0:01:38 0:00

ກອງ​ປະຊຸມ ​ທີ່​ທຳນຽບຂາວ ​ໃນ​ວັນ​ພຸດ​ມື້​ນີ້ ມີ​ຂຶ້ນຫລັງ​ຈາກ​ການ​ກ່າວ​ຄຳ​ປາ​ໄສ​ຂອງ​ທ່ານ ​ຢູ່​ທີ່​ພິທີໄວ້ອາ​ໄລ​ໃຫ້​ແກ່​ຕຳຫລວດຫ້າ​ຄົນ​ທີ່​ຖືກ​ຂ້າຕາຍ ​ໃນ​ນະຄອນ Dallas ບ່ອນ​ທີ່​ທ່ານ​ກ່າວ​ວ່າ ຄວາ​ມຮຸນ​ແຮງ​ໃນ​ອາທິດ​ທີ່​ຜ່ານ​ມາ​ ໄດ້​ເປີດ​ເຜີຍ ​ໃຫ້​ເຫັນເຖິງ​ “​ເສັ້ນຄວາມ​ຜິດ ພາດທີ່​ເລິກທີ່​ສຸດ​ຢູ່​ໃນລະບອບ​ປະຊາທິປະໄຕ​ຂອງ​ພວກ​ເຮົາ."

Obama, Bush Urge Americans to Take Personal Responsibility
please wait

No media source currently available

0:00 0:02:16 0:00

ການ​ໂຈ​ມຕີ​ໃນອາທິດ​ແລ້ວນີ້ຕໍ່ຕຳຫລວດ​ໃນນະຄອນ Dallas ​ໂດຍອະດີດ​ທະ ຫານ​ຜ່ານ​ເສິກ​ທີ​ເປັນ​ຄົນຜິວ​ດຳ ​ທີ່​ໂກດ​ແຄ້ນຕໍ່​ຕຳຫລວດ​ທີ່​ໄດ້​ສັງຫານ​ຜູ້​ຊາຍຜິວ​ດຳ​ສອງ​ຄົນ ຢູ່​ລັດ Louisiana ​ແລະ ລັດ Minnesota ​ໄດ້​ເຮັດ​ໃຫ້​ມີ​ການ​ອະພິປາຍ​ກັນ​ຢ່າງ​ດຸ​ເດືອດກ່ຽວ​ກັບ ຄວາມ​ລຳອຽງ​ດ້ານ​ຜິວ​ພັນ​ຢູ່​ໃນ​ຖັນ​ແ​ຖວພວກ​ເຈົ້າໜ້າ​ທີ່​ປະຕິບັດກົດໝາຍ.

ຢູ່​ໃນ​ຄຳປາ​ໄສທີ່​ກ່າວ​ເຖິງຄວາມ​ເສຍສະຫລະ​ຂອງ​ເຈົ້າ​ໜ້າ​ທີ່​ຕຳຫລວດ ​ໄປ​ຈົນ​ເຖິງ​ຄວາມ​ລຳອຽງທາງ​ດ້ານ​ຜິວ​ພັນ​ຢູ່​ໃນ​ອາ​ເມຣິການັ້ນ ທ່ານ Obama ກ່າວ​ວ່າ ທ່ານ​ເຂົ້າ​ໃຈ​ວ່າ ປະຊາຊົ​ນຢູ່​ທີ່ນະຄອນ Dallas ​ແລະ​ທົ່ວ​ປະ​ເທດ​ພາກັນ​ໄດ້​ຮັບ​ຜົນກະທົບ​ນຳ​ດ້ວຍ.

ຮວມຢູ່ໃນການໄວ້ອາໄລ ສັງຫານຕຳຫລວດ ທີ່ນະຄອນ Dallas ມີປ້າຍນຶຶ່ງຮຽກຮ້ອງໃຫ້ປະເທດ ຢຸດເຊົາໃນຄວາມໂກດແຄ້ນກັນ.
ຮວມຢູ່ໃນການໄວ້ອາໄລ ສັງຫານຕຳຫລວດ ທີ່ນະຄອນ Dallas ມີປ້າຍນຶຶ່ງຮຽກຮ້ອງໃຫ້ປະເທດ ຢຸດເຊົາໃນຄວາມໂກດແຄ້ນກັນ.

ປະທານາທິບໍດີ ​ໄດ້​ໃຫ້​ກຽດ​ແກ່​ຕຳຫລວດ​ຫ້າ​ຄົນ​ທີ່​ຖືກ​ສັງຫານ ​ແລະຮຽກ​ຮ້ອງ​ໃຫ້​ມີ​ການ​ຄວາມ​ສາມັກຄີແລະ​ຄວາມ​ຫວັງ.

ປະທານາທິບໍດີ Obama ກ່າວ​ວ່າ “ຂ້າພະ​ເຈົ້າ​ເຂົ້າ​ໃຈ​ວ່າ ຊາວ​ອາ​ເມຣິກັນ​ມີ ຄວາມ​ຮູ້​ສຶກຢ່າງ​ໃດ ​ແຕ່​ວ່າ​ຢູ່ທີ່​ນະຄອນ Dallas ຂ້າພ​ະ​ເຈົ້າມາທີ່​ນີ້​ເພື່ອ​ກ່າວ​ວ່າ ພວກ​ເຮົາ​ຕ້ອງ​ປະຕິ​ເສດຕໍ່​ຄວາ​ມ​ສິ້ນຫວັງ​ດັ່ງກ່າວ.”

ກອງກຽດຕິຍົດ ພາກັນຖືຮູບພາບຕຳຫລວດຫ້າຄົນທີ່ຖືກສັງຫານ.
ກອງກຽດຕິຍົດ ພາກັນຖືຮູບພາບຕຳຫລວດຫ້າຄົນທີ່ຖືກສັງຫານ.

ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ປະ​ເທດ​ຊາດ​ກ່າວ​ອອກ​ມາ “ດ້ວຍ​ຄວາມ​ຊື່ສັດ ​ແລະ​ເປີດ​ອົກ​ເປີ​ດ​ໃຈ” ກ່ຽວ​ກັບ​ສະພາບຄວາມ​ສຳພັນ​ດ້ານຜິວ​ພັນ​ໃນປັດຈຸບັນ ​ໂດຍ​ກ່າວ​ວ່າ ພວກ​ເຮົາ​ຮູ້​ເຖິງ​ຄວາມ​ຫຍຸ້​ງ​ຍາກຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ຕຳຫລວດ “ທີ່​ພວກ​ເຮົາ​ໃຫ້​ຄວາມ​ນັບຖື​ທີ່​ສຸດ ບໍ່​ແມ່ນ​ດູ​ຖູ​ກຢຽດ​ຢາມ.”

US Protests Signal Frustration with Violence, Authorities
please wait

No media source currently available

0:00 0:02:11 0:00

ເຖິງ​ແມ່ນ​ວ່າ​ຄວາມສຳພັນ​ດ້ານ​ຜິວ​ພັນ​ໄດ້​ດີ​ຂຶ້ນ​ຢ່າງ​ຫຼວງຫຼາຍ​ຢູ່​ໃນ​ອາ​ເມຣິກາ ​ໃນໄລຍະ​ບໍ່​ເທົ່າໃດ​ທົດ​ສະ​ວັດ​ທີ່​ຜ່ານ​ມາກໍ​ຕາມ ທ່ານ​ໄດ້​ກ່າວ​ເພີ້​ມອີກ​ວ່າ “ອາເມຣິກາ ທີ່ພວກເຮົາ ຮູ້ນັ້ນ ຍັງມີຄວາມລຳອຽງຢູ່ຕໍ່ມາ ພວກເຮົາຮູ້ດີ.”

ຫ້າ​ບ່ອນ​ນັ່ງ​ຫ້າ​ບ່ອນໄດ້​ຖືກ​ປະ​ໃຫ້​ຫວ່າງ​ ​ເພື່ອ​ຕາງໜ້າ​ໃຫ້​ແກ່​ເຈົ້າໜ້າ​ທີ່​ຕຳຫຼວດ ທີ່ໄດ້ເສຍ​ຊີວິດ ​ໃນ​ລະຫວ່າງ​ພິທີ​ໄວ້ອາ​ໄລ ​ທີ່​ແໜ້ນ​ໄປ​ດ້ວຍ​ຜູ້​ຄົນ ຢູ່ທີ່​ສູນກາງ Morton Meyerson Symphony ໃ​ນນະຄອນ Dallas.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG