ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ສາບານໂຕເຂົ້າຮັບຕຳແໜ່ງ ທ່າມກາງການຮັກສາຄວາມປອດໄພຢ່າງເຂັ້ມງວດ


ການຕຽມຮັກສາຄວາມປອດໄພຢູ່ຕາມຖະໜົນ ເພັນຊິລເວເນຍ ລະຫວ່າງການເຝິກຊ້ອມ ພິທີເຂົ້າຮັບຕໍາແໜ່ງ ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ວັນທີ 18 ມັງກອນ 2021.
ການຕຽມຮັກສາຄວາມປອດໄພຢູ່ຕາມຖະໜົນ ເພັນຊິລເວເນຍ ລະຫວ່າງການເຝິກຊ້ອມ ພິທີເຂົ້າຮັບຕໍາແໜ່ງ ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ວັນທີ 18 ມັງກອນ 2021.

ສະຫະລັດໄດ້ຜ່ານພົ້ນການໂອນອຳນາດທີ່ເຄັ່ງຕຶງ ໄປດ້ວຍຄວາມສະຫງົບ ໃນວັນພຸ
ດວານນີ້ ໂດຍທີ່ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ ທ່ານໂຈ ໄບເດັນສາບານໂຕເຂົ້າ
ຮັບຕຳແໜ່ງຢູ່ຂັ້ນໄດຫໍລັດຖະສະພາ ໂດຍປາດສະຈາກເຫດການໃດໆ ພຽງສອງອາ
ທິດ ຫຼັງຈາກພວກຫົວຮຸນແຮງຈັດຢູ່ພາຍໃນປະເທດໄດ້ບຸກເຂົ້າໄປໃນຕຶກອາຄານດັ່ງ
ກ່າວ.

ການຍຶດຫໍລັດຖະສະພາໃນວັນທີ 6 ມັງກອນຜ່ານມາ ໄດ້ເຮັດໃຫ້ບາງສ່ວນຂອງຕຶກ
ອາຄານຖືກທຳລາຍ ແລະມີການເສຍຊີວິດຂອງຫ້າຄົນ ຮວມທັງເຈົ້າໜ້າທີ່ຕຳຫຼວດ.
ນອກນັ້ນ ຍັງໄດ້ເຮັດໃຫ້ເກີດຄວາມຢ້ານກົວວ່າ ພວກຫົວຮຸນແຮງຈັດ ທີ່ໄດ້ປະກາດ
ຄວາມຈົງຮັກພັກດີ ຕໍ່ອະດີດ ປະທານາທິບໍດີ ດໍໂນລ ທຣໍາ ອາດຈະພະຍາຍາມບຸກ
ເຂົ້າໄປຢຶດຕຶກອາຄານດັ່ງກ່າວອີກ ຊຶ່ງບັງເອີນເກີດຂຶ້ນພ້ອມດຽວກັນກັບພິທີສາບານ
ໂຕເຂົ້າຮັບຕຳແໜ່ງຂອງທ່ານໄບເດັນ.

ເຖິງແມ່ນວ່າຫ້ອງການສັນຕິບານກາງຂອງລັດຖະບານກາງຫຼື FBI ໄດ້ບັນລະຍາຍ ເຖິງ
“ຄວາມເປັນຫ່ວງຂອງພວກລົມກັນ” ຢູ່ໃນສື່ສັງຄົມ ແຕ່ຄວາມຢ້ານກົວເຫລົ່າ ນັ້ນ ບໍ່ໄດ້
ເກີດຂຶ້ນເປັນຄວາມຈິງ.”

ພວກເຈົ້າໜ້າທີ່ໃນວັນພຸດວານນີ້ ໄດ້ໃຫ້ຄວາມສຳຄັນສ່ວນນຶ່ງ ຕໍ່ການປາກົດໂຕ ໃນຈຳ
ນວນທີ່ສຳຄັນຂອງເຈົ້າໜ້າທີ່ຮັກສາຄວາມສະຫງົບ ທັງຢູ່ໃນ ແລະອ້ອມແອ້ມ ນະຄອນ
ຫຼວງວໍຊິງຕັນ.

ກຳລັງຮັກສາດິນແດນແຫ່ງຊາດຫຼາຍກວ່າ 26,000 ຄົນ ຈາກ 50 ລັດ ໄດ້ກຽມພ້ອມ ຢູ່ໃນ
ພິທີສາບານໂຕເຂົ້າຮັບຕຳແໜ່ງ ຫຼາຍກວ່າສາມເທົ້າຂອງເມື່ອສີ່ປີກ່ອນ ເວລາທ່ານທຣໍາ
ສາບານໂຕ ເຂົ້າຮັບຕຳແໜ່ງ. ທະຫານເຫຼົ່ານີ້ ແມ່ນຢູ່ຊຸດສະໜາມ ຫຼາຍໆຄົນຕິດອາວຸດ
ລຽນແຖວຢູ່ຕາມຖະໜົນຂອງນະຄອນຫຼວງ ແລະຈຳກັດການ ໄປມາຂອງຜູ້ຄົນ ແລະ
ຍານພາຫານະ ເຂົ້າສູ່ນະຄອນຫຼວງ ແລະຢູ່ຕາມດ່ານກວດ ຕ່າງໆ.

ຢູ່ອ້ອມແອ້ມຫໍລັດຖະສະພາ ພວກເຈົ້າໜ້າທີ່ຮັກສາຄວາມປອດໄພຕັ້ງເຂດປອດໄພ “
Green Zone” ຂຶ້ນ ດ້ວຍຮົ້ວແລະໜາມໝາກຈັບ.

ສະໜາມຫຼວງແຫ່ງຊາດ ຊຶ່ງເປັນບໍລິເວນເດີີ່ນລະຫວ່າງຫໍລັດຖະສະພາ ແລະອະນຸສາວະ
ລີວໍຊິງຕັນໄດ້ປິດລົງ. ທຸງປະມານ 200,000 ອັນ ຕາງໜ້າທຸກໆລັດ ແລະ ດິນແດນ ໄດ້
ທົດແທນຝູງຊົນທີ່ໜາແໜ້ນ ທີ່ຕາມປົກກະຕິແລ້ວພາກັນເຕົ້າໂຮມກັນເພື່ອເປັນສັກຂີພິ
ຍານໃນພິທີສາບານໂຕເຂົ້າຮັບຕຳແໜ່ງດັ່ງກ່າວ.

ເຈົ້າໜ້າທີ່ຄົນນຶ່ງກ່າວຕໍ່ວີໂອເອ ໃນຕອນເຊົ້າວັນພຸດວານນີ້ວ່າ “ຄືຈະໄດ້ຜົນ” ໃນການທົບ
ທວນເບິ່ງມາດຕະການຮັກສາຄວາມປອດໄພ ຫຼາຍຊົວໂມງກ່ອນທ່ານໄບ ເດັນ ສາບານ
ໂຕເຂົ້າຮັບຕຳແໜ່ງເປັນປະທານາທິບໍດີຄົນທີ 46 ຂອງປະເທດ.

ທ່ານໄບເດັນເອງກໍໄດ້ໃຫ້ຂໍ້ສັງເກດ ລະຫວ່າງການກ່າວຄໍາປາໄສເຂົ້າຮັບຕໍາແໜ່ງເຖິງ
ຄວາມເປັນຫ່ວງດ້ານຄວາມປອດໄພຂອງທ່ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG