ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ຄວາມເປັນໄປໄດ້ ໃນການປິດລັດຖະບານ ອາດຈະເກີດຂຶ້ນໃນນະຄອນຫຼວງວໍຊິງຕັນ ທ່າມກາງການຕໍ່ສູ້ກັນ ຂອງສະມາຊິກພັກຣີພັບບຣິກັນ ຢູ່ໃນສະພາຕໍ່າ


ຄວາມເປັນໄປໄດ້ທີ່ລັດຖະບານຈະປິດໂຕລົງ ເກີດຂຶ້ນໃນນະຄອນຫຼວງວໍຊິຕັນ ທ່າມກາງຄວາມຂັດແຍ້ງລະຫວ່າງພັກຣີພັບບຣິກັນ

ລັດຖະບານສະຫະລັດ ມີເວລາອີກບໍ່ຮອດນຶ່ງອາທິດ ຈາກການປິດໂຕລົງ ຖ້າສະພາຕໍ່າທີ່ຄວບຄຸມໂດຍພັກຣີພັບບຣິກັນ ບໍ່ສາມາດຮວມ​ໂຕ​ກັນ​ເພື່ອ ​ຮັບຜ່ານຮ່າງກົດໝາຍສິບກວ່າສະບັບ ເຊິ່ງ​ມາຈົນມາເຖິງ​ເວ​ລານີ້ ໄດ້ເຮັດໃຫ້ ພັກແບ່ງແຍກກັນ. ສະມາຊິກ​ຂອງພັກຣິພັບບຣິກັນບາງຄົນແມ່ນໄປໄກກວ່ານັ້ນ ໂດຍຂົ່ມຂູ່ຈະ​ຂັບໄລ່ປະທານສະພາຕໍ່າ ທ່ານເຄວິນ ແມັກຄາທີ ໃຫ້ອອກຈາກ ຕໍາແໜ່ງ. ອາຣາສ ອາຣາບາຊາດີ ນັກຂ່າວ VOA ມີລາຍງານເພີ້ມເຕີມ ກ່ຽວກັບເລື້ອງນີ້.

ໃນອີກເວລາບໍ່ຮອດນຶ່ງອາທິດ, ລັດຖະບານສະຫະລັດຈະປິດໂຕລົງ ຖ້າລັດຖະສະພາບໍ່ສາມາດຕົກລົງໄດ້ກ່ຽວກັບຮ່າງກົດໝາຍການໃຊ້ຈ່າຍ ທີ່ມາເຖິງຕອນນີ້ ໄດ້ມີການເປີດເຜີຍໃຫ້​ເຫັນ​ເຖິງການແບ່ງແຍກພາຍໃນພັກຮີພັບບຣິກັນ.

ກຸ່ມຫົວອະນຸລັກນິຍົມ​ຈັດ ໄດ້ທໍາການຂົ່ມ​ຂູ່ທີ່​ຈະ​ກໍ່​ກະ​ບົດແລະປົດປະທານສະພາຕໍ່າ ທ່ານເຄວິນ ແມັກຄາທີ ລຸນຫຼັງການຍິນຍອມກ່ຽວກັບການໃຊ້ຈ່າຍລະຫວ່າງ ທ່ານ ແລະ ປະທານາທິບໍດີ ໂຈ ໄບເດັນ ໃນຊ່ວງຕົ້ນປີນີ້ ເພື່ອຫຼີກເວັ້ນ ບໍ່​ໃຫ້​ຜິດ​ນັກ​ໃນ​ການ​ຈ່າຍໜີ້ສິນຂອງປະເທດຊາດ.

ທ່ານພີດ ບຸດຕີເຈກ (Pete Buttigieg), ລັດຖະມົນຕີກະຊວງຂົນສົ່ງ ຂອງສະ ຫະລັດ ກ່າວຢູ່ລາຍການ “This Week” ຂອງໂທລະພາບ ABC ເຊິ່ງ​ທ່ານ​ເວົ້າວ່າ:

“ນີ້ແມ່ນຍ້ອນວ່າ ພັກຣີພັບບຣີກັນຢູ່ໃນລັດຖະສະພາ ບໍ່ສາມາດຕົກລົງກັນໄດ້ໃນພັກຂອງພວກເຂົາເຈົ້າເອງ. ແລະຈົ່ງຈື່ໄວ້ວ່າ, ທ່ານເຄວິນ ແມັກຄາທີ, ປະທານສະພາຕໍ່າແມັກຄາທີ, ແລະປະທານາທິບໍດີ ໄບເດັນ ໄດ້ເຮັດຂໍ້ຕົກລົງນໍາກັນ, ແລະຂໍ້ຕົກລົງດັ່ງກ່າວນັ້ນເຄັ່ງຄັດຫຼາຍສໍາລັບທຸກຝ່າຍ. ເວົ້າແບບກົງໄປກົງມາ, ມັນແມ່ນສໍາລັບທຸກຂະແໜງການຂອງພວກເຮົາ. ມັນໝາຍຄວາມວ່າ ຕັດບາງສິ່ງທີ່ພວກເຮົາຕ້ອງການດໍາເນີນງານ, ບາງກອງທຶນທີ່ພວກເຮົາກໍາລັງນໍາໃຊ້ ເພື່ອຍົກຄຸນນະພາບຂອງຖະໜົນ, ຂົວ ແລະ ສະໜາມບິນ, ແຕ່ພວກເຮົາໄດ້ຮັບເອົາສິ່ງນັ້ນ ເນື່ອງຈາກນັ້ນແມ່ນຂໍ້ຕົກລົງ ທີ່ໄດ້ກໍານົດອອກມາໃນຕົ້ນປີນີ້, ແລະປັດຈຸບັນນີ້ ທັງໝົດທີ່ພວກເຮົາຈະຕ້ອງດໍາເນີນການຄືຮຽກຮ້ອງໃຫ້ພວກເຂົາເຈົ້າ ຈົ່ງເຮັດໃຫ້ຂໍ້ຕົກລົງນັ້ນເປັນຄວາມຈິງ.”

ສະ​ມາ​ຊິກພັກຣີພັບບຣິກັນກຸ່ມດຽວກັນ, ຜູ້ທີ່ເປັນສະມາຊິກພັກທີ່ຄວບຄຸມຢູ່ໃນສະ ພາຕໍ່າ, ຕ້ອງການຕັດລາຍຈ່າຍພາຍໃນປະເທດລົງ​ຢ່າງ​ຫຼວງ​ຫຼາຍ ເຊັ່ນດຽວກັບການສະໜັບສະໜຸນຂອງສະຫະລັດໃຫ້​ຕໍ່ຢູເຄຣນໃນການດໍາເນີນຕໍ່ຕ້ານສົງຄາມ ຮຸກຮານທີ່​ຍັງ​ດຳ​ເນີນ​ຢູ່ຂອງພວກເຂົາເຈົ້າ​ກັບຣັດເຊຍ.

ປະທານາທິບໍດີໄບເດັນ, ໃນອາທິດແລ້ວນີ້ ໄດ້ຕ້ອນຮັບປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ມາຍັງທໍານຽບຂາວ ລຸນຫຼັງທີ່ພວກທ່ານທັງສອງໄດ້ຫາລືກັນ ຢູ່ທີ່ກອງປະສຸມສະມັດຊາໃຫຍ່ ສະຫະປະຊາຊາດໃນນະຄອນນິວຢອກ. ທ່ານໄບເດັນ ຮັບປາກວ່າຈະສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແບບບໍ່ມີການປ່ຽນແປງຕໍ່ຢູເຄຣນ.

ທ່ານໂຈ ໄບເດັນ ກ່າວ​ຕໍ່ອົງການຂ່າວ AP ວ່າ:

“ປະຊາຊົນຊາວຢູເຄຣນແມ່ນເຫຼັກກ້າ ສໍາລັບການຕໍ່ສູ້ໃນພາຍຂ້າງໜ້ານີ້, ແລະສະຫະລັດ ກໍຍັງຈະຢືນ​ຢູ່ຄຽງຂ້າງພວກເຈົ້າສະເ​ໝີ.”

ທ່ານແມັກຄາທີ ໄດ້ປະເງິນ​ໄວ້ 300 ລ້ານໂດລາທີ່ເປັນກອງທຶນສໍາລັບຢູເຄຣນ ໃນຮ່າງກົດໝາຍວ່າດ້ວຍການໃຊ້ຈ່າຍດ້ານປ້ອງກັນປະເທດ ຢູ່ຕໍ່ໜ້າສະພາຕໍ່າ. ມັນເປັນບາງສິ່ງທີ່ເບິ່ງຄືວ່າ ບໍ່ເປັນ​ທີ່ພໍໃຈຕໍ່ຝ່າຍຂວາຈັດຂອງທ່ານ.

ສະ​ມາ​ຊິກ​ສະ​ພາ​ຕ່ຳໄມຄ໌ ເທີນເນີ (Mike Turner), ​ຈາກພັກຣີພັບບຣິກັນກ່າວ ຢູ່ລາຍການ “This week” ຂອງໂທລະພາບ ABC ວ່າ:

“ຂ້າພະເຈົ້າຢູ່ກັບ ທ່ານເຄວິນ ແມັກຄາທີ ໃນທຸກໆມື້, , ແລະແນ່ນອນ ພວກເຮົາພ້ອມແລ້ວທີ່ຈະເດີນຕໍ່ໄປ, ແຕ່ທ່ານຢູ່ໃນສະຖານະທີ່ຫຍຸ້ງຍາກຫຼາຍ ເນື່ອງຈາກຜູ້ບໍ່ເຂົ້າຮ່ວມຍັງຄົງເວົ້າຕໍ່ທ່ານເຄວິນ ແມັກຄາທີ ຢ່າງວ່າ “ບໍ່ຕ້ອງເອົາຮ່າງກົດໝາຍສອງຝ່າຍມາລົງ​ຄະ​ແນນ. ພວກເຮົາບໍ່ຕ້ອງການໃຫ້ພວກທ່ານ ນໍາໃຊ້ການລົງຄະແນນສຽງຂອງພັກເດໂມແຄຣັດ ເພື່ອພະຍາຍາມທີ່ຈະຫຼີກເວັ້ນການປິດໂຕລົງ. ແລະບັນດາສ່ວນບຸກຄົນເຫຼົ່ານີ້, ຜູ້ບໍ່ເຂົ້າຮ່ວມຣີພັບບຣີກັນເຫຼົ່ານີ້ ກໍາລັງລົງຄະແນນສຽງພ້ອມດ້ວຍ ທ່ານນາງແນນຊີ ເພໂລຊີ ເພື່ອຕໍ່ຕ້ານຮ່າງກົດໝາຍຂອງພັກຣີພັບບຣິກັນ ທີ່ໄດ້ນໍາມາສົນທະນາໃນທີ່ນີ້.”

ພັກຂອງ ທ່ານແມັກຄາທີ ມີສຽງສ່ວນຫຼາຍພຽງ​ເລັກ​ນ້ອຍຢູ່ໃນສະພາຕໍ່າ. ເຖິງແມ່ນວ່າມີຜູ້ໂຕນພັກພຽງ 5 ຄົນຂອງພັກຣີພັບບຣິກັນ ກໍພຽງພໍ ທີ່ຈະໂຈະກົດ ໝາຍໃດໆກໍຕາມທີ່ຄົນສ່ວນໃຫຍ່ຕ້ອງການໃຫ້ຜ່ານ ນັ້ນໄດ້. ສະມາຊິກສະພາ ຜູ້ທີ່ໃຊ້ເວລາໃນທ້າຍອາທິດໄປຈາກວໍຊິງຕັນ, ພາກັນກັບຄືນມາໃນວັນອັງຄານວານນີ້ ເພື່ອພະຍາຍາມຫຼີກເວັ້ນການປິດໂຕລົງຂອງລັດຖະບານອີກຄັ້ງ, ເຊິ່ງຈະມີຂຶ້ນໃນວັນທີ 1 ຕຸລາ ເວລາ 12:01 ຕອນເຊົ້າ, ຖ້າສະມາຊິກສະພາ ບໍ່ສາ ມາດຕົກລົງກັນໄດ້ ເຖິງແມ່ນຈະເປັນຮ່າງກົດໝາຍກ່ຽວການ​ໃຊ້​ຈ່າຍໄລຍະສັ້ນກໍຕາມ.

The U.S. government is less than one week away from a shutdown if the Republican-controlled House of Representatives can’t coalesce around a dozen spending bills that have so far divided the party. Some Republicans have gone so far as to threaten the ouster of House Speaker Kevin McCarthy. VOA’s Arash Arabasadi has more.

In less than one week, the U.S. government will shut down if Congress can’t come to agreements on spending bills that have so far exposed divisions within the Republican Party.

A group of ultra-rightwing conservatives has threatened mutiny against - and the ouster of - House Speaker Kevin McCarthy following a spending compromise between him and President Joe Biden earlier this year to avoid defaulting on the nation’s debt.

US Transportation Secretary Pete Buttigieg speaking on ABC’s “This Week”

“This is because Republicans on the Hill can’t even agree among themselves. And remember, Kevin McCarthy – Speaker McCarthy – and President Biden made a deal, and that deal was tough for all sides. Frankly, it was for our department. It meant cutting back on some things we wanted to do – some funds we were going to use to improve roads and bridges and airports – but we accepted that, because that was the deal that was made earlier this year, and now all we’re doing is asking them to live up to that deal.”

That same group of Republicans, who are members of the controlling party in the House of Representatives, wants deep cuts to domestic spending as well as to U.S. support for Ukraine in its ongoing war against invading Russia.

President Biden last week welcomed Ukrainian President Volodymyr Zelenskyy to the White House after the two spoke at the United Nations General Assembly in New York. Biden pledged continued and unwavering support to Ukraine.

US President Joe Biden on US Network Pool as provided by the Associated Press

“The people of Ukraine are steeled for this struggle ahead, and the United States is going to continue to stand with you.”

McCarthy left 300 million dollars of funding for Ukraine in an embattled defense spending bill before the House of Representatives. It’s something unlikely to endear his far-right flank.

Republican Representative Mike Turner speaking on ABC’s “This Week”

“I’ll be on Kevin McCarthy any day, and we certainly have time yet to go, but he’s in a very difficult position, because the holdouts keep saying to Kevin McCarthy, ‘Don’t bring bipartisan bills to the floor. We don’t want you to use Democrat votes to try to avert a shutdown.’ But they’re using Democrat votes to try to cause a shutdown. And these individuals – these Republican holdouts – are voting with Nancy Pelosi against Republican bills that have been brought to the floor.”

McCarthy’s party holds a slim majority in the House. Even as few as five Republican defectors are enough to derail any legislation the majority attempts to pass. Lawmakers, who spent the weekend away from Washington, return Tuesday to try again to avert a government shutdown, which will happen at 12:01 a.m. October first if lawmakers fail to agree on even a short-term funding bill.

XS
SM
MD
LG